Norkhame
ເຈົ້ານາຍທີ່ບໍ່ມີໃຜລືມໄດ້ ເຈົ້ານາຍທີ່ບໍ່ມີໃຜລືມໄດ້
ເຈົ້ານາຍທີ່ບໍ່ມີໃຜລືມໄດ້

ນາຍຫຼາຍຄົນຜ່ານມາແລ້ວຢາກໃຫ້ໄປໄວໆ, ບາງຄົນຜ່ານມາບໍ່ຢາກໃຫ້ຈາກ ແຕ່ເວລາຈາກແລ້ວບໍ່ມີໃຜເລີ່ມ ຄຸນງານຄວາມດີ. ນີ້ຄືບາງຄຸນລັກສະນະຂອງເຈົ້ານາຍທີ່ຫຼາຍຄົນບໍ່ມີວັນລືມຄວາມດີ. 

ຂ້າພະເຈົ້າຈື່ໄດ້ນາຍທຸກໆຄົນ. ບາງຄົນນິດໃສດີໜ້ອຍ ແລະ ບາງຄົນນິດໃສດີຫຼາຍ. ແຕ່ມີຄົນໆດຽວເຊິ່ງອາດຈະ ເວົ້າໄດ້ວ່າເປັນເຈົ້ານາຍທີ່ດີທີ່ສຸດ, ແລະ ໜ້າຈົດຈຳທີ່ສຸດ.

ເຈົ້ານາຍທີ່ເຮັດໃຫ້ຄົນປະທັບໃຈ ບໍ່ແມ່ນເຈົ້ານາຍທີ່ປະກົດຕົວເປັນປະຈຳທາງໜັງສືພິມ ແຕ່ເປັນຄົນທີ່ປະກົດ ຕົວຂື້ນໃນສະຖານທີ່ທີ່ລູກນ້ອງຕ້ອງການ ບໍ່ວ່າຈະເປັນແນວຄວາມຄິດ ແລະ ທັງໃນຈິດໃຈຂອງຄົນທີ່ພວກ ເພີ່ນນຳພາ. ບາງລັກສະນະທີ່ຍົກຂື້ນມານີ້ ເປັນສິ່ງທີ່ເຮັດໃຫ້ຄົນຫຼາຍຄົນເປັນທີ່ຈົດຈຳ:

1. ພວກເພີ່ນເຊື່ອໃນສິ່ງທີ່ຫຼາຍໆຄົນເຫັນວ່າເປັນໄປບໍ່ໄດ້

ຄົນຫຼາຍໆຄົນພະຍາຍາມເຮັດໃນສິ່ງທີ່ເຮັດໄດ້; ດັ່ງນັ້ນເປົ້າໝາຍສ່ວນໃຫຍ່ຈິ່ງມັກເປັນສິ່ງທີ່ມີການຜັນຂະ ຫຍາຍຈາກຈຸດທີ່ມີຢູ່ແລ້ວ ແຕ່ບໍ່ແມ່ນສິ່ງທີ່ສ້າງສັນຂື້ນມາແນວໄໝ່ໆ.

ເຈົ້ານາຍທີ່ຫຼາຍຄົນປະທັບໃຈ ແມ່ນມີລັກສະນະຕ້ອງການຫຼາຍກວ່າສິ່ງທີ່ເປັນຢູ່ຈາກຕົນເອງ ແລະ ຄົນອື່ນໆ. ແລະ ຈະສະແດງໃຫ້ເຫັນວ່າ ຈະເຮັດວິທີໃດໃຫ້ສາມາດກ້າວໄປເຖິງຈຸດໝາຍ. ແລ້ວຈະນຳພາທ່ານໄປພ້ອມ ໆກັບການເດີນ ທາງຂອງເພີ່ນເພື່ອຫັນປ່ຽນສິ່ງທີ່ເຮັດໃຫ້ກາຍເປັນສິ່ງໜ້າອັດສະຈັນຂື້ນມາ.

2. ພວກເພີ່ນເຫັນໂອກາດ,ຄວາມບໍ່ແນ່ນອນ ແລະ ບໍ່ຄົງຕົວ

ສິ່ງທີ່ບໍ່ຄາດຫວັງ, ສິ່ງທີ່ເບິ່ງບໍ່ເຫັນໃນຂ້າງໜ້າ, ວິກິດການຫຼັກໆ…ເຈົ້ານາຍສ່ວນຫຼາຍລ່ອງເຮືອເພື່ອໄປຫາຈຸດ ໝາຍ, ກຳໄມ້ພາຍໄປຂ້າງໜ້າ ແລະ ຫວັງວ່າຈະບໍ່ມີພາຍຸເຂົ້າມາ.

ມີຄົນຈຳນວນໜຶ່ງຖືວິກິດການເປັນໂອກາດ. ພວກເພີ່ນຮູ້ດີວ່າ ມັນມີຄວາມຫຍຸ້ງຍາກຫຼາຍທີ່ຈະປ່ຽນແປງສະ ພາບການ ເຖິງວ່າບາງຄັ້ງເບິ່ງຄືວ່າທຸກໆຢ່າງເປັນໄປດ້ວຍດີ.

ພວກເພີ່ນຮັບຮູ້ໄດ້ທັນທີວ່າ ໃນກໍລະນີຍອດຂາຍຫຼຸດລົງ ເພີ່ນກໍ່ຈະເຮັດວຽກສະເພາະກັບທີມງານຂາຍເພື່ອ ເຂົ້າຫາລູກຄ້າກຸ່ມຫຼັກໆ ໃນຫຼາກຫຼາຍວິທີ ໂດຍການສ້າງຊ່ອງທາງການຂາຍ ທີ່ມີການເຂົ້າຫາລູກຄ້າໄດ້ງ່າຍ ແລະ ສາມາດ ແຂ່ງຂັນກັບຄູ່ແຂ່ງໃນຕະຫຼາດດຽວກັນ. ພວກເພີ່ນຮູ້ຈັກຂະບວນການຂາຍ ໂດຍເບິ່ງຈາກການ ໄຫຼ່ວຽນຂອງການສະໜອງສິນຄ້າ ແລະ ອົງປະກອບທີ່ອາດເຮັດໃຫ້ມີການຊັກຊ້າໃນການສົ່ງເຄື່ອງ.

ເຈົ້ານາຍທີ່ສ້າງຄວາມປະທັບໃຈໃຫ້ແກ່ລູກນ້ອງ ເປັນຄົນທີ່ຮູ້ເຖິງຄວາມບໍ່ແນ່ນອນ ແລະ ຄວາມບໍ່ຄົງຕົວສະ ເໜືອນກັບກຳແພງຂວາງໜ້າ ແຕ່ພວກເພີ່ນປຽບສະເໜືອນກັບສິ່ງພັກດັນໃຫ້ເກີດມີການສ້າງສັນວຽກງານໄໝ່ໆ. ພວກເພີ່ນຮູ້ດີວ່າ, ການດັດແກ້ ແລະ ການປັບປຸງກົນໄກເພື່ອສ້າງຄວາມແນ່ນອນ, ກະຕຸ້ນພະນັກງານ ແລະ ສ້າງແຮງບັນດານໃຈ– ແລະ ຂະບວນການໃນການເຮັດໃຫ້ອົງການຈັດຕັ້ງມີຄວາມເຂັ້ມແຂງຍິງຂື້ນ.

3. ເພີ່ນເກັບຄວາມຮູ້ສຶກໄວ້ໃນສ່ວນເລິກ

ນາຍເກັ່ງມີຄວາມສາມາດເປັນເລີດໃນການເກັບຄວາມຮູ້ສຶກ

ເຈົ້ານາຍປະເພດນີ້ມີ ຄວາມເປັນມືອາຊີບ ແລະ ເປັນຄົນທີ່ເປີດເຂົ້າຫາສັງຄົມ. ພວກເພີ່ນສະແດງ ຄວາມໜ້າ ຕື່ນເຕັ້ນທີ່ນ້ອບນ້ອມ ໃນກໍລະນີທີ່ມີສິ່ງເກີດຂື້ນໄດ້ດີ. ພວກເພີ່ນສະແດງຄວາມສັນເສີນ ສຳລັບການເຮັດວຽກ ຢ່າງໜັກ ແລະ ການອຸດທິຕົນແບບພິເສດເຂົ້າໃນວຽກງານ. ພວກເພີ່ນສະແດງຄວາມຜິດຫັວງ–ແຕ່ບໍ່ແມ່ນໃນຕົວ ຄົນອື່ນແຕ່ກັບຕົວເພີ່ນເອງຖ້າຫາກມີແນວຜິດພາດ. ພວກເພີ່ນມັກຈະຍ້ອງຍໍ, ເຫັນອົກເຫັນໃຈ, ມີຄວາມກັງວົນ ກັບພະນັກງານທຸກໆຄົນ. ບາງຄັ້ງພວກເພີ່ນມີຄວາມບໍ່ສະບາຍໃຈ ຫຼື ໃຈຮ້າຍກັບສະພາບການທີ່ທ້າທາຍຫຼາຍ.

ເວົ້າລວມແລ້ວ, ພວກເພີ່ນເປັນມະນຸດ ແລະ ເຊັ່ນດຽວກັນກັບເຈົ້ານາຍຫຼາຍໆຄົນ, ພວກເພີ່ນສະແດງຕົນເອງ ວ່າເປັນຄົນທີ່ຮູ້ວ່າບັນຫາຈະເກີດຂື້ນສະເໜີບໍ່ວ່າຈະດຳເນີນວຽກງານໃດ ແລະ ມັກຈະແກ້ໄຂ.

ພວກເພີ່ນມີຄວາມສາມາດວິຊາການເປັນເລີດ. ຄວາມສາມາດດ້ານວິຊາການ ບວກກັບຄວາມມີມະນຸດສຳພັນ ເປັນສິ່ງທີ່ສ້າງແຮງ ບັນດານໃຈໃຫ້ແກ່ຄົນໃນທີມງານໄດ້ເຮັດວຽກຢ່າງຈິງຈັງ ແລະ ຍົກລະດັບຄວາມສາມາດ ຕົນເອງໃຫ້ສູງຂື້ນເລີ້ຍໆ.

4. ພວກເພີ່ນປົກປ້ອງຄົນອື່ນຈາກເຫດຫ້າຍ

ເຈົ້ານາຍທີ່ບໍ່ດີປານໃດ ຈະພັກດັນພະນັກງານ ເຂົ້າກ້ອງລົດບັດທີ່ກຳລັງແລ່ນ (ຫຼື ປົກປ້ອງລູກນ້ອງ).

ເຈົ້ານາຍດີຈະບໍ່ພັກດັນພະນັກງານຂອງຕົນເຂົ້າກ້ອງລົດບັດ ຫຼື ຊຳ້ເຕີມທີມງານ.

ເຈົ້ານາຍດີ ຈະປົກປ້ອງລູກນອ້ງ ໂດຍຈະບໍ່ພັກດັນພະນັກງານຄົນໃດເຂົ້າຫາເຫດຮ້າຍ ແລະ ມີພະນັກ ງານຫຼາຍ ຄົນຮູ້ວ່າເຈົ້ານາຍໄດ້ຊ່ວຍປົກປ້ອງຕົນເອງຈາກເຫດຮ້າຍ ທີ່ມີເຂົ້າມາຫຼາຍຄັ້ງຫຼາຍຄ່າວ.​ ທັງນີ້ມັນກໍ່ຍ້ອນວ່າເຈົ້າ ນາຍດີບໍ່ເຄີຍທີ່ຈະຢາກໃຫ້ສັງຄົມມີການຮັບຮູ້ຜົນງານຂອງຕົນເອງ ແຕ່ກັບມັກຍົກຍ້ອງທີມງານທີ່ຊ່ວຍກັນພັກ ດັນວຽກງານຂື້ນມາ.

ແລະ ຖ້າຫາກພວກເພີ່ນເຮັດບໍ່ໄດ້, ເພີ່ນກໍ່ຈະຍອມປະເຊີນກັບບັນຫາດ້ວຍຕົວເອງ (ແລະ ຈະມາເວົ້າກັບພະນັກ ງານແບບປິດລັບ)

5. ພວກເພີ່ນຢູ່ທີ່ນັ້ນ, ເຮັດທີ່ນັ້ນ ແລະ ຍັງຢູ່ທີ່ນັ້ນ

ກຳນົດເວລາບໍ່ສາມາດເປັນເຄື່ອງວັດແທກ ການເຮັດວຽກຂອງເພີ່ນໄດ້ໃນອະດີດ. ພວກເພີ່ນມີການເຮັດວຽກ ເປັນປະຈຳແຕ່ລະວັນ. ພວກເພີ່ນມີການວັດແທກຄຸນຄ່າຂອງການປະກອບສ່ວນທຸກໆດ້ານ ໃນການເຮັດວຽກ ແຕ່ລະວັນ.

ດັ່ງນັ້ນ ບໍ່ວ່າເພີ່ນຈະມີຜົນງານຫຼວງຫຼາຍໃນອະດີດ, ເຈົ້ານາຍດີຈະບໍ່ກຽດຄ້ານ, ເຮັດແນວເຊື່ອມເສຍ ແລະ ສ້າງສິ່ງ ທີ່ບໍ່ມີຄຸນນະພາບອອກມາໃນໜ້າທີ່ວຽກງານ. ບໍ່ມີວຽກງານໃດຕໍ່າຕ້ອຍ, ຫຼື ບໍ່ມີວຽກງານໃດເຮັດແບບບໍ່ໃສ ໃຈ ຫຼື ເຮັດດ້ວຍຄວາມເບື່ອໜ່າຍ.

ເຈົ້ານາຍດີຈະບໍ່ຮູ້ສຶກໃນໜ້າທີ່ຕໍ່ແໜ່ງຂອງຕົນເອງ, ເຊິ່ງມັນໝາຍວ່າບໍ່ມີການຍຶດຕິດກັບຕໍ່າແໜ່ງໃດໆ ແຕ່ກັບ ໝາກຜົນຂອງແຮງງານຂອງພວກເພີ່ນທີ່ໄດ້ທຸ້ມເທ.

6. ພວກເພີ່ນນຳພາໂດຍການໄດ້ຮັບສິດ ບໍ່ແມ່ນອຳນາດ

ເຈົ້ານາຍແຕ່ລະຄົນມີຕຳແໜ່ງ. ຕຳແໜ່ງດັ່ງກ່າວມັນເປັນການໃຫ້ສິດ ໃນການຊີ້ນຳຄົນອື່ນ, ເພື່ອຕັດສິນໃຈ, ເພື່ອຈັດສັນ ແລະ ຈັດການ ແລະ ເຮັດໃຫ້ມັນເປັນລະບຽບ.

ເຈົ້ານາຍທີ່ດີ ຈະນຳພາເພາະວ່າລູກນ້ອງຂອງເພີ່ນຕ້ອງການໃຫ້ນຳພາ. ພະນັກງານຂອງເພີ່ນໄດ້ຮັບການກະ ຕຸ້ນ ແລະ ລະດົມ ຈາກຕົວຕົນເຈົ້ານາຍ ບໍ່ແມ່ນດ້ວຍຊື່ຕຳແໜງ.

ດ້ວຍຄຳເວົ້າຂອງພວກເພີ່ນ ແລະການກະທຳ ກໍ່ໃຫ້ພະນັກງານເກີດມີຄວາມຮູ້ສຶກວ່າ ຕົນເອງກຳລັງເຮັດວຽກເພື່ອ ອຸດົມການ ແຕ່ບໍ່ແມ່ນເຮັດວຽກເພື່ອໃຜໃດໜຶ່ງ. ເຈົ້ານາຍຫຼາຍໆຄົນ ບໍ່ຮັບຮູ້ຄວາມແຕກຕ່າງຂອງ ຈຸດໆນີ້…ແຕ່ເຈົ້າ ນາຍທີ່ດີຈະຮູ້ບັນຫາດັ່ງກ່າວວ່າການມີຕຳແໜງສັງການ ກັບການສ້າງອິດທິພົນກັບຄົນໃນທີມ.

7. ພວກເພີ່ນມີອຸດົມການອັນກວ້າງໄກ

ເຈົ້ານາຍດີຈະເຮັດວຽກເພື່ອໃຫ້ບັນລຸເປົ້າໝາຍຂອງບໍລິສັດ ຫຼື ອົງການຈັດຕັ້ງ.

ເຈົ້ານາຍທີ່ດີມັກຈະບັນລຸເປົ້າໝາຍຂອງບໍລິສັດ–ແລະ ຈະບັນລຸໄດ້ຫຼາຍກວ່າເຈົ້ານາຍຄົນອື່ນໆ–ແຕ່ກໍ່ເຮັດ ວຽກເພື່ອຮັບໃຊ້ເປົ້າໝາຍໃຫຍ່ໆ: ຄືສ້າງອາຊີບຂອງພະນັກງານໃຫ້ມີຄວາມກ້າວໜ້າ,​ຫຼີກລ່ຽງການຂາດເຂີນ ພະນັກງານ, ຮັກສາຄວາມພາກພູມໃຈໃນການເຮັດວຽກ ແລະ ຄຸນຄ່າຂອງການເຮັດວຽກຮ່ວມກັບຄົນອື່ນໆ. ພວກເພີ່ນບໍ່ພຽງແຕ່ຖືກ ຈົດຈຳໃນຖານະສ້າງສັນອັນໃດໜຶ່ງໃຫ້ແກ່ບໍລິສັດ ແຕ່ຍັງຊ່ວຍເຫຼືອຄົນອື່ນໃນເລື່ອງ ສ່ວນຕົວ ແລະ ບັນຫາສະເພາະຂອງແຕ່ລະຄົນ.

ເຈົ້ານາຍດີຈະຍຶດຖືເປົ້າໝາຍໃຫຍ່ໆ, ເນື່ອງຈາກວ່າ ພວກເພີ່ນຮູ້ດີວ່າ ທຸລະກິດເປັນສິ່ງທີ່ຕິດພັນກັບເລື່ອງ ສ່ວນ ຕົວຫຼາຍ ດັ່ງນັ້ນ ເພີ່ນຈະໃຫ້ຄວາມຊ່ວຍເຫຼືອໃນຊີວິດສ່ວນຕົວ ຫຼື ຮັບຮູ້ບັນຫາ ແລະ ຊອກຫາຊ່ອງທາງໃນການ ແກ້ໄຂ. ເພີ່ນຍຶດຖືວ່າ ການມີຊີວິດທີ່ດີຂອງພະນັກງານຈະເຮັດໃຫ້ເຮັດວຽກໄດ້ດີຂື້ນ ເຊິ່ງມັນກໍ່ເປັນຫົນທາງໜຶ່ງ ໃນການຍົກສູງປະສິດທິພາບການເຮັດວຽກ.

8. ພວກເພີ່ນເຮັດແທ້ ບໍ່ໄດ້ເສແສ້ງເຂົ້າໄປຮ່ວມ

ເຈົ້ານາຍດີຫຼາຍໆຄົນ ພະຍາຍາມໃນກາຍເປັນຈຸດເດັ່ນໃນຫຼາຍໆດ້ານ. ນັບແຕ່ເລື່ອງເຄື່ອງນຸ່ງທີ່ເປັນລັກສະນະ ພິເສດ, ຄວາມສົນໃຈໃນເລື່ອງຕ່າງໆ, ຫຼື ການສະແດງຕົນໃນສັງຄົມເພື່ອຫາການສະໜັບສະໜູນ ການລິເລີ່ມ ວຽກງານທີ່ສຳຄັນໃດໜຶ່ງ. ພວກເພີ່ນເປັນຈຸດເດັ່ນ ແຕ່ບໍ່ແມ່ນດ້ວຍເຫດຜົນຂອງການກາຍເປັນທີ່ສັງເກດ ຂອງຄົນ ຊື່ໆ.

ເຈົ້ານາຍດີເປັນຈຸດເດັ່ນໃນສັງຄົມ ເພາະວ່າພວກເພີ່ນ ມີປະສົງໃນການເຮັດສິ່ງທີ່ຫຼາຍຄົນບໍ່ມັກເຮັດ, ເຮັດໃນ ສິ່ງທີ່ບໍ່ທັນມີໃຜເຮັດ, ຍອມຢູ່ໃນສະຖານະການທີ່ຫຍຸ້ງຍາກ ຫຼື ການປະຕິເສດ ແລະ ມັນອາດກາຍເປັນຄືກັນ ກັບເຮືອທີ່ຢູ່ເທິງບົກ.​

ພວກເພີ່ນຍອມຢູ່ໃນສະຖານະການສ່ຽງເນື່ອງຈາກວ່າ ພວກເພີ່ນເຫັນລາງວັນທີ່ຈະໄດ້ຮັບ ເຊິ່ງມັນເປັນໄປໄດ້. ແລະ ດ້ວຍການ ເປັນຕົວຢ່າງທີ່ດີ ພວກເພີ່ນພັກດັນໃຫ້ຄົນອື່ນໆ ມີຄວາມສ່ຽງເພື່ອທີ່ຈະໄດ້ຮັບໃນສິ່ງທີ່ກຸ່ມພະ ນັກງານກໍ່ມີຄວາມເຊື່ອເຊັ່ນດຽວກັນ.

ສະຫຼຸບແລ້ວ ເຈົ້ານາຍດີ ຈະພັກດັນຄົນອື່ນໆໃຫ້ໄດ້ຕາມຄວາມຝັນຂອງຕົນເອງ: ໂດຍການໃຊ້ຄຳເວົ້າ, ການປະພຶດ, ແລະ ສິ່ງສຳຄັນທີ່ສຸດແມ່ນການເປັນຕົວຢ່າງ.

ທ່ານເດມີປະສົບການກັບນາຍຄົນໃດທີ່ທ່ານຢາກຈົດຈຳ ຫຼື ທ່ານຢາກເປັນນາຍແນວໃດໃຫ້ຄົນຈົດຈຳຫຼືກ່າວ ເຖິງ.

Viengsombath Bangonesengdet Editor in chief

ຊ່ວຍສ້າງສັນສິງເປັນປະໂຫຍດແກ່ສັງຄົມ. ມີຄວາມສາມາດທີ່ມາຈາກປະສົບການ ແລະ ການສຶກສາ ຕິດພັນກັບຂົງເຂດ: ຍຸດທະສາດການບໍລິຫານ, ການຕະຫຼາດ, ການວາງແຜນທຸລະກິດ, ການຄ້າ ທາງອອນໄລ, ນະໂຍບາຍບຸກຂະລາກອນ, ປັບປຸງອົງການຈັດຕັ້ງ, ການສ້າງຍີ່ຫໍ້ສິນຄ້າ ແລະ ສອນ ເຕັກນິກການນຳພາ. ທ່ານສາມາດ ໃຊ້ບໍລິການພິເສດ ຫຼື ຕິດຕາມເຕັກນິກຜ່ານທາງເວັບໄຊນີ້.

Copy Protected by Chetan's WP-Copyprotect.