Norkhame
ຫຼົງໃຊ້ຂອງປອມ ຫຼົງໃຊ້ຂອງປອມ
ທົ່ວໂລກມີສິນຄ້າປອມອອກສູ່ຕະຫຼາດເປັນປະຈຳ, ປະມານ 5-7% ຂອງສິນຄ້າທັງໝົດ. ປະເທດຈະເລີນເຊິ່ງມີການພັດທະນາດ້ານກົດໝາຍຍັງຮັບມືກັບບັນຫານີ້ບໍ່ແມ່ນງ່າຍ. ແນ່ນອນຜູ້ຊົມໃຊ້ກາຍເປັນເຍືອບໍລິສຸດ ແລະ ທ່ານເອງຄວນພັດທະນາທັກສະພິຈະລະນາຂອງແທ້ ຫຼື ປອມ. ສິນຄ້າປອມເປັນມາຈາກຫຼາຍສາເຫດ. ອັນໜຶ່ງໜ້າຈະແມ່ນຍ້ອນການຜະລິດທີ່ມີການແຂ່ງຂັນກັນຫຼາຍ ຈົນເຮັດໃຫ້ຜູ້ຜະລິດຂະໜາດນ້ອຍບໍ່ສາມາດແຂ່ງຂັນໄດ້ ຈິ່ງຕ້ອງສ້າງສິນຄ້າຮຽນແບບທີ່ມີຄຸນນະພາບຕໍ່າ ແລະ ຂາຍໃນລາຄາຄືກັນກັບເຄື່ອງຂອງແທ້. ໃນ ສ ປ ປ ລາວ ປະກົດມີສິນຄ້າປອມຫຼາກຫຼາຍ ນັບແຕ່ເຄື່ອງໃຊ້ ຈົນຮອດອາຫານການກິນ.... ຫຼົງໃຊ້ຂອງປອມ

ທົ່ວໂລກມີສິນຄ້າປອມອອກສູ່ຕະຫຼາດເປັນປະຈຳ, ປະມານ 5-7% ຂອງສິນຄ້າທັງໝົດ. ປະເທດຈະເລີນເຊິ່ງມີການພັດທະນາດ້ານກົດໝາຍຍັງຮັບມືກັບບັນຫານີ້ບໍ່ແມ່ນງ່າຍ. ແນ່ນອນຜູ້ຊົມໃຊ້ກາຍເປັນເຍືອບໍລິສຸດ ແລະ ທ່ານເອງຄວນພັດທະນາທັກສະພິຈະລະນາຂອງແທ້ ຫຼື ປອມ.

ສິນຄ້າປອມເປັນມາຈາກຫຼາຍສາເຫດ. ອັນໜຶ່ງໜ້າຈະແມ່ນຍ້ອນການຜະລິດທີ່ມີການແຂ່ງຂັນກັນຫຼາຍ ຈົນເຮັດໃຫ້ຜູ້ຜະລິດຂະໜາດນ້ອຍບໍ່ສາມາດແຂ່ງຂັນໄດ້ ຈິ່ງຕ້ອງສ້າງສິນຄ້າຮຽນແບບທີ່ມີຄຸນນະພາບຕໍ່າ ແລະ ຂາຍໃນລາຄາຄືກັນກັບເຄື່ອງຂອງແທ້. ໃນ ສ ປ ປ ລາວ ປະກົດມີສິນຄ້າປອມຫຼາກຫຼາຍ ນັບແຕ່ເຄື່ອງໃຊ້ ຈົນຮອດອາຫານການກິນ.

ເມື່ອເວົ້າເຖິງອາຫານແລ້ວ ເປັນສິ່ງທີ່ໜ້າເອົາໃຈໃສ່ ເພາະສຸກກະພາບ ແລະ ການມີຊີວິດຍືນຍາວເປັນສິ່ງທີ່ຄົນທຸກໆຄົນຕ້ອງການກ ການໃຊ້ຂອງປອມເປັນປະຈຳ ອາດເປັນອັນຕະລາຍຕໍ່ສຸກກພາບ ເພາະອາຫານປອມ ມັກຈະບໍ່ໄດ້ຜ່ານການກວດສອບ ແລະ ອຸນຸມັດຈາກອາຫານ ແລະ ຢາ. ຫຼື ຖ້າເປັນເຄື່ອງໄຟຟ້າຍິງມີຄວາມສຳຄັນ ເພາະຖ້າຫາກບໍ່ໄດ້ມາດຖານອາດກໍ່ໃຫ້ເກີດມີອັກຄີໄພ. ຖ້າຫາກເຄື່ອງສຳອາງປອມ ຫຼື ເຄື່ອງນຸ່ງຫົມອາດກໍ່ໃຫ້ເປັນພະຍາດ ຫຼື ໂລກຕ່າງໆ. ດັ່ງນັ້ນ ທ່ານຄວນໃສ່ໃຈໜ້ອຍໜຶ່ງກ່ອນຈະຕັດສິນໃຈຊື້ເຄື່ອງກິນ ຫຼື ເຄື່ອງໃຊ້ດ້ວຍການສັງເກດສິນຄ້າ ກ່ອນຈົກເງິນຈ່າຍ ດ້ວຍວິທີພື້ນຖານດັ່ງນີ້:

ສັງເກດເບິ່ງຮ້ານຂາຍ

ຖ້າຫາກທ່ານຊື້ເຄື່ອງຍີ່ຫໍ້ທີ່ເປັນເຄື່ອງໃຊ້ໄຟຟ້າ ຫຼື ເຄື່ອງສຳຄັນ. ທ່ານຕ້ອງໄດ້ໃຊ້ເວລາໜ້ອຍໜຶ່ງສັງເກດເບິ່ງຮ້ານ ວ່າເຂົາເຈົ້າເປັນຕົວແທນຈຳໜ່າຍສິນຄ້າບໍ່? ຫຼື ກວດສອບເບິ່ງຄວາມໜ້າເຊື່ອຖືອື່ນໆ ວ່າເຈົ້າຂອງຮູ້ຈັກສິນຄ້າດີບໍ່. ຫຼື ກວດສອບເບິ່ງວ່າເຂົາເຈົ້າ ມີສາຍພົວພັນກັບສະມາຊິກອື່ນໆທີ່ນອນໃນອຸດສາຫະກຳດຽວກັນຫຼືບໍ່. ຫຼື ສັງເກດເບິ່ງຄຳເຫັນຂອງລູກຄ້າອື່ນໆຜ່ານທາງສື່ອອນໄລ. ຫຼື ທາງຮ້ານມີການບໍລິການຫຼັງຂາຍຄືກັນກັບທີ່ທາງຍີ່ຫໍ້ອາດຈະສະໜອງການບໍລິການຫຼືບໍ່?

ໃຊ້ສາຍຕາ ແລະ ຄວາມຊົງຈຳ

ຖ້າຫາກທ່ານໃຊ້ສິນຄ້າໃດໜຶ່ງເປັນປະຈຳ ທ່ານອາດຈະຕ້ອງໄດ້ຈື່ຄຸນລັກສະນະຂອງສິນຄ້າ. ເຊັ່ນ ລັກສະນະການຫຸ້ມຫໍ່, ຣົດຊາດ ແລະ ລາຍລະອຽດເຈ້ຍຫຸ້ມຫໍ່.​ ສິນຄ້າປອມ ຈະມີການຫຸ້ມຫໍ່ທີ່ແຕກຕ່າງອອກ ຈາກຂອງແທ້ ແລະ ການຈົດສະຫຼາກ ມັກຈະບໍ່ຄົບຖ້ວນຄືກັນກັບຂອງແທ້ ຫຼື ມີການຂຽນທີ່ບໍ່ເປັນລະບົບແນ່ນອນ. ຖ້າທ່ານຊື້ເຄື່ອງໄຟຟ້າຂອງແທ້, ມັກຈະມີເຄື່ອງອື່ນໆຄັດຕິດມານຳ ເຊັ່ນ: ສາຍສາກ, ແລະ ອຸປະກອນຕິດຕັ້ງ. ແຕ່ຂອງປອມແລ້ວມີແຕ່ເຄື່ອງ ສ່ວນອັນອື່ນໆຕ້ອງໄດ້ຊື້ເອົາ.

ລາຄາຖືກຫຼາຍ

ຖ້າຫາກທ່ານສາມາດຕໍ່ໄດ້ລາຄາເກີນກວ່າທີ່ເປັນແລ້ວ, ເຄື່ອງນັ້ນມີໂອກາດເປັນຂອງປອມຫຼາຍ. ເພາະຂອງແທ້ ຈະມີລາຄາຂາຍສົ່ງ ແລະ ຂາຍຍົກທີ່ແນ່ນອນ. ຮ້ານຂາຍຍ່ອຍ ຈະບໍ່ສາມາດຂາຍຕໍ່າເກີນກວ່າລາຄາໄດ້ເພາະຢ້ານຂາດທຶນ. ຫຼື ອີກສາເຫດໜຶ່ງ ຜູ້ຂາຍອາດຈະພະຍາຍາມ ໃຫ້ຊື້ໄວທີ່ສຸດ: ເຂົາເຈົ້າອາດເວົ້າວ່າມີເຄື່ອງສຸດທ້າຍ ຫຼື ຫຼຸດໃຫ້ລາຄາພິເສດຍ້ອນແນວນັ້ນແນວນີ້. ສິ່ງນີ້ອາດຕ້ອງໄດ້ພິຈາລະນາຕື່ມ. ຫຼື ຜູ້ຂາຍມັກຈະໃຊ້ ຄຳສັບສ້າງຄວາມໜ້າອັດສະຈັນ. ຂອງປອມມັກໃຊ້ຄຳສັບທີ່ໂຄສະນາສິນຄ້າ ເພື່ອສ້າງຄວາມໜ້າເຊື່ອຖືແກ່ສິນຄ້າປອມ.

ເຖິງວ່າຂອງປອມອາດມີຄຸນນະພາບໃຫ້ຄຽງກັບຂອງແທ້ ແລະ ທ່ານອາດຈະຈ່າຍໃນລາຄາຖືກກວ່າສິນຄ້າຂອງແທ້ ແຕ່ການຊົມໃຊ້ສິນຄ້າຂອງປອມ ເປັນການສົ່ງເສີມສິນຄ້າທີ່ມີການຜະລິດບໍ່ເປັນໄປຕາມກົນໄກຂອງກົດໝາຍ. ເພື່ອເຮັດໃຫ້ຜູ້ຜະລິດ ແລະ ຜູ້ຊົມໃຊ້ໄດ້ຜົນປະໂຫຍດ, ຈະອາໃສແຕ່ທາງການລັດ ກວດສອບອາດບໍ່ທົ່ວເຖິງເພາະຄົນລັກລອບນັ້ນ ຈະຊອກໂອກາດສະເໜີ. ດັ່ງນັ້ນ ທ່ານທີ່ເປັນຜູ້ຊົມໃຊ້ຄວນມີຄວາມສາມາດໃນການໃຈ້ແຍກວ່າອັນໃດຂອງແທ້ຫຼື ປອມ. ທັງນີ້ກໍ່ເພື່ອຊີວິດ ແລະ ສຸກກະພາບທ່ານເອງ.

Viengsombath Bangonesengdet Editor in chief

ຊ່ວຍສ້າງສັນສິງເປັນປະໂຫຍດແກ່ສັງຄົມ. ມີຄວາມສາມາດທີ່ມາຈາກປະສົບການ ແລະ ການສຶກສາ ຕິດພັນກັບຂົງເຂດ: ຍຸດທະສາດການບໍລິຫານ, ການຕະຫຼາດ, ການວາງແຜນທຸລະກິດ, ການຄ້າ ທາງອອນໄລ, ນະໂຍບາຍບຸກຂະລາກອນ, ປັບປຸງອົງການຈັດຕັ້ງ, ການສ້າງຍີ່ຫໍ້ສິນຄ້າ ແລະ ສອນ ເຕັກນິກການນຳພາ. ທ່ານສາມາດ ໃຊ້ບໍລິການພິເສດ ຫຼື ຕິດຕາມເຕັກນິກຜ່ານທາງເວັບໄຊນີ້.

Copy Protected by Chetan's WP-Copyprotect.