Norkhame
ສ້າງຄວາມກ້າ ໃນການເຮັດທຸລະກິດ ສ້າງຄວາມກ້າ ໃນການເຮັດທຸລະກິດ
ຂາດເງິນທຶນ, ຂາດທັກສະພິເສດ ຫຼື ຂາດຄົນຮູ້ຈັກ? ມັນເປັນພຽງຄວາມຢ້ານໃນການ ລົງມື ເຮັດທຸລະກິດ. ໃນເວລາສ້າງຕັ້ງທຸລະກິດໄໝ່ ຫຼາຍໆຄົນຈະຮັບຮູ້ວ່າ ມັນມີຄວາມສ່ຽງຫຼາຍທີ່ ຈະລົ້ມລະລາຍ ແລະ ມີຫຼາຍອັນຍັງຂາດເຂີນໂດຍສະເພາະເງິນທຶນ. ຈະສຳເລັດຫຼື ບໍ່ແນ່ນອນ ການເງິນກໍ່ເປັນປັດໃຈ ແຕ່ສິ່ງທີ່ຕັດສິນ ແມ່ນຄວາມຕັ້ງໃຈຫຼາຍເທົ່າໃດທີ່ຈະຜ່ານຜ່າ. ບໍ່ວ່າ ຈະເປັນການລົງທຶນນ້ອຍໆ ຫຼື ຫຼາຍພັນລ້ານດອນລ້າ, ຜູ້ປະກອບການຢາກ ໃຫ້ທຸລະກິດ ມີກຳໄລ.... ສ້າງຄວາມກ້າ ໃນການເຮັດທຸລະກິດ

ຂາດເງິນທຶນ, ຂາດທັກສະພິເສດ ຫຼື ຂາດຄົນຮູ້ຈັກ? ມັນເປັນພຽງຄວາມຢ້ານໃນການ ລົງມື ເຮັດທຸລະກິດ. ໃນເວລາສ້າງຕັ້ງທຸລະກິດໄໝ່ ຫຼາຍໆຄົນຈະຮັບຮູ້ວ່າ ມັນມີຄວາມສ່ຽງຫຼາຍທີ່ ຈະລົ້ມລະລາຍ ແລະ ມີຫຼາຍອັນຍັງຂາດເຂີນໂດຍສະເພາະເງິນທຶນ. ຈະສຳເລັດຫຼື ບໍ່ແນ່ນອນ ການເງິນກໍ່ເປັນປັດໃຈ ແຕ່ສິ່ງທີ່ຕັດສິນ ແມ່ນຄວາມຕັ້ງໃຈຫຼາຍເທົ່າໃດທີ່ຈະຜ່ານຜ່າ. ບໍ່ວ່າ ຈະເປັນການລົງທຶນນ້ອຍໆ ຫຼື ຫຼາຍພັນລ້ານດອນລ້າ, ຜູ້ປະກອບການຢາກ ໃຫ້ທຸລະກິດ ມີກຳໄລ.  ແຕ່ຄວາມຢ້ານທີ່ແອບແຝງໃນຈິດໃຕ້ສຳນຶກມັນເປັນສິ່ງທີ່ບໍ່ ອາດສາມາດ ລົບລ້າງ ອອກໄດ້. ເພື່ອອອກຈາກຄວາມກັງວົນ ມີຫຼາຍບັນຫາ ທີ່ຜູ້ປະກອບການ ຕ້ອງໄດ້ໃສ່ໃຈ ແລະ ຫຼາຍໆ ບັນຫາ ມັກຈະມາກະທົບ ຈົນຄິດຫຼາຍນອນບໍ່ຫຼັບກໍ່ວ່າໄດ້. ບັນຫາທີ່ມັກຄິດກໍ່ຄື: ຄຸນນະ ພາບຂອງສິນຄ້າ ແລະ ການບໍລິການ, ບັນຫາການແຂ່ງຂັນ, ການພັດທະນາສິນຄ້າ, ງົບປະ ມານບານປາຍ ແລະ ການໃຊ້ ຈ່າຍທີ່ຫຼາກຫຼາຍໃນຕອນຕົ້ນ ຈົນເກີນງົບປະມານທີ່ວາງໄວ້. ບາງ ຄົນຕ້ອງຕິດໜີ້ພີ່ນ້ອງ, ທະນາຄານ ເພື່ອນຳເງິນມາໜູນທຸລະກິດ.

ຄວາມຢ້ານໄດ້ກາຍເປັນ ສິງກີດຂວງອັນສຳຄັນໃນຊ່ວງດຳເນີນທຸລະກິດ ໂດຍສະເພາະໃນຕອນ ຕົ້ນ.  ມັນຈະເປັນພາບຫຼອກຫຼອນ ໃນຫຼາກຫຼາຍຮູບແບບ. ການຫຼີກລ່ຽງຄວາມຢ້ານ ຈິ່ງເປັນບັນ ຫາສຳຄັນ ໃນການກ້າວເຂົ້າສູ່ຄວາມສຳເລັດ ແລະ ການເຕີບໂຕຂອງ ບໍລິສັດ. ຄວາມຢ້ານຂອງ ແຕ່ລະບຸກຄົນກໍ່ ແຕກຕ່າງກັນ, ເຊັ່ນ: ບາງຄົນກໍ່ຢ້ານ ບໍ່ມີເງິນໜູນວຽນພຽງພໍ ໃນການດຳ ເນີນທຸລະກິດ ຊ່ວງທຳອິດ, ຫຼື ເພື່ອນຮ່ວມທຸລະກິດທີ່ ທຸ້ມເທ ແລະ ໄວ້ໃຈ.

ຈະເຮັດແນວໃດໃຫ້ສາມາດ ຢູ່ເໜືອຄວາມຢ້ານ ທີ່ສາມາດເກີດຂື້ນ ຈົນເຮັດໃຫ້ ຜູ້ປະກອບການ ບໍ່ສາມາດ ດຳເນີນວຽກງານ ຈົນສຳເລັດຜົນ. ຄຳແນະນຳຕໍ່ໄປນີ້ເປັນເຄັດລັບ ທີ່ຜູ້ປະກອບການ ຫຼາຍໆຄົນ ໃຊ້ມາແລ້ວລວມທັງຕົວຂ້າພະເຈົ້າ ແລະ ທ່ານ ອາດສາມາດ ນຳໃຊ້ໄດ້ກັບຕົວ ຂອງ ທ່ານເອງ

1. ຍອມຮັບວ່າ ການລົ້ມລະລາຍ ສາມາດເກີດຂື້ນໄດ້ທຸກໆເວລາ

ແນ່ນອນ ທຸກຄົນຫວັງທີ່ຈະໃຫ້ການລົງທຶນ ໄດ້ຜົນກຳໄລກັບຄືນມາ, ແທນທີ່ຈະຢ້ານການຂາດ ທຶນ ຫຼື ລົ້ມລະລາຍ ເຈົ້າຂອງບໍລິສັດຄວນຍອມຮັບວ່າ ທຸກຢ່າງເປັນສິ່ງທີ່ບໍ່ແນ່ນອນ. ການປະຕິ ບັດວຽກງານດ້ານເຕັກນິກ ບວກກັບການຕັດສິນໃຈທີ່ແນ່ນອນ ແລະ ການເຮັດວຽກເຕັມທີ່ ຕ່າງ ຫາກເປັນສິ່ງທີ່ຕ້ອງໄດ້ມຸ້ງໜັ້ນ. ໃຫ້ແຕ່ລະມື້ຂອງການດຳເນີນທຸລະກິດ ເປັນການສ້າງຄວາມ ຜິດພາດ ແລະ ຮຽນຮູ້ຈາກສິ່ງນັ້ນ ໄປເລີ້ຍໆ.

2. ສ້າງເປົ້າໝາຍທີ່ຈະແຈ້ງ

ການມີເປົ້າໝາຍທີ່ຈະແຈ້ງຈະເຮັດໃຫ້ ຜູ້ປະກອບການຮູ້ວ່າສິ່ງທີ່ ບັນດາເຈົ້າຂອງບໍລິສັດ ຢາກ ໄດ້ໃນນັ້ນ ສາມາດບັນລຸໄດ້ ຫຼາຍປານໃດ. ການມີເປົ້າໝາຍທີ່ແນ່ນອນ ຈະເປັນການສ້າງບົດທົດ ສອບຄວາມສາມາດ ແລະ ການປະຕິ ບັດວຽກງານທີ່ຫ້າວຫັນ ເພື່ອໃຫ້ໄດ້ໃນສິ່ງທີ່ຕ້ອງການ. ທ່ານຄວນຕັ້ງເປົ້າໝາຍໃນຫຼາຍໆຂົງເຂດໃຫ້ມີ ຄວາມຊັດເຈນ ພ້ອມທັງໄລຍະເວລາທີ່ທ່ານຕ້ອງ ການໃຫ້ປະສົບຜົນສຳເລັດ.

3. ທ່ານຈະບໍ່ຈຳເປັນຕ້ອງໄດ້ໝົດທຸກຢ່າງ

ທ່ານອາດມີຫຼາຍໆສິ່ງ ຕ້ອງໄດ້ເຮັດ ໃນຕອນຕົ້ນ ແລະ ມີຫຼາຍຢ່າງທາງທຸລະກິດຕ້ອງໄດ້ເຮັດ ເຊັ່ນ: ກິດຈະ ກຳສົ່ງເສີມການຂາຍ ອາດມີຫຼາຍຮູບແບບທີ່ຈະເຮັດໃຫ້ ຄົນຮູ້ຈັກສິນຄ້າ ແລະ ການບໍລິການຂອງບໍລິສັດ. ການຄັດເລືອກໜ່ວຍງານ ຫຼື ພະນັກງານຊ່ຽວຊານດ້ານ ວຽກງານ ການຕະຫຼາດ ທີ່ມີປະສິດທິຜົນທີ່ສຸດ ແລະ ເໜາະສົມກັບສະພາບການເງິນຂອງບໍລິສັດ ຂອງ ຕົນເອງຈະເຮັດໃຫ້ ເຈົ້າຂອງບໍລິສັດບໍ່ຕ້ອງ ເຮັດໃນສິ່ງທີ່ໃຊ້ເວລາໃນການປະຕິບັດຕົວຈິ່ງເປັນ ໄລ ຍະເວລາອັນຍາວນານ ເຊັ່ນ: ສົ່ງບັດເຊີນເປີດງານບໍລິສັດ.

4. ລົງມືເຮັດ

ພຽງແຕ່ລົງມືເຮັດຕົວຈິງ ຈະເຮັດໃຫ້ສາມາດ ກ້າວເຂົ້າສູ່ເປົ້າໝາຍທີ່ຕັ້ງໄວ້. ທ່ານ ຕ້ອງໄດ້ແບ່ງ ຄວາມຄິດນ້ອຍ ແລະ ໃຫຍ່ ແລ້ວແຕກມັນອອກມາເປັນ ກິດຈະກຳ ພ້ອມທັງບາດກ້າວ, ແລະ ຕັ້ງໜັ້ນໃນການເຮັດ ແນວໃດໃຫ້ມັນເກີດຂື້ນມາ ຕາມຄວາມຄິດທີ່ຕັ້ງໄວ້.

ໃນເວລາເລີ່ມຕົ້ນເຮັດກິດຈະກຳໃດໆກໍ່ຕາມ, ຄວາມຜິດພາດມັກຈະເກີດຂື້ນ ພວກທ່ານຕ້ອງ ຍອມຮັບວ່າ ມັນເປັນເລື່ອງທຳມະດາ. ສິ່ງນີ້ ມັນເປັນບາດກ້າວສຳຄັນ ເພາະມັນ ເປັນໂອກາດ ຮຽນຮູ້ ແລະ ຊອກຫາຫົນທາງ ດ້ວຍຕົນເອງເພື່ອເຮັດ ໃຫ້ສ້າງມັນຂື້ນມາ. ເນື່ອງຈາກວ່າບໍ່ມີ ສູດສຳເລັດໃດໆສາມາດເຮັດຄືກັນໄດ້, ມັນຕ້ອງໄດ້ເຮັດຂື້ນມາ ດ້ວຍປະສົບການຂອງໃຜມັນ.

ໃນເມື່ອທ່ານຮູ້ດີວ່າ ສິ່ງຊົ່ວຮ້າຍທີ່ສຸດສາມາດເກີດຂື້ນໄດ້ ກັບບໍລິສັດຂອງທ່ານກໍ່ຄືການລົ້ມລະ ລາຍ, ເມື່ອຮູ້ແນວນັ້ນແລ້ວກໍ່ບໍ່ຄວນຢ້ານອີກຕໍ່ໄປ. ການລົ້ມລະລາຍມີໄດ້ກັບ ຜູ້ປະກອບການ ທຸກໆຄົນ, ແລະ ຫຼາຍໆ ຄົນບໍ່ໄດ້ຖືວ່າການລົ້ມລະ ລາຍເປັນຈຸດຈົບຂອງການດຳເນີນທຸລະກິດ ແຕ່ພວກເພີ່ນຖືເປັນສ່ວນ ໜຶ່ງຂອງຂະບວນການຂອງການວິວັດໄປຫາສິ່ງໄໝ່.

Viengsombath Bangonesengdet Editor in chief

ຊ່ວຍສ້າງສັນສິງເປັນປະໂຫຍດແກ່ສັງຄົມ. ມີຄວາມສາມາດທີ່ມາຈາກປະສົບການ ແລະ ການສຶກສາ ຕິດພັນກັບຂົງເຂດ: ຍຸດທະສາດການບໍລິຫານ, ການຕະຫຼາດ, ການວາງແຜນທຸລະກິດ, ການຄ້າ ທາງອອນໄລ, ນະໂຍບາຍບຸກຂະລາກອນ, ປັບປຸງອົງການຈັດຕັ້ງ, ການສ້າງຍີ່ຫໍ້ສິນຄ້າ ແລະ ສອນ ເຕັກນິກການນຳພາ. ທ່ານສາມາດ ໃຊ້ບໍລິການພິເສດ ຫຼື ຕິດຕາມເຕັກນິກຜ່ານທາງເວັບໄຊນີ້.

Copy Protected by Chetan's WP-Copyprotect.