Norkhame
ຍອມເສຍເພື່ອສິ່ງໃໝ່ ຍອມເສຍເພື່ອສິ່ງໃໝ່
“ບໍ່ວ່າເລື່ອງວັນວານມັນຈະໜັກໜາປານໃດ, ມັນກໍ່ໄດ້ຜ່ານໄປແລ້ວ, ທ່ານສາມາດເລີ່ມຕົ້ນໃໝ່ໄດ້ສະເໜີ” ໝາຍວ່າ: ຫາກເຮົາຍອມສະຫຼະສິ່ງທີ່ມີມາໃນວັນວານໃຫ້ຈົມຫາຍໄປ, ເຮົາກໍ່ຈະໄດ້ມີປະສົບການກັບອັນໃໝ່. ຫນຶ່ງໃນຄວາມເຂົ້າໃຈຜິດຫຼາຍທີ່ສຸດ ໃນຊີວິດຄົນເຮົາແມ່ນວ່າ: ພວກເຮົາມີຄວາມຫວງຫາກັບສິ່ງດີໃນວັນວານ ແລະ ເສຍດາຍສິ່ງທີ່ຈາກໄປສະເໜີ. ເມື່ອໃດເປັນອາດີດ, ໝາຍວ່າເຮົາບໍ່ສາມາດປ່ຽນແປງຫຍັງໄດ້ແລ້ວ. ມັນ ບໍ່ປາກົດມີໃນປະຈຸບັນ. ຫາກເປັນເລື່ອງເສຍໃຈ, ເປັນຕົ້ນເສຍຄົນຮັກ, ເສຍວັດຖຸ, ເສຍພີ່ນ້ອງ ເພື່ອນມິດ, ພວກເຮົາຕ້ອງ ບໍ່ຄິດເສຍໃຈ-ເສຍດາຍ. ຄວາມຄິດເສຍດາຍ, ເສຍໃຈ... ຍອມເສຍເພື່ອສິ່ງໃໝ່

“ບໍ່ວ່າເລື່ອງວັນວານມັນຈະໜັກໜາປານໃດ, ມັນກໍ່ໄດ້ຜ່ານໄປແລ້ວ, ທ່ານສາມາດເລີ່ມຕົ້ນໃໝ່ໄດ້ສະເໜີ” ໝາຍວ່າ: ຫາກເຮົາຍອມສະຫຼະສິ່ງທີ່ມີມາໃນວັນວານໃຫ້ຈົມຫາຍໄປ, ເຮົາກໍ່ຈະໄດ້ມີປະສົບການກັບອັນໃໝ່.

ຫນຶ່ງໃນຄວາມເຂົ້າໃຈຜິດຫຼາຍທີ່ສຸດ ໃນຊີວິດຄົນເຮົາແມ່ນວ່າ: ພວກເຮົາມີຄວາມຫວງຫາກັບສິ່ງດີໃນວັນວານ ແລະ ເສຍດາຍສິ່ງທີ່ຈາກໄປສະເໜີ. ເມື່ອໃດເປັນອາດີດ, ໝາຍວ່າເຮົາບໍ່ສາມາດປ່ຽນແປງຫຍັງໄດ້ແລ້ວ. ມັນ ບໍ່ປາກົດມີໃນປະຈຸບັນ. ຫາກເປັນເລື່ອງເສຍໃຈ, ເປັນຕົ້ນເສຍຄົນຮັກ, ເສຍວັດຖຸ, ເສຍພີ່ນ້ອງ ເພື່ອນມິດ, ພວກເຮົາຕ້ອງ ບໍ່ຄິດເສຍໃຈ-ເສຍດາຍ. ຄວາມຄິດເສຍດາຍ, ເສຍໃຈ ຈະກໍ່ໃຫ້ມີຄວາມອັບອາຍຫລືຄວາມຜິດຫວັງ. ແທ່ນທີ່ຈະຄິດແນວນັ້ນ, ວັນນີ້, ໃຫ້ກຳນົດເອົາວິທີການດຳລົງຊີວິດດ້ວຍການປະຕິບັດໜ້າທີ່ຮັບຜິດຊອບ. ໃນສິ່ງທີ່ມີຢູ່. ເຮົາເຮັດແນວນັນທຸກໆວັນ, ບວກກັບຈິນຕະນາການທີ່ດີໃນອານາຄົດ ຈະເຮັດໃຫ້ເຮົາສາມາດເສີມສ້າງສິ່ງທີ່ຍັງບໍ່ເຫັນເປັນຈິງ.

ຫຼາຍສິ່ງທີ່ເກີດຂື້ນໃນວັນວານ, ເຮົາກະບໍ່ຮູ້ວ່າມັນເກີດມາໄດ້ແນວໃດ, ໃຜກຳນົດ. ສະນັ້ນ, ຫຼາຍສິ່ງດີໆທີ່ຈະເກີດຂື້ນໃນອານາຄົດ ກະບໍ່ເປັນສິ່ງທີ່ເຮົາຄວນວິຕົກກັງວົນວ່າມັນຈະບໍ່ເປັນໄປໄດ້, ເຫຼືອເຊື່ອ, ບໍ່ມີຫົນທາງ. ຫາກທ່ານເລີ່ມທີ່ ປັດຈຸບັນ, ທ່ານສາມາດປ່ອຍໃຫ້ສິ່ງທີ່ເຂົ້າມາແລ້ວຜ່ານໄປ ແລະ ຕັດສິນໃຈວ່າຈະມີສິ່ງໃຫມ່ ບາງສິ່ງບາງຢ່າງທີ່ແຕກຕ່າງ ເຂົ້າມາ; ທ່ານຕ້ອງເລີ່ມຈາກວັນນີ້. ບໍ່ມັນອາດບໍ່ແມ່ນເລື່ອງງ່າຍດາຍ ທີ່ຈະເຮັດໄດ້, ແຕ່ວ່າມັນແມ່ນ ທາງເລືອກທາງດຽວ ທີ່ທ່ານສາມາດສ້າງອານາຄົດ ທີ່ດີໃຫ້ແກ່ຕົນເອງໄດ້.

ແນວຄິດການປ່ອຍວາງ ທ່ານສາມາດເຮັດໄດ້ບໍ່ວ່າຈະຢູ່ໃນອາລີຍາບົດໃດ: ຢືນ, ເດີນ, ນັ່ງ, ນອນ. ເມື່ອໃດທ່ານ ເອົາຕົນເອງໄປເກາະຕິດ ຢູ່ກັບການປ່ອຍວາງ ທ່ານຈະມີຄວາມຮູ້ສຶກເປັນອິດສະຫຼະ. ເຮັດໃຫ້ຕົວທ່ານເອງມີບ່ອນຫວ່າງເອົາສິ່ງໃໝ່ໆຕື່ມໃສ່ກັບຄວາມຮູ້ສຶກໃນວັນນີ້ ແທ່ນແນວຄິດບໍ່ດີ. ຫວັງວ່າທ່ານຈະເອົາແນວຄິດໃໝ່, ທີ່ດີກ່ຽວກັບວັນທີ່ສວຍງາມຢູ່ທາງຫນ້າຂອງ ທ່ານ ແລະ ໃນມື້ອື່ນທີ່ສວຍງາມ ທີ່ທ່ານກຳລັງສ້າງໃນປັດຈຸບັນ.

Viengsombath Bangonesengdet Editor in chief

ຊ່ວຍສ້າງສັນສິງເປັນປະໂຫຍດແກ່ສັງຄົມ. ມີຄວາມສາມາດທີ່ມາຈາກປະສົບການ ແລະ ການສຶກສາ ຕິດພັນກັບຂົງເຂດ: ຍຸດທະສາດການບໍລິຫານ, ການຕະຫຼາດ, ການວາງແຜນທຸລະກິດ, ການຄ້າ ທາງອອນໄລ, ນະໂຍບາຍບຸກຂະລາກອນ, ປັບປຸງອົງການຈັດຕັ້ງ, ການສ້າງຍີ່ຫໍ້ສິນຄ້າ ແລະ ສອນ ເຕັກນິກການນຳພາ. ທ່ານສາມາດ ໃຊ້ບໍລິການພິເສດ ຫຼື ຕິດຕາມເຕັກນິກຜ່ານທາງເວັບໄຊນີ້.

Copy Protected by Chetan's WP-Copyprotect.