Norkhame
ເມຍນ້ອຍ, ນ້ອຍໜ້າ ເມຍນ້ອຍ, ນ້ອຍໜ້າ
ຄຳວ່າເມຍນ້ອຍອາດແມ່ນມີເມຍອາຍຸນ້ອຍ. ໃນນີ້ “ເມຍນ້ອຍ” ໝາຍວ່າ: ແມ່ຍິງທີ່ຄົບຜົວຄົນອື່ນ, ຜູ້ຊາຍມີເມຍຢູ່ແລ້ວ ແລະ ມີສາຍສຳພັນກັບຍິງອື່ນພິເສດຄ້າຍໆກັບເມຍແຕ່ງ. ຍິງໄດ້ຮັບການສົ່ງເສີມຈາກຜົວຄົນອື່ນທາງວັດຖຸ, ໄດ້ເສດເວລາ ແລະ ອາດມີລູກນອກກົດໝາຍ. ໃນບົດນີ້ບໍ່ໄດ້ສະແດງຄວາມສົມນໍ້າໜ້າ, ລັງກຽດ ແລະ ຍົກຂື້ນມາທັບຖົມຄົນທີ່ຕົກໃນສະພາບນີ້. ເຊັ່ນດຽວກັນ ກໍ່ບໍ່ໄດ້ສົ່ງເສີມໃຫ້ສະພາບແນວນີ້ເກີດກັບຍິງໃດ ຫຼື ຄອບຄົວໃດ ເພາະຕ່າງກໍ່ນຳຄວາມໜ້າ ລຳຄານມາ ໃຫ້ທຸກໆຝ່າຍ. ອັນສຳຄັນແມ່ນຄວາມອັບອາຍແກ່ເດັກໆແລະພີ່ນ້ອງ.... ເມຍນ້ອຍ, ນ້ອຍໜ້າ

ຄຳວ່າເມຍນ້ອຍອາດແມ່ນມີເມຍອາຍຸນ້ອຍ. ໃນນີ້ “ເມຍນ້ອຍ” ໝາຍວ່າ: ແມ່ຍິງທີ່ຄົບຜົວຄົນອື່ນ, ຜູ້ຊາຍມີເມຍຢູ່ແລ້ວ ແລະ ມີສາຍສຳພັນກັບຍິງອື່ນພິເສດຄ້າຍໆກັບເມຍແຕ່ງ. ຍິງໄດ້ຮັບການສົ່ງເສີມຈາກຜົວຄົນອື່ນທາງວັດຖຸ, ໄດ້ເສດເວລາ ແລະ ອາດມີລູກນອກກົດໝາຍ.

ໃນບົດນີ້ບໍ່ໄດ້ສະແດງຄວາມສົມນໍ້າໜ້າ, ລັງກຽດ ແລະ ຍົກຂື້ນມາທັບຖົມຄົນທີ່ຕົກໃນສະພາບນີ້. ເຊັ່ນດຽວກັນ ກໍ່ບໍ່ໄດ້ສົ່ງເສີມໃຫ້ສະພາບແນວນີ້ເກີດກັບຍິງໃດ ຫຼື ຄອບຄົວໃດ ເພາະຕ່າງກໍ່ນຳຄວາມໜ້າ ລຳຄານມາ ໃຫ້ທຸກໆຝ່າຍ. ອັນສຳຄັນແມ່ນຄວາມອັບອາຍແກ່ເດັກໆແລະພີ່ນ້ອງ.

ຕຳແໜ່ງເມຍນ້ອຍ ຄົງຈະບໍ່ມີໃຜສັນເສີນ. ຍິງທີ່ຕົກໃນສະພາບດັ່ງກ່າວກາຍເປັນມານຮ້າຍຂອງສັງຄົມ, ຄົນຍາດແຍ່ງຄວາມສຸກ, ສົມບັດ, ຄົນຮັກ ແລະ ເປັນຄົນສ້າງອາດສະຍາກຳອັນໜຶ່ງໃນສັງຄົມ. ຫຼາຍຄອບຄົວ ແຕກແຍກ, ລູກຂາດຄວາມອົບອຸ່ນ ແລະ ຕິດໄພສັງຄົມ. ບາງຄອບຄົວ, ເມຍໃຫຍ່ຕອມໃຈຕາຍ. ບໍ່ສະເພາະແຕ່ເມຍໃຫຍ່ຖືກທຳຮ້າຍ, ໃນສັງຄົມປະຈຸບັນ ຄົນທີ່ເປັນເມຍແຕ່ງມັກໄດ້ປຽບທາງດ້ານກົດໝາຍ ແລະ ເຮັດໃຫ້ເມຍນ້ອຍຖືກທຳຮ້າຍກໍ່ມີຫຼາຍ.

ບໍ່ວ່າເມຍນ້ອຍຈະມີສິດຫຼາຍປານໃດ, ສັງຄົມກໍ່ບໍ່ຍອມຮັບ. ທັງເຮັດໃຫ້ເດັກບໍລິສຸດກໍ່ມີມົນທິນຂອງການເສບສູ່ໃນທາງຜິດໆຂອງຜູ້ໃຫຍ່. ເມຍນ້ອຍຖືກດູຖູກ ແລະ ລູກຂອງເມຍນ້ອຍ ກາຍເປັນເສດສັງຄົມ ຫຼື ມັກເອີ້ນວ່າລູກບໍ່ມີພໍ່, ຫຼື ເດັກໃນໂຮງຮຽນມັກລໍ້ລຽງວ່າ: ລູກເມຍນ້ອຍ. ສະພາບດ້ານລົບດັ່ງກ່າວ, ພົບເຫັນຫຼາຍໃນສັງຄົມລາວ ແລະ ສັງຄົມແຖບປະເທດອາຊີ . ໃນບາງປະເທດພັດທະນາ, ກົດໝາຍຄອບຄົວຖືການມີເມຍນ້ອຍຫຼືຊູ້ເປັນອາດສະຍາກຳທາງສັງຄົມ. ກົດໝາຍການຢ່າຮ້າງ, ການມີຊູ້ສາວຫຼັງແຕ່ງເປັນສິງທີ່ເຄັ່ງຄັດຫຼາຍ. ໃນບາງປະເທດຫາກພົບຄູ່ຮັກມີຊູ້, ອາດຕ້ອງເສຍຊັບສິນ ແລະ ຖືກປັບໃໝຈົນໝົດຕົວ. ປະເພດແບບທີ່ວ່າ: ເມຍນ້ອຍຈ້າງໃຫ້ກໍ່ບໍ່ເອົາ, ເພາະຜົວບໍ່ມີຫຍັງໃຫ້ນອກຈາກຕົວ ຫຼື ຝ່າຍຊາຍຕ້ອງໄດ້ເລີ່ມຕົ້ນໃໝ່ໝົດ.

ໃນປະເທດພັດທະນາແລ້ວ, ຈະເຄັ່ງຄັດກົດໝາຍຄອບຄົວ. ຜູ້ຊາຍຈິ່ງມີການລະວັງທີ່ສຸດ. ຮູບແບບການນອກໃຈແບບອອກໜ້າອອກຕາຈະບໍ່ເປັນທີ່ຍອມຮັບ. ອັນສຳຄັນແມ່ຍິງເຂົາເຈົ້າແມ່ນມີວຽກເຮັດງານທຳໝົດ. ການທີ່ຈະເປັນຊູ້ເພື່ອໃຫ້ໄດ້ມາ ວັດຖຸລ້ຽງຊີບນັ້ນຫາຍາກຫຼາຍ. ຈະມີກໍ່ແຕ່ເປັນຄວາມຕ້ອງການທາງກາຍແບບຊົວວູບ. ແຕ່ຄັນຖືກຈັບໄດ້, ແມ່ຍິງຄົນນັ້ນອາດຕົກງານ, ຖືກຄຸກ ແລະ ຖືກປະນາມຈາກສັງຄົມ.

ບັງເອີນໄດ້ລົມກັບສາວງາມຄົນໜຶ່ງທີ່ເປັນເມຍນ້ອຍຂອງຄົນອື່ນ. ຂ້າພະເຈົ້າຕົກໃຈຫຼາຍເພາະຄິດວ່າເຂົາ ເຈົ້າເປັນຜົວເມຍກັນ. ຄວາມຮູ້ສຶກຂອງລາວທີ່ຕົກເປັນເມຍນ້ອຍ ກໍ່ຍ້ອນຄິດວ່າ ເຂົາກຳລັງມີບັນຫາກັບ ເມຍໃຫຍ່, ແລະ ຄົງຈະເລີກກັນ. ກໍ່ເລີຍປ່ອຍຕົວ ແລະ ປະໃຫ້ຕົນມີລູກ ເພື່ອຈະໄດ້ດຶງຜູ້ຊາຍ(ລວຍໆ$$$) ມາເປັນ ຂອງຕົນເອງ. ໃນທີ່ສຸດ ຜູ້ຊາຍຄົນນັ້ນຄືນດີກັບເມຍ, ແລ້ວຕົວເອງກໍ່ບໍ່ມີທາງອອກ. ທຸກໆວັນ ນາງຄົນນັ້ນ ຮູ້ສຶກເຮັດຜິດສະເໜີ, ນ້ອຍໜ້າ, ນະອາຍ ແຕ່ກະຕ້ອງທົນກັບ ກະແສສັງຄົມ ດ້ານລົບ. ຂໍ້ດີຄືຜູ້ຊາຍຮັບ ລ້ຽງລູກທັງໝົດ. ແຕ່ໃນກໍລະນີບາງຄົນຜູ້ຊາຍແມ່ນບໍ່ເບິ່ງຊໍ້າ. ຊໍ້າບໍ່ໜໍາມັກຕັ້ງຄຳຖາມຄືນວ່າ: ມີກັບໃຜລະ?

ບໍ່ມີຍິງໃດເກີດມາເພື່ອຕັ້ງເປົ້າເປັນເມຍນ້ອຍ. ຄົນທີ່ເປັນເມຍນ້ອຍຫຼາຍຄົນບໍ່ໄດ້ເປັນຍິງເສເພຫຼາຍໃຈ, ສົກກະປົກ, ມັກໄດ້ສະເໜີໄປ. ຫຼາຍຄົນແມ່ນຢາກແຕ່ງງານ, ມີຜົວ, ມີລູກ. ແຕ່ບາງຄັ້ງຄົນເຮົາມັກຄົນທີ່ມີເຈົ້າຂອງແລ້ວ. ຍ້ອນການຕັດສິນໃຈບໍ່ເດັດຂາດ, ອາດມີຄວາມຕ້ອງການຖານະ ຫຼືວັດຖຸຈາກ ຜູ້ຊາຍ ເຊິ່ງອາດເປັນຄົນມີຕໍ່າແໜ່ງ, ວັດຖຸ ແລະ ສັບສິນ. ມີຄວາມໜຶ່ງແມ່ຍິງທີ່ເປັນເມຍນ້ອຍມັກຕິວ່າ: ຜູ້ຊາຍມີໜ້ອຍເພາະເປັນຄູບາ, ຕິດຄຸກ, ເປັນຮັກຮ່ວມເພດ, ຫຼື ແຕ່ງງານແລ້ວ. ດັ່ງນັ້ນຈິ່ງເຮັດ ໃຫ້ແມ່ຍິງເຫຼືອຫຼາຍກວ່າຜູ້ຊາຍ. ໃນທາງກັບກັນ, ແມ່ຍິງທີ່ບວດເປັນແມ່ຊີກໍ່ຫຼາຍ, ຕິດຄຸກກໍ່ມີ, ເປັນຮັກຮ່ວມເພດ ແລະ ແຕ່ງງານກໍ່ມີຫຼາຍ ແຕ່ເປັນຫັຍງອັດຕາການຍິງມີຊູ້ຈິ່ງຂ້ອນຂ້າງໜ້ອຍກວ່າຜູ້ຊາຍ? ຫຼາຍຄົນຄາດວ່າ ມີປະມານ 80-90 ເປີເຊັນ ຜູ້ຊາຍ ນອກໃຈ ແລະ ບໍ່ກ້າເຂົ້າສາບານຕໍ່ໜ້າວັດຍາແມ່ສີເມືອງວ່າບໍ່ເຄີຍນອກໃຈ. ໄດ້ຕັ້ງຄຳຖາມຕໍ່ວ່າ: ຫາກອັດຕາຜູ້ຊາຍນອກໃຈຫຼາຍ, ເຖິງ 80 ເປີເຊັນ: ໝາຍວ່າຕ້ອງມີປະລິມານຍິງປະມານຫຼາຍສົມຄວນແອບບມີຊູ້, ຫຼື ຜູ້ຍິງໂສດອາດຄົບຜູ້ຊາຍຫຼາຍຄົນ, ຫຼື ແມ່ຍິງບໍລິການອາດຮັບຜູ້ຊາຍຫຼາຍຄົນ? ແລະນັ້ນເປັນທີ່ມາຂອງການແຜ່ລະບາດພະຍາດຕິດຕໍ່ທາງເພດ.

ສາເຫດ ທີ່ເຮັດໃຫ້ແມ່ຍິງຕົກເປັນເມຍນ້ອຍ ອາດບໍ່ແມ່ນຍ້ອນວ່າຜູ້ຊາຍມີໜ້ອຍຄືເຂົາອ້າງ. ສັງເກດເບິ່ງແລ້ວ, ບັນດາຜູ້ຊາຍທີ່ຄອງຕຳແໜ່ງທາງສັງຄົມ, ມີເງິນ, ແລະ ຖານະ ຈະມັກເປັນທີ່ຕ້ອງຕາຕ້ອງໃຈສາວໆຫຼາຍຄົນ. ອັນໜຶ່ງກໍ່ຫວັງເພື່ອເຜີ່ງທາງດ້ານການເງິນ, ຢາກມີອຳນາດ, ຢາກເປັນທີ່ຮູ້ຈັກ ຫຼື ອື່ນໆ. ຍ້ອນແນວນັ້ນ, ເມື່ອເຫັນວ່າເຂົາເຈົ້າມີຄົນຮັກຫຼືເມຍແລ້ວ, ກໍ່ຍັງບໍ່ລົດລະທີ່ຈະຍາດແຍ່ງ. ມາເບິ່ງປະຫວັດສາດໂລກ, ພະລາຊາຈະມີເມຍຫຼາຍຄົນ. ໃນບາງປະເທດມີຫຼາຍນັບພັນໆ. ນັກການເມື່ອງຫຼາຍປະເທດຫາກຍັງບໍ່ປະລະເລື່ອງຊູ້ສາວ, ຫຼາຍຄົນຕົກຕຳແໜ່ງແລະບໍ່ໄດ້ຮັບການເຊື່ອໜັ້ນຈາກສັງຄົມ. ບໍ່ໝາຍວ່າເຂົາມາຫຍຸ້ງເລື່ອງສ່ວນຕົວ, ແຕ່ຫຼາຍໆນະໂຍບາຍ ແລະ ຜົນປະໂຫຍດທາງການເມືອງອາດນອນໃນເງື່ອມມືຂອງອີກຄົນທີ່ໄວ້ໃຈຂອງຜູ້ນຳຄົນໆນັ້ນ.

ອີກທາງໜຶ່ງກໍ່ໝາຍວ່າ ຜູ້ຊາຍຫຼັງແຕ່ງແລ້ວຍັງຊອກຫາຄວາມມ່ວນຊື່ນທາງກາຍຢູ່. ຈິ່ງມັກໄປ ເຈີ້ຄົນທີ່ງາມກວ່າເມຍຕົນເອງ. ເພື່ອນຊາຍ ບາງຄົນເວົ້າວ່າ: ຮັກເມຍ, ແຕ່ກັບເມື່ອບ້ານແລ້ວ ເຫັນເມຍເມື່ອຍ, ເບິ່ງແຍ່ງລູກ ແລະ ບໍ່ມີເວລາ ໃຫ້ກັບຜົວ. ເຮັດໃຫ້ຕົນເອງຕ້ອງຊອກຫາສາວໆທີ່ເວົ້າມ່ວນໆຫູ, ເອົາໃຈ ແລະ ໃສ່ໃຈ. ໃນທາງກັບກັນ, ທ່ານຊາຍໃດທີ່ເຂົ້າໃຈວ່າ: ຊີວິດຄູ່ເປັນການສ້າງຊີວິດໃໝ່ ແລະ ຊຸບຊີບຊີວິດລູກນ້ອຍ. ແນ່ນອນຕ້ອງໄດ້ໃສ່ໃຈນຳກັນ. ຄັນເປັນແນວນັ້ນ, ອັດຕາການນອກໃຈອາດໜ້ອຍລົງ. ໂດຍເປັນການເຂົ້າໃຈວ່າ: ແທ່ນທີ່ຈະອອກໄປຊອກຫາແຕ່ຄວາມສຸກທາງກາຍ, ໃນບ້ານມີພາລະທີ່ບໍ່ອາດສາມາດໃຫ້ແຕ່ເມຍແບກຫາບ ຫຼື ຊົດເຊີຍໄດ້ພຽງແຕ່ເງິນ ຫາກຍັງຕ້ອງມີຈິດໃຈນຳ ຈາກຄົນອັນເປັນທີ່ຮັກ.

ສຳລັບຝ່າຍຍິງ, ຫາກການກາຍເປັນຊູ້ເຮັດໃຫ້ຕົນເອງຮັ່ງມີຫຼາຍຂື້ນທາງສົມບັດ ແລະ ຖານະທາງສັງຄົມແລ້ວ ຕ້ອງຫັນມາຄິດໃໝ່. ເພາະໃນຕົວແມ່ຍິງສາມາດເຮັດໄດ້ຫຼາຍໆຢ່າງ. ເມື່ອມາສຶກສາເບິ່ງແນວຄິດ ແລະ ໃຫວພິກຂອງແມ່ຍິງແລ້ວກໍ່ເກັ່ງກາດເຊັ່ນດຽວກັນ. ການບຸກບືນສ້າງຕົນເອງໃຫ້ເຂັ້ມແຂງ ທາງດ້ານຄວາມສາມາດ, ອາຊີບ ແລະ ບົດບາດທາງສັງຄົມ ອາດເຮັດໃຫ້ສະພາບດັ່ງກ່າວຜ່ອນເບົາລົງ.

Viengsombath Bangonesengdet Editor in chief

ຊ່ວຍສ້າງສັນສິງເປັນປະໂຫຍດແກ່ສັງຄົມ. ມີຄວາມສາມາດທີ່ມາຈາກປະສົບການ ແລະ ການສຶກສາ ຕິດພັນກັບຂົງເຂດ: ຍຸດທະສາດການບໍລິຫານ, ການຕະຫຼາດ, ການວາງແຜນທຸລະກິດ, ການຄ້າ ທາງອອນໄລ, ນະໂຍບາຍບຸກຂະລາກອນ, ປັບປຸງອົງການຈັດຕັ້ງ, ການສ້າງຍີ່ຫໍ້ສິນຄ້າ ແລະ ສອນ ເຕັກນິກການນຳພາ. ທ່ານສາມາດ ໃຊ້ບໍລິການພິເສດ ຫຼື ຕິດຕາມເຕັກນິກຜ່ານທາງເວັບໄຊນີ້.

Copy Protected by Chetan's WP-Copyprotect.