Norkhame
ຈີນໃຈໃຫຍ່ ຈີນໃຈໃຫຍ່
ຈີນ ກຳລັງອັດສີດ ເງິນຫລາຍລ້ານ ເຂົ້າໄປໃນອົງການ ອານາໄມໂລກ (WHO) ໃນຂະນະທີ່ສະຫະລັດຕັດງົບປະມານ. ຜູ້ຊ່ຽວຊານກ່າວວ່າ ປັກກິ່ງ ກຳລັງພະຍາຍາມ ຊອກອິດທິພົນ ຕໍ່ອົງການດັ່ງກ່າວ. ໃນມູມມອງ ມະນຸດສະທຳ ຈີນ ກຳລັງປົກປ້ອງປະຊາກອນທັງໂລກ ຮ່ວມກັບອົງການຈັດຕັ້ງສາກົນ ໃນຍາມລຳບາກ. ທ່ານສີຈິ້ນຜິງ ປະທານປະເທດຈີນ ໄດ້ກ່າວໃນກອງປະຊຸມສຸດຍອດຜູ້ນຳ ຮອບພິເສດໃນກຸ່ມປະເທດ G20 ກ່ຽວກັບ... ຈີນໃຈໃຫຍ່

ຈີນ ກຳລັງອັດສີດ ເງິນຫລາຍລ້ານ ເຂົ້າໄປໃນອົງການ ອານາໄມໂລກ (WHO) ໃນຂະນະທີ່ສະຫະລັດຕັດງົບປະມານ. ຜູ້ຊ່ຽວຊານກ່າວວ່າ ປັກກິ່ງ ກຳລັງພະຍາຍາມ ຊອກອິດທິພົນ ຕໍ່ອົງການດັ່ງກ່າວ. ໃນມູມມອງ ມະນຸດສະທຳ ຈີນ ກຳລັງປົກປ້ອງປະຊາກອນທັງໂລກ ຮ່ວມກັບອົງການຈັດຕັ້ງສາກົນ ໃນຍາມລຳບາກ.

ທ່ານສີຈິ້ນຜິງ ປະທານປະເທດຈີນ ໄດ້ກ່າວໃນກອງປະຊຸມສຸດຍອດຜູ້ນຳ ຮອບພິເສດໃນກຸ່ມປະເທດ G20 ກ່ຽວກັບ ການຕ້ານໂຄວິດ ຜ່ານທາງວີດີໂອທີ່ ປັກກິ່ງໃນວັນທີ 26 ມີນານີ້. ຈີນ ໄດ້ໃຫ້ຄຳໝັ້ນສັນຍາ ໃນການສະໜອງເງິນຫຼາຍລ້ານໂດລາ ແກ່ອົງການອະນາໄມໂລກໃນຊ່ວງເວລາທີ່ມີການລະບາດກຳລັງເພີ່ມຂື້ນໃນທຸກທະວີບ. ກ່ອນໜ້ານີ້ສະຫະລັດ ເຊິ່ງເປັນຜູ້ປະກອບສ່ວນດ້ານການເງິນທີ່ໃຫຍ່ທີ່ສຸດແກ່ WHO, ໄດ້ປະກາດໃນຕົ້ນເດືອນນີ້ວ່າ ຈະບໍ່ປ່ອຍເງິນຈຳນວນ 400 ລ້ານໂດລາໃຫ້ແກ່ອົງການດັ່ງກ່າວອີກ.  ການສະໜັບສະໜູນດ້ານການເງິນຂອງຈີນ ເພື່ອສົ່ງເສີມຄວາມມີປະສິດທິຜົນ ໃນການຕໍ່ສູ້ກັບພະຍາດ ໃນຂະນະທີ່ງົບປະມານຖືກຖອນຈາກອາເມລິກາ.

ໂຄສົກກະຊວງການຕ່າງປະເທດຈີນທ່ານ ກ່າວຕໍ່ກອງປະຊຸມຖະແຫຼງຂ່າວໃນວັນພະຫັດວານນີ້ວ່າ ປະເທດຈີນຈະໃຊ້ເງິນເພີ່ມ 30 ລ້ານໂດລາເຂົ້າໃນອົງການດັ່ງກ່າວ “ເພື່ອສະໜູນຄວາມພະຍາຍາມຂອງໂລກ ໃນການຕໍ່ສູ້ກັບ COVID-19 ແລະ ການກໍ່ສ້າງລະບົບສາທາລະນະສຸກໃນປະເທດທີ່ກຳລັງພັດທະນາ. ຈີນຍັງໄດ້ຍ້ອງຍໍສັນລະເສີນ ອົງການ WHO ແລະ ການນຳຂອງຕົນ, ໂດຍກ່າວວ່າອົງການດັ່ງກ່າວ ໄດ້ປະຕິບັດໜ້າທີ່ຂອງຕົນຢ່າງຈິງຈັງ ຈົນບັນລຸຈຸດປະສົງ, ມີການນຳໃຊ້ວິທະຍາສາດ ແລະ ຊ່ວຍທຸກໆຊີວິດແບບເປັນທຳ.ໃນເດືອນແລ້ວນີ້, ຈີນ ຫາກໍ່ມອບ 20 ລ້ານໂດລາແກ່ອົງການຈັດຕັ້ງ ໃນການເຄື່ອນໄຫວທີ່ ມີຄວາມໝາຍເພື່ອ ຊ່ວຍເຫຼືອບັນດາປະເທດຂະໜາດນ້ອຍ ແລະ ກາງທີ່ມີລະບົບສາທາລະນະສຸກ ທີ່ອ່ອນແອ ເພື່ອຊຸກຍູ້ການກຽມພ້ອມຮັບມືໃນການລະບາດໃນຕໍ່ໜ້າ. ເງິນສົດລ້າສຸດຂອງຈີນມີຂື້ນນຶ່ງອາທິດຫລັງຈາກສະຫະລັດ ປະກາດແຜນການທີ່ຈະບໍ່ປ່ອຍໃຫ້ອົງການ WHO. ໃນທ້າຍປີ 2019, ຈີນໄດ້ປະກອບສ່ວນ 86 ລ້ານໂດລາໃຫ້ແກ່ອົງການ WHO ເຊິ່ງ $ 75,8 ລ້ານໂດລາ ແມ່ນນຳໃຊ້ໃນການປະກອບສ່ວນ ໃນການຕ້ານ ແລະ 10,2 ລ້ານໂດລາ ໃນການປະກອບສ່ວນດ້ານອຸປະກອນ.

ຍັງບໍ່ເປັນທີ່ຈະແຈ້ງເທື່ອວ່າ ສະຫະລັດຈະຕັດຈາກການປະກອບສ່ວນທີ່ໄດ້ຮັບການປະເມີນ ຫລື ສະໝັກ ໃຈອອກຈາກອົງການອານາໄມໂລກ. ກຸ່ມທີ່ບໍ່ຂື້ນກັບລັດຖະບານອື່ນໆເຊັ່ນ: Bill & Melinda Gates Foundation ໄດ້ໃຫ້ເງິນຊ່ວຍເຫລືອລ້າ ແກ່ອົງການອະນາໄມໂລກ ຈຳນວນ 531 ລ້ານໂດລາໃນປີ 2019.

trump coronavirus

ປະທານາທິບໍດີໂດນັນ ທຣຳ ກ່າວຕໍ່ກອງປະຊຸມຖະແຫຼງຂ່າວກ່ຽວກັບໂຣກ ໂຄວິດ ໃນອາທິດທີ່ຜ່ານມາວ່າ ອົງການດັ່ງກ່າວ “ລົ້ມເຫຼວ ໃນການແລກປ່ຽນຂໍ້ມູນ ທີ່ຖືກຕ້ອງແລະໂປ່ງໃສ.” ນັກວິຈານຄົນອື່ນໆໄດ້ກ່າວຫາອົງການ WHO ວ່າ ໄດ້ຊ່ວຍເຫຼືອຈີນໃນຄວາມພະຍາຍາມ ໃນການສະກັດກັ້ນຂໍ້ມູນກ່ຽວກັບໂຣກ ໂຄວິດ ເຊິ່ງມີຕົ້ນກຳເນີດມາຈາກເມືອງ ຫວູຫານ ຂອງຈີນໃນທ້າຍປີກາຍນີ້.

ໂດຍສະເພາະ, ລັດຖະບານອາເມລິກາ  ໄດ້ຕຳໜິຕິຕຽນ ແລະ ຮ້ອງຟ້ອງມາຍັງ ອົງການ WHO ໃນກາງເດືອນມັງກອນທີ່ຜ່ານມາວ່າ ຈະບໍ່ມີການເຜີຍແຜ່ເຊື້ອໄວຣັດຈາກຄົນສູ່ຄົນ. ໃນຕົວຈິງ ໃນສື່ທາງການຕ່າງໆ ໄດ້ຖືກລົງເຜີຍແຜ່ ຢ່າງກ້ວງຂວາງຈາກ ຜູ້ຊ່ຽວຊານຂອງ ອົງການ WHO. ຮອງນາຍົກລັດຖະມົນຕີ ແລະ ລັດຖະມົນຕີກະຊວງການເງິນຍີ່ປຸ່ນທ່ານ ອາໂຊ ທາໂຣ ກໍ່ໄດ້ເອີ້ນ ອົງການອານາໄມໂລກວ່າ ເປັນ “ອົງການສຸຂະພາບຈີນ “,  ໂດຍອ້າງອີງເຖິງຄວາມສຳພັນທີ່ໃກ້ຊິດກັບປັກກິ່ງ ກວ່າທີ່ເປັນມາ.

ຜູ້ ອຳ ນວຍການໃຫຍ່ຂອງອົງການອະນາໄມໂລກ (WHO) Tedros Adhanom Ghebreyesus.

ຜູ້ຊ່ຽວຊານທາງການເມື່ອງຕາເວັນຕົກຕ່າງກ່າວວ່າ ການປະກອບສ່ວນຂອງຈີນໃຫ້ແກ່ ອົງການ WHO ບໍ່ແມ່ນຈຸດປະສົງດີແຕ່ຢ່າໃດ ນອກຈາກຈະເປັນການ ກະຕຸ້ນອຳນາດທາງດ້ານການເມືອງໃນເວທີສາກົນ ຢ່າງຕໍ່ເນື່ອງເພື່ອຊຸກຍູ້ ຈີນມີຊື່ສຽງ ໃນການແກ້ໄຂບັນຫາໂລກ. ເຈົ້າໜ້າທີ່ຈີນ ແລະ ເຄື່ອງຈັກໂຄສະນາເຜີຍແຜ່ຂອງພວກເຂົາກຳລັງມີຄວາມນິຍົມສູງໃນທົ່ວໂລກ. ໂດຍສະເພາະສະພາບວິກິດຈາກໂຄວິດ. ເປັນທີ່ປຶກສາດ້ານຄວາມໝັ້ນຄົງແຫ່ງຊາດ ຂອງລັດຖະມົນຕີກະຊວງການຕ່າງປະເທດອົດສະຕາລີ ກ່າວວ່າ “ປັກກິ່ງເຫັນໂອກາດ ທີ່ຈະເສີມຂະຫຍາຍສິດທິພິເສດຂອງຕົນໃນຖານະຜູ້ປະກອບສ່ວນລະດັບໂລກໃນການລະບາດໂລກ ຫຼັງຈາກການຕັດສິນໃຈຂອງສະຫະລັດໃນການຢຸດຕິການສະໜອງທຶນໃຫ້ WHO.

ມາດຕະການອື່ນໆຂອງຈີນ ເຊັ່ນ: ການສົ່ງທີມແພດ ແລະ ອຸປະກອນປ້ອງກັນໄປຍັງບັນດາປະເທດ ທີ່ຕໍ່ສູ້ກັບພະຍາດ ແມ່ນຍັງເປັນເຄື່ອງມືເພື່ອຊ່ວຍໃຫ້ຈີນມີ ກຳລັງການເມືອງໃນເວທີສາກົນ. ນອກນັ້ນ ຍັງມີແນວຄິດອີກວ່າ ຈີນ ກຳລັງພະຍາຍາມສ້າງພາບພົດສຳລັບຕົວເອງໃນຖານະຜູ້ ນຳທົ່ວໂລກຕ້ອງການ ໃນການຕໍ່ສູ້ກັບພະຍາດນີ້. ເຈົ້າໜ້າທີ່ສາທາຈາກ ຈີນ ກາຍເປັນເຄື່ອງຈັກໂຄສະນາເຜີຍແຜ່ ຄວາມສາມາດຂອງພວກເຂົາ ໃນທົ່ວໂລກທີ່ພະຍາຍາມທາສີສັນໃຫ້ ລັດຖະບານຈີນ ໃນການແກ້ໄຂບັນຫາ ທີ່ປະເທດອື່ນໆກຳລັງລຳບາກ.

ບັນດາເຈົ້າໜ້າທີ່ອົງການ WHO ໄດ້ກ່າວປະນາມຕໍ່ການກ່າວຫາ ຂອງບຸກຄົນພາຍນອກ ແລະ ຊ່ຽວຊານການເມື່ອງໃນດ້ານລົບ ທີ່ຫາວ່າ ອົງການອານາໄມໂລກ “ເຮັດວຽກຈຸດພາຍໃຕ້ການນຳຈີນ”,  ໃນຍາມລຳບາກປະຈຸບັນ, ຄວາມສຳພັນທີ່ໃກ້ຊິດກັບຈີນແມ່ນ “ຈຳເປັນ” ໃນການເຂົ້າໃຈຕົ້ນກຳເນີດຂອງການລະບາດ. ໃນຍາມລຳບາກ, ໃຜລະຈະເອີ້ນຄົນເຂົ້າມາຊ່ວຍວ່າເປັນສັດຕູ. ຖ້າຫາກການຊ່ວຍເປັນຜົນຕໍ່ສ່ວນລວມ, ຄຳກ່າວຫາກໍ່ບໍ່ມີພະລັງພໍໃນການສະກັດກັ້ນການຊ່ວຍເຫຼືອມວນມະນຸດໃຫ້ລອດຈາກໂຄວິດ19.

Viengsombath Bangonesengdet Editor in chief

ຊ່ວຍສ້າງສັນສິງເປັນປະໂຫຍດແກ່ສັງຄົມ. ມີຄວາມສາມາດທີ່ມາຈາກປະສົບການ ແລະ ການສຶກສາ ຕິດພັນກັບຂົງເຂດ: ຍຸດທະສາດການບໍລິຫານ, ການຕະຫຼາດ, ການວາງແຜນທຸລະກິດ, ການຄ້າ ທາງອອນໄລ, ນະໂຍບາຍບຸກຂະລາກອນ, ປັບປຸງອົງການຈັດຕັ້ງ, ການສ້າງຍີ່ຫໍ້ສິນຄ້າ ແລະ ສອນ ເຕັກນິກການນຳພາ. ທ່ານສາມາດ ໃຊ້ບໍລິການພິເສດ ຫຼື ຕິດຕາມເຕັກນິກຜ່ານທາງເວັບໄຊນີ້.

Copy Protected by Chetan's WP-Copyprotect.