Norkhame
ກຽມເປັນທີ່ 1 ກຽມເປັນທີ່ 1
ໃຜໆກະຍາດກັນເປັນທີ່ 1 ໃນດ້ານດີ. ສ່ວນເລື່ອງບໍ່ດີໃຜໆກະໃຊ້ຄວາມເກັ່ງໃນການສະກັດກັ້ນບໍ່ໃຫ້ກາຍເປັນທີ່ 1. ຍອດຜູ້ເສຍຊີວິດຈາກພະຍາດໂຄວິດ19 ຄົງບໍ່ມີປະເທດໃດປາດຖະໜາ. ຕໍ່ໄປຄາດວ່າຈະແມ່ນ ອາເມລິກາ ແຊງໜ້າອິຕາລີ. ນະໂຍບາຍອາເມລິກາຕ້ອງມາກ່ອນ ກາຍເປັນໜັງຄົນລະເລື່ອງ ໃນສະພາບການໂຄວິດ19. ຍອດຜູ້ເສຍຊີວິດຍ້ອນໂຣກ ໂຄວິດ ຫຼາຍກວ່າ 2,108 ຄົນພາຍໃນ 24 ຊົ່ວໂມງ, ນັບແຕ່ວັນສຸກ. ຈຳ ນວນຜູ້ເສຍຊີວິດທັງ ໝົດ... ກຽມເປັນທີ່ 1

ໃຜໆກະຍາດກັນເປັນທີ່ 1 ໃນດ້ານດີ. ສ່ວນເລື່ອງບໍ່ດີໃຜໆກະໃຊ້ຄວາມເກັ່ງໃນການສະກັດກັ້ນບໍ່ໃຫ້ກາຍເປັນທີ່ 1. ຍອດຜູ້ເສຍຊີວິດຈາກພະຍາດໂຄວິດ19 ຄົງບໍ່ມີປະເທດໃດປາດຖະໜາ. ຕໍ່ໄປຄາດວ່າຈະແມ່ນ ອາເມລິກາ ແຊງໜ້າອິຕາລີ. ນະໂຍບາຍອາເມລິກາຕ້ອງມາກ່ອນ ກາຍເປັນໜັງຄົນລະເລື່ອງ ໃນສະພາບການໂຄວິດ19. ຍອດຜູ້ເສຍຊີວິດຍ້ອນໂຣກ ໂຄວິດ ຫຼາຍກວ່າ 2,108 ຄົນພາຍໃນ 24 ຊົ່ວໂມງ, ນັບແຕ່ວັນສຸກ. ຈຳ ນວນຜູ້ເສຍຊີວິດທັງ ໝົດ ຂອງສະຫະລັດມີເຖິງ 18,777. ມີຄົນຕິດເຊື້ອຫລາຍກວ່າ 500,000 ຄົນ. ໃນເວລາພຽງ ເດືອນໜຶ່ງນັບຕັ້ງແຕ່ ອົງການອານາໄມໂລກ ໄດ້ປະກາດເປັນໂລກລະບາດ.

ທີ່ປະເທດຍີ່ປຸ່ນ, ທາງການໄດ້ຮຽກຮ້ອງໃຫ້ປະຊາຊົນໃນທົ່ວປະເທດຫລີກລ້ຽງ ການໃຊ້ເວລາຄໍ່ານອກບ້ານ ເຊັ່ນຮ້ານບັນເທີງ ແລະ ຮ້ານອາຫານ. ຮຽກຮ້ອງທົ່ວປະເທດ ໃຫ້ພົນລະເມືອງຢູ່ເຮືອນໃນຕອນແລງ ຫລັງຈາກການປະກາດພາວະສຸກເສີນຢູ່ກຸງໂຕກຽວ ແລະ ຫົກແຂວງອື່ນໆໃນອາທິດແລ້ວນີ້. ເພື່ອຫຼຸດຜ່ອນຜົນກະທົບຕໍ່ເສດຖະກິດ. ສູນກາງຂອງການລະບາດຂອງພະຍາດ ໂຄວິດ ຂອງຍີ່ປຸ່ນໃນປະຈຸບັນ, ໄດ້ກວດພົບຜູ້ຕິດເຊື້ອໂຣກລາຍໃໝ່ຫຼາຍກວ່າ 190 ກໍລະນີໃນວັນເສົາ, ເຊິ່ງສູງສຸດເປັນປະຫວັດການ. ປະເທດບັງກະລາເດດສ, ໃຊ້ມາດຕະ ການຄວບຄຸມໂລກລະບາດ ໂດຍໄດ້ຂະຫຍາຍເວລາການກັກຕົວ ຈົນຮອດວັນທີ 25 ເມສາຍ້ອນວ່າ ຈຳນວນຄະດີທີ່ໄດ້ຮັບການຢືນຢັນເພີ່ມຂື້ນເປັນ 424 ຄົນ, ເຊິ່ງມີຜູ້ເສຍຊີວິດ 27 ຄົນ.

ຜູ້ ອຳ ນວຍການໃຫຍ່ ອົງການອານາໄມໂລກໄດ້ກ່າວໃນວັນສຸກວານນີ້ວ່າ ຢາກເຫັນມີການຜ່ອນລະດັບມາດ ຕະການການກັກຕົວ ແຕ່ນັ້ນອາດເປັນຫົນທາງຈະນຳໄປສູ່ການຟື້ນຕົວລະບາດພະຍາດໂຄວິດທີ່ຈະຮ້າຍ ແຮງກວ່າເກົ່າ. ການລະບາດຂອງພະຍາດລະບາດໃນບາງປະເທດເອີຣົບ – ອີຕາລີ, ເຢຍລະມັນ, ສະເປນ ແລະ ຝຣັ່ງ – ແຕ່ວ່າມັນໄດ້ມີ “ການເລັ່ງການເຕືອນໄພ” ຢູ່ບ່ອນອື່ນ, ລວມທັງ 16 ປະເທດ ທີ່ມີຄວາມສ່ຽງໃນແຖບ ອາຟຣິກກາ.

ຍ້ອນວ່າເຊື້ອໄວຣັດ ແຜ່ລາມໄປທົ່ວໂລກ, ປະເທດນັບມື້ນັບເພີ່ມທະວີການຄວບຄຸມການເຄື່ອນໄຫວ ແລະ ການຕິດຕໍ່ທາງສັງຄົມ ເພື່ອສະກັດກັ້ນການແຜ່ລະບາດຂອງພະຍາດ ແລະ ປ້ອງກັນບໍ່ໃຫ້ລະບົບການຮັກສາສຸຂະພາບຊຸດໂຊມ. ດ້ວຍການປິດປະຕູທາງດ້ານເສດຖະກິດ ແລະ ການຄ້າຂາຍຕ່າງປະເທດ, ລັດຖະບານໄດ້ຖືກກົດດັນເພື່ອຜ່ອນຄາຍຂໍ້ຈຳກັດຕໍ່ທຸລະກິດ ແລະ ອຸດສາຫະກຳທີ່ສຳຄັນ.

ການຄົ້ນຫາຢາວັກຊີນ ອາດໃຊ້ເວລາ ຢ່າງໜ້ອຍໜຶ່ງປີ, ໂລກຈະປະເຊີນກັບ “ການສູ້ຮົບທີ່ນັບມື້ນັບມີຂໍ້ຂັດແຍ່ງ ສູງຂື້ນ” ຄວາມລົ້ມເຫຼວຂອງປະເທດໃດ ຫລື ພາກພື້ນໃດໜຶ່ງ ໃນການຄວບຄຸມພະຍາດດັ່ງກ່າວ ແມ່ນຈະສົ່ງຜົນກະທົບແກ່ກັນ ຈົນກ່ວາເຊື້ອພະຍາດ ໃນທຸກໆທີ່ຈະຖືກຄວບຄຸມ ແລະ ກຳຈັດ. ຄວາມສ່ຽງ ທີ່ອາດຈະມີຜູ້ແຜ່ເຊື້ອໂດຍບໍ່ຮູ້ວ່າພວກເຂົາເຈັບປ່ວຍ ແລະໄພຂົ່ມຂູ່ຈາກກໍລະນີການເດີນທາງ.

ໃນທົ່ວໂລກ, ເຈົ້າໜ້າທີ່ສາທາລະນະສຸກ ແລະ ຜູ້ນຳສາສະໜາ ໄດ້ເຕືອນປະຊາຊົນບໍ່ໃຫ້ລະເມີດລະບຽບການປິດລ້ອມ ແລະ ກົດລະບຽບທາງສັງຄົມໃນໄລຍະ ບຸນ ອີດສເຕີ້ ເພື່ອເປັນການເປີດປະຕູໃຫ້ເຊື້ອໄວຣັດແຜ່ກະຈາຍ. ເຈົ້າໜ້າທີ່ໄດ້ໃຊ້ຖະໜົນ ແລະ ວິທີການອື່ນໆເພື່ອຂັດຂວາງການເດີນທາງ. ໃນປະເທດອີຕາລີ, ນາຍົກລັດຖະມົນຕີ ໄດ້ປະກາດການເລື່ອນເວລາການປິດລ້ອມຂອງປະເທດຈົນຮອດວັນທີ 3 ເດືອນພຶດສະພາ. ເຈົ້າໜ້າທີ່ໄດ້ໃຊ້ ຍົນເຮລິຄອບເຕີ, ເຮືອບິນບໍ່ມີຄົນຂັບ ເພື່ອກວດກາໃຫ້ແນ່ໃຈວ່າຊາວເມືອງບໍ່ໄດ້ຈາກເຮືອນຂອງພວກເຂົາ. ສຳລັບ ແພດໝໍ ອິຕາລີ, ມີລາຍງານເຖິງ 10 ເປີເຊັນຂອງພະນັກງານສາທາລະນະສຸກທີ່ຕິດເຊື້ອ. ນີ້ແມ່ນທ່າອ່ຽງທີ່ໜ້າ ວິຕົກກັງວົນ.

ໜ່ວຍງານສະໜອງເຄື່ອງມືການແພດ, ຂອງອົງການສະຫະປະຊາຊາດ ໄດ້ຈັດຊື້ ແລະ ແຈກຍາຍເຄື່ອງມືປ້ອງກັນ, ອຸປະກອນຫ້ອງທົດລອງ ແລະ ອົກຊີເຈນໃຫ້ບັນດາປະເທດທີ່ຕ້ອງການຫຼາຍທີ່ສຸດ. ຈຳເປັນຕ້ອງສົ່ງໜ້າກາກ ແລະຖົງມືທາງການແພດຢ່າງນ້ອຍ 100 ລ້ານອັນ, ເຄື່ອງນຸ່ງ ແລະ ເຄື່ອງປ້ອງກັນໜ້າ,

ຈາກໂລກລະບາດນີ້ ພວກເຮົາຕ້ອງພະຍາຍາມຮຽນຮູ້ວ່າ ມັນມີຊ່ອງຫວ່າງຫຍັງ? ໃນທົ່ວໂລກ ເຫັນການຂາດການກຽມພ້ອມຂອງລະບົບສາທາລະນະສຸກຢ່າງຈິງຈັງ. ບໍ່ມີປະເທດໃດສາມາດອ້າງວ່າມັນມີລະບົບສຸຂະພາບທີ່ແຂງແຮງ. ແມ່ນແຕ່ອາເມລິກາ, ອັງກິດ, ແລະ ປະເທດພັດທະນາ ກະຍັງບໍ່ສາມາດຮັບມືໄດ້. ພວກເຮົາຕ້ອງມີຄວາມຈິງໃຈ ແລະ ປະເມີນແລະແກ້ໄຂບັນຫານີ້. ສຳລັບປະເທດ ກຳລັງພັດທະນາ ແລະ ດ້ອຍພັດທະນາ ການສະກັດກັ້ນເປັນທາງດຽວໃນການແກ້ໄຂ.

Viengsombath Bangonesengdet Editor in chief

ຊ່ວຍສ້າງສັນສິງເປັນປະໂຫຍດແກ່ສັງຄົມ. ມີຄວາມສາມາດທີ່ມາຈາກປະສົບການ ແລະ ການສຶກສາ ຕິດພັນກັບຂົງເຂດ: ຍຸດທະສາດການບໍລິຫານ, ການຕະຫຼາດ, ການວາງແຜນທຸລະກິດ, ການຄ້າ ທາງອອນໄລ, ນະໂຍບາຍບຸກຂະລາກອນ, ປັບປຸງອົງການຈັດຕັ້ງ, ການສ້າງຍີ່ຫໍ້ສິນຄ້າ ແລະ ສອນ ເຕັກນິກການນຳພາ. ທ່ານສາມາດ ໃຊ້ບໍລິການພິເສດ ຫຼື ຕິດຕາມເຕັກນິກຜ່ານທາງເວັບໄຊນີ້.

Copy Protected by Chetan's WP-Copyprotect.