Norkhame
ໜ້າກາກກັນໂຣກ ໜ້າກາກກັນໂຣກ
ໂລກໂຄວິດ, ເຮັດໃຫ້ຄົນຢ້ານຄົນ. ການສະກັດກັ້ນການລະບາດ ແລະ ການປ້ອງກັນ ເປັນໜ້າທີ່ຮັບຜິດຊອບສ່ວນບຸກຄົນ. ທາງໜ່ວຍງານອອກແບບຜ້າອັດປາກ, ໄດ້ມີການອອກແບບໜ້າກາກ ປາດສະຕິກຫຼາຍຮູບແບບເພື່ອມານຳໃຊ້. ຮູບແບບໜ້າກາກທີ່ສະແດງໃນຮູບນີ້, ເປັນທີ່ນິຍົມໃນປະເທດ ຕູລາກີ້, ຫຼື ທີ່ເອີ້ນໃນຮູບແບບ 3D. ຄົນພາຍໃນປະເທດ ມີການຕື່ນຕົວຫຼາຍ, ນັບແຕ່ມີການລະບາດໃນເດືອນ ມີນາ, 2020. ປະຈຸບັນສະຖານະການ ຍັງບໍ່ທັນມີຄວາມແນ່ນອນວ່າວັນໃດ ຈະສາມາດລົບລ້າງເຊື້ອໂຄວິດ ໃນປະເທດນີ້ໄດ້.... ໜ້າກາກກັນໂຣກ

ໂລກໂຄວິດ, ເຮັດໃຫ້ຄົນຢ້ານຄົນ. ການສະກັດກັ້ນການລະບາດ ແລະ ການປ້ອງກັນ ເປັນໜ້າທີ່ຮັບຜິດຊອບສ່ວນບຸກຄົນ. ທາງໜ່ວຍງານອອກແບບຜ້າອັດປາກ, ໄດ້ມີການອອກແບບໜ້າກາກ ປາດສະຕິກຫຼາຍຮູບແບບເພື່ອມານຳໃຊ້.

ຮູບແບບໜ້າກາກທີ່ສະແດງໃນຮູບນີ້, ເປັນທີ່ນິຍົມໃນປະເທດ ຕູລາກີ້, ຫຼື ທີ່ເອີ້ນໃນຮູບແບບ 3D. ຄົນພາຍໃນປະເທດ ມີການຕື່ນຕົວຫຼາຍ, ນັບແຕ່ມີການລະບາດໃນເດືອນ ມີນາ, 2020. ປະຈຸບັນສະຖານະການ ຍັງບໍ່ທັນມີຄວາມແນ່ນອນວ່າວັນໃດ ຈະສາມາດລົບລ້າງເຊື້ອໂຄວິດ ໃນປະເທດນີ້ໄດ້. ເຊັ່ນດຽວກັນກັບປະເທດອື່ນໆ. ມີຜູ້ອາສາສະໝັກ ຫຼາຍກວ່າ 3500 ຄົນໄດ້ແຜ່ຂະຫຍາຍໄປທົ່ວ 81 ເມືອງໃນປະເທດ ແລະ ປະມານ 4,500 ເຄື່ອງພິມ 3D ແຂ່ງຂັນກັນຜະລິດໜ້າກາກຊະນິດດັ່ງກ່າວປ້ອງກັນ.

ການຜະລິດຕົ້ນຕໍຂອງພວກເຂົາແມ່ນເຄື່ອງປ້ອງກັນໜ້າ, ສາມາດຜະລິດໄດ້ຫຼາຍກ່ວາ 25,000 ໃນ ໜຶ່ງອາທິດ ແລະ ຫຼັງຈາກນັ້ນແຈກຢາຍໃຫ້ໂຮງ ໝໍ 250 ກວ່າໂຮງໝໍ. ເບິ່ງຄືວ່າທຸລະກິດການຜະລິດເຄື່ອງປ້ອງກັນ ຜ້າອັດປາກ, ໜ້າກາກ ແລະ ຊຸດ ກັນພະຍາດຕ່າງໆມີອານາຄົດສົດໃສ ໃນຫຼາຍໆເຂັດທົ່ວໂລກ. ສ ປ ປ ລາວ ກະມີການແຂ່ງຂັນການຜະລິດພາຍ, ຕາມຄວາມຮຽກຮ້ອງຕ້ອງການ ແລະ ແກ້ບັນຫາລາຄາສູງເກີນຄວາມເປັນຈິງ.

 

Viengsombath Bangonesengdet Editor in chief

ຊ່ວຍສ້າງສັນສິງເປັນປະໂຫຍດແກ່ສັງຄົມ. ມີຄວາມສາມາດທີ່ມາຈາກປະສົບການ ແລະ ການສຶກສາ ຕິດພັນກັບຂົງເຂດ: ຍຸດທະສາດການບໍລິຫານ, ການຕະຫຼາດ, ການວາງແຜນທຸລະກິດ, ການຄ້າ ທາງອອນໄລ, ນະໂຍບາຍບຸກຂະລາກອນ, ປັບປຸງອົງການຈັດຕັ້ງ, ການສ້າງຍີ່ຫໍ້ສິນຄ້າ ແລະ ສອນ ເຕັກນິກການນຳພາ. ທ່ານສາມາດ ໃຊ້ບໍລິການພິເສດ ຫຼື ຕິດຕາມເຕັກນິກຜ່ານທາງເວັບໄຊນີ້.

Copy Protected by Chetan's WP-Copyprotect.