Norkhame
ງົດສ້າງບາບ ງົດສ້າງບາບ
ຜ່ານຊີວິດມາພໍສົມຄວນ. ເຖິງຈະຍັງບໍ່ທັນໄດ້ພົບພໍ້ທຸກໆປະສົບການ ແຕ່ໜັ້ນໃຈຢ່າງແນ່ນອນ ແລະ ລະດົມໃຫ້ຄົນລຸ້ນໄໝ່ ກໍ່ຄືທຸກໆໄວໄດ້ຮັບຮູ້ວ່າ “ເຮັດດີຈັກວັນໜຶ່ງຕ້ອງໄດ້ດີ”. ມີຄົນບາງກຸ່ມມັກເວົ້າຄ້ານກັບຄຳເວົ້ານີ້ດ້ວຍຄຳເວົ້າວ່າ “ເຮັດດີໄດ້ດີມີຢູ່ໃສ, ເຮັດຊົ່ວໄດ້ດີມີຫຼາຍ”. ຕໍ່ຄຳເວົ້າດັ່ງກ່າວເຮັດໃຫ້ຄົນຫຼາຍໆລຸ້ນບໍ່ວ່າຈະປະກອບອາຊີບໃດ ອາດມີຄວາມລັງເລສ້າງກຳດີ ແລະ ກັບສ້າງກຳຊົວຫຼາຍຂື້ນ. ຖ້າຫາກເຮົານິຍາມຄວາມດີຄືການໄດ້ຍົດຖາບັນດາສັກ, ສັບສິນ, ແລະ ຊື່ສຽງ ຈາກສັງຄົມແລ້ວ ເຮົາອາດບໍ່ເຫັນຄວາມດີທີ່ແທ້ຈິງ ແລະ ຈະເປັນຕົວຊັກນຳໃຫ້ເຮົາຫຼົງ ເຮັດໃນສິ່ງທີ່ບໍ່ເປັນສາລະໃນສັງຄົມຫຼາຍຂື້ນ, ຂາດການອົດກັ້ນ,... ງົດສ້າງບາບ

ຜ່ານຊີວິດມາພໍສົມຄວນ. ເຖິງຈະຍັງບໍ່ທັນໄດ້ພົບພໍ້ທຸກໆປະສົບການ ແຕ່ໜັ້ນໃຈຢ່າງແນ່ນອນ ແລະ ລະດົມໃຫ້ຄົນລຸ້ນໄໝ່ ກໍ່ຄືທຸກໆໄວໄດ້ຮັບຮູ້ວ່າ “ເຮັດດີຈັກວັນໜຶ່ງຕ້ອງໄດ້ດີ”. ມີຄົນບາງກຸ່ມມັກເວົ້າຄ້ານກັບຄຳເວົ້ານີ້ດ້ວຍຄຳເວົ້າວ່າ “ເຮັດດີໄດ້ດີມີຢູ່ໃສ, ເຮັດຊົ່ວໄດ້ດີມີຫຼາຍ”.

ຕໍ່ຄຳເວົ້າດັ່ງກ່າວເຮັດໃຫ້ຄົນຫຼາຍໆລຸ້ນບໍ່ວ່າຈະປະກອບອາຊີບໃດ ອາດມີຄວາມລັງເລສ້າງກຳດີ ແລະ ກັບສ້າງກຳຊົວຫຼາຍຂື້ນ. ຖ້າຫາກເຮົານິຍາມຄວາມດີຄືການໄດ້ຍົດຖາບັນດາສັກ, ສັບສິນ, ແລະ ຊື່ສຽງ ຈາກສັງຄົມແລ້ວ ເຮົາອາດບໍ່ເຫັນຄວາມດີທີ່ແທ້ຈິງ ແລະ ຈະເປັນຕົວຊັກນຳໃຫ້ເຮົາຫຼົງ ເຮັດໃນສິ່ງທີ່ບໍ່ເປັນສາລະໃນສັງຄົມຫຼາຍຂື້ນ, ຂາດການອົດກັ້ນ, ມັກງ່າຍ, ແລະ ຂີ້ຄ້ານຄົ້ນຄິດຫາທາງອອກ. ຖ້າຫາກຄົນເຫັນວັດຖຸ ແລ້ວບໍ່ຊອກຫາວິທີໃນການທຳມາຫາກິນແບບຖືກຕ້ອງ ແຕ່ກັບໄປງັດເງະ ຫຼື ປຸ້ນຈີ້ເຮືອນຊານບ້ານຊອງພີ່ນ້ອງໃກ້ຄຽງ, ເຖິງວ່າຈະຍັງບໍ່ທັນຖືກກົດໝາຍລົງໂທດ ແຕ່ມີມື້ໃດໜຶ່ງຕ້ອງໄດ້ຮັບກຳ.

ຂ້າພະເຈົ້າກໍ່ມີປະສົບການຫຼາຍຢ່າງໃນການເຮັດບາບ. ທີ່ເຮືອນນ້າສາວໂສດເຊິງຫາກໍ່ແຕ່ງງານແຕ່ຍັງບໍ່ທັນມີລູກ ເພີ່ນເອົາເຮົາໄປລ້ຽງໃນຍາມພັກຮຽນ. ຍ້ອນຄວາມຂາດເຂີນ, ທຸກຈົນ ແລະ ຫີວ ຈິ່ງໄດ້ ລັກເງິນຊື້ເຂົ້າໝົມອົມ ທີ່ມີມູນຄ່າ 5 ກີບ ທີ່ນ້າສາວຫຼົງປະໄວ້ເທິງຕິບເຂົ້າໝຽວ. ເຖິງບໍ່ມີໃຜຮູ້ໃນຕອນນັ້ນ ແຕ່ໃນໃຈບໍ່ເປັນສຸກ. ສອງສາມມື້ຕໍ່ມາ ນ້າສາວເພີ່ນໃຈດີ ຕອນຍ່າງກາຍຮ້ານເຂົ້າໝົມ ເພີ່ນຊື້ໃຫ້ກິນຫຼາຍກວ່ານັ້ນອີກ ໂດຍທີ່ບໍ່ໄດ້ເອີຍປາກຂໍເພີ່ນ. ຊາບຊື້ງໃນຄວາມກະລຸນາເພີ່ນຫຼາຍ. ເພີ່ນເຫັນເຮົາຄືລູກແທ້ໆ. ເຫດການດັ່ງກ່າວ ສອນໃຫ້ຈື່ຈົນຕາຍວ່າ ບໍ່ວ່າຈະແນວໃດ ການກະທຳຜິດເພື່ອໄດ້ມາທາງດ້ານວັດຖຸ, ສິ່ງຂອງເພື່ອລ້ຽງກາມມະລົມ ແລະ ປາກທ້ອງ ເປັນສິ່ງທີ່ບໍ່ຄຸ້ມກັນເລີຍ. ຍັງມີຫຼາຍໆອັນເຕືອນຕົນເອງຕະຫຼອດມາ. ຖ້າຫາກເຮົາອົດກິນ ສອງ-ສາມມື້ ອາດຖືວ່າເປັນພາວະທົນທຸກກັບຄວາມຫິວ, ແຕ່ບໍ່ຄຸ້ມເລີຍທີ່ຈະຕ້ອງໄດ້ເຮັດແນວບໍ່ດີເພື່ອໃຫ້ໄດ້ສິງຂອງມາ ແຖມຍັງຈະເຮັດໃຫ້ຄົນອື່ນຕີລາຄາວ່າ ພໍ່ແມ່ສິດສອນບໍ່ດີ. ຄວາມອຶດຫິວ ເປັນຊ່ວງທີ່ທໍລະມານ ແຕ່ກໍ່ຍັງໜ້ອຍກວ່າການເກັບຄວາມລັບການກະທຳຊົວໄວ້. ຈັ່ງແມ່ນທຸກໃຈຫຼາຍ. ຖືກກັບຄຳສອນທີ່ວ່າ: ຖ້າບໍ່ຢາກໃຫ້ໃຜຮູ້ຄວາມຊົ່ວ, ທ່ານກໍ່ຈົ່ງຢ່າເຮັດມັນສາ.

ເຮົາມາເບິ່ງນຳກັນວ່າ “ຄວາມດີ” ແມ່ນມີຄວາມໝາຍແນວໃດ? ໃນນີ້ ຂ້າພະເຈົ້ານິຍາມຄວາມດີວ່າ “ເປັນການບໍ່ສ້າງຄວາມລຳຄານ, ບໍ່ບຽດບຽນຄົນອື່ນ ບໍ່ວ່າຈະດ້ວຍວາຈາ, ຈິດໃຈ ຫຼື ການກະທຳ”. ການເຮັດທຸລະກິດ ແລະ ປະກອບການການຄ້າໃດໜຶ່ງ ຄົນກໍ່ມັກເວົ້າວ່າ: ຕ້ອງຮູ້ເລ່ຫຼຽມ, ຮູ້ຕົ້ມ, ຮຼ້ຕົ້ວ. ໃນທາງກັບກັນ ຜູ້ປະກອບການທີ່ປະສົບຜົນສຳເລັດທາງການເງິນ ແລະ ມີຫຼາຍຄົນຍອມຮັບນັ້ນ ກັບກາຍເປັນຄົນຊື່ສັດ ໂດຍ ການສະໜອງສິນຄ້າທີ່ຕົນເອງໄດ້ໂຄສະນາສັບປະຄຸນ ໄວ້ໃນສື່ໂຄສະນາຕ່າງໆ. ແນ່ນອນຄວາຊື່ສັດບໍ່ພໍ, ເຂົາເຈົ້າຕ້ອງມີໃຫວພິກດ້ານຄວາມສາມາດຫຼາຍດ້ານ ແລະ ມີເຄື່ອຄ່າຍທຸລະກິດກວ້າງຂວາງ ເພື່ອພັກດັນການເຮັດທຸລະກິດໃຫ້ສຳເລັດ.

ແນວຄວາມຄິດຂອງນັກທຸລະກິດຍຸກໄໝ່ ຄວນເອົາໃຈໃສ່ໃນການສ້າງສັນສິນຄ້າ ແລະ ການບໍລິການ ທີ່ເຮັດໃຫ້ສັງຄົມ ແລະ ຊີວິດມວນມະນຸດມີການພັດທະນາດີຂື້ນ ແລະ ສະດວກຂື້ນ. ສອງສິ່ງນີ້ຈະສ້າງຄວາມຫຼົງໄຫຼໃນຕົວສິນຄ້າຫຼາຍຂື້ນແບບບໍ່ຕ້ອງອອກແຮງຕົ້ມໃຜໃຫ້ເສຍຊື່ສຽງ. ການຕົ້ວຍົ້ວລູກຄ້າໂດຍການໂຄສະນາແອບອ້າງເກີນຄວາມເປັນຈິງ, ແລະ ຫຼອກລວງ ຈະເປັນພາບພົດດ້ານລົບໃນໄລຍະຍາວ. ຕອນທຳອິດອາດຕົ້ວຂາຍໄດ້ ແຕ່ທ່ານເຊື່ອບໍ່ວ່າຈະມີຈັກຄົນຍອມໃຫ້ຖືກຕົ້ມຫຼາຍໆເທື່ອ?

ເຊັ່ນ: ໃນຊຸມຫຼາຍປີຜ່ານມານີ້, ໂຮງງານນົມຜົງສຳລັບເດັກນ້ອຍຂອງຈີນແຫ່ງໜຶ່ງ ກວດພົບສານຕ້ອງຫ້າມ ທີ່ເຮັດໃຫ້ເດັກນ້ອຍຕ້ອງເສຍຊີວິດ ຈາກ ການດືມນົມດັ່ງກ່າວ ມາຫຼາຍໆປີ. ໃນທີ່ສຸດບໍລິສັດຕ້ອງຮັບກຳ ຕໍ່ກັບຄວາມຫຼົງໄຫຼ ໃນຜົນກຳໄລການເງິນ ໂດຍບໍ່ຄຳນຶງເຖິງຜູ້ອື່ນ. ທາງການຈີນໄດ້ມີການລົງໂທດຢ່າງໜັກເພື່ອສະແດງການ ບໍ່ສະໜັບສະໜູນການຄ້າທີ່ບໍ່ເປັນທຳແກ່ຜູ້ບໍລິໂພກຄົນຈີນ ແລະ ຄົນຕ່າງປະເທດ.

ມີຫຼາຍໆຄົນອາດເຫັນກໍລະນີທີ່ທາງການບໍ່ສາມາດ ເອົາຜິດກັບການກະທຳຂອງຄົນກຸ່ມໃດໜຶ່ງໄດ້. ແຕ່ໃນຄວາມເຊື່ອສ່ວນຕົວແລ້ວ ບໍ່ມີໃຜໜີເວນກຳທີ່ຕົນໄດ້ສ້າງ. ສາດສະໜາພຸດ ຈະມີຂໍ້ຫ້າມຫຼາຍຢ່າງເພື່ອໃຫ້ ສາວົກຊາວພຸດຢຸດການກະທຳບາບ. ສິນຫ້າ ເປັນຂໍ້ຄິດພື້ນຖານໃຫ້ແກ່ຊາວພຸດໄດ້ຄຳນຶງໃນການປະຕິບັດ ແລະ ດຳລົງຊີວິດແບບປອດໃສຂາວສະອາດ, ສ້າງບຸນ ແລະ ກຸສົນ ເພື່ອໃຫ້ຊາດນີ້ ແລະ ຊາດໜ້າບໍ່ຕ້ອງໄດ້ຕົກນາຮົກມົກໄໝ້ ຫຼື ອາດສາມາດຫຼຸດພົ້ນອອກຈາກກິເລດທັງປວງສູ່ສະຫວັນນິບພານກໍ່ອາດເປັນໄດ້. ໃນນາມສ່ວນຕົວແລ້ວ, ບໍ່ວ່າທ່ານຈະຫຼົງຜິດເຮັດຊົວຫຼາຍປານໃດກໍ່ຕາມ, ທ່ານມີໂອກາດການກັບຕົວມາສ້າງບຸນ. ເຖິງວ່າສ່ວນບຸນອາດບໍ່ສາມາດລົບລ້າງບາບ ແຕ່ແນ່ນອນຈະຫຼຸດການສ້າງບາບທີ່ມີແລ້ວໃຫ້ຫຼາຍຂື້ນ.

Viengsombath Bangonesengdet Editor in chief

ຊ່ວຍສ້າງສັນສິງເປັນປະໂຫຍດແກ່ສັງຄົມ. ມີຄວາມສາມາດທີ່ມາຈາກປະສົບການ ແລະ ການສຶກສາ ຕິດພັນກັບຂົງເຂດ: ຍຸດທະສາດການບໍລິຫານ, ການຕະຫຼາດ, ການວາງແຜນທຸລະກິດ, ການຄ້າ ທາງອອນໄລ, ນະໂຍບາຍບຸກຂະລາກອນ, ປັບປຸງອົງການຈັດຕັ້ງ, ການສ້າງຍີ່ຫໍ້ສິນຄ້າ ແລະ ສອນ ເຕັກນິກການນຳພາ. ທ່ານສາມາດ ໃຊ້ບໍລິການພິເສດ ຫຼື ຕິດຕາມເຕັກນິກຜ່ານທາງເວັບໄຊນີ້.

Copy Protected by Chetan's WP-Copyprotect.