Norkhame
ບໍ່ຢູ່ເຮືອນຕົກຕຳແໜ່ງ ບໍ່ຢູ່ເຮືອນຕົກຕຳແໜ່ງ
ການບໍ່ປະຕິບັດຄຳສັ່ງໃຫ້ຢູ່ເຮືອນ, ຕ້ອງເຮັດໃຫ້ ລັດຖະມົນຕີກະຊວງສາທາລະນະສຸກ ປະເທດນິວຊີແລນ ເສຍສິດໃນການບໍລິຫານຕຳແໜ່ງ.ນາຍົກລັດຖະມົນຕີ ໃສ່ລະບຽບ ພາຍຫຼັງທີ່ພົບວ່າ ລັດຖະມົນຕີກະຊວງສາທາ ຂັບລົດອອກຈາກບ້ານ ປະມານ 2 ກິໂລແມດກວ່າໆ ໄປທີ່ຫາດຊາຍ ພ້ອມດ້ວຍຄອບຄົວ. ມາດຕະກາດປິດປະຕູໃນທົ່ວປະເທດ ແລະ ການເກັບຕົວ ໃນເຮືອນຖືກປະຕິບັດຢ່າງເຄັ່ງຄັດ. ມັນເປັນຕົວຢ່າງບໍ່ດີ ໃນການລະເມີດຄຳສັ່ງຂອງຕົນເອງ ໃນສະພາບທີ່ຂັບຂັນ. ການລົງໂທດຈະບໍ່ເປັນແບບຢ່າງໃຫ້ຄົນອື່ນກ ນາຍົກ ນິວຊີແລນ... ບໍ່ຢູ່ເຮືອນຕົກຕຳແໜ່ງ

ການບໍ່ປະຕິບັດຄຳສັ່ງໃຫ້ຢູ່ເຮືອນ, ຕ້ອງເຮັດໃຫ້ ລັດຖະມົນຕີກະຊວງສາທາລະນະສຸກ ປະເທດນິວຊີແລນ ເສຍສິດໃນການບໍລິຫານຕຳແໜ່ງ.ນາຍົກລັດຖະມົນຕີ ໃສ່ລະບຽບ ພາຍຫຼັງທີ່ພົບວ່າ ລັດຖະມົນຕີກະຊວງສາທາ ຂັບລົດອອກຈາກບ້ານ ປະມານ 2 ກິໂລແມດກວ່າໆ ໄປທີ່ຫາດຊາຍ ພ້ອມດ້ວຍຄອບຄົວ.

ມາດຕະກາດປິດປະຕູໃນທົ່ວປະເທດ ແລະ ການເກັບຕົວ ໃນເຮືອນຖືກປະຕິບັດຢ່າງເຄັ່ງຄັດ. ມັນເປັນຕົວຢ່າງບໍ່ດີ ໃນການລະເມີດຄຳສັ່ງຂອງຕົນເອງ ໃນສະພາບທີ່ຂັບຂັນ. ການລົງໂທດຈະບໍ່ເປັນແບບຢ່າງໃຫ້ຄົນອື່ນກ ນາຍົກ ນິວຊີແລນ ໄດ້ລົດ ອັນດັບການບໍລິຫານຂອງຄະນະລັດຖະ ມົນຕີໃຫ້ຕໍ່າລົງ ແລະໄດ້ປົດຕຳແໜ່ງໃນຖານະເປັນລັດຖະມົນຕີກະຊວງການເງິນ. ທ່ານ ລັດຖະມົນຕີ ກະຊວງ ສາທາ ແຫ່ງປະເທດນິວຊີແລນ ຍອມຮັບຕໍ່ຄວາມຜິດ ແລະ ຖືວ່າເປັນການກະທຳທີ່ບໍ່ສະຫຼາດທີ່ສຸດ.

ສຳລັບສະຖານະການໂລກ, ສະພາບໂຄວິດຍັງຄຸມຄາມຊີວິດຂອງປະຊາກອນຫຼາຍໆປະເທດ. ຍີປຸນຕ້ອງການ ຄອບຄຸມສະຖານະການຢ່າງຈິງຈັງ ແລະ ທາງການຍີ່ປຸ່ນ ໄດ້ປະກາອພາວະສຸກເສີນ. ທຸລະກິດປິດຕົວ ແລະ ປະຊາກອນຕ້ອງຢູ່ໃນບ້ານ. ໃນດ້ານເສດຖະກິດ ທາງການຍີ່ປຸ່ນ ກຳລັງສຳເລັດແຜນການກະຕຸ້ນ ເສດຖະກິດ ຈຳນວນເງິນ 990 ຕື້ໂດລາ. ເຊິ່ງເທົ່າກັບ 20 ເປີເຊັນຂອງຜົນຜະລິດລວມຍອດແຫ່ງຊາດ ເພື່ອສະກັດກັ້ນຜົນກະທົບຂອງການແຜ່ລະບາດພະຍາດໄຂ້ເລືອດອອກຕໍ່ເສດຖະກິດຂອງປະເທດ.

ໃນປະເທດອັງກິດ, ນາຍົກລັດຖະມົນຕີ ຜູ້ທີ່ຖືກກວດພົບວ່າເປັນໂຣກ ໂຄວິດ ໃນທ້າຍເດືອນທີ່ຜ່ານມາ, ໄດ້ຖືກຍ້າຍໄປຢູ່ໃນການດູຂອງໝໍຢ່າງໃກ້ຊິດ ທີ່ໂຮງໝໍລອນດອນ ຫລັງຈາກສະພາບການຂອງລາວຮ້າຍແຮງຂຶ້ນໃນຕອນແລງວັນຈັນ. ໃນເອີຣົບ, ມີຕົວຊີ້ບອກວ່າຈັງຫວະຂອງການຕິດເຊື້ອໃນປະເທດສະເປນ ແລະ ອີຕາລີທີ່ຖືກກະທົບ ໜັກ ແມ່ນມີອັດຕາການຕິດເຊື້ອ ແລະ ການຕາຍ ຕໍ່າລົງຕິດຕໍ່ກັນ ເປັນວັນທີ່ 4. ເປັນສັນຍານດີຂອງການ ຄອບຄຸມສະຖານະການ ອັນເກີດມາຈາກມາດຕະການກັກຕົວ ຢ່າງເຄັ່ງຄັດ. ໜ້າເປັນຫ່ວງໃນ ຣັດເຊຍ, ເຊິ່ງຈຳ ນວນກໍລະນີຕິດພະຍາດ ນີ້ເພີ່ມຂື້ນຫຼາຍກ່ວາ 1,000 ຄົນເປັນຄັ້ງທຳອິດ. ລວມຄົນຕິດທັງໝົດ 7,497 ຄົນ.

ປະເທດທີ່ມີປະຊາກອນນ້ອຍ ເຊັ່ນ: ຟິນແລນ ໄດ້ຂະຫຍາຍການ ຈຳກັດການເຂົ້າອອກຊາຍແດນຈົນຮອດວັນທີ 13 ພຶດສະພາ, 2020. ລັດຖະບານຂອງປະເທດຟິນແລນ ໄດ້ຂະຫຍາຍເວລາ ແລະເຂັ້ມງວດໃນການຄວບຄຸມຊາຍແດນ ໂດຍຈຳ ກັດການເດີນທາງໄປ ແລະ ຈາກປະເທດ ຈົນຮອດວັນທີ 13 ພຶດສະພາເພື່ອ ຄຸ້ມຄອງການແຜ່ລະບາດຂອງເຊື້ອໄວຣັດໂຄວິດ.

ປະເທດຟິນແລນ ມີຄວາມກັງວົນ ກັບອັດຕາທີ່ເພີ່ມ ຈິ່ງຫັນຍຸດທະສາດການກັ້ນແຜ່ລະບາດ ທີ່ອາດມາຈາກປະ ເທດສະວີເດັນ. ຄວາມຢ້ານກົວວ່າການເດີນທາງຂ້າມແດນ ຈະເລັ່ງການແຜ່ລະບາດຂອງໄວຣັດໃນເຂດພາກເໜືອ ຂອງຟິນແລນທີ່ມີປະຊາກອນຜູ້ສູງອາຍຸ ແລະ ມີຈຳນວນໝໍທີ່ຈຳກັດ. ລັດຖະບານຂອງປະເທດຟິນແລນກ່າວໃນຖະແຫຼງການວ່າ “ຈຸດປະສົງຂອງລັດຖະບານແມ່ນເພື່ອຫຼຸດຜ່ອນການເຄື່ອນໄຫວເພີ່ມເຕີມ ໃນພື້ນທີ່ເດີນທາງທີ່ຕິດກັບຊາຍແດນ ຕິດກັບປະເທດສະວີເດັນ ແລະ ນໍເວ.”

ອີກໜຶ່ງປະເທດຮັ່ງມີ ແລະ ນ້ອຍ ເຊັ່ນ ດູໄບ ກໍ່ລະວັງການແຜ່ລະບາດ. ປະຈຸບັນ ຂະຫຍາຍເວລາ ການປິດກິດຈະກຳການຄ້າ ອອກໄປອີກ. ດູໄບ ເຊິ່ງເປັນສູນກາງການຄ້າ ຂອງສະຫະລັດອາຣັບເອມີເຣັດໄດ້ຂະຫຍາຍກິດຈະການການຄ້າຈົນເຖິງວັນທີ 18 ເມສານີ້. ນີ້ເປັນມາດຕະການ ໜຶ່ງຂອງຄວາມພະຍາຍາມທີ່ຈະປ້ອງກັນໂຣກ ໂຄວິດ. ປະເທດໃດກໍ່ຕື່ນຕົວກັບມາດຕະການປ້ອງກັນ ແທນການຮັກສາ. ເພາະມັນມີການລະບາດທີ່ໄວຫຼາຍ. ການເກັບຕົວທີ່ຈີນ ຈຳນວນ 76 ວັນ ເປັນມາດຕະການທີ່ສະກັດກັ້ນການລະບາດ ແລະ ຊ່ວຍປາບພະຍາດ. ຄົງບໍ່ມີໝໍເກັ່ງທີ່ໃດຈະຮັກສາຄົນເຈັບນັບເປັນ ພັນໆໄດ້ໃນວັນດຽວ. ຕາບໃດທີ່ຍັງມີການລະບາດ.

 

Viengsombath Bangonesengdet Editor in chief

ຊ່ວຍສ້າງສັນສິງເປັນປະໂຫຍດແກ່ສັງຄົມ. ມີຄວາມສາມາດທີ່ມາຈາກປະສົບການ ແລະ ການສຶກສາ ຕິດພັນກັບຂົງເຂດ: ຍຸດທະສາດການບໍລິຫານ, ການຕະຫຼາດ, ການວາງແຜນທຸລະກິດ, ການຄ້າ ທາງອອນໄລ, ນະໂຍບາຍບຸກຂະລາກອນ, ປັບປຸງອົງການຈັດຕັ້ງ, ການສ້າງຍີ່ຫໍ້ສິນຄ້າ ແລະ ສອນ ເຕັກນິກການນຳພາ. ທ່ານສາມາດ ໃຊ້ບໍລິການພິເສດ ຫຼື ຕິດຕາມເຕັກນິກຜ່ານທາງເວັບໄຊນີ້.

Copy Protected by Chetan's WP-Copyprotect.