Norkhame
ອັນວ່າ “ຮັກ” ອັນວ່າ “ຮັກ”
“ເມື່ອໃດມີຮັກ, ເຮົາຈະມັກເສຍການຄຸ້ມຄອງຈິດໃຈ, ເສຍການເປັນຕົນຕົນເອງ. ພາຍຫຼັງຮູ້ວ່າ ສິ່ງດັ່ງກ່າວເປັນ ຄວາມຫຼົງທາງກາຍຊົ່ວວູບ” ໃນແງ່ໜຶ່ງຂອງຄວາມຮັກຊູ້ສາວ, ຄົນມັກຫຼົງກັບການມີສຳພັນທາງກາຍ. ໃນຕົວຈິງມັນຫຼາຍກວ່ານັ້ນ. ໝາຍວ່າ: ບໍ່ແມ່ນການມີສຳພັນທາງກາຍແລ້ວຈະຫຼົງມັກ-ຮັກ ຄົນໆນັ້ນທັນທີ. ຄົງບໍ່ມີໃຜສາມາດໃຫ້ຄຳ ນິຍາມກ່ຽວກັບ ຄວາມຮັກໄດ້ສົມບູນແບບ ນອກຈາກຕົວທ່ານເອງ. ຈາກການສຶກສາຊີວິດຄົນດັງ ບໍ່ວ່າຈະໃນຂະແໜງການເມື່ອງ, ສິນລະປະ, ທະຫານ, ນັກປະພັນ ແລະ ຂະແໜງການອາຊີບໃດໆກໍ່ຕາມ, ຄົນທີ່ມີຜົນງານດີເດັ່ນ... ອັນວ່າ “ຮັກ”

“ເມື່ອໃດມີຮັກ, ເຮົາຈະມັກເສຍການຄຸ້ມຄອງຈິດໃຈ, ເສຍການເປັນຕົນຕົນເອງ. ພາຍຫຼັງຮູ້ວ່າ ສິ່ງດັ່ງກ່າວເປັນ ຄວາມຫຼົງທາງກາຍຊົ່ວວູບ

ໃນແງ່ໜຶ່ງຂອງຄວາມຮັກຊູ້ສາວ, ຄົນມັກຫຼົງກັບການມີສຳພັນທາງກາຍ. ໃນຕົວຈິງມັນຫຼາຍກວ່ານັ້ນ. ໝາຍວ່າ: ບໍ່ແມ່ນການມີສຳພັນທາງກາຍແລ້ວຈະຫຼົງມັກ-ຮັກ ຄົນໆນັ້ນທັນທີ. ຄົງບໍ່ມີໃຜສາມາດໃຫ້ຄຳ ນິຍາມກ່ຽວກັບ ຄວາມຮັກໄດ້ສົມບູນແບບ ນອກຈາກຕົວທ່ານເອງ.

ຈາກການສຶກສາຊີວິດຄົນດັງ ບໍ່ວ່າຈະໃນຂະແໜງການເມື່ອງ, ສິນລະປະ, ທະຫານ, ນັກປະພັນ ແລະ ຂະແໜງການອາຊີບໃດໆກໍ່ຕາມ, ຄົນທີ່ມີຜົນງານດີເດັ່ນ ຈົນກາຍເປັນຄົນ ດັງ ເຂົາເຈົ້າຈະມີ ຄວາມຮັກອັດແໜ້ນໃນຈິດໃຈ ຈົນທີ່ໃຜໆຈະສາມາດຕັດແຍກອອກຈາກຈິດສຳນຶກເຂົາເຈົ້າໄດ້. ນຳເອົາຂໍ້ຄວາມຂອງຄົນເຫຼົ່ານັ້ນມາເລົ່າສູ່ຟັງ. ຄັ້ງໜຶ່ງ, ຈອນນີ້ ແຄດສ, ນັກຮ້ອງ, ໄດ້ຂຽນຈົດໝາຍຫາ ຄົນຮັກຂອງລາວວ່າ “….ພວກເຮົາເລີ່ມແກ່ເຖົ້າ ແລະ ລື້ງເຄີຍກັນຫຼາຍຂື້ນ. ພວກເຮົາຄິດຄືກັນ. ອ່ານຈິດໃຈກັນແລະກັນໄດ້. ພວກເຮົາຮູ້ຄວາມຕ້ອງການອີກຝ່າຍໂດຍບໍ່ຕ້ອງການຄຳເວົ້າ….” ນັກປະພັນເພງຊື່ ລູດດວິກ ບີໂທເວັນ ກໍ່ມີຈົດມາຍທີ່ກີນໃຈ. ໃນຕອນໜຶ່ງມີວ່າ “…ຈົ່ງຮັກຂ້ອຍ…ວັນນີ້….ວັນວານ….ຮ້ອງໃຫ້ເສຍນໍ້າຕາຍເພາະເຈົ້າ….ເຈົ້າ….ເຈົ້າ….ເຈົ້າ…..ໃນຊີວິດຂ້ອຍ…..ເຈົ້າຄືທຸກໆສິ່ງ….ຈົນວັນອຳລາ…..ຈົ່ງຮັກຂ້ອຍສະເໜີ….” ອີກໜຶ່ງຈົດໝາຍ ຂອງ ນາໂປເລອົງ, ນາຍພົນທະຫານ ແລະ ພະຣາຊາ ຝຣັງ ສົ່ງຈົດຫມາຍຫາ ເມຍ ໂຈເຊຟີນ ໃນຂະນະທີ່ ລາວເຮັດໜ້າທີ່ໆ ອິຕາລີ. ມີຂໍ້ຄວາມຮັກກິນໃຈຕອນໜຶ່ງ “ຂ້ອຍຢູ່ຄົນດຽວ ແລະ ໃກຫຼາຍ…ເຈົ້າຈະມາຫາຂ້ອຍແມ່ນບໍ່? ເຈົ້າຈະມາຢູ່ຂ້າງໆຂ້ອຍ, ໃນອ້ອມກອດ, ທີ່ໜ້າເອິກ, ໃກ້ໆຮິມສົບ? ຕິດປີກບິນ ແລະ ມາຫາຂ້ອຍ, ຈົ່ງມາ….ມາເອົາຮອຍຈູບໃສ່ຫົວໃຈເຈົ້າ…”

ຄວາມຮັກ, ໜ້າຈະແມ່ນໜຶ່ງຄວາມຕ້ອງການທາງໃຈທີ່ມະນຸດເຮົາຕ້ອງການທີ່ສຸດ. ສິ່ງທີ່ຍາກທີ່ສຸດພັດແມ່ນການຮັກໃຜຈັກຄົນໃນຕົວຕົນທີ່ເຂົາເຈົ້າເປັນ. ຄວາມຮັກ ທີ່ເກີດຂື້ນຈາກຮູບຈາກນາມ, ຈາກຈິດໃຈຂອງໜຸ່ມສາວ ມັນເກີດຂື້ນງ່າຍກວ່າການຮັກຄົນທົ່ວໆໄປໃນສັງຄົມ.

ກາຍເປັນວ່າ: ຄວາມຮັກທີ່ເຮົາມັກໃຊ້ໃນສັງຄົມ ແມ່ນເກີດຂື້ນຈາກເງື່ອນໄຂໃດໜຶ່ງ. ມັນເປັນການຢາກຫຼາຍ ທີ່ເຮົາຈະຮູ້ ແລະ ເຂົ້າໃຈໃນຕົວຕົນຂອງມະນຸດ, ສັດ ແລະ ການຮັກຄົນທີ່ບໍ່ແມ່ນຕະກູນດຽວ, ເຊື້ອຊາດດຽວ ກັນ, ສີຜິວຕ່າງ, ວັດທະນະທຳທີ່ແຕກໂຕນກັນ. ເມື່ອໃດເຮົາເຫັນຄວາມແຕກຕ່າງທາງດ້ານການປະພຶດ, ເຖິງຈະບໍ່ບຽດບຽນໃຜ, ໃນໃຈເຮົາກະເກີດມີແນວຄິດ ປິດກັ້ນການພົວພັນ.

ໃນຄວາມຄິດທີ່ວ່າ: ຫຼົງຮັກຄົນ ບໍ່ໄດ້ໝາຍວ່າ ການຕ້ອງມີສາຍພົວພັນທາງກາຍສະເໜີໄປ, ແຕ່ມັນແມ່ນການ ຮັບເອົາຕົວຕົນທີ່ເຂົາເປັນ. ເຂົ້າໃຈວ່າເປັນຫຍັງເຂົາຈິ່ງເປັນແນວນັ້ນ, ໂດຍບໍ່ຕັດສິນ ການປະພຶດວ່າດີຫຼືຊົ່ວ. ເມື່ອນັ້ນເຮົາກໍ່ຈະເລີ່ມໄດ້ເບິ່ງຈຸດທີ່ເຮັດໃຫ້ເຂົາເຈົ້າເປັນ.  ບໍ່ໄດ້ໝາຍວ່າ: ເຮົາຕ້ອງໄປໃຊ້ຊີວິດກັບທຸກ ໆຄົນໃນ ສັງຄົມ. ເພາະເວລາມີຈຳກັດ, ສະນັ້ນເຮົາກໍ່ມັກຈະມອບເວລາແກ່ຄົນທີ່ໃກ້ຊິດ ແລະ ມີຄຸນກັບເຮົາສະເໜີ. ຄວາມໝາຍທີ່ວ່າ: ໃຫ້ເຮົາ ມີແນວຄິດ “ຮັກຄວາມເປັນຄົນ” ໝາຍວ່າ: ເຮົາລື່ມຄວາມດີ-ຊົ່ວ; ແລ້ວເບິ່ງໃນສິ່ງທີ່ເຂົາເປັນ ໂດຍເຮົາບໍ່ຕ້ອງໄປຄິດວ່າ ເຂົາຄວນເປັນແນວໃດ ຈິ່ງເອີ້ນວ່າດີ. ປ່ອຍໃຫ້ກົດໝາຍເປັນຕົວກຳນົດ.

ໃນດ້ານຈິດຕະສາດ: ເມື່ອພວກເຮົາ ມີຄວາມຄິດ, ທີ່ເກີດມີພັດທະນາສິ່ງທີ່ມາທາງດ້ານຈິດໃຈ ມາຫຼາຍໆປີ. ພວກເຮົາມີຄວາມຮູ້ສຶກຫມັ້ນໃຈວ່າວິທີການຂອງພວກເຮົາແມ່ນວິທີທີ່ຖືກຕ້ອງ ແລະ ມີຄວາມຮູ້ສຶກເຫັນຄວາມຈໍາເປັນເພື່ອດຶງຄົນອື່ນມາປະຕິບັດຕາມ ກົດເກນຂອງເຮົາ. ໂດຍສະເພາະຄົນທີ່ມີຄວາມໃກ້ຊິດກັບພວກເຮົາ.

ມັນເປັນການຍາກທີ່ຈະໃຫ້ທຸກໆຄົນ ຮູ້ສຶກແນວດຽວກັນກັບຕົວເຮົາຕ້ອງການ. ໃນເວລາທີ່ທ່ານມີຄວາມຮູ້ສຶກຕັດສິນຄົນອື່ນ: ມັນເປັນການ “ແກ້ໄຂ” ຊີວິດຄົນອື່ນ ໃນທາງທີ່ເຂົາເຈົ້າເປັນມາແຕ່ໃດ. ເຮົາບໍ່ຄວນປ່ຽນຄົນອື່ນ: ຍົກເວັ້ນແຕ່ວ່າ, ຜູ້ໃດຜູ້ຫນຶ່ງ ສ້າງກິດຈະກໍາບຽດບຽນສັງຄົມ ແລະ ເປັນອັນຕະລາຍຕໍ່ຊີວິດຄົນ. ເປັນຕົ້ນ: ທ່ານອາດໄດ້ຍິນຂ່າວ ຄາດຕະກອນເລືອດເຢັນໄລ່ຍິງຄົນຕາມຮ້ານຂາຍເຄື່ອງ.

ຄືກ່າວມາທາງເທິງ: ຄວາມຮັກ ເປັນສິ່ງທີ່ທຸກໆຄົນຕ້ອງການ. ບໍ່ສະເພາະແຕ່ສັງຄົມ, ພວກເຮົາຍັງຕ້ອງຮັກທຳມະຊາດ, ຮັກສັງຄົມ, ຮັກສັດ ແລະ ອື່ນໆ ເປັນຕົ້ນ ການງານ. ເພື່ອໃຫ້ມີຄວາມຮູ້ສຶກດັ່ງກ່າວ: ພວກເຮົາຕ້ອງລົດລະດັບການຕັດສິນສິ່ງທີ່ເຫັນ, ເປີດຕົນເອງຮຽນຮູ້ສິ່ງທີ່ເຫັນ, ບໍ່ເອົາກົດເກນຕົນຕັດສິນ. ທັກສະພື້ນຖານເຫຼົ່ານີ້ ຈະເຮັດໃຫ້ສັງຄົມເຮົາເຕັມໄປດ້ວຍຄວາມຮັກ. ແນ່ນອນໜ້າຢູ່. ໃຫ້ລອງເລີ່ມຈາກຈຸດທີ່ທ່ານຢູ່: ຄອບຄົວ, ສາຍພົວພັນຄູ່ຮັກ, ແລະ ໝູ່ເພື່ອນ.

Viengsombath Bangonesengdet Editor in chief

ຊ່ວຍສ້າງສັນສິງເປັນປະໂຫຍດແກ່ສັງຄົມ. ມີຄວາມສາມາດທີ່ມາຈາກປະສົບການ ແລະ ການສຶກສາ ຕິດພັນກັບຂົງເຂດ: ຍຸດທະສາດການບໍລິຫານ, ການຕະຫຼາດ, ການວາງແຜນທຸລະກິດ, ການຄ້າ ທາງອອນໄລ, ນະໂຍບາຍບຸກຂະລາກອນ, ປັບປຸງອົງການຈັດຕັ້ງ, ການສ້າງຍີ່ຫໍ້ສິນຄ້າ ແລະ ສອນ ເຕັກນິກການນຳພາ. ທ່ານສາມາດ ໃຊ້ບໍລິການພິເສດ ຫຼື ຕິດຕາມເຕັກນິກຜ່ານທາງເວັບໄຊນີ້.

Copy Protected by Chetan's WP-Copyprotect.