Norkhame
ເຮັດໃຫ້ຄົນມັກ ເຮັດໃຫ້ຄົນມັກ
ຈຳເປັນບໍ່ໃຫ້ຄົນອື່ນມາມັກ? ການເປັນຕົວຕົນເອງໜ້າຈະດີທີ່ສຸດ ເພາະບໍ່ຕ້ອງຝືນເຮັດໃນສິ່ງທີ່ເຮົາບໍ່ມັກ. ບົນເງື່ອນ ໄຂວ່າ ພຶດຕິກຳຂອງເຮົາ ສະບາຍໃຈ ແລະ ບໍ່ບຽດບຽນຄົນອື່ນກະໜ້າຈະພໍ. ເຮັດແນວໃດລະ? ທ່ານບໍ່ຈຳເປັນຕ້ອງ ມີລົດຄັນງາມ, ໂຊເຄື່ອງແພງໆທີ່ທ່ານມີໃຊ້ທາງອອນໄລ, ສະແດງພາບໄປຕ່າງປະເທດ, ໃຊ້ມືຖືລຸ້ນລ້າສຸດ. ເຊື່ອບໍ່ ທ່ານ ວິທີທີ່ຈະເຮັດໃຫ້ຄົນມາມັກ ໂດຍບໍ່ຕ້ອງປົກປິດ ແລະ ຕົວະ ໃນສິ່ງທີ່ທ່ານບໍ່ແມ່ນໄດ້. ເປັນຄົນໃຈກ້ວາງ –... ເຮັດໃຫ້ຄົນມັກ

ຈຳເປັນບໍ່ໃຫ້ຄົນອື່ນມາມັກ? ການເປັນຕົວຕົນເອງໜ້າຈະດີທີ່ສຸດ ເພາະບໍ່ຕ້ອງຝືນເຮັດໃນສິ່ງທີ່ເຮົາບໍ່ມັກ. ບົນເງື່ອນ ໄຂວ່າ ພຶດຕິກຳຂອງເຮົາ ສະບາຍໃຈ ແລະ ບໍ່ບຽດບຽນຄົນອື່ນກະໜ້າຈະພໍ. ເຮັດແນວໃດລະ? ທ່ານບໍ່ຈຳເປັນຕ້ອງ ມີລົດຄັນງາມ, ໂຊເຄື່ອງແພງໆທີ່ທ່ານມີໃຊ້ທາງອອນໄລ, ສະແດງພາບໄປຕ່າງປະເທດ, ໃຊ້ມືຖືລຸ້ນລ້າສຸດ. ເຊື່ອບໍ່ ທ່ານ ວິທີທີ່ຈະເຮັດໃຫ້ຄົນມາມັກ ໂດຍບໍ່ຕ້ອງປົກປິດ ແລະ ຕົວະ ໃນສິ່ງທີ່ທ່ານບໍ່ແມ່ນໄດ້.

ເປັນຄົນໃຈກ້ວາງ – ໃຫ້ເວລາ, ການໃສ່ໃຈ, ແລະ ປັດໃຈ ທີ່ທ່ານໃຫ້ໄດ້ ໂດຍບໍ່ຄາດຫວັງ ແລະ ຮຽກຮ້ອງຫຍັງ. ການໃຫ້ແກ່ຄົນອື່ນ ສ້າງຄວາມປະທັບໃຈໃຫ້ແກ່ຄົນອື່ນ.

ຈິດແຈ່ມໃສ່ – ເປັນຄົນສ້າງຮອຍຍີ້ມ ແລະ ມ່ວນຊື່ນສະເໜີ. ພຶດຕິກຳນີ້ ຈະຊ່ວຍເຮັດໃຫ້ການສື່ສານ ແລະ ດຳລົງຊີວິດບໍ່ເຄັ່ງຕືງ. ເຮັດແນວນັ້ນປະຈຳ ຈະເຮັດໃຫ້ ຫຼາຍໆຄົນ ທີ່ເຮົາພົວພັນນຳ ມ່ວນຊື່ນກັບການສົນທະນາ.

ເບິ່ງໂລກໃນແງ່ດີ – ບໍ່ໝາຍວ່າເຫັນສິ່ງບໍ່ດີກາຍເປັນດີ. ພຽງແຕ່ຮັບຮູ້ ແລະ ຊື່ນຊົມໃນສິ່ງດີໆທີ່ມີ. ການສ້າງຈິດສຳນຶກແນວນັ້ນ ຈະເຮັດໃຫ້ເຮົາ ມີສະມາທິຄິດແກ້ໄຂ ບັນຫາດ້ານລົບ.

ຮັກລູກ – ຮັກແນວນີ້ແມ່ນມາຈາກຄວາມຮູ້ສຶກແທ້ໆ. ເມື່ອໃດທ່ານສະແດງຄວາມຮັກແກ່ລູກໆ, ໃຫ້ການໃສ່ໃຈ, ພາໄປຫຼີ້ນ, ໄປໂຮງຮຽນ ແມ່ນຈະເປັນທີ່ນິຍົມໃນສັງຄົມ.

ຊື່ສັດຕໍ່ຄົນຮັກ – ພາບການຫຼີ້ນກິນ, ການນອກໃຈ ມັກເປັນທີ່ປະນາມຫຼາຍ. ເມື່ອໃດທ່ານສະແດງ ຮັກແກ່ຄົນທີ່ທ່ານປະກາດຮັກ ໃນສັງຄົມ, ມັກເປັນທີ່ນິຍົມ. ການເຮັດແນວນັ້ນ, ໝູ່ເພື່ອນ ແລະ ພີ່ນ້ອງ ຈະສັນເສີນທ່ານສະເໜີ.

ເປັນຄົນເຂັ້ມແຂງ – ໃນສັງຄົມຈະມັກຊື່ນຊົມຄົນບຸກບືນຜ່ານຜ່າສະເໜີ. ເຂົາຈະສັນເສີນຄົນທີ່ມີຄວາມບຸກບືນຜ່ານຜ່າຄວາມຫຸ້ຍງຍາກ. ຍິ່ງທ່ານສະແດງຄວາມແຂງແກນ ໃນການຜ່ານຜ່າຄວາມຫຍຸ້ງຍາກ ທ່ານຈະຍິ່ງເປັນທີ່ນິຍົມ.

ຮັກທຳມະຊາດ – ຄົນເຮົາໄດ້ຜົນປະໂຫຍດຈາກທຳມະຊາດຫຼາຍ. ເມື່ອໃດທ່ານສະແດງຄວາມຮັກຕໍ່ທຳມະຊາດ ອັນເປັນທີ່ພັກຂອງຄົນ 7 ຕື້, ສັດ ແລະ ພືດ ນ່າໆພັນ ທ່ານຈະກາຍເປັນບຸກຄົນທີ່ຖືກຈັບຕາໃນສັງຄົມ.

ສັນເສີນຄວາມແຕກຕ່າງ – ເນື່ອງຈາກຄຳວ່າດີ ແລະ ຊົ່ວ ບໍ່ຖືກນິຍາມ ທີ່ແນ່ນອນ. ເມື່ອໃດເຮົາຮັບເອົາແນວຄິດຫຼາກຫຼາຍ ໃນການແກ້ໄຂບັນຫາໃດໜຶ່ງໃຫ້ດີຂື້ນ, ທ່ານຈະເປັນທີ່ຮັກຂອງຄົນຫຼາກຫຼາຍກຸ່ມ.

ຮັກຕົນເອງ – ບໍ່ໝາຍວ່າຫຼົງຕົນເອງ; ເປັນການເຫັນຈຸດດີ ແລະ ອ່ອນຂອງຕົນເອງ. ພາວະການຮູ້ຮັກຕົນເອງ ຈະເຮັດໃຫ້ທ່ານເຫັນຄວາມຕ້ອງການຂອງຕົນເອງ, ແຮງບັນດານໃຈ ແລະ ກະເຫັນໂອກາດການຮ່ວມມືກັບຄົນຫຼາກຫຼາຍອາຊີບ. ແນ່ນອນ, ທ່ານຈະລົດລະແນວຄິດອິດສາຄົນອື່ນ. ເພາະທ່ານຮູ້ວ່າທ່ານກະມີຂອງດີ.

ມີຊີວິດເພື່ອຊີວິດອື່ນ – ສິ່ງນີ້ສຳຄັນຫຼາຍ. ຫາກທ່ານສາມາດເຮັດໃຫ້ຄົນອື່ນເຮັດແນວດີໆໄດ້, ໝາຍວ່າທ່ານ ສາມາດ ກະຕຸ້ນແນວດີໆອອກສູ່ສັງຄົມເພີ່ມຂື້ນ. ລອງເບິ່ງພະພຸດທະເຈົ້າ ແລະ ການນຳປະຕິຫວັດລາວ. ທີ່ສາມາດປົດປ່ອຍປະເທດໄດ້.

ງ່າຍບໍ່? ເຮັດໃຫ້ຄົນມັກ. ຫາກທ່ານເຮັດປະຈຳ ທ່ານຈະຮູ້ວ່າ ການເຮັດໃຫ້ຄົນມັກ ແມ່ນການເຮັດດີ. ແລ້ວທ່ານຈະຮູ້ອີກວ່າ ຫາກເຮັດດີ ບໍ່ຈຳເປັນໃຫ້ໃຜມາມັກກະໄດ້. ມີຫຼາຍໆຄັ້ງ ຄົນເຮົາເຮັດບໍ່ດີ ແລະ ຢາກໃຫ້ຄົນນິຍົມຊົມຊອບ-ສັດທາ. ສິ່ງທີ່ຍົກມາຂ້າງເທິງ, ເປັນພຽງບາງສ່ວນດີໆສ່ວນໜຶ່ງເທົ່ານັ້ນ. ຂ້າພະເຈົ້າເຊື່ອວ່າທ່ານມີແນວດີໆຫຼາຍຢ່າງ ກຳລັງເຮັດ. ບໍ່ແມ່ນເພື່ອໃຫ້ຄົນມັກ ຫາກແມ່ນເພາະທ່ານມັກດີ.

Viengsombath Bangonesengdet Editor in chief

ຊ່ວຍສ້າງສັນສິງເປັນປະໂຫຍດແກ່ສັງຄົມ. ມີຄວາມສາມາດທີ່ມາຈາກປະສົບການ ແລະ ການສຶກສາ ຕິດພັນກັບຂົງເຂດ: ຍຸດທະສາດການບໍລິຫານ, ການຕະຫຼາດ, ການວາງແຜນທຸລະກິດ, ການຄ້າ ທາງອອນໄລ, ນະໂຍບາຍບຸກຂະລາກອນ, ປັບປຸງອົງການຈັດຕັ້ງ, ການສ້າງຍີ່ຫໍ້ສິນຄ້າ ແລະ ສອນ ເຕັກນິກການນຳພາ. ທ່ານສາມາດ ໃຊ້ບໍລິການພິເສດ ຫຼື ຕິດຕາມເຕັກນິກຜ່ານທາງເວັບໄຊນີ້.

Copy Protected by Chetan's WP-Copyprotect.