Norkhame
ໂອກາດຈາກວິກິດ ໂອກາດຈາກວິກິດ
ບໍ່ມີວຽກງານໃດບໍ່ມີຄວາມສ່ຽງ. ການບໍລິຫານວິກິດ, ເປັນວິທີການສະແດງຄວາມສາມາດ ນຳໄປສູ່ຄວາມສຳເລັດໃນທຸລະກິດໄດ້ແນວໃດ? ບັນດາຜູ້ນຳອົງກອນ ແລະ ທຸລະກິດ ຕ້ອງມີທັກສະ ໃນການຮັບມື ແລະ ແກ້ໄຂສະຖານະການດັ່ງກ່າວ. “ຄວາມສ່ຽງທີ່ໃຫຍ່ທີ່ສຸດແມ່ນບໍ່ໄດ້ຮັບຄວາມສ່ຽງໃດໆ. ໃນໂລກທີ່ມີການປ່ຽນແປງຢ່າງໄວວາ, ຍຸດທະສາດດຽວທີ່ຮັບປະກັນໃຫ້ບໍ່ລົ້ມເຫລວແມ່ນການເອົາຊະນະຄວາມສ່ຽງ. ” ຄຳເວົ້າແບບມີສະຕິປັນຍາເຫລົ່ານີ້ມີການພິສູດຕົວຈິງຈາກຫົວໜ້າອົງກອນຫຼາຍແຫ່ງມາແລ້ວ. ບໍ່ມີໃຜເຄີຍໄດ້ຍິນກ່ຽວກັບຜູ້ປະກອບການທີ່ປະສົບຜົນສຳເລັດ ແບບບໍ່ມີວິກິດ. ບໍ່ໄດ້ໝາຍວ່າໂຊກບໍ່ດີ, ຫຼື ບໍລິຫານບໍ່ເກັ່ງ. ປະກົດການທີ່ເໜືອການຄຸ້ມຄອງ ຈະມາທົດສອບອຳນາດຂອງຫົວໜ້າ ແລະ ທີມງານສະເໜີ.... ໂອກາດຈາກວິກິດ

ບໍ່ມີວຽກງານໃດບໍ່ມີຄວາມສ່ຽງ. ການບໍລິຫານວິກິດ, ເປັນວິທີການສະແດງຄວາມສາມາດ ນຳໄປສູ່ຄວາມສຳເລັດໃນທຸລະກິດໄດ້ແນວໃດ? ບັນດາຜູ້ນຳອົງກອນ ແລະ ທຸລະກິດ ຕ້ອງມີທັກສະ ໃນການຮັບມື ແລະ ແກ້ໄຂສະຖານະການດັ່ງກ່າວ.

ຄວາມສ່ຽງທີ່ໃຫຍ່ທີ່ສຸດແມ່ນບໍ່ໄດ້ຮັບຄວາມສ່ຽງໃດໆ. ໃນໂລກທີ່ມີການປ່ຽນແປງຢ່າງໄວວາ, ຍຸດທະສາດດຽວທີ່ຮັບປະກັນໃຫ້ບໍ່ລົ້ມເຫລວແມ່ນການເອົາຊະນະຄວາມສ່ຽງ. ” ຄຳເວົ້າແບບມີສະຕິປັນຍາເຫລົ່ານີ້ມີການພິສູດຕົວຈິງຈາກຫົວໜ້າອົງກອນຫຼາຍແຫ່ງມາແລ້ວ.

ບໍ່ມີໃຜເຄີຍໄດ້ຍິນກ່ຽວກັບຜູ້ປະກອບການທີ່ປະສົບຜົນສຳເລັດ ແບບບໍ່ມີວິກິດ. ບໍ່ໄດ້ໝາຍວ່າໂຊກບໍ່ດີ, ຫຼື ບໍລິຫານບໍ່ເກັ່ງ. ປະກົດການທີ່ເໜືອການຄຸ້ມຄອງ ຈະມາທົດສອບອຳນາດຂອງຫົວໜ້າ ແລະ ທີມງານສະເໜີ. ເພື່ອເປັນການ ໄດ້ສ່ຽງຕໍ່ການທົດລອງສິ່ງໃໝ່ໆ. ຄວາມສ່ຽງທີ່ຜູ້ນຳເຫຼົ່ານັ້ນປະສົບພົບພໍ້, ໄດ້ຊ່ວຍເຮັດໃຫ້ເຂົາເຈົ້າເພີ່ມຂີິດຄວາມສາມາດຂື້ນຈາກ ແລະ ອາດນຳໄປສູ່ມິຕິໃນການເຮັດວຽກແບບໃໝ່. ບໍ່ມີໃຜຄິດວ່າ ອັງກິດ ຈະຖອນອອກຈາກ ສະຫະພັນອີຢູ, ແລະ ບໍ່ມີໃຜຄາດຝັນ ໂຄວິດ 19 ຈະແຜ່ລະບາດໜັກ ທົ່ວໂລກ ຈົນເຮັດໃຫ້ນັກການເມື່ອງ ແລະ ເຈົ້າຂອງກິດຈະການທ່ອງທ່ຽວພາກັນເຈັບຫົວ. ທຸກໆອາຊີບຈະມີຄວາມສ່ຽງໝົດ. ທ່ານຕ້ອງພ້ອມປະເຊີນໜ້າ ແລະ ແກ້ໃຂ.

ບໍ່ມີປັນຫາແມ່ນມີປັນຫາ. ຊີວິດທີ່ສະດວກສະບາຍ ແມ່ນຊີວິດທີ່ບໍ່ໄດ້ສະບາຍຄືຄິດ. ເພາະເຂົາບໍ່ເຫັນຄວາມຍາກ ເຂດສະດວກສະບາຍແມ່ນອັນຕະລາຍ. ແມ່ນແລ້ວ, ທີ່ໃດມີຄວາມສະດວກສະບາຍແມ່ນມີອັນຕະລາຍ ແລະ ໝາຍເຖິງຄວາມເສີຍໃນອາຊີບຂອງທ່ານ. ການເປັນຄົນຖືກລ້ຽງມາສະບາຍ, ໄດ້ຮັບການຊ່ວຍເຫຼືອ ຈະກາຍເປັນຄົນຕົກຢູ່ໃນເຂດທີ່ສະດວກສະບາຍ ແລະຈະບໍ່ກ້າວໜ້າໄປກວ່າຈຸດໃດໜຶ່ງ ເມື່ອພົບບັນຫາ. ຄົນສ່ວນໃຫຍ່ບໍ່ຕ້ອງການອອກຈາກວຽກທີ່ ໝັ້ນຄົງດ້ວຍການຫາເງິນລ້ຽງຊີບ ແລະ ອາໃສເງິນບຳນານລ້ຽງຊີບ ຕອນແກ່. ນ້ອຍໜັກຄົນຈະສ່ຽງອອກມາເຮັດກິດຈະການຕົນເອງ. ທ່ານອາດຈະໄດ້ຮັບການເລື່ອນຕຳແໜ່ງງານ ແລະ ການເພີ່ມເງິນເດືອນ, ແຕ່ສິ່ງເຫຼົ່ານີ້ຈະເກີດຂື້ນຍ້ອນຄວາມອາວຸໂສຂອງທ່ານແລະບໍ່ຈຳເປັນຍ້ອນທັກສະ, ປະສົບການ ແລະ ວຽກທີ່ດີເລີດຂອງທ່ານ (ໃນບາງອົງກອນ).

ການຢຸດສະງັກ ແລະ ມີຄວາມພໍໃຈໃນຈຸດທີ່ຕົນເອງຢູ່ ໝາຍຄວາມວ່າທ່ານອາດຈະບໍ່ພະຍາຍາມຍົກລະດັບທັກສະຂອງທ່ານ. ເວັ້ນເສຍແຕ່ວ່າມັນຈະກາຍເປັນຄວາມຈຳເປັນແທ້ໆ. ສຳລັບບາງທ່ານຍອມເຮັດວຽກເກົ່າໆທັງປີ. ການເຮັດແນວນັ້ນ, ເປັນການກີດກັ້ນຄວາມສາມາດຕົນເອງໃຫ້ເຂົ້າໄປຢູ່ໃນການແກ້ໃຂ ຫຼື ເຮັດວຽກທີ່ຍາກຂື້ນ. ນີ້ໝາຍຄວາມວ່າທ່ານຈະຖືກຕັດສິດໂດຍອັດຕະໂນມັດ ສຳລັບວຽກທີ່ມີມີການເຝິກທັກສະໃຫ້ກ້າວໜ້າ, ທັນຍຸກແລະ ມີລາຍໄດ້ດີຂື້ນ.

ຕັດຄວາມສະດວກສະບາຍອອກ, ຖ້າທ່ານຕ້ອງການພັດທະນາຊີວິດເພີ່ມເຕີມຈາກອາຊີບຂອງທ່ານ, ມັນຈຳເປັນທີ່ຈະຕ້ອງສ່ຽງ. ສິ່ງທີ່ຄວນພິຈາລະນາຄື: ຄວາມສຳເລັດບໍ່ໄດ້ເກີດຂື້ນໂດຍອັດຕະໂນມັດ – ທ່ານຈໍາເປັນຕ້ອງພະຍາຍາມສູ້ຊົນໃຫ້ໄດ້ມາເຊິ່ງຄວາມສຳເລັດ.

ການມີສິດຄອບຄອງ ບໍ່ໄດ້ໝາຍວ່າທ່ານຈະສາມາດຄຸ້ມຄອງປັດໃຈອື່ນໆ, ທີ່ອາດເປັນຄວາມສ່ຽງຕໍ່ອົງກອນ. ຄ້າຍຄືນາຍພົນທະຫານ ບໍ່ເຄີຍອອກເສິກ. ນາຍທະຫານບາງປະເທດ, ບໍ່ເຄີຍຜ່ານເສິກສຳຄັນໆ. ບໍ່ໝາຍວ່າທຸກໆຄົນຕ້ອງຜ່ານເສິກ ຈິ່ງເປັນນາຍພົນເກັ່ງ, ແຕ່ໝາຍວ່າພາວະການເປັນຜູ້ນຳນາຍພົນທະຫານ ເອົາຊະນະສັດຕູ ມັນໜ້າຈະມີແນວເອກອ້າງ ກວ່າການເປັນນາຍພົນທີ່ຖືກແຕ່ງຕັ້ງ ເຮັດວຽກບໍລິຫານກອງທັບ.

ການຮັບເອົາຄວາມສ່ຽງຊ່ວຍຫລີກລ້ຽງຄວາມອັນຕະລາຍຮ້າຍແຮງຊໍ້າຊ້ອນທີ່ແຝກຕົວມາກັບຄວາມສະຫງົບ ຫຼື ຄວາມສະບາຍ. ການປ່ຽນແປງວຽກໜ້າທີ່, ໃນເວລາທີ່ຈຳເປັນເຮັດໃຫ້ທັກສະຂອງທ່ານມີການປັບປຸງ ແລະ ທັງຍັງເປັນການເພີ່ມປະສົບການ ທີ່ແຕກຕ່າງກັນໃນໜ້າທີ່ຫຼາກຫຼາຍ. ທ່ານອາດບໍ່ມັກ, ເພາະການເຮັດໜ້າທີ່ໃໝ່, ໝາຍວ່າທ່ານຈະຕ້ອງໄດ້ຮຽນທັກສະໃໝ່ໆ.

ຄວາມສ່ຽງແມ່ນການກະຕຸ້ນຄວາມເປັນຜູ້ປະກອບການ. ມີຄຳເວົ້າທີ່ເກົ່າແກ່: “ຖ້າທ່ານບໍ່ສ້າງຄວາມຝັນຂອງທ່ານ, ຄົນອື່ນຈະຈ້າງທ່ານໃຫ້ສ້າງຄວາມຝັນຂອງພວກເຂົາ.” ຂ້ອຍບໍ່ໄດ້ ໝາຍ ຄວາມວ່າເຈົ້າບໍ່ຄວນເຮັດວຽກໃຫ້ຄົນທີ່ເປັນພະນັກງານ. ໃນຄວາມເປັນຈິງ, ທ່ານຄວນໃສ່ທຸກສິ່ງທີ່ທ່ານໄດ້ຮຽນມາທົດສອບໃນຂະນະທີ່ເຮັດວຽກແລະໄດ້ຮັບປະສົບການຈາກການເຮັດວຽກ. ການເຮັດວຽກຍັງຈະຊ່ວຍໃຫ້ທ່ານຂະຫຍາຍເຄືອຂ່າຍທາງສັງຄົມແລະເປັນມືອາຊີບຂອງທ່ານ, ແລະປັບປຸງທັກສະການເຮັດວຽກຂອງທ່ານເພື່ອໃຫ້ທ່ານສາມາດຫາລາຍໄດ້ເພີ່ມເຕີມ.

ສຳລັບການເປັນຜູ້ປະກອບການ, ຄວາມສ່ຽງແມ່ນການກະຕຸ້ນຄວາມເປັນຜູ້ປະກອບການທີ່ດີເລີດ. ມີຄຳເວົ້າທີ່ເກົ່າແກ່: “ຖ້າທ່ານບໍ່ສ້າງຄວາມຝັນຂອງທ່ານ, ຄົນອື່ນຈະຈ້າງທ່ານໃຫ້ສ້າງຄວາມຝັນຂອງພວກເຂົາ.” ໃນນີ້, ບໍ່ໄດ້ ໝາຍຄວາມວ່າທ່ານບໍ່ຄວນເຮັດວຽກເປັນພະນັກງານ. ໃນຄວາມເປັນຈິງ, ທ່ານຄວນນໍາໃຊ້ທຸກສິ່ງທີ່ທ່ານຮຽນ ມາທົດສອບໃນຂະນະທີ່ເຮັດວຽກ ແລະ ໄດ້ຮັບປະສົບການຈາກການເຮັດວຽກ. ການເຮັດວຽກຍັງຈະຊ່ວຍໃຫ້ທ່ານຂະຫຍາຍເຄືອຂ່າຍທາງສັງຄົມ ແລະ ເປັນມືອາຊີບ ແລະ ປັບປຸງທັກສະການເຮັດວຽກຂອງທ່ານເພື່ອໃຫ້ທ່ານມີສາມາດຫາລາຍເພີ່ມເຕີມ.

ຖ້າທ່ານຕ້ອງການສ້າງບໍລິສັດຂອງທ່ານມື້ໃດໜຶ່ງ, ເມື່ອທ່ານມີຄວາມຊຳນານໃນຂະແໜງການຂອງທ່ານ, ທ່ານສາມາດນຳໃຊ້ທັກສະທີ່ນຳໃຊ້ຊ່ວງເປັນພະນັກງານ, ມາສ້າງຕົນໃຫ້ກາຍເປັນຜູ້ປະກອບການ. ເຖິງຢ່າງໃດກໍ່ຕາມ, ການເປັນຜູ້ປະກອບການ ແມ່ນເປັນຄົນຮັບຄວາມສ່ຽງທີ່ແທ້ຈິງ; ການສ່ຽງສ້າງວຽກເຮັດງານທຳ ແລະການສ່ຽງຮັບປະກັນເງິນລົງທຶນໃຫ້ເກີດຜົນ. ການຫາເງິນມາລົງທືນ ເປັນຂັ້ນຕອນທຳອິດທີ່ເຮັດໃຫ້ຜູ້ປະກອບການຫຼາຍຄົນຕ້ອງໄດ້ຄົ້ນຄິດ. ຄວາມສ່ຽງອື່ນໆຕໍ່ມາ ແລະ ແມ່ນປັດໃຈທາງທຸລະກິດພາຍນອກກະທົບໃສ່. ບວກກັບປັດໃຈພາຍໃຈ.

ທ່ານໃດສາມາດຜ່ານຜ່າຄວາມສ່ຽງໄປໄດ້, ມັນຈະເປັນການເພີ່ມຄວາມໜັ້ນໃຈ ໃນຄວາມສ່ຽງໂຕຕໍ່ໆໄປ. ນັກຂັບເຮືອທາງທະເລ ທີ່ບໍ່ເຄີຍຜ່ານພາຍຸລົມແດງ, ບໍ່ເຮັດໃຫ້ເປັນນັກເດີນເຮືອທີ່ດີໄດ້ເທື່ອ. ສະນັ້ນ, ຄວາມສ່ຽງແມ່ນມີຄວາມ ຈຳ ເປັນ ແລະ ເປັນໂອກາດສ້າງໃຫ້ທ່ານມີປະສົບການ ໃນການເຮັດວຽກ ແລະ ຊີວິດ. ຄວາມສ່ຽງແມ່ນມາຈາກຄວາມບໍ່ ໝັ້ນຄົງ ທີ່ເຕັມໄປດ້ວຍອັນຕະລາຍ, ແລະມັນກໍ່ເປັນສິ່ງສຳຄັນທີ່ຈະຕ້ອງປະເຊີນ​​ໜ້າກັບພວກມັນ ເພາະວ່າມັນແມ່ນການຮຽນຮູ້ສິ່ງໃໝ່ໆ. ສຳຄັນທີ່ສຸດ, ຄວາມສ່ຽງຈະນຳເອົາຄຸນລັກສະນະຕ່າງໆມາສູ່ພວກເຮົາ ເຊິ່ງຫຼາຍໆຄົນອາດຈະບໍ່ຮູ້ວ່າມັນມີຄຸນຫຼາຍປານໃດ.

ປະຫວັດສາດເປັນພະຍານເຖິງຄວາມຈິງ ຂອງເຫດການອັນຕະລາຍ ແລະ ຄວາມສ່ຽງຕ່າງໆຈະນຳເອົາສິ່ງທີ່ດີທີ່ສຸດມາສູ່ມະນຸດ. ຄວາມສ່ຽງດຶງເອົາຄວາມສາມາດທີ່ດີທີ່ສຸດຂອງທ່ານອອກມານຳໃຊ້ ແລະ ຊ່ວຍໃຫ້ທ່ານຄິດນອກກົດເກນ. ມັນເປັນການກ້າວໄປສູ່ ການສ້າງຄວາມຮູ້ ແລະ ປະສົບການທີ່ທ່ານຈະໄດ້ຮັບຈາກຄວາມສ່ຽງນັ້ນໆ ດ້ວຍຄວາມໝັ້ນໃຈ.

ທ່ານຄວນຄຳນຶງວ່າ: ບໍ່ມີສິ່ງໃດທີ່ດີເລີດໃນຊີວິດ ຫລື ອາຊີບຂອງທ່ານ ທີ່ເປັນໄປໄດ້ໂດຍບໍ່ມີຄວາມສ່ຽງ. ເຫດການນັ້ນໆເກີດຂື້ນ ບໍ່ໄດ້ໝາຍຄວາມວ່າທ່ານຕັດສິນໃຈແບບບໍ່ຄິດຕຶກຕອງ ຫລື ລະມັດລະວັງ ຈິ່ງເກີດມີວິກິດ. ມັນມີການເຊື່ອມໂຍງກັນລະຫວ່າງການສ່ຽງ ແລະ ການມີອາຊີບທີ່ປະສົບຜົນສຳເລັດໃນຕໍ່ໜ້າ; ເຖິງຢ່າງໃດກໍ່ຕາມ, ທ່ານຕ້ອງກ້າພໍທີ່ຈະບໍລິຫານຄວາມສ່ຽງ ໂດຍມີເຕັກນິກການຄິດໄລ່ໂອກາດທີ່ຈະປະສົບຜົນສຳເລັດ ແລະ ສຸມໃສ່ຈຸດປະສົງທີ່ທ່ານຕ້ອງການ ດ້ວຍການເຮັດວຽກແບບມີຍຸດທະສາດໃນການແກ້ໄຂ.

Viengsombath Bangonesengdet Editor in chief

ຊ່ວຍສ້າງສັນສິງເປັນປະໂຫຍດແກ່ສັງຄົມ. ມີຄວາມສາມາດທີ່ມາຈາກປະສົບການ ແລະ ການສຶກສາ ຕິດພັນກັບຂົງເຂດ: ຍຸດທະສາດການບໍລິຫານ, ການຕະຫຼາດ, ການວາງແຜນທຸລະກິດ, ການຄ້າ ທາງອອນໄລ, ນະໂຍບາຍບຸກຂະລາກອນ, ປັບປຸງອົງການຈັດຕັ້ງ, ການສ້າງຍີ່ຫໍ້ສິນຄ້າ ແລະ ສອນ ເຕັກນິກການນຳພາ. ທ່ານສາມາດ ໃຊ້ບໍລິການພິເສດ ຫຼື ຕິດຕາມເຕັກນິກຜ່ານທາງເວັບໄຊນີ້.

Copy Protected by Chetan's WP-Copyprotect.