Norkhame
ວິທີການ ໂຄສະນາຍີ່ຫໍ້ສິນຄ້າໄໝ່ ວິທີການ ໂຄສະນາຍີ່ຫໍ້ສິນຄ້າໄໝ່
ສຳລັບບໍລິສັດທີ່ກຳລັງຈະ ສ້າງການໂຄສະນາຍີ່ຫໍ້ໄໝ່ ທ່ານຄວນໃສ່ໃຈການສື່ສານຍີຫໍ້ສິນຄ້າ ໃນເວລາ ເປີດຕົວສິນຄ້າ: ສິ່ງສຳຄັນທີ່ສຸດ ທີ່ຈະເຮັດໃຫ້ຍີ່ຫໍ້ປະສົບຜົນສຳເລັດ ໃນຍຸກປະຈຸບັນ ແມ່ນຂື້ນກັບການ ເນັ້ນໜັກສິ່ງທີ່ເປັນພື້ນ ຖານທີ່ສຸດຂອງສິນຄ້າຍີ່ຫໍ້ນັ້ນໆ. ເຊິ່ງຄວນເນັ້ນໃສ່ ເຕັກນິກໂຄສະນາຍີຫໍ້ສິນຄ້າ ໃນສາມຂົງເຂັດຄື: ການສ້າງພາບພົດທາງດ້ານເຕັກນິກ,  ການສະ ໜອງຂໍ້ມູນຂອງສິນຄ້າ ແລະ ທີ່ຈະ ບອກສາເຫດຂອງການປະກົດມີຂອງຍີ່ຫໍ້ສິນຄ້າ. ສຳລັບ ການເລີ່ມຕົ້ນໂຄສະນາຍີ່ຫໍ້ ຫຼື ເປີດຕົວສິນຄ້າໄໝ່ ສິ່ງສຳຄັນທີ່ຕ້ອງໄດ້ເຮັດ... ວິທີການ ໂຄສະນາຍີ່ຫໍ້ສິນຄ້າໄໝ່

ສຳລັບບໍລິສັດທີ່ກຳລັງຈະ ສ້າງການໂຄສະນາຍີ່ຫໍ້ໄໝ່ ທ່ານຄວນໃສ່ໃຈການສື່ສານຍີຫໍ້ສິນຄ້າ ໃນເວລາ ເປີດຕົວສິນຄ້າ: ສິ່ງສຳຄັນທີ່ສຸດ ທີ່ຈະເຮັດໃຫ້ຍີ່ຫໍ້ປະສົບຜົນສຳເລັດ ໃນຍຸກປະຈຸບັນ ແມ່ນຂື້ນກັບການ ເນັ້ນໜັກສິ່ງທີ່ເປັນພື້ນ ຖານທີ່ສຸດຂອງສິນຄ້າຍີ່ຫໍ້ນັ້ນໆ. ເຊິ່ງຄວນເນັ້ນໃສ່ ເຕັກນິກໂຄສະນາຍີຫໍ້ສິນຄ້າ ໃນສາມຂົງເຂັດຄື: ການສ້າງພາບພົດທາງດ້ານເຕັກນິກ,  ການສະ ໜອງຂໍ້ມູນຂອງສິນຄ້າ ແລະ ທີ່ຈະ ບອກສາເຫດຂອງການປະກົດມີຂອງຍີ່ຫໍ້ສິນຄ້າ. ສຳລັບ ການເລີ່ມຕົ້ນໂຄສະນາຍີ່ຫໍ້ ຫຼື ເປີດຕົວສິນຄ້າໄໝ່ ສິ່ງສຳຄັນທີ່ຕ້ອງໄດ້ເຮັດ ໃນການສ້າງແຜນ ໂຄສະນາກໍ່ຄື: ຕ້ອງໄດ້ມີການຄົ້ນຄ້ວາ, ເຮັດໃຫ້ມັນງ່າຍດາຍ ແລະ ປະຕິບັດສີ່ຫຼັກການ ດັ່ງນີ້:

1. ບອກສັງຄົມໃຫ້ຮູ້ວ່າ ຍີ່ຫໍ້ສິນຄ້າ ຊ່ວຍເຮັດໃຫ້ຊີວິດຄົນຊົມໃຊ້ດີຂື້ ແນວໃດ

ໃຫ້ທ່ານໃຊ້ເວລາໜ້ອຍໜຶ່ງໃນການກຳນົດວິໃສທັດ-ແນວທາງຂອງທ່ານ ແລະ ນຳໃຊ້ມັນເຂົ້າໃນ ແຜນ ການຕະຫຼາດ. ເປົ້າໝາຍສຸດທ້າຍຂອງທ່ານອາດຈະເປັນການ ສ້າງໃຫ້ມີລາຍໄດ້ ຈາກ ການຂາຍສິນຄ້າ ຫຼື ການບໍລິການ, ແຕ່ສິ່ງນັ້ນ ມັນບໍ່ເປັນສິ່ງທີ່ໜ້າສົນໃຈ ສຳລັບ ລູກຄ້າຫຼາຍໆ ຄົນ. ສິ່ງທີ່ຄົນຊື້ ສົນໃຈ ກໍ່ຄືວ່າຍີ່ຫໍ້ສິນຄ້າຂອງທ່ານຈະສາມາດແກ້ໄຂ ບັນຫາຫຍັງພາຍຫຼັງລູກ ຄ້າຊື້ມັນໄປ. ທ່ານຈະເຮັດໃຫ້ຜູ້ຊື້ ຮູ້ສຶກໄດ້ແນວໃດ ແລະ ມັນມີຄວາມໝາຍແນວໃດກັບກຸ່ມລູກ ຄ້າ. ການສ້າງຍີ່ຫໍ້ບໍ່ແມ່ນການເຮັດໃຫ້ສິນຄ້າ ກາຍເປັນສິ່ງສ່ວຍງາມ ແຕ່ມັນເປັນການສ້າງໃຫ້ ສິນຄ້າກາຍເປັນສິ່ງທີ່ມີຄຸນຄ່າ. ດັ່ງນັ້ນ ທ່ານຕ້ອງໄດ້ຄິດຫາ ຄຸນຄ່າຍີ່ຫໍ້ທີ່ທ່ານຈະມອບໃຫ້ແກ່ ສັງຄົມ.

2. ສ້າງຄວາມແຕກຕ່າງຂອງບໍລິສັດ ຈາກຄົນອື່ນໆ

ໃນເວລາທີ່ກຳລັງສ້າງການໂຄສະນາສິນຄ້າ ຍີ່ຫໍ້ໃດໜຶງ ຍຸດທະສາດໃນການມັດໃຈລູກຄ້າເປັນ ສິ່ງສຳຄັນຫຼາຍ. ທ່ານຕ້ອງໄດ້ວິໄຈເບິ່ງຄວາມສາມາດໃນການແຂ່ງຂັນ. ມັນມີຄວາມສຳຄັນ ຫຼາຍ ເພາະການຄົ້ນຄ້ວາ ຄວາມຕ້ອງການລູກຄ້າທີ່ແທ້ຈິງ ແລະ ໃນການວິໄຈຈະມັກມີຄວາມ ຄິດດີໆເກີດຂື້ນວ່າຈະສ້າງສິນຄ້າທີ່ ບໍ່ມີໃຜເຄີຍສ້າງ ຫຼື ຈະສ້າງສິນຄ້າໃຫ້ມີລັກສະນະໄໝ່ໆໄດ້ ແນວໃດ.​ ທ່ານຕ້ອງໄດ້ເບິ່ງວິວັດທະນາການຂອງຄູ່ແຂ່ງ: ທ່ານຕ້ອງຮູ້ວ່າໃຜຄືຄູ່ແຂ່ງ ແລ້ວທ່ານ ຈະສາມາດພັກດັນລູກຄ້າ ເປົ້າໝາຍໃຫ້ ມານຳໃຊ້ສິນຄ້າ ຂອງເຈົ້າໄດ້ແນວໃດ. ຖ້າຫາກທ່ານ ບໍ່ພະຍາຍາມສະໜອງ ໃຫ້ໄດ້ຕາມຄວາມຕ້ອງການແລ້ວ ທ່ານບໍ່ຈະສາມາດພັດທະນາຕົນເອງ ໃຫ້ກາຍເປັນ ແຖວໜ້າໄດ້ແນວໃດ. ການສະແດງ ໃຫ້ເຫັນວ່າ ຍີ່ຫໍ້ຕົນເອງມີຄວາມແຕກຕ່າງ ຈາກຄົນອື່ນ ມັນເປັນການສ້າງເຫດຜົນທີ່ດີ ໃຫ້ແກ່ຜູ້ຄົນຢາກລອງ ແລະ ຢາກຮູ້ສິນຄ້າຫຼາຍຂື້ນ ແລະ ອາດຈະນິຍົມໃນຍີ່ຫໍ້ນັ້ນໆ. ການໂຄສະນາໂດຍເນັ້ນໃຫ້ເຫັນຄວາມແຕກຕ່າງຈາກຍີ່ຫໍ້ອື່ນ ເປັນການສ້າງຈຸດໂດດເດັ່ນແກ່ສິນຄ້າ.

3. ເຮັດໃຫ້ເປັນທີ່ຈົດຈຳ

ໃນຂະນະທີ່ທ່ານສະແດງໃຫ້ຄົນເຫັນວ່າຍີ່ຫໍ້ສິນຄ້າຂອງທ່ານມີປະໂຫຍດ ແລະ ເປັນຫຍັງມັນ ຈິ່ງແຕກຕ່າງ, ທ່ານຈະຍັງຕ້ອງສ້າງໃຫ້ຄົນມີຄວາມສົນໃຈທີ່ແລະຕ້ອງໄດ້ຊື້ຈາກທ່ານ ແລະ ກັບ ມາຊື້ອີກ. ຍຸດທະສາດ ທີ່ຈະຕ້ອງໄດ້ສ້າງຂື້ນໃນຈຸດນີ້ກໍ່ຄື ການສ້າງປະສົບການ ທີ່ດີໃນການ ຂາຍ ແລະ ການສະໜອງສິນຄ້າໄດ້ຕາມເງື່ອນໄຂທີ່ກຳນົດ. ມັນລວມທຸກໆຂັ້ນຕອນ ໃນຂະບວນ ການຜະລິດ ເຊິງມັນໝາຍເຖິງວັດຖະນະທຳການເຮັດວຽກພາຍໃນຂອງບໍລິສັດ ເພື່ອສະແດງ ຄວາມເປັນຍີ່ຫໍ້ ແລະ ເຮັດໃຫ້ຄົນຢາກເຂົ້າມາເຮັດວຽກກັບບໍລິສັດຂອງທ່ານ. ສິ່ງນີ້ມັນສາມາດ ເຮັດໄດ້ຈາກການສ້າງພາບພົດ ຜ່ານທາງລະບົບສື່ມວນຊົນອອນໄລ ແລະ ການສ້າງວີດີໂອເພື່ອ ເຮັດໃຫ້ຄົນຫຼາຍໆຄົນ ມາເປັນສະມາຊິກ ຫຼືເຂົ້າເບິ່ງໄດ້ຮັບຊາບ. ສິ່ງນີ້ມັນກໍ່ໝາຍເຖິງ ການສ້າງ ໃຫ້ລູກຄ້າໄດ້ຄົ້ນຄິດ ເຊິງມັນເປັນການສ້າງບາດກ້າວ ເຂົ້າຫາການຊື້ຈາກກຸ່ມຄົນທີ່ທ່ານຕັ້ງເປົ້າ ໄວ້. ການສ້າງຂໍ້ມູນສິນຄ້າຜ່ານທາງ ສື່ອອນໄລ ເປັນການສ້າງວິທີທີ່ຈະເຮັດໃຫ້ຄົນຮຽນຮູ້ປະ ສົບການຈາກ ການຊື້ສິນຄ້າຫຼືການບໍລິການຈາກທ່ານ. ທ່ານບໍ່ຄວນລະເລີຍເປັນການສ້າງພາບ ພົດທີ່ໜ້າປະທັບໃຈໃຫ້ແກ່ລູກຄ້າ.

4. ສ້າງຍີ່ຫໍ້ເຮັດໃຫ້ມັນເປັນລັກສະນະເດັ່ນສະເພາະຕົວ

ເຄື່ອງມີກາານໂຄສະນາ  ແລະ ການສື່ສານທາງອອນໄລ ໄດ້ເປີດໂອກາດໃຫ້ຜູ້ຊົມໃຊ້ ສາມາດ ເຂົ້າຫາຂໍ້ມູນ ຂ່າວສານ ທີ່ເຮັດໃຫ້ຜູ້ຊື້ ສາມາດເຂົ້າໃກ້ຊິດກັບຍີ່ຫໍ້ຫຼາຍຂື້ນ ແລະ ມັນເປັນການ ສະແດງທາງເລືອກໄໝ່ໆ. ສະນັ້ນການພັກດັນຍີ່ຫໍ້ອອກສູ່ທາງສື່ອອນໄລ ຈິ່ງເປັນຫົນທາງເຮັດ ໃຫ້ ເຂົ້າໃກ້ຜູ້ຊົມໃຊ້ຫຼາຍຂື້ນ ທັງຍັງເປັນການເຂົ້າຫາຜູ້ຄົນຕົວຈິງໄດ້ດີຂື້ນ. ນະໂຍບາຍການນຳ ໃຊ້ສື່ໂຄສະນາທາງອອນໄລ ນັ້ນມັນຄວນເລີ່ມຈາກຂັ້ນນຳຂອງບໍລິສັດ. ເຊິ່ງພວກເພີ່ນຈະຕ້ອງ ໄດ້ພັກດັນໃຫ້ບັນດາສະມາຊິກໃນທີມ ເຮັດວຽກວານໃນການສົ່ງສື່ຂໍ້ ຄວາມອອກທາງອອນໄລ ຫາສັງຄົມ. ວິທີນີ້ມັນຈະເຮັດໃຫ້ ຜູ້ໃຊ້ຮູ້ສຶກວ່າຖືກໃສ່ໃຈເປັນພິເສດ ແລະ ມັນເປັນການກະຕຸ້ນ ຄວາມໜ້າເຊື່ອຖືຂອງສິນຄ້າ ໃນກຸ່ມຄົນ.

ຄວາມງ່າຍດາຍເປັນສິ່ງສຳຄັນໃນການປະຕິບັດຍຸດທະສາດຂອງຍີ່ຫໍ້ສິນຄ້າ. ການຄົ້ນຄິດແບບ ພິດສະດານ ແລະ ການນຳໃຊ້ສູດພິເສດໃນການສະແດງຍີ່ຫໍ້ໃຫ້ຄົນປະທັບໃຈນັ້ນ ອາດເປັນການ ສ້າງຄວາມສັບສົນ ລະຫວ່າງຍີ່ຫໍ້ ແລະ ເຕັກນິກການນຳສະເໜີສິນຄ້າ. ເຄື່ອງມືສື່ສານພື້ນ ຖານທີ່ສະແດງຈຸດປະສົງຂອງບໍລິສັດ ເຊິ່ງພັກດັນໃຫ້ລູກຄ້າມີສ່ວນຮ່ວມ ມັນຈະເປັນການສ້າງ ຄວາມຊົງຈຳອັນດີ ແລະ ເຮັດໃຫ້ມີຄວາມສາມາດໃນ ການແຂ່ງຂັນ ນັບຕັ້ງແຕ່ເລີ່ມຕົ້ນເປີດຕົວ ສິນຄ້າ. ການເຂົ້າມາມີສ່ວນຮ່ວມຂອງທີມງານບໍລິຫານ ໃນສື່ທາງອອນໄລ ຈະເປັນການສ້າງ ຫົນທາງທີ່ຈະເລັງລັດໃຫ້ຍີ່ຫໍ້ປະສົບຜົນສຳເລັດໄດ້ໄວຂື້ນ.

Viengsombath Bangonesengdet Editor in chief

ຊ່ວຍສ້າງສັນສິງເປັນປະໂຫຍດແກ່ສັງຄົມ. ມີຄວາມສາມາດທີ່ມາຈາກປະສົບການ ແລະ ການສຶກສາ ຕິດພັນກັບຂົງເຂດ: ຍຸດທະສາດການບໍລິຫານ, ການຕະຫຼາດ, ການວາງແຜນທຸລະກິດ, ການຄ້າ ທາງອອນໄລ, ນະໂຍບາຍບຸກຂະລາກອນ, ປັບປຸງອົງການຈັດຕັ້ງ, ການສ້າງຍີ່ຫໍ້ສິນຄ້າ ແລະ ສອນ ເຕັກນິກການນຳພາ. ທ່ານສາມາດ ໃຊ້ບໍລິການພິເສດ ຫຼື ຕິດຕາມເຕັກນິກຜ່ານທາງເວັບໄຊນີ້.

Copy Protected by Chetan's WP-Copyprotect.