Norkhame
ຄ່າຂອງຊາຍ ຄ່າຂອງຊາຍ
ທ່ານ​ຄຸ້ນກັບ​ເພັງ​ນີ້ບໍ່? “…ທັງ​ໃຫຍ່ ທັງ​ຍາວ ທັງ​ຂາວ​ ທັງ​ເທ້ ​ໂອ້​ຍຈັ່ງ​ແມ່ນ​ເດ ຈັ່ງ​ແມ່ນ​ເດ່​ຖືກ​ໃຈ…” ປີ​​​​ ໃໝ່ ລາວ 2015 ​ເປັນ​ຊ່ວ​ງ​ເວລາ​ທີ່​ຂ້າພະ​ເຈົ້າ ຂຸ້ນຂ້ຽວກັບ​ການ​ຂຽນ ​ແລະ ສະ​ສາງວຽກຄ້າງ​ຫຼາຍອັນ. ​​ແຕ່ສຽຍສະມາທິ ແລະ ໃຈຮ້າຍຍ້ອນເພັງນີ້ຫຼາຍ.  ທຳ​ມະ​ດາ​ແຖວ​ບ້ານ​ຈະ​ສະຫງົບ​ຫຼາຍ ​ແຕ່​ຍົກ​ເວັ້ນປີ​​ໃໝ່  ​ແຕ່​ປີນີ້ບໍ່ຄື​ຜ່ານ​ມາ. ຈະ​ມີ​ສຽງ​ເພັງດັງ ​ເປັນ​ທຳ​ມະ​ດາ. ​ປະມານ​ເວລາ... ຄ່າຂອງຊາຍ

ທ່ານ​ຄຸ້ນກັບ​ເພັງ​ນີ້ບໍ່? “…ທັງ​ໃຫຍ່ ທັງ​ຍາວ ທັງ​ຂາວ​ ທັງ​ເທ້ ​ໂອ້​ຍຈັ່ງ​ແມ່ນ​ເດ ຈັ່ງ​ແມ່ນ​ເດ່​ຖືກ​ໃຈ…” ປີ​​​​ ໃໝ່ ລາວ 2015 ​ເປັນ​ຊ່ວ​ງ​ເວລາ​ທີ່​ຂ້າພະ​ເຈົ້າ ຂຸ້ນຂ້ຽວກັບ​ການ​ຂຽນ ​ແລະ ສະ​ສາງວຽກຄ້າງ​ຫຼາຍອັນ. ​​ແຕ່ສຽຍສະມາທິ ແລະ ໃຈຮ້າຍຍ້ອນເພັງນີ້ຫຼາຍ. 

ທຳ​ມະ​ດາ​ແຖວ​ບ້ານ​ຈະ​ສະຫງົບ​ຫຼາຍ ​ແຕ່​ຍົກ​ເວັ້ນປີ​​ໃໝ່  ​ແຕ່​ປີນີ້ບໍ່ຄື​ຜ່ານ​ມາ. ຈະ​ມີ​ສຽງ​ເພັງດັງ ​ເປັນ​ທຳ​ມະ​ດາ. ​ປະມານ​ເວລາ 10:00-11:00 ​ໂມງ​ເຊົ້າ ນີ້​ແຫຼ້ ເລີ່​ມມີ​ເພັງ​ແຕ່ປະກົດ​ວ່າ ​ເມື່ອ​ເພັງ:​ “…..ທັງ​ໃຫຍ່ ທັງ​ຍາວ ທັງ​ຂາວ​ ທັງ​ເທ້ ​ໂອ້​ຍຈັ່ງ​ແມ່ນ​ເດ ຈັ່ງ​ແມ່ນ​ເດ່​ຖືກ​ໃຈ…..” ເພີ່ນ​ພາກັນ​ຝັງ​ເພັງ​ນີ້ດົນ​ຜິດ​ປົກກະຕິຫຼົບ​ໄປ​ຫຼົບມາ. ຕອນ​ສ່ວຍໆໜ້ອຍໜຶ່ງ​ໄປ​ຈອບ​ເບິ່ງ​ມີ​ໃຜ​ແດ່​ໃນ​ນັ້ນ. ປະກົດ​ວ່າ​ມີ​ແຕ່​ສາວໆ​ເຕັມໝົດ. ຂ້າພະ​ເຈົ້າບໍ່ກ້າ​ປະ​ໂລໜ້າ​ເພາະ​ຮູ້ສຶກ​ຢ້ານຈະ​ມີ​ແນວບໍ່ດີ​ເກີດ​ຂື້ນກັບ​ຕົນ​ເອງ. ທຳ​ອິດ​ຄິດ​ວ່າ​ເຂົາ​ເຈົ້າຈະ​ເບື່ອ​ເອງ ຊົ່ວ​ໂມງ​ທຳ​ອິດ​ກໍ່ພໍ​ທົນ ​ແຕ່ສຸດ​ທ້າຍ​ແລ້ວ​ຮອດ 8:00 ​ໂມງ​ແລງ. ​ສະ​ແດງ​ໃຫ້​ເຫັນ​ວ່າ​ແມ່ຍິງ​​ກໍ່​​ເນັ້ນພາບ​ພົດ​ພາຍ​ນອກ​ເຊັ່ນ​ດຽວກັນ ບໍ່ນ້ອຍໜ້າຈາກ​ເພດ​ຊາຍ​ເລີຍ.

​ແນ່ນອນ​ຮູບ​ຮ່າງ​ພາຍ​ນອກ ​ແລະ ວັດຖຸ​ທີ່​ຜູ້​ຊາຍ​ຄອບ​ຄອງ​ເປັນ​ຈຸດໜຶ່ງສ້າງ​ຄວາມ​ດຶງ​ດູດ​ໃຫ້​ເພດ​ກົງກັນຂ້າມ​ໃນ​ລະດັບ​ສູງ. ຫຼາຍຄັ້ງຈະ​ໄດ້​ຍິນ​ວ່າ: ພໍ່ລາວ​ເປັນ….​ແມ່​ລາວມີນັ້ນມີນີ້​ໃດ..ຕ່າງໆນ່າໆ. ​ແຕ່​ມັນ​ແມ່ນ​ຈຸດໆດຽວ ຫຼື ສິ່ງ​ທີ່​ເຮັດ​ໃຫ້​ແມ່ຍິງ​ເປັນ​ສຸກ​ແທ້​ບໍ່? ໃນຍຸກທີ່ມີການພັດທະນາດ້ານວັດຖຸນັ້ນ, ການຕັດສິນຄຸນຄ່າຂອງຄົນດ້ວຍວັດຖຸເປັນສິ່ງທີ່ມັກເກີດຂື້ນ. ຄ່າຂອງຄວາມເປັນຜູ້ຊາຍນັ້ນ ມີຫຼາຍກວ່າໜ້າຕາ, ຖານະຄອບຄົວ, ບົດບາດທາງສັງຄົມ ແລະ ລາຍຮັບ.

ໜ້າຕາດີ ​ກັບ​ການມີສະເໜ່ນັ້ນ​ເປັນ​ສອງ​ສິ່ງ​ທີ່​ແຕກ​ຕ່າງ​ກັນ. ຫຼາຍໆຄົນເກີດມາພ້ອມດ້ວຍໜ້າຕາສົມສ່ວນຄືກັບສຸດຍອດນາຍແບບ. ເຂົາເຈົ້າບໍ່ວ່າຈະນຸ່ງຫຍັງ ຫຼື ທຸກໆອະລີຍາບົດການເໜັງຕີງ ກາຍເປັນຈຸດສົນໃຈ. ຮູບຮ່າງໜ້າຕາສ້າງໃຫ້ຄົນ ອື່ນມີຄວາມສົນໃຈ ແຕ່ລັກສະນະດັ່ງກ່າວນັ້ນ ອາດບໍ່ເປັນທີ່ຈະສ້າງໃຫ້ແມ່ຍິງຫຼົງໄຫຼໄດ້​ໃນ​ທ້າຍ​ສຸດ. ຄວາມດຶງດູທາງຮ່າງກາຍ ຕ່າງຈາກການເປັນຄົນມີບຸກຂະລິກກະພາບດີ. ຫຼາຍໆຄົນທີ່ບໍ່ມີໜ້າຕາດີ ແຕ່ຖ້າມີບຸກຂະລິກດີແລ້ວ ກໍ່ສາມາດສ້າງຄວາມສົນໃຈໃຫ້ສາວໆສົນໃຈໄດ້ເຊັ່ນດຽວກັນ.

ສາວໆຫຼາຍຄົນມີຄວາມສົນໃຈຍ້ອນພາບລັກພາຍນອກ​ໃນ​ຕອນ​ທຳ​ອິດ ແລະ ມັກຈະຜິດຫວັງເມື່ອໄດ້ຮູ້ຈັກ. ໃນທີ່ສຸດກໍ່ບໍ່ກາຍເປັນຈຸດເດັ່ນອີກຕໍ່ໄປ. ບໍ່ວ່າຍິງຫຼືຊາຍໃຜໆກໍ່ຕ້ອງການຄົນໜ້າຕາດີ. ຄວາມສົນໃຈດ້ານຮ່າງກາຍ ອາດຈະແມ່ນລັກສະນະ: ສູງ, ​ແຂງ​ແຮງ, ຂາວ, ໃຫຍ່…ອື່ນໆ.ແຕ່ສິ່ງທີ່ຈະເຮັດໃຫ້ແມ່ຍິງຫຼົງໄຫຼນຳນັ້ນ ແມ່ນສິ່ງທີ່ເປັນຕົວຕົນຂ້າງໃນຂອງຜູ້ຊາຍທີ່ຈະເຮັດໃຫ້ເຂົາເຈົ້າຢາກຈະຢູ່ໃກ້ໆສະເໜີ. ການເອົາໃຈໃສ່ໃນການສ້າງລັກສະນະເດັ່ນຂອງຮູບຮ່າງພາຍນອກຢ່າງດຽວນັ້ນ ອາດຍັງບໍ່ພໍທີ່ຈະມັດໃຈສາວໆໃຫ້ຫຼົງໄຫຼ. ຈິດສຳນຶກ ແລະ ລັກສະນະຂ້າງໃນເປັນສິ່ງທີ່ເຮັດໃຫ້ສາວຫຼາຍໆຄົນຢາກຈະໃຊ້ຊີວິດຮ່ວມນຳ. ​ສິ່ງ​ທີ່​ຈະ​ເຮັດ​ໃຫ້​ຄອບຄົວ​ເປັນ​ສຸກ​ບໍ່​ແມ່ນໜ້າຕາ​ແຕ່​ການ​ປະພຶດ​ຕ່າງຫາກ.

ເຫັນຫຼາຍໆຄົນທີ່ມາພ້ອມກັບຮູບຮ່າງໜ້າຕາ ແລະ ບຸກຄະລິກທີ່ດີ.  ຖ້າມີທັງສອງຢ່າງນີ້ໃນຕົວແລ້ວ ຍິງຈະກາຍເປັນທີ່ຮຽກຮ້ອງຂອງສາວໆຫຼາຍຂື້ນ. ແນວໃດກໍ່ຕາມ ສິ່ງທີ່ຂ້າພະເຈົ້າຈະຍົກມາເວົ້ານີ້ ເປັນສິ່ງທີ່ໄດ້ສຶກສາ ແລະ ສັງເກດຈາກເພື່ອນຊາຍ ແລະ ຫຼາຍໆການສົນທະນາກັບແຝນຂອງເຂົາເຈົ້າວ່າຈຸດໃດແທ້ໆເປັນສິ່ງສຳຄັນຈົນເຮັດໃຫ້ຜູ້ຍິງຍອມມອບກາຍ ຖະຫວາຍຊີວິດໃຫ້. ລັກສະນະທີ່ຈະເວົ້ານີ້ທ່ານ​ຊາຍສາມາດພັດທະນາ ໃຫ້ກາຍເປັນຄົນທີ່ໜ້າສົນໃຈ ​ແລະ ມີ​ສະ​ເໜ່ໄດ້:

  1. ຄວາມຈົງຮັກພັກດີ

ລັກສະນະດັ່ງກ່າວເປັນການສະແດງຄວາມມີຈັນຍາບັນ ຫຼື ເວົ້າງ່າຍໆກໍ່ຄືເປັນຄົນ ຊື່ສັດ. ຖ້າຫາກທ່ານມັກເວົ້າສິ່ງບໍ່ມີຄວາມຈິງແລ້ວ ຈະເຮັດໃຫ້ແມ່ຍິງເຫັນວ່າທ່ານເປັນຄົນຂີ້ຕົ໋ວາ, ຂາດຄວາມໜ້າເຊື່ອຖື ຫຼື ຄົນທີ່ມັກຫຼີ້ນລະຄອນຕົບຕາ, ມັກແກ້ຕົວ. ຖ້າທ່ານເປັນຄົນຂີ້ຕົ໋ວາແລ້ວ ເຖິງວ່າຈະມີໜ້າຕາດີປານໃດ, ກໍ່ຈະເຮັດໃຫ້ຄວາມໜ້າສົນໃຈຂອງຄົນອື່ນນັ້ນໜ້ອຍລົງ ແລະ ຫຼາຍຄົນ ຈະເບິ່ງວ່າເປັນຄົນ ພວກ 18 ມົງກຸດກໍ່ວ່າໄດ້.

  1. ຄວາມສະຫຼຽວສະຫຼາດ

ທ່ານບໍ່ຈຳເປັນຕ້ອງມີຄວາມສາມາດຄືກັບນັກວິທະຍາສາດ ດັງໆ. ແຕ່ທ່ານຕ້ອງເປັນຄົນທີ່ສາມາດເຂົ້າໃຈບັນຫາ ແລະ ເກັບກຳສະພາບການຕ່າງໆດ້ານວິຊາການ ຫຼື ສັງຄົມ. ສິ່ງດັ່ງກ່າວຈະເຮັດໃຫ້ທ່ານສາມາດສ້າງການສົນທະນາ ທີ່ມີສາລະກັບເພດຍິງໄດ້ດີຂື້ນ.  ສິ່ງນີ້ສາມາດເຮັດໄດ້ດ້ວຍການສຶກສາໃນແຕ່ລະວັນຈາກສື່ຕ່າງໆ. ມີຜູ້ຊາຍຫຼາຍຄົນສົນໃຈກິລາຫຼາຍ​ເຊັ່ນ ​ເຕາະ​ບານ ຈົນເຮັດໃຫ້ແຝນຕ້ອງໄດ້ຫັນມາເບິ່ງກິລານຳ ເພື່ອວ່າຈະໄດ້ເຂົ້າໃຈວ່າລາວກຳລັງລົມຫຍັງກັບໝູ່ ຫຼື ຮອດຍາມນັດເຕາະບານສຳຄັນແລ້ວບໍ່. ສິ່ງນີ້ເຮັດໃຫ້ຈຳກັດການເຂົ້າໃຈ ແລະ ສະພາບຂອງອີກຝ່າຍໜຶ່ງ ​ແລະ ສ້າງ​ຄວາມໜ້າລຳ​ຄານ​ຖ້າ​ຈະ​ລົມ​ແຕ່​ເຕາະ​ບານ.

  1. ສົບຕາ

ການເບິ່ງຕາໃນເວລາສົນທະນາເປັນການສະແດງ ລັກສະນະສົນໃຈ ແລະ ກຳລັງຝັງການສົນທະນາຢູ່. ຖ້າຫາກບໍ່ສົບຕາແລ້ວ ແມ່ຍິງຫຼື ຄົນຫຼາຍໆຄົນຈະຄິດວ່າບໍ່ໃສໃຈກັບເລື່ອງທີ່ສົນທະນາ. ໃນປະຈຸບັນ ສັງຄົມກົ້ມໜ້າ ເປັນທີ່ແຜ່ຫຼາຍ ດັ່ງນັ້ນ ຄົນມັກຈະຈົກມືຖື ມາເປັນແປ້ນບັງໜ້າສະເໜີ. ສິ່ງນີ້ ເຮັດໃຫ້ ການສ້າງສາຍພົວພັນທີ່ໃກ້ຊິດຍາກຂື້ນ ທັງຍັງເປັນການສະແດງຄວາມໜ້າເບື່ອໜ່າຍຕໍ່ກັບການພົບປະ ສົນທະນາໃນຫົວຂໍ້ຕ່າງໆ. ແຕ່ການສົບຕາ ກໍ່ບໍ່ແມ່ນຈະຈ້ອງທຸກໆອະລິຍາບົດ ເພາະອາດເຮັດໃຫ້ແມ່ຍິງຢ້ານກໍ່ໄດ້. ຄວນໃຊ້ເວລາໃນການສົບຕາ ແລະ ລັກແອບເບິງສິ່ງຂອງອື່ນໆ​​ໃກ້ໆສະ​ຖານາ​ທີ່​ສົນທະນາຊົ່ວໄລຍະເວລາສັ້ນໆ ແລະ ກັບມາສົບຕາ ຫຼື ​ເບິ່ງ​ພາສາ​ກາຍ​ຂອງ​​ແມ່ຍິງ ແລະ ສົນທະນາຕໍ່ໄປ.

  1. ບໍ່ຫວັງຜົນຕອບແທນ

ຄວາມເພື່ອແຜ່ແບບບໍ່ຫວັງຜົນຕອບແທນ ເປັນລັກສະນະທີ່ແມ່ຍິງຕ້ອງການຫຼາຍ. ເພາະສັງຄົມລາວ ນອກຈາກຈະໃຫ້ການຊ່ວຍເຫຼືອໃນຄອບຄົວແລ້ວ ອາດຍັງຕ້ອງໄດ້ຊ່ວຍພໍ່ເຖົ້າແມ່ເຖົ້າ ແລະ ພີ່ນ້ອງຕ່າງໆ. ການເຮັດສິ່ງໃດໜຶ່ງທີ່ບໍ່ຫວັງຜົນຕອບແທນໃຫ້ແມ່ຍິງເຫັນແລ້ວນອກຈາກຈະສ້າງຄວາມນັບຖືແລ້ວ  ຍັງເປັນການສະແດງທັດສະນະທີ່ດີໃນສັງຄົມແລະ ເປັນການສ້າງໃຫ້ຕົວຜູ້ຊາຍຄົນໆນັ້ນ ຮູ້ສຶກດີໆ ກັບຕົນເອງ. ມີການວິໄຈພົບວ່າ ຄວາມກະລຸນານັ້ນ ເປັນການຫຼຸດຜ່ອນສານພິດໃນຮ່າງກາຍທີ່ເປັນອັນຕະລາຍ ແລະ ເຮັດໃຫ້ຄົນໆນັ້ນຮູ້ສຶກມີຄວາມສຳຄັນໃນສັງຄົມຫຼາຍຂື້ນ.

  1. ຕະຫຼົກ

ຂໍ້ນີ້ແມ່ຍິງຈະມັກຫຼາຍ ເພາະຄວາມຄິດຂົບ​ຂັນ ຈະເຮັດໃຫ້ແມ່ຍິງນັ້ນ ມ່ວນຊື່ນກັບການສົນທະນາ. ແຕ່ລະວັງຢ່າສ້າງຄວາມຕະຫຼົກ ດ້ວຍການເຮັດໃຫ້ຄົນອື່ນໆຕ້ອງເສຍໜ້າ ຫຼື ເຮັດໃຫ້ຄົນຫົວຂັວນລໍ້ໜ້າຄວາມຜິດພາດ ຫຼື ຄວາມນະອາຍຂອງຄົນອື່ນ. ຖ້າຫາກທ່ານເຮັດແນວນັ້ນ ຫຼາຍໆຄົນ ຈະເບິ່ງວ່າທ່ານເປັນຄົນທີ່ເຍາະເຍີ້ຍ ຄົນກຳລັງຕົກທຸກ.

  1. ຄວາມໜັ້ນໃຈ

ແນ່ນອນຂໍ້ນີ້ມີຄວາມສຳຄັນຫຼາຍຕິດອັນດັບຕົ້ນໆ. ຖ້າຫາກທ່ານມີຄວາມໜັ້ນໃຈແລ້ວຈະເປັນການສະແດງຄວາມໜັ້ນຄົງດ້ານແນວຄວາມຄິດທີ່ເຕັມໄປດ້ວຍອຸດົມການ. ທີ່ແນ່ນອນ ຄວາມໜັ້ນໃຈເປັນການສະແດງຄວາມຮັກໃນສິ່ງທີ່ເປັນຢູ່ ແລະ ແນ່ນອນແມ່ຍິງມັກຈະຢາກຢູ່ໃກ້ໆກັບຄົນ ທີ່ມີຄວາມໜັ້ນໃຈກັບຊີວິດຂອງຄົນໆນັ້ນ ແລະ ເປັນການສ້າງຄວາມໜັ້ນໃຈໃຫ້ເຂົາເຈົ້າກ້າເດີນທາງໄປນຳກັນ.

ຫຼາຍໆຄົນອາດບໍ່ສາມາດເກີດມາພ້ອມດ້ວຍສັດສ່ວນຄື​ເທບພະ​ບຸດ​ມາ​ເກີດ. ຮ່າງກາຍເປັນສິ່ງທີ່ປ່ຽນແປງບໍ່ໄດ້ ແຕ່ທ່ານສາມາດນຳໃຊ້ ລັກສະນະດັ່ງກ່າວ​ເພື່ອພັດທະນາບຸກຂະລິກກະພາບຈົນກາຍເປັນທີ່ໜ້າສົນໃຈ ​ແລະ ມີ​ສະ​ເໜ່​ໃນ​ສາຍຕາຂອງ​ແມ່ຍິງ ແລະ ເປັນທີ່ຮັກຂອງເພື່ອນຮ່ວມງານໄດ້. ຫວັງວ່າລັກສະນະດີໆແນວນີ້ ໜ້າຈະຊ່ວຍໃຫ້ທ່ານຊາຍໄດ້ສ່ວນຫຼຸດຄ່າດອງ.

 

Viengsombath Bangonesengdet Editor in chief

ຊ່ວຍສ້າງສັນສິງເປັນປະໂຫຍດແກ່ສັງຄົມ. ມີຄວາມສາມາດທີ່ມາຈາກປະສົບການ ແລະ ການສຶກສາ ຕິດພັນກັບຂົງເຂດ: ຍຸດທະສາດການບໍລິຫານ, ການຕະຫຼາດ, ການວາງແຜນທຸລະກິດ, ການຄ້າ ທາງອອນໄລ, ນະໂຍບາຍບຸກຂະລາກອນ, ປັບປຸງອົງການຈັດຕັ້ງ, ການສ້າງຍີ່ຫໍ້ສິນຄ້າ ແລະ ສອນ ເຕັກນິກການນຳພາ. ທ່ານສາມາດ ໃຊ້ບໍລິການພິເສດ ຫຼື ຕິດຕາມເຕັກນິກຜ່ານທາງເວັບໄຊນີ້.

Copy Protected by Chetan's WP-Copyprotect.