Norkhame
ເງິນຄືທຸກສິ່ງ? ເງິນຄືທຸກສິ່ງ?
“…ເງິນເປັນພະເຈົ້າ, ມີເງິນເຮັດໄດ້ທຸກຢ່າງ, ເຮັດທຸກຢ່າງເພື່ອເງິນ, ບໍ່ມີເງິນເຮັດບໍ່ໄດ້, ກ່ອນອື່ນຕ້ອງແມ່ນເງິນ…” ທ່ານຕ້ອງຄຸ້ນເຄີຍກັບຄຳເວົ້າດັ່ງກ່າວ. ຈາກຫຼາກຫຼາຍສະຖານະການ, ໂດຍສະເພາະທຸລະກິດ. ຈະເຮັດຫຍັງ ແນ່ນອນ ຕ້ອງເວົ້າເຖິງເງິນ ເປັນປັດໃຈຂັບເຄື່ອນ. ເມື່ອມາເບິ່ງການເຮັດທຸລະກິດ, ກະວ່າບໍ່ໄດ້ວ່າ ເງິນສຳຄັນທີ່ສຸດ ແລະ ກະບໍ່ຢາກວ່າໃດບໍ່ສຳຄັນ. ຈະຖືວ່າເງິນ ເປັນປັດໃຈ “ໜຶ່ງ” ທີ່ບໍ່ສາມາດຮັບປະກັບຄວາມສຳເລັດໄດ້ ໃນເວລາທ່ານດຳເນີນທຸລະກິດ. ປັດໃຈອື່ນໆ ເປັນຕົ້ນແມ່ນຄວາມສາມາດອື່ນໆ... ເງິນຄືທຸກສິ່ງ?

“…ເງິນເປັນພະເຈົ້າ, ມີເງິນເຮັດໄດ້ທຸກຢ່າງ, ເຮັດທຸກຢ່າງເພື່ອເງິນ, ບໍ່ມີເງິນເຮັດບໍ່ໄດ້, ກ່ອນອື່ນຕ້ອງແມ່ນເງິນ…” ທ່ານຕ້ອງຄຸ້ນເຄີຍກັບຄຳເວົ້າດັ່ງກ່າວ. ຈາກຫຼາກຫຼາຍສະຖານະການ, ໂດຍສະເພາະທຸລະກິດ. ຈະເຮັດຫຍັງ ແນ່ນອນ ຕ້ອງເວົ້າເຖິງເງິນ ເປັນປັດໃຈຂັບເຄື່ອນ.

ເມື່ອມາເບິ່ງການເຮັດທຸລະກິດ, ກະວ່າບໍ່ໄດ້ວ່າ ເງິນສຳຄັນທີ່ສຸດ ແລະ ກະບໍ່ຢາກວ່າໃດບໍ່ສຳຄັນ. ຈະຖືວ່າເງິນ ເປັນປັດໃຈ “ໜຶ່ງ” ທີ່ບໍ່ສາມາດຮັບປະກັບຄວາມສຳເລັດໄດ້ ໃນເວລາທ່ານດຳເນີນທຸລະກິດ. ປັດໃຈອື່ນໆ ເປັນຕົ້ນແມ່ນຄວາມສາມາດອື່ນໆ ຕ້ອງມີພ້ອມໃນຊ່ວງການດຳເນີນທຸລະກິດ. ດັ່ງທີ່ໄດ້ຍົກໃນຫົວຂໍ້ “ອອກສ່ຽງໂຊກ” ທີ່ໄດ້ຍົກປັດໃຈເຮັດໃຫ້ ການເຮັດທຸລະກິດບໍ່ສຳເລັດ. ໄດ້ຍົກ ການບໍລິຫານຄວາມສ່ຽງ ເປັນໜຶ່ງໃນນັ້ນ. ກ່ອນຈະຮູ້ ແລະ ສ້າງບາດກ້າວແກ້ໄຂຄວາມສ່ຽງຕ່າງໆ ນັກທຸລະກິດຕ້ອງມີຄວາມສາມາດຫຼາຍພໍ ຫຼື ມີຄົນໃນທີມ ສາມາດແກ້ໄຂບັນຫາຮ່ວມໄດ້.

ເຄີຍພົບນັກທຸລະກິດທີ່ມີເງິນຫຼາຍ ແລະ ມາເຮັດທຸລະກິດ. ເຖິງຈະມີເງິນຫຼາຍປານໃດຖົມໃນຊ່ວງຂາດທຶນ. ເມື່ອເຮັດຕໍ່ໄປອີກ ລາວກະຂາດທຶນອີກ ແລະ ເລີຍໆໄປ. ການເຮັດທຸລະກິດຖ້າບໍ່ມີຜົນກຳໄລທາງການເງິນ ກໍຈະກາຍເປັນວຽກເວລາຫວ່າງ. ເມື່ອໃດບໍ່ສາມາດສ້າງຜົນກຳໄລ ກັບແຮງ ແລະ ເງິນທີ່ໄດ້ລົງທຶນໄປ ກະໝາຍວ່າທ່ານ ບໍ່ສາມາດບໍລິຫານ ທຸລະກິດນັ້ນໆ. ເວົ້າອີກຢ່າງໜຶ່ງ ແມ່ນ “ຂາດປະສິດທິຜົນ” ໃນການບໍລິຫານ.

ເມື່ອເບິ່ງກໍລະນີດັ່ງກ່າວ, ທ່ານຈະເຫັນວ່າ ການເງິນບໍ່ໄດ້ຊ່ວຍເຮັດໃຫ້ທຸລະກິດ ສຳເລັດ. ນີ້ເປັນເງື່ອນໄຂອັນໜຶ່ງວ່າ: ທຸລະກິດ ບໍ່ໄດ້ສະຫງວນໄວ້ສຳລັບຄົນມີເງິນ ຫາກແມ່ນຄົນມີຄວາມສາມາດໃນການສ້າງກຳໄລ ຈາກເມັດເງິນທີ່ໄດ້ ລົງທຶນໄປ. ການເຮັດທຸລະກິດ ແມ່ນການນຳເອົາຈິນຕະນາການສ້າງສັນຜ່ານຮູບແບບການບໍລິການ ແລະ ສ້າງເປັນສິນຄ້າ.

ທັງສະການຕະຫຼາດ, ການພົວພັນ ແລະ ສິ່ງທີ່ບໍ່ກ່ຽວກັບການເງິນ ຕ້ອງຖືກເອີ້ນມານຳໃຊ້. ຫາກທ່ານບໍ່ມີທັກສະ ດັ່ງກ່າວ, ໝາຍວ່າທ່ານຕ້ອງໄດ້ຈ້າງ ຫຼື ຮ່ວມງານກັບມືອາຊີບ. ໃນກໍລະນີນີ້ ເງິນສຳຄັນຫຼາຍ. ສຳລັບທຸລະກິດທີ່ມີ ເງິນຈຳກັດ ທ່ານຕ້ອງໄດ້ລິເລີ່ມຮຽນເຮັດເອງ. ໂດຍສະເພາະຂ້າພະເຈົ້າ ແມ່ນໄດ້ເຮັດຫຼາຍອັນເອງໃນຊ່ວງການເລີ່ມຕົ້ນ ສ້າງເວັບໄຊ໊ www.norkhame.com ເພື່ອຢາກຈຳກັດງົບປະມາໃນການລົງທຶນ. ກະເປັນເງິນພໍສົມຄວນ ຫາກຕ້ອງຈ້າງມືອາຊີບໃນການສ້າງ ແລະ ບໍລິຫານເວັບໄຊ໊ເປັນປະຈຳ.

ການເຮັດເອງກະມີອັນດີ. ຄືທ່ານຈະຮຽນຮູ້ການບໍລິຫານທຸກໆຢ່າງດ້ວຍຕົນເອງ. ຮູ້ຄວາມຈຳເປັນ, ຮຽນຮູ້ສະພາບການບໍລິຫານໜ້າວຽກນັ້ນໆຢ່າງລະອຽດ ແລະ ຫາກເມື່ອໃດທ່ານຕ້ອງຈ້າງຄົນມາຊ່ວຍງານ, ທ່ານກໍ່ຈະສາມາດໃຫ້ຄຳຊີ້ນຳໄດ້ດີ. ຂໍ້ເສຍໃນການເຮັດວຽກດ້ວຍຕົນເອງມີຄື: ທ່ານຈະຕ້ອງໃຊ້ເວລາຫຼາຍໃນການຮຽນຮູ້ ແລະ ອາດບໍ່ເປັນມືອາຊີບຫຼາຍພໍໃນການເຮັດວຽກນັ້ນໆ. ຈະຮຽນເຮັດເອງ ຫຼື ຈ້າງ ຂື້ນກັບເວລາ ທີ່ທ່ານຕ້ອງການນຳໃຊ້ຄວາມສາມາດນັ້ນ ໆ. ທີ່ຂ້າພະເຈົ້າເລືອກເຮັດ ເອງກະເນື່ອງຈາກເວລາ ທີ່ຕ້ອງການນຳໃຊ້ນັ້ນບໍ່ເລັ່ງດ່ວນປານໃດ. ທັງໄດ້ຮັບການເຝິກອົບຮົມດ້ານນີ້ມາສົມຄວນ ພຽງແຕ່ນຳໃຊ້ຕົວຈິງໃຫ້ຫຼາຍຂື້ນ. ອີກຢ່າງໜຶ່ງເຫັນວ່າ ມີຫຼາຍເຕັກນິກ ການສ້າງເວັບໄຊ໊ຖືກພັດທະນາໃຫ້ງ່າຍຂື້ນ ສຳລັບຄົນທີ່ບໍ່ມີທັກສະ ດ້ານໄອທີ ກໍ່ສາມາດສ້າງໄດ້.

ຖ້າຈະຖືວ່າ ການເຮັດທຸລະກິດເປັນໜຶ່ງການຮຽນຮູ້, ບໍ່ວ່າຈະຮຽນຮູ້ດ້ວຍຕົນເອງ ແລະ ນຳໝູ່ ເມື່ອນັ້ນ ທ່ານຈະ ເຫັນຄຸນຄ່າທຸລະກິດ ຫຼາຍກວ່າຄຳວ່າ “ເງິນ”. ທ່ານຈະເລີ່ມເຫັນ ການສ້າງຄຸນຄ່າ ສູ່ສັງຄົມ ຈາກການໃຫ້ບໍລິການ ແລະ ສະໜອງສິນຄ້າ ທີ່ມີຄຸນຄ່າອອກສູ້ສັງຄົມ. ຄຸນຄ່າທີ່ທ່ານສ້າງຂື້ນ ໃນຂະບວນການເຮັດທຸລະກິດ ກໍ່ຈະເປັນອີກສິ່ງໜຶ່ງໃນສັງຄົມຈະໄດ້ຮັບຜົນປະໂຫຍດ ໃນໄລຍະຍາວ. ກັບໄປຄຳເວົ້າທີ່ວ່າ ມີເງິນເຮັດຫຍັງກະໄດ້. ຕົວຈິງເຮັດໄດ້. ຍົກເວັ້ນ ສ້າງທຸລະກິດມີຜົນກຳໄລ ເພາະພຽງມີເງິນເຮັດ.

 

Viengsombath Bangonesengdet Editor in chief

ຊ່ວຍສ້າງສັນສິງເປັນປະໂຫຍດແກ່ສັງຄົມ. ມີຄວາມສາມາດທີ່ມາຈາກປະສົບການ ແລະ ການສຶກສາ ຕິດພັນກັບຂົງເຂດ: ຍຸດທະສາດການບໍລິຫານ, ການຕະຫຼາດ, ການວາງແຜນທຸລະກິດ, ການຄ້າ ທາງອອນໄລ, ນະໂຍບາຍບຸກຂະລາກອນ, ປັບປຸງອົງການຈັດຕັ້ງ, ການສ້າງຍີ່ຫໍ້ສິນຄ້າ ແລະ ສອນ ເຕັກນິກການນຳພາ. ທ່ານສາມາດ ໃຊ້ບໍລິການພິເສດ ຫຼື ຕິດຕາມເຕັກນິກຜ່ານທາງເວັບໄຊນີ້.

Copy Protected by Chetan's WP-Copyprotect.