Norkhame
ຄົນສຳຄັນ ກັບທຸລະກິດທາງອິນເຕີເນັດ ຄົນສຳຄັນ ກັບທຸລະກິດທາງອິນເຕີເນັດ
ທ່ານອາດຈະເຫັນການປະກົດຕົວຂື້ນຂອງຫຼາຍໆທຸລະກິດຜ່ານທາງອິນເຕີເນັດ. ມີຫຼາຍໆພາກສ່ວນ ໄດ້ໃຫ້ການສະໜັບສະໜູນ ທັງລະ ດັບລັດຖະບານ ແລະ ພາກສ່ວນທຸລະກິດເອງ. ເຊັ່ນການນຳອິນເຕີເນັດຄວາມໄວສູງມາສູ່ປະເທດ ເປີດໄອກາດໃຫ້ການສົ່ງຂ່າວສານໄວ ຂື້ນ. ອົງ​ການຈັດຕັ້ງພາກ​ລັດຖະບານ, ບັນດາ​ທຸລະ​ກິດ​ເອກະ​ຊົນ ​ເຊິ່ງກວມ​ (SMEs), ຜູ້​ສະ ໜອງດ້ານ​ເຕັກ​ໂນ​ໂລ​ຢີ່, ລູກ​ຄ້າ ​ແລະ ບັນດາ​ຄູ່​ຄ້າ​ ຖື​ເປັນ​ຫຸ້ນ​ສ່ວນ​ຫລັກ ທີ່​ມີ​ຄວາມ​ສຳຄັນ​ໃນ​ການ​ດຳ​ເນີນ​ວຽກງານ E-Business. ສາຍ​ພົວພັນຂອງ E-​Business... ຄົນສຳຄັນ ກັບທຸລະກິດທາງອິນເຕີເນັດ

ທ່ານອາດຈະເຫັນການປະກົດຕົວຂື້ນຂອງຫຼາຍໆທຸລະກິດຜ່ານທາງອິນເຕີເນັດ. ມີຫຼາຍໆພາກສ່ວນ ໄດ້ໃຫ້ການສະໜັບສະໜູນ ທັງລະ ດັບລັດຖະບານ ແລະ ພາກສ່ວນທຸລະກິດເອງ. ເຊັ່ນການນຳອິນເຕີເນັດຄວາມໄວສູງມາສູ່ປະເທດ ເປີດໄອກາດໃຫ້ການສົ່ງຂ່າວສານໄວ ຂື້ນ. ອົງ​ການຈັດຕັ້ງພາກ​ລັດຖະບານ, ບັນດາ​ທຸລະ​ກິດ​ເອກະ​ຊົນ ​ເຊິ່ງກວມ​ (SMEs), ຜູ້​ສະ ໜອງດ້ານ​ເຕັກ​ໂນ​ໂລ​ຢີ່, ລູກ​ຄ້າ ​ແລະ ບັນດາ​ຄູ່​ຄ້າ​ ຖື​ເປັນ​ຫຸ້ນ​ສ່ວນ​ຫລັກ ທີ່​ມີ​ຄວາມ​ສຳຄັນ​ໃນ​ການ​ດຳ​ເນີນ​ວຽກງານ E-Business. ສາຍ​ພົວພັນຂອງ E-​Business ​ມີຮູບ​ແບບການ ເພິງພາເຊິງກັນແລະກັນ ​ດັ່ງ​ຕໍ່​ໄປ​ນີ້:

1. ການຕື່ນຕົວຂອງພະນັກງານພາຍໃນທຸກລະດັບ

ຜູ້​ມີ​ສ່ວນຮ່ວມພາຍ​ໃນ ຂັ້ນບໍລິຫານ ແລະ ພະນັກງານທຸກລະດັບຕ້ອງໄດ້ປັບປຽນວິທີການເຮັດວຽກ. ດັ່ງທີ່ໄດ້ກ່າວໄວ້ໃນ “ຫັນທຸລະກິດ ເຂົ້າສູ່ອິນເຕີເນັດ” ໄດ້ສະແດງໃຫ້ເຫັນຫຼາຍພາກສ່ວນພາຍໃນບໍລິສັດຕ້ອງໄດ້ຮ່ວມກັນສ້າງ ແລະ ປະຕິບັດແຜນຍຸດທະສາດ E-business. ຄວາມໃສໃຈ ແລະ ຄວາມສາມາດຂອງທຸກໆພາກສ່ວນ ພາຍໃນບໍລິສັດ ຈະພັກດັນການເຮັດວຽກ ແບບປະສານງານ ທີ່ມີປະສິດທິຜົນດີຂື້ນ ແລະ ຊ່ວຍເຮັດໃຫ້ບັນລຸປະສົງການດຳເນີນການຄ້າຂາຍຜ່ານທາງອິນເຕີເນັດໄດ້ດີ.

2. ຄຸ່ຮ່ວມທຸລະກິດ ຫຼື ລູກຄ້າ

ແນ່ນອນ, ການໂຄສະນາຈະບໍ່ເປັນຜົນຖ້າຫາກ ລູກຄ້າຍັງບໍ່ທັນມີຄວາມເຂົ້າໃຈໃນການນຳໃຊ້ອິນເຕີເນັດ. ຫຼື ຖ້າຫາກລູກຄ້າຂອງທ່ານ ບໍ່ສາມາດຕອບ ຫຼື ສົ່ງຈົດໝາຍທາງອອນໄລໄດ້ແລ້ວ ທ່ານກໍ່ຈະບໍ່ສາມາດເຮັດການຄ້າຜ່ານທາງອິນເຕີເນັດໄດ້. ຄວາມພ້ອມຂອງເຄື່ອ ຄ່າຍທຸລະກິດຂອງທ່ານເປັນສິ່ງຈຳເປັນ ໃນການດຳເນິນທຸລະກິດທາງອິນເຕີເນັດ.

3. ສະ​ຖາ​ບັນ​ການ​ເງິນ

ຄວາມພ້ອມໃນການຮັບສິນຄ້າອາດບໍ່ມີຄວາມສັບສົນເທົ່າກັບການສົ່ງເງິນ ຜ່ານທາງອິນເຕີເນັດ. ຄວາມປອດໄພເປັນສິ່ງສຳຄັນຫຼາຍ, ຖ້າຫາກຂໍ້ມູນການເງິນບໍ່ມີຄວາມປອດໄພ ແລະ ວ່ອງໄວ ອາດເປັນຜົນລົບຕໍ່ກັບການຊື້-ຂາຍຜ່ານທາງອິນເຕີເນັດ. ໃນຊຸມປີ 2014 ມີການຮັບ ແລະ ສົ່ງເງິນ ເພື່ອຊື້ສິນຄ້າ ແລະ ການບໍລິການນັບເປັນ ພັນໆ ລ້ານດອນລາ ສະຫະລັດ.

4. ຄວາມພ້ອມຂອງຜູ້ໃຫ້ບໍລິການ ອິນເຕີເນັດ

ການບໍລິການພາຍໃນກ່ຽວກັບ IT ແລະ ສິ່ງອຳນວຍຄວາມສະດວກເປັນສິ່ງທີ່ມີຄວາມສຳຄັນຫຼາຍ ໃຫ້ແກ່ບໍລິສັດ ແລະ ຜູ້ບໍລິໂພກໄດ້ຊົມ ໃຊ້ ການເຮັດທຸລະກິດຫຼາກຫຼາຍຮູບແບບ. ຄວາມໄວຂອງອິນເຕີເນັດ, ການບໍລິການອອກແບບ ແລະ ອົງປະກອບຕ່າງໆທີ່ຈະຊ່ວຍສົ່ງເສີມ ການຂາຍຜ່ານທາງເວັບໄຊ ນັ້ນເປັນສິ່ງຈຳເປັນ ແກ່ການຂະຫຍາຍຕົວຂອງທຸລະກິດທາງອອນໄລ.

ຫຼາຍໆທ່ານອາດຮູ້ຈັກ ອາເມຊອນ ເຊິ່ງ ເປັນ​ບໍລິສັດ ​ແລະ ອົງການ​ນຳໜ້າ ​ເຊິ່ງມີ​ບົດບາດ​ສຳຄັນ​ໃນ​ການ​ປ່ຽນ​ແປງຮູບ​ແບບ​ການ​ເຮັດທຸລະ​ກິດ ​ແລະ ການ​ຄ້າ.  www.amazon.com ເປ​ັນ​ເວັບ​ໄຊ ​ຂາຍ​ເຄື່ອງ​ຍ່ອຍ​ທີ່ຮູ້ຈັກ​ກັນ​ດີ​ທີ່​ສຸດ​ໃນ​ອິນ​ເຕີ​ເນັດ. ອອກ​ໃຫ້​ບໍລິການໃນ​ ​ເດືອນ 7/1995 ແລະ ​ໃນ​ປະຈຸ​ບັນ​ສະໜອງ​ໃຫ້​ແກ່​ລູກ​ຄ້າ​ອອນລາຍ​ເຊິ່ງ ປະກອບ​ມີ ຫຼາກຫຼາຍປະ​ເພດ​ສິນຄ້າ ຫຼາຍກ່ວາ 30 ປະ​ເພດ ​ເຊັ່ນ: ປື້ມ, CD, ​ເຄື່ອງຫຼີ້ນ, ​ເຄື່ອງ​ໃຊ້​ໃນ​ບ້ານ, ​ເຄື່ອງ​ສຳລັບ​ແມ່​ຍິງ ​ເຊັ່ນ: ເກີບ ​ແລະ ອື່ນໆ. ເວັບ​ໄຊ​ພະຍາຍາມ​ເປັນ​ເວັບ​ໄຊ​ທີ່​ ​ເປັນ​ສູນ​ກາງ​ໃຫ້​ຜູ້​ຊື້ ທາງ​ອອນລາຍ ອັນ​ດັບ​ທີ່ໜຶ່ງ​ໃນ​ໂລກ, ​ເປັນ​ບ່ອນ​ທີ່​ລູກ​ຄ້າ​ສາມາດ​ຊອກ​ຫາ ​ແລະ ພົບ​ສິ່ງ​ທີ່ຕົນ​ຕ້ອງການ​ທຸກໆຢ່າງ​ຜ່ານ​ທາງ​ອອນ​ລາຍ.

ດັ່ງທີ່ທ່ານໄດ້ເຫັນແລ້ວວ່າ, ຄວາມຄິດສ້າງສັນຂອງນັກທຸລະກິດ ຕ້ອງໄປພ້ອມໆກັບນະໂຍບາຍ ແລະ ສິ່ງອຳນວຍຄວາມສະດວກຂອງ ພາກລັດ. ໃນນັ້ນ, ການຕັດສິນໃຈຂອງນັກທຸລະກິດ ທີ່ຈະດຳເນີນທຸລະກິດການຄ້າຜ່ານທາງອິນເຕີເນັດ ເປັນສິ່ງຕັດສິນສະຕາກຳ ການຢູ່ຫຼອດ ໃນໄລຍະຍາວ.

Viengsombath Bangonesengdet Editor in chief

ຊ່ວຍສ້າງສັນສິງເປັນປະໂຫຍດແກ່ສັງຄົມ. ມີຄວາມສາມາດທີ່ມາຈາກປະສົບການ ແລະ ການສຶກສາ ຕິດພັນກັບຂົງເຂດ: ຍຸດທະສາດການບໍລິຫານ, ການຕະຫຼາດ, ການວາງແຜນທຸລະກິດ, ການຄ້າ ທາງອອນໄລ, ນະໂຍບາຍບຸກຂະລາກອນ, ປັບປຸງອົງການຈັດຕັ້ງ, ການສ້າງຍີ່ຫໍ້ສິນຄ້າ ແລະ ສອນ ເຕັກນິກການນຳພາ. ທ່ານສາມາດ ໃຊ້ບໍລິການພິເສດ ຫຼື ຕິດຕາມເຕັກນິກຜ່ານທາງເວັບໄຊນີ້.

Copy Protected by Chetan's WP-Copyprotect.