Norkhame
ປັນຫາພາສ້າງບາລະມີ ປັນຫາພາສ້າງບາລະມີ
ຫາກ​ເຝິກ​ເບິ່ງ​ບັນ​ຫາ​ເພື່ອ​ເປັນ​ການ​ສ້າງ​ບາ​ລະ​ມີ​ໃຫ້​ແກ່​ຕົວ​ເອງ​ຢູ່​ຕະ​ຫລອດ​ ຈາກ​ສິ່ງ​ທີ່​ເຄີຍ​ຄິດ​ວ່າ​ເປັນ​ຄວາມ​ຊົ່ວ​ຮ້າຍ. ໃຫ້ເປີດໃຈ​​ຍ່ອມ​ໃຫ້​ເຮົາ​ໄດ້​ຮຽນ​ຮູ້​ທີ່​ຈະ​ແຂງ​ແກ່ນ​ຂຶ້ນ. ​ພ້ອມກັນ​ກັບ​ຊ່ວຍ​ກະ​ຕຸ້ນ​ໃຫ້​ເຮົາ​ໄດ້​ມີ​ໂອ​ກາດ​ຄົ້​ນ​​ຫາສິ່ງ​ທີ່​ຍິ່ງ​ໃຫ່​ຍ​ສະ​ເຫມີ. ຊີ​ວິ​ດ​ຂອງ​ຄົນ​ເຮົາ​ທີ່​ເກີດ​ຂຶ້ນ​ມາ​ບົນ​ໂລກ​ນີ້​​ ລ້ວນ​ແຕ່​ມີ​ຄວາມ​ແຕກ​ຕ່າງ. ​ຖື​ວ່າ​ເປັນສະ​ເນ່​ຢ່າງ​ໜຶ່ງ​ຂອງ​ຊີ​ວິດ​. ແຕ່​ຖ້າ​ຫາກ​ຮູ້​ຈັກ​ກັບ​ຊີ​ວິດ​ແລ້ວ​ເຮົາ​ກໍ​ມັກ​ສະ​ຫລຸ​ບ​ລວມຍອດ​ວ່າ​ຊີ​ວິດ​ມີ​ພຽງ​ສອງ​ສິ່ງ​ທີ່​ວຽນ​ເຂົ້າ​ມາ​ໃຫ້​ເຮົາ​ສຶກ​ສາ​ນັ້ນ​ກໍ່ຄື: “ຊີ​ວິ​ດ​ມີ​ບັນ​ຫາ ຖືກ​ນິ​ຍາມ​ວ່າ​ເປັນ​ຄວາມ​ທຸກ ​ແລະ​ ຊີ​ວິດ​ທີ່​ບໍ່​ມີ​ບັນ​ຫາ​ເຊິ່ງ​ ຖືກ​ນິ​ຍາມ​ວ່າ​ເປັນ​ຄວາມ​​ສຸກ” ຊີ​ວິດ​ຖືກ​ຈະມິທັງເຫດພາໃຫ້ຄົນຄິດ​ທຸກ​ ແລະ​ ​ສຸກສະເໜີ. ​ ເມື່ອໃດບໍ່ເປັນດັງໃຈ, ຄົນກະທຸກ. ເມື່ອໃດເປັນດັງໃຈ ຄົນກະສຸກ. ຈະເກີດຫຍັງຂື້ນ, ຄົນຄຸມບໍ່ໄດ້ໃນບາງສະຖານະການ. ເປັນຕົ້ນການຕາຍຈາກກັນຂອງຄົນຮັກ.​... ປັນຫາພາສ້າງບາລະມີ

ຫາກ​ເຝິກ​ເບິ່ງ​ບັນ​ຫາ​ເພື່ອ​ເປັນ​ການ​ສ້າງ​ບາ​ລະ​ມີ​ໃຫ້​ແກ່​ຕົວ​ເອງ​ຢູ່​ຕະ​ຫລອດ​ ຈາກ​ສິ່ງ​ທີ່​ເຄີຍ​ຄິດ​ວ່າ​ເປັນ​ຄວາມ​ຊົ່ວ​ຮ້າຍ. ໃຫ້ເປີດໃຈ​​ຍ່ອມ​ໃຫ້​ເຮົາ​ໄດ້​ຮຽນ​ຮູ້​ທີ່​ຈະ​ແຂງ​ແກ່ນ​ຂຶ້ນ. ​ພ້ອມກັນ​ກັບ​ຊ່ວຍ​ກະ​ຕຸ້ນ​ໃຫ້​ເຮົາ​ໄດ້​ມີ​ໂອ​ກາດ​ຄົ້​ນ​​ຫາສິ່ງ​ທີ່​ຍິ່ງ​ໃຫ່​ຍ​ສະ​ເຫມີ.

ຊີ​ວິ​ດ​ຂອງ​ຄົນ​ເຮົາ​ທີ່​ເກີດ​ຂຶ້ນ​ມາ​ບົນ​ໂລກ​ນີ້​​ ລ້ວນ​ແຕ່​ມີ​ຄວາມ​ແຕກ​ຕ່າງ. ​ຖື​ວ່າ​ເປັນສະ​ເນ່​ຢ່າງ​ໜຶ່ງ​ຂອງ​ຊີ​ວິດ​. ແຕ່​ຖ້າ​ຫາກ​ຮູ້​ຈັກ​ກັບ​ຊີ​ວິດ​ແລ້ວ​ເຮົາ​ກໍ​ມັກ​ສະ​ຫລຸ​ບ​ລວມຍອດ​ວ່າ​ຊີ​ວິດ​ມີ​ພຽງ​ສອງ​ສິ່ງ​ທີ່​ວຽນ​ເຂົ້າ​ມາ​ໃຫ້​ເຮົາ​ສຶກ​ສາ​ນັ້ນ​ກໍ່ຄື: “ຊີ​ວິ​ດ​ມີ​ບັນ​ຫາ ຖືກ​ນິ​ຍາມ​ວ່າ​ເປັນ​ຄວາມ​ທຸກ ​ແລະ​ ຊີ​ວິດ​ທີ່​ບໍ່​ມີ​ບັນ​ຫາ​ເຊິ່ງ​ ຖືກ​ນິ​ຍາມ​ວ່າ​ເປັນ​ຄວາມ​​ສຸກ”

ຊີ​ວິດ​ຖືກ​ຈະມິທັງເຫດພາໃຫ້ຄົນຄິດ​ທຸກ​ ແລະ​ ​ສຸກສະເໜີ. ​ ເມື່ອໃດບໍ່ເປັນດັງໃຈ, ຄົນກະທຸກ. ເມື່ອໃດເປັນດັງໃຈ ຄົນກະສຸກ. ຈະເກີດຫຍັງຂື້ນ, ຄົນຄຸມບໍ່ໄດ້ໃນບາງສະຖານະການ. ເປັນຕົ້ນການຕາຍຈາກກັນຂອງຄົນຮັກ.​ ພວກ ເຮົາມັກ​ຮ້ອງ​ຂໍ​ຄວາມ​ສຸກ​ໃຫ້​ຢູ່​ກັບ​ເຮົາ​ໃຫ້​ດົນ​ທີ່​ສຸດ​. ຕົວຈິງ, ​ຄວາມ​ສຸກ​ທີ່​ເຮົາ​ໂຫຍ​ຫາ​ກໍ​ຈະ​ບິນ​ຈາກ​ລາ​ໄປ​ຕາມ ການເວລາ. ບາງ​ເທື່ອ​ກໍ​ໄດ້​ຊື່ນ​ຊົມ​ທີ່​ສິ່ງ​ທີ່​ຕ້ອງ​ການ ​ສິ່ງ​ນັ້ນ​ກໍ​ປ່​ຽນ​ແປງ​ໄປ​ເປັນ​ຄວາມ​ທຸກ​ໃນ​ເວ​ລາ​ຕໍ່​ມາ​ເຊັ່ນ​ເດີມ. ເຊັ່ນ: ພົບຄົນຮັກ ແລະ ກະມີການຈາກ. ອາດເປັນເພາະແຍກທາງ ຫຼື ສີ້ນໃຈ.

ເມື່ອໃດຈິດໃຈເຮົາປ່ອຍໃຫ້ເຫດການມາກຳນົດຈິດໃຈ ໃຫ້ເປັນສຸກ ແລະ ທຸກ, ໝາຍວ່າເຮົາປ່ອຍປະ ໃຫ້ຈິດໃຈມີ ເນື້ອທີ່ຮັບເອົາພະລັງງານພາຍນອກມາຄຸ້ມຄອງແນວຄິດ.  ​ມັນອາດມີພະລັງຫຼາຍ. ຈົນ​ເຮັດ​ໃຫ້​ເຮົາ​ຕ້ອງ​ຈົມ​ຢູ່​ກັບ​ບັນ​ຫາ​ເພາະ​ບໍ່​ຮູ້​ວ່າ​ຈະ​ແກ້​ໄຂ​ໃຫ້​ມັນ​ຫລຸດ​ອອກ​ໄປ​ໄດ້​ຢ່າງ​ໃດ. ເຊື່ອບໍ່ວ່າ: ທຸກ​ບັນ​ຫາ​ລ້ວນ​ສ້າງ​ປັນ​ຍາ​ໃຫ້​ເກີດ​ຂຶ້ນ​ໄດ້​ສະ​ເຫ​ມີ. ຂ້າພະເຈົ້າຂໍສະເໜີແນວຄິດການເບິ່ງບັນຫາມາຍັງທ່ານ. ໂດຍໃຫ້ຖືວ່າ: ບັນ​ຫາ​ທີ່​ເກີດ​ຂື້ນ​ເຮັດ​ເຮົາໄດ້​ມີ​ໂອ​ກາດ​ສ້າງ​ບາ​ລະ​ມີ.

ຫາກ​ສັງ​ເກດ​ວິ​ຖີ​ຊີ​ວິດ​ຂອງ​ຄົນ​ເຮົາ, ​ບໍ່​ມີ​ໃຜ​ທີ່​ຈະກ້າວ​ໄປ​ສູ່​ຄວາມ​ສຸກ​ ແລະ​ ຄວາມ​ສຳ​ເລັດ​ໄດ້ ບົນ​ເສັ້​ນ​ທາງ​ທີ່​ໂຮຍ​ດ້ວຍ​ກີບດອກ​ໄມ້​​. ທຸກ​ບາດ​ກ້າວ​ຂອງ​ຊີ​ວິດ​ເຖິງ​ຈະ​ມີ​ຄວາມ​ສຳ​ເລັດ​ມາ​ກອງ​ຢູ່​ທາງ​ຫ​ນ້າ​ຫລາຍ​ພຽງ​ໃດ​, ກໍ​ມັກ​ມີ​ຄວາມ​ຫຍຸ້ງຍາກ​ຊ້ອນ​ຢູ່​ສະ​ເຫມີ. ໃນ​ການ​ກ່ຽວ​ຂ້ອງ​ກັບ​ສິ່ງ​ທີ່​ຕ້ອງ​ພົບ​ກັບ​ສິ່ງ​ຕ່າງໆ​, ບໍ່​ວ່າ​ເຮົາ​ຈະ​ມີ​ບັນ​ຫາຫຼື​ບໍ່​ ​ມີ​ຫລາຍ​ຫລື​ຫ​ນ້ອຍ, ​ຫລື​ເປັນ​ໃຜ​ມາ​ຈາກ​ໃສ, ​ແຕ່​ຢູ່​ທີ່​ວ່າ ເຮົາ​ເປັນ​ຜູ້​ໃຊ້​ສິ່ງ​ທີ່​ໄດ້​ຄອບ​ຄອງ​ຢ່າງ​ໃດ​ຕ່າງ​ຫາ​ກ.

​ບາງ​ຄົນ​ທີ່​ເຮົາ​ເບິ່ງວ່າ​ເຂົາ​ພຽບ​ພ້ອມ​ດ້ວຍ​ຊັບ​ພາຍນອກ​, ແຕ່​ເຮົາ​ບໍ່​ອາດ​ຈະ​ຮູ້​ວ່າ​ພາຍ​ໃນ​ຂອງ​ເຂົ​າ​ນັ້ນ​ມີ​ຄວາມ​ກັງ​ວົນ​ ຫ​ຍັງ​ຊ້ອນ​ຢູ່​. ຢ່າງ​ຫ​ນ້ອຍ​ກໍ່​ຕ້ອງ​ຫ່ວງ​ພະ​ວົງ​ວ່າ​ຈະ​ໃຫ້​ສິ່ງ​ທີ່​ມີ​ຢູ່​ນັ້​ນ​ດຳ​ເນີນ​ໄປ​ໃນ​ທິດ​ທາງ​ໃດ. ສ່ວນ​ຄົນທີ່​ບໍ່​ມີ​ວັດ​ຖຸ​ເງິນ​ທອງ​ ກໍ່ເບິ່ງ​ດ້ວຍ​ຄວາມ​ຍາກ​ທີ່​ຈະ​ໄດ້​ຄອບ​ຄອງ​ຈົນ​ເຮັດ​ໃຫ້​ລືມ​ທີ່​ຈະ​ເຫັນ​ຄຸນ​ຄ່າສິ່ງທີ່ຕົນມີ. ​​ເຮັດ​ໃຫ້​ຕົນ​ເອງ​ບົກ​ພ່ອງ​ທັງ​ດ້ານ​ວັດ​ຖຸ​ພາຍນອກ​ແລະ​ແຫ້ງ​ແລ້ງ​ຊັບ​ພາຍ​ໃນ​ທີ່​ເກີດ​ຂຶ້ນ​ໃນ​ໃຈ. ດ້ວຍ​ເຫດ​ນີ້​ຈຶ່ງ​ກ່າວ​ໄດ້​ວ່າ​ຊີ​ວິດ​ຂອງ​ເຮົາ​ນັ້ນ, ບໍ່​ວ່າ​ຈະ​ສົມ​ຫວັງ​ຫລື​ບໍ່​ມີ​ຫວັງ ​ໃນ​ສິ່ງ​ທີ່​ຕົນ​ຕ້ອງ​ການ ​ເຮົາ​ກໍ່ມັກ​ຈະ​ໃຫ້​ປັນ​ຫາ​ແຊງ​ຂຶ້ນ​ມາ​ນຳ​ຫ​ນ້າ​ສະ​ເຫມີ​ ເພາະ​ເຮົາ​ຈະ​ຮູ້​ວ່າ​ຈະ​ຈັດ​ການ​ກັບ​ມັນ​ແບບ​ໃດ, ແຕ່​ຫາກ​ຮູ້​ຈັກ​ວາງ​ໃຈ​ໃນ​ການ​ກ່ຽວ​ຂ້ອງ​ກັບ​ທຸກ​ສິ່ງ​ທີ່​ເກີດ​ຂຶ້ນ​ມາ, ມັນຈະ ເຮັດໃຫ້ເຮົາໄປຢູ່ໃນອາຣົມການວາງເສີຍ.

ບັນຫາສ້າງປັນຍາ, ປັນຍາສ້າງບາຣະມີ. ປັນ​ຍາ​ໃຫ້​ຖືກັບ​ວ່າ​ບັນ​ຫ​າ​ເຮັດ​ໃຫ້​ເຮົາ​ໄດ້​ສ້າງ​ບາ​ລະ​ມີ ​ຄວາມ​ສຸກ​ ແລະ​ຄວາມ​ມ່ວນ​ຊື່ນ​ທີ່​ຖ້າ​ຢູ່ ​ຍ່ອມ​ມີ​ລົດ​ຊາດ​ໃຫ້​ຄົນ​ຄົ້ນຫາ​ສະ​ເຫມີ. ຫາກ​ພິ​ຈາ​ລະ​ນາ​ດ້ວຍ​ປັນ​ຍາ​ທີ່​ລະ​ອຽດ​ລົງ​ໄປ ​ຈະ​ເຫັນ​ໄດ້​ວ່າ​ມັກ​ຈະ​ມີ​ປັນ​ຫາ​ທີ່​ຫລາຍ​ຄົນ​ເບິ່ງວ່າ​ເປັນ​ເລື່ອງ ຫ​ນ້າ​ອຸກໃຈ ແຕ່​ທ່ານກັບ​ເຫັນ​ເປັນ ຄວາມ​ທ້າ​ທາຍ​ແທນ.

ພະ​ພຸດ​ພະ​ເຈົ້າ ເບິ່ງ​ຊີ​ວິດ​ເປັນ​ຄວາມ​ສຸກຢູ່ບໍ່ວ່າ: ມີ​ຄວາມ​ທຸກ​ເຊື່ອງຊ້ອນ​ຢູ່​ໃນຊີວິດຄົນ, ຈົນເຮັດ​ໃຫ້​ພະ​ອົງ​ກ້າ​ທີ່​ຈະ​ສະ​ຫຼະ​ຄວາມ​ເປັນ​ຊາວ​ໂລກ ໄປຄົ້ນຫາວິທີ​ທີ່​ຫລຸດ​ຈາກ​ຄວາມ​ທຸກ ​ແຕ່​ບໍ່​ຮູ້​ວ່າ​ນັ້ນ​ຄື​ຄວາມ​ທຸກ​ເພື່ອ​ຄົ້​ນ​ຫາ​ວິ​ທີ​ທີ່ ​ຢູ່ໄດ້ກັບທຸກໆຢ່າງໂດຍ​ບໍ່​ມີ​ບັນ​ຫາ​ ແລະ​ ມັນໄດ້ນໍາ​ພາ​ພະ​ອົງ​ໄປ​ສູ່​ການ​ດັບ​ທຸກ​ໄດ້​. ເພາະ​ພະ​ອົງ​ຊົງ​ອາ​ໄສ​ບັນ​ຫາ​ເພື່ອ​ຊ່ວຍ​ນຳ​ພາ​ໃຫ້​ບາ​ລະ​ມີ​ໄດ້​ເຕີບ​ໂຕ.

ນັກປາດ ຊື່ “ກາ​ລິ​ເລ​ໂອ” ຄົ້ນພົບວ່າ​: ໂລກ​ທີ່​ມະ​ນຸດ​ອາ​ໄສ​ຢູ່​ນີ້​ມີ​ລັກ​ສະ​ນະ​ກົມ​. ​ເຊິ່ງ​ເປັນ​ການເບິ່ງໂລກແບບຄົນ​ທີ່​ສ້າງ​ປັນ​ຫາ​ສຳ​ລັບ​ຄົນ​ຍຸກ​ນັ້ນ.​ ​ທ່ານ ກາລີເລໂອ້ ໄດ້ມີການຊີ້ແຈງແນວຄິດ ແລະ ກໍ່ສາ​ມາດ​ສ້າງ​​ໃຫ້​ຊາວ​ໂລກ​ໄດ້​ຮັບ​ຮູ້​ວ່າແທ້​ຈິງ​ນັ້ນ​ ໂລກ​ທີ່​ເຮົາ​ຢູ່​ອາ​ໄສ​ມີ​ລັກ​ສະ​ນະ “​ກົມ”​, ​ບໍ່​ແມ່ນ​ໂລກ​ແບບ​ຢ່າງ​ທີ່​ຫລາຍ​ຄົນ​ເຂົ້າ​ໃຈ ຄື “ແຜນພຽງ”​. ຈຶ່ງ​ເຮັດ​ໃຫ້​ຄົນ​ລຸ້ນ​ຫລັງ​ໄດ້​ຮຽນ​ຮູ້​ຄວາມ​ຈິງ​ທີ່​ຖືກ​ຕ້ອງ​ຢ່າງ​ທີ່​ຈະ​ປັນ. ຊື່ສຽງຂອງລາວຖືກຈາລຶກຕະຫຼອດການ.

Viengsombath Bangonesengdet Editor in chief

ຊ່ວຍສ້າງສັນສິງເປັນປະໂຫຍດແກ່ສັງຄົມ. ມີຄວາມສາມາດທີ່ມາຈາກປະສົບການ ແລະ ການສຶກສາ ຕິດພັນກັບຂົງເຂດ: ຍຸດທະສາດການບໍລິຫານ, ການຕະຫຼາດ, ການວາງແຜນທຸລະກິດ, ການຄ້າ ທາງອອນໄລ, ນະໂຍບາຍບຸກຂະລາກອນ, ປັບປຸງອົງການຈັດຕັ້ງ, ການສ້າງຍີ່ຫໍ້ສິນຄ້າ ແລະ ສອນ ເຕັກນິກການນຳພາ. ທ່ານສາມາດ ໃຊ້ບໍລິການພິເສດ ຫຼື ຕິດຕາມເຕັກນິກຜ່ານທາງເວັບໄຊນີ້.

Copy Protected by Chetan's WP-Copyprotect.