Norkhame
ເພື່ອຊີວິດທີ່ດີຂື້ນ ເພື່ອຊີວິດທີ່ດີຂື້ນ
ຄຳຄົມຈາກຜູ້ປະສົບຜົນສຳເລັດໃນຂະແໜງເຕັກໂນໂລຍີ ທ່ານ ອາລັນ ເຄ ໄດ້ແນະນຳໃຫ້ຜູ້ປະກອບການທຸກ ຄົນໃຫ້ຈົດຈຳ ໄວ້ ວ່າ: “ສິ່ງດີທີ່ສຸດໃນການຄາດກະອານາຄົດ ກໍ່ຄືຕ້ອງໄດ້ສ້າງສັນມັນຂື້ນມາ” ທ່ານ ອາລັນ ເຄີຍເຮັດວຽກໃຫ້ແກ່ບໍລິສັດແຫ່ງໜຶ່ງ ເຊິ່ງຢູ່ໃນໄລຍະທີ່ຜະລິດຕະພັນຂອງຕົນເອງ ບໍ່ພຽງແຕ່ດີທີ່ສຸດທຽບ ໃສ່ຜະລິດຕະພັນປະເພດດຽວກັນ, ແຕ່ຍັງມີເຕັກນິກທີ່ລໍ້າຍຸກກວ່າຄູ່ແຂ່ງ ຄົນອື່ນໆອີກ. ພວກເພີ່ນ ໄດ້ສະໜອງການບໍລິ ການທີ່ດີທີ່ສຸດຂອງຕົນເອງ, ແລະ ລູກຄ້າກໍ່ມັກມັນ ແລະ... ເພື່ອຊີວິດທີ່ດີຂື້ນ

ຄຳຄົມຈາກຜູ້ປະສົບຜົນສຳເລັດໃນຂະແໜງເຕັກໂນໂລຍີ ທ່ານ ອາລັນ ເຄ ໄດ້ແນະນຳໃຫ້ຜູ້ປະກອບການທຸກ ຄົນໃຫ້ຈົດຈຳ ໄວ້ ວ່າ: “ສິ່ງດີທີ່ສຸດໃນການຄາດກະອານາຄົດ ກໍ່ຄືຕ້ອງໄດ້ສ້າງສັນມັນຂື້ນມາ”

ທ່ານ ອາລັນ ເຄີຍເຮັດວຽກໃຫ້ແກ່ບໍລິສັດແຫ່ງໜຶ່ງ ເຊິ່ງຢູ່ໃນໄລຍະທີ່ຜະລິດຕະພັນຂອງຕົນເອງ ບໍ່ພຽງແຕ່ດີທີ່ສຸດທຽບ ໃສ່ຜະລິດຕະພັນປະເພດດຽວກັນ, ແຕ່ຍັງມີເຕັກນິກທີ່ລໍ້າຍຸກກວ່າຄູ່ແຂ່ງ ຄົນອື່ນໆອີກ. ພວກເພີ່ນ ໄດ້ສະໜອງການບໍລິ ການທີ່ດີທີ່ສຸດຂອງຕົນເອງ, ແລະ ລູກຄ້າກໍ່ມັກມັນ ແລະ ຍອມທີ່ຈະຈ່າຍເພື່ອໄດ້ມັນມາເປັນເຈົ້າຂອງ.

ແຕ່ບາດແລ້ວທາງບໍລິສັດກໍ່ໄດ້ເຮັດສິ່ງຜິດພາດທີ່ຮ້າຍແຮງທີ່ສຸດ ຄືທາງບໍລິສັດໄດ້ສ້າງແບບສອບຖາມລູກຄ້າຂອງບໍລິສັດ ເພື່ອຢາກຮູ້ວ່າ ສິ່ງໃດທີ່ລູກຄ້າມີຄວາມຕ້ອງການໃຫ້ມີໃນຕົວຜະລິດຕະພັນອັນໄໝ່ ແລະ ທາງບໍລິສັດກໍ່ໄດ້ນຳຄຳເຫັນນັ້ນ ມາສ້າງຜະລິດຕະພັນໄໝ່. ແຕ່ມີບໍລິສັດ ໜຶ່ງທີ່ເປັນຄູ່ແຂ່ງຂອງຜະລິດຕະພັນຕົວດຽວກັນເຊິ່ງ ບໍລິສັດນັ້ນບໍ່ໄດ້ຖາມລູກຄ້າ ວ່າ ຕ້ອງການຫຍັງ. ເນື່ອງຈາກວ່າທາງບໍລິສັດມີແນວຄວາມຄິດການເຮັດທຸລະກິດທີ່ແຕກຕ່າງອອກໄປ ແລະ ຜົນໄດ້ຮັບ ຂອງມັນຊໍ້າພັດດີກວ່າ ບໍລິສັດທີ່ຖາມ ຄຳເຫັນຂອງລູກຄ້າ. ລູກຄ້າຈະບໍ່ສາມາດເບິ່ງເຫັນຄຸນຄ່າ ແລະ ສິ່ງໃດທີ່ຕົນເອງ ຕ້ອງການແທ້ໆຈົນກວ່າ ວ່າລູກຄ້າຈະເຫັນຜະລິດຕະພັນຕົວໄໝ່. ໃນເວລາທີ່ ລູກຄ້າລອງໃຊ້, ພວກເພີ່ນອາດ ຈະມີຄວາມ ສົນໃຈຢາກໄດ້ມັນເປັນເຈົ້າຂອງ.

ຄັນຊັ້ນ ບໍລິສັດຂອງ ທ່ານ ອາລັນ ເຮັດແນວໃດ ໃນເວລາທີ່ເຫັນຄູ່ແຂ່ງໄດ້ພັດທະນາຕົວສິນຄ້າຂື້ນມາໄໝ່? ບໍລິສັດຂອງ ພັດໄດ້ເຮັດຄວາມຜິດພາດອັນເກົ່າອີກຄັ້ງ ດ້ວຍການຖາມລູກຄ້າ ວ່າສິ່ງໃດທີ່ລູກຄ້າຕ້ອງການໃຫ້ມີໃນຕົວຜະລິດຕະພັນ. ແນ່ນອນລູກຄ້າກໍ່ຕອບແຕ່ ສິ່ງທີ່ປະກົດໃນຜະລິດຕະພັນອື່ນຢູ່ແລ້ວ. ບໍລິສັດບໍ່ໄດ້ຍົກລະດັບຄວາມສາມາດ ໃນການ ແຂ່ງຂັນຂື້ນເລີຍ. ມັນເປັນການກັບມາຖາມສິ່ງທີ່ລູກຄ້າໄດ້ຕອບໄປແລ້ວ. ຮ້າຍ ໄປກວ່ານັ້ນ ອຸປະກອນການຜະລິດ ແລະ ແນວຄວາມຄິດສ້າງສັນ ທີ່ຈະນຳໃຊ້ເຂົ້າໃນ “ການປະດິດສິ່ງຂອງໃນອານາຄົດ” ໄດ້ກຳນົດ ໃຫ້ນັກປະດິດ ສ້າງສິ່ງທີ່ມີໃນ ອາດີດຂື້ນມາ.

ຜູ້ປະກອບການຄວນຄຳນຶງໄວ້ວ່າ ມັນບໍ່ແມ່ນວຽກຂອງລູກຄ້າທີ່ຕ້ອງໄດ້ຕອບໃນສິ່ງທີ່ຕົນເອງບໍ່ຮູ້. ໃນອີກດ້ານໜຶ່ງ ລູກຄ້າ ຂອງທ່ານ ໃຊ້ເວລາໃນການເຮັດວຽກແຕ່ລະວັນກໍ່ຫຼາຍພໍແລ້ວ. ລູກຄ້າຈະບໍ່ມີເວລາທີ່ຈະ ປະດິດສ້າງເຄື່ອງໃຊ້ສຳລັບອຸດ ສາຫະກຳ ຫຼື ຄົ້ນຄິດວິທີ່ທີ່ຈະເຮັດແນວໃດໃຫ້ວຽກງານຂອງຕົນເຮັດວຽກໄດ້ໄວຂື້ນ. ສິ່ງແນ່ນອນກໍ່ຄືຜູ້ປະກອບການຕ້ອງ ໄດ້ຄົ້ນຄິດ ສິ່ງທີ່ເປັນເອກະລັກ. ເຊິງວ່າທ່ານບໍ່ສາມາດຄາດເດົ່າຂໍ້ມູນທີ່ທ່ານໄດ້ຄົ້ນພົບຈາກລູກຄ້າຂອງທ່ານ.

ກົງກັນຂ້າມ ໜ້າທີ່ອັນໜຶ່ງຂອງຜູ້ປະກອບການ ກໍ່ຄືການ ປະດິດເພື່ອອານາຄົດ ເຊິ່ງ ເອີ້ນມັນວ່າ: “ກະຕຸ້ນມະໂນພາບ ພາຍ ໃນຕົວເອງ.” ຈະມີຄົນ ທີ່ພ້ອມຈະໂຄ້ນລົ້ມທ່ານອອກຈາກທຸລະກິດໃນທຸກໆນາທີ. ຄູ່ແຂ່ງມັກຄິດວ່າ ແນວຄວາມຄິດ ຂອງຕົນເອງ ແມ່ນຈະດີກ່ວາສະເໜີ ຫຼື ຈະມີທາງແກ້ທີ່ດີກວ່າທ່ານມີ ຫຼື ມີຜະລິດຕະພັນທີ່ດີກວ່າ ແລະ ມີປະສິດທິພາບ ສູງກວ່າ ຜະລິດຕະພັນທີ່ທ່ານມີ. ໃນເມື່ອວ່າຈະມີຄົນກຸ່ມຄົນທີ່ກ່າວມານັ້ນ ພ້ອມທີ່ຈະ “ພັກດັນທ່ານອອກຈາກທຸລະກິດ” ສະເໜີ ດ້ວຍການເຮັດໃນ ສິ່ງທີ່ດີກ່ວາ, ມັນເປັນສ່ວນໜຶ່ງ ທີ່ເຈົ້າຂອງບໍລິສັດທີ່ຈະຕ້ອງນຳພາຕົນເອງ ໃຫ້ຢູ່ໃນແຖວໜ້າ ພວກຄົນເຫຼົ່ານັ້ນຢູ່ສະເໜີ ແລະ “ທ່ານຕ້ອງພ້ອມທີ່ຈະກະຕຸ້ນຕົນເອງ” ກ່ອນທີ່ຄົນອື່ນຈະເຮັດແທນ.

ລູກຄ້າຂອງທ່ານຈະບອກທ່ານໃນສິ່ງທີ່ຜິດຫັວງກັບຜະລິດຕະພັນ ແລະ ວິທີ່ທີ່ຢາກໃຫ້ຕົນເອງມີຄວາມສຸກ. ໃຫ້ທ່ານຝັງ ພວກກຸ່ມລູກຄ້າໃນຮູບແບບນັ້ນ ແລະ ເຮັດໃຫ້ລູກຄ້າມີຄວາມສຸກ. ແຕ່ວ່າທ່ານບໍ່ຕ້ອງໄປເພິງພາຄວາມເຫັນ ຂອງລູກຄ້າ ເພື່ອເປັນຂໍ້ມູນໃນການສ້າງແຜນ ແມ່ບົດໃນການພັດທະນາຜະລິດຕະພັນ ຫຼື ການບໍລິການ, ສິ່ງນັ້ນມັນແມ່ນວຽກຂອງ ທ່ານ.

Viengsombath Bangonesengdet Editor in chief

ຊ່ວຍສ້າງສັນສິງເປັນປະໂຫຍດແກ່ສັງຄົມ. ມີຄວາມສາມາດທີ່ມາຈາກປະສົບການ ແລະ ການສຶກສາ ຕິດພັນກັບຂົງເຂດ: ຍຸດທະສາດການບໍລິຫານ, ການຕະຫຼາດ, ການວາງແຜນທຸລະກິດ, ການຄ້າ ທາງອອນໄລ, ນະໂຍບາຍບຸກຂະລາກອນ, ປັບປຸງອົງການຈັດຕັ້ງ, ການສ້າງຍີ່ຫໍ້ສິນຄ້າ ແລະ ສອນ ເຕັກນິກການນຳພາ. ທ່ານສາມາດ ໃຊ້ບໍລິການພິເສດ ຫຼື ຕິດຕາມເຕັກນິກຜ່ານທາງເວັບໄຊນີ້.

Copy Protected by Chetan's WP-Copyprotect.