Norkhame
ປົກປ້ອງຄົນພັນລ້ານ ປົກປ້ອງຄົນພັນລ້ານ
ຈະເກີດຫຍັງຂື້ນ, ຖ້າມີການລະບາດໜັກໃນປະເທດອິນເດຍ, ທີ່ໆມີປະຊາກອນ 1,3 ພັນລ້ານຄົນ. ການສັ່ງການປິດລ້ອມການເຄື່ອນໃຫວເປັນເວລາ 21 ວັນ ເປັນມາດຕະການເຄັ່ງຄັດທີ່ສຸດໃນປະຈຸບັນ ເພື່ອສະກັດກັ້ນ ການລະບາດ. ທາງການອິນເດຍປະກາດໃຫ້ປະເທດຢູ່ໃນ ລະດັບສຸກເສີນຂັ້ນວ່າ ຕົກໃນສະພາວະສົງຄາມ. ບໍ່ແມ່ນວ່າທາງການເພີ່ີວິຕົກກັງວົນເກີນໄປ ຫາກເພາະຢາກໃຊ້ມາດຕະການສະກັດກັ້ນ ຫູາຍກວ່າແກ້ໄຂ. ຖ້າບໍ່ສາມາດຄວບຄຸມໄດ້, ອາດເກີດການສູນເສຍຊີວິດຄັ້ງຍິ່ງໃຫຍ່. ແພດໝໍ, ຢາ ແລະ ເຄື່ອງການແພດ ອາດບໍ່ພຽງພໍ.... ປົກປ້ອງຄົນພັນລ້ານ

ຈະເກີດຫຍັງຂື້ນ, ຖ້າມີການລະບາດໜັກໃນປະເທດອິນເດຍ, ທີ່ໆມີປະຊາກອນ 1,3 ພັນລ້ານຄົນ. ການສັ່ງການປິດລ້ອມການເຄື່ອນໃຫວເປັນເວລາ 21 ວັນ ເປັນມາດຕະການເຄັ່ງຄັດທີ່ສຸດໃນປະຈຸບັນ ເພື່ອສະກັດກັ້ນ ການລະບາດ.

ທາງການອິນເດຍປະກາດໃຫ້ປະເທດຢູ່ໃນ ລະດັບສຸກເສີນຂັ້ນວ່າ ຕົກໃນສະພາວະສົງຄາມ. ບໍ່ແມ່ນວ່າທາງການເພີ່ີວິຕົກກັງວົນເກີນໄປ ຫາກເພາະຢາກໃຊ້ມາດຕະການສະກັດກັ້ນ ຫູາຍກວ່າແກ້ໄຂ. ຖ້າບໍ່ສາມາດຄວບຄຸມໄດ້, ອາດເກີດການສູນເສຍຊີວິດຄັ້ງຍິ່ງໃຫຍ່. ແພດໝໍ, ຢາ ແລະ ເຄື່ອງການແພດ ອາດບໍ່ພຽງພໍ. ການຢຸດຕິການເຄື່ອນໃຫວ ຄົນນັບພັນລ້ານ, ຍັງເປັນການຢຸດການລະບາດ ໄປຍັງທີ່ອື່ນໆອີກ. ດັ່ງທີ່ຮູ້, ໂຄວິດ ຕິດກັນໄດ້ ໃນເງື່ອນໃຂການຢູ່ໃກ້ກັບຄົນມີເຊື້ອ ໃນລັດສະໝີ 2 ແມ໊ດ.

ແຈ້ງການຂອງນາຍົກລັດຖະມົນຕີ ໃນວັນອັງຄານ ໄດ້ມີການ ກ່າວເຕືອນວ່າ “ຖ້າບໍ່ຈິງໃຈປະຕິບັດມາດຕະການນີ້ຢ່າງເຄັ່ງຄັດນຳກັນ, ຈໍານວນຊີວິດຂອງຄົນອິນເດຍ ຈະຖືກທໍາລາຍ ຢ່າງຫຼວງຫຼາຍ” ການແຈ້ງການ 21 ວັນ ເປັນພຽງເບື້ອງຕົ້ນ. ການຍົກມາດຕະການນີ້ອອກໄປ ຈະມີຂື້ນກໍ່ຕໍ່ເມື່ອ ແນ່ໃຈວ່າ ບໍ່ມີການລະບາດ.

ມາດຕະການດັ່ງກ່າວ ມີຜົນຄອບຄອງທົ່ວປະເທດ. ຈະແກ່ຍາວເປັນເວລາຢ່າງ ໜ້ອຍ 21 ວັນ, ແລະ ຈະໃຊ້ກັບທຸກໆລັດ ແລະ ອານາເຂດຂອງອິນເດຍທັງ ໝົດ 36 ແຫ່ງ. ທຸກໆການຮ່ວມຕົວຊຸມນຸມ ໃນສະຖານທີ່ນອກບ້ານ ຖືເປັນການຝືນຄຳສັ່ງ ແລະ ຈະມີມາດຕະການເດັດຂາດແກ່ຜູ້ລະເມີດ. ດັ່ງທີ່ໄດ້ເຫັນ ໃນສະຖານະການທົ່ວໂລກທີ່ເກີດຂື້ນຈາກການແຜ່ລະບາດຂອງພະຍາດໂຄວິດ. ການອອກມາດຕະການ ທາງການຈາກລັດ​ ໃນການຄຸ້ມຄອງການເຄື່ອນຍ້າຍ ແລະ ຊຸມນຸມ ຂອງປະຊາກອນ ເປັນມາດຕະການທີ່ຈີນເຮັດໄດ້ຜົນ.

ປະເທດອິນເດຍເປັນປະເທດທີ່ມີປະຊາກອນຫຼາຍທີ່ສຸດເປັນອັນດັບ 2 ຂອງໂລກ ແລະ ເປັນປະເທດທີ່ມີເສດຖະກິດໃຫຍ່ທີ່ສຸດອັນດັບ 5. ທາງການກຳລັງຫາທາງຫລີກລ້ຽງການແຜ່ລະບາດຂອງພະຍາດດັ່ງກ່າວຢ່າງເຕັມທີ່ ເພື່ອບໍ່ໃຫ້ກະທົບໃນໄລຍະຍາວ. ເຖິງທາງ ກະຊວງສາທາລະນະສຸກ ອິນເດຍ ຈະຍັງພົບຜູ້ຕິດເຊື້ອ ພຽງ 100 ກວ່າຄົນ. ແຕ່ທາງການກໍ່ບໍ່ນີ້ງນອນໃຈ ທີ່ຈະໃຊ້ມາດຕະການເດັດຂາດ.

ໄດ້ມີການອອກຄຳສັ່ງປິດບາງສ່ວນກ່ອນໜ້ານີ້, ເພື່ອພະຍາຍາມທີ່ຈະຢຸດຢັ້ງເຊື້ອໄວຣັດບໍ່ໃຫ້ແຜ່ລາມ. ຊາຍແດນລະຫວ່າງປະເທດໄດ້ຖືກປິດ ບໍ່ໃຫ້ນັກທ່ອງທ່ຽວສ່ວນໃຫຍ່ທີ່ມາຈາກເອີຣົບມາອີກ. ແຕ່ມາດຕະການດັ່ງກ່າວຍັງບໍ່ບໍ່ເປັນທີ່ແນ່ນອນວ່າຈະຮັບມືກັບການແຜ້ລະບາດເທື່ອ. ຈິ່ງມີມາດຕະການ 21 ວັນຢຸດການເຄື່ອນໃຫວປະຊາກອນ.

ເຖິງຈະມີການປະທ້ວງຕໍ່ກົດໝາຍດັ່ງກ່າວ,  ທາງການກໍ່ໄດ້ໃຊ້ມາດຕະການທາງການທະຫານ ແລະ ໃຊ້ຕຳຫຼວດ ກຳ ຈັດໃນວັນອັງຄານວານນີ້. ນາຍົກອິນເດຍຊີ້ແຈງວ່າ: ມາດຕະການດັ່ງກ່າວ ແມ່ນຈຳເປັນເພື່ອປົກປ້ອງປະຊາກອນ, ແລະ ອ້າງອີງເຖິງປະສົບການຈາກປະເທດອື່ນໆ.

“ສິ່ງທີ່ພວກນັກຊ່ຽວຊານເວົ້າແມ່ນວ່າການຢູ່ຫ່າງໄກກັນທາງສັງຄົມແມ່ນທາງເລືອກດຽວທີ່ຈະຕໍ່ສູ້ກັບໂຣກ ໂຄວິດ19. ນັ້ນແມ່ນການຢູ່ຫ່າງໄກຈາກກັນ ແລະ ກັນ. ທ່ານຄວນຢູ່ໃນເຮືອນຂອງທ່ານ. ບໍ່ມີທາງອື່ນໃດທີ່ຈະຮັກສາຄວາມປອດໄພຈາກໂຣກ ໂຄວິດ19 ໄດ້. ຖ້າພວກເຮົາຕ້ອງຢຸດ ການແຜ່ກະຈາຍ, ພວກເຮົາຕ້ອງທຳລາຍວົງຈອນຂອງການຕິດເຊື້ອ ທີ່ເກີດມາຈາກການຮ່ວມຕົວກັນ.

ນັບແຕ່ເວລາ 12 ທ່ຽງຄືນຂອງວັນທີ 25 ເມສາ, 2020, ປະເທດທັງໝົດຈະຕົກຢູ່ພາຍໃຕ້ການປິດລ້ອມຢ່າງສົມບູນ ເພື່ອເຮັດໃຫ້ອິນເດຍນັບ 1000 ລ້ານ ປອດໄພ. ມີພຽງແຕ່ການບໍລິການທີ່ ຈຳ ເປັນເທົ່ານັ້ນທີ່ຈະດຳເນີນງານ. ສິ່ງເຫລົ່ານີ້ປະກອບມີນໍ້າປະປາ, ໄຟຟ້າ, ການບໍລິການສາທາລະນະສຸກ, ບໍລິການໄຟໄໝ້, ການສົ່ງເຄື່ອງດື່ມ ແລະ ການບໍລິການເທດສະບານ. ບັນດາຮ້ານຄ້າ, ສະຖານທີ່ການຄ້າ, ໂຮງງານ, ໂຮງງານ, ຫ້ອງການ, ຕະຫລາດ ແລະສະຖານທີ່ນະມັດສະການຕ່າງໆຈະຖືກປິດລົງ ແລະ ລົດເມ ແລະລັດຖະສະຖານີຕ່າງໆຈະຖືກໂຈະ. ກິດຈະກຳກໍ່ສ້າງກໍ່ຈະຖືກຢຸດຢູ່ໃນໄລຍະນີ້.

ທ່ານນາຍນົກອິນເດຍໄດ້ກ່າວວ່າ: “ອີງຕາມຜູ້ຊ່ຽວຊານດ້ານສາທາລະນະສຸກ, ຢ່າງໜ້ອຍ 21. ມັນແມ່ນວັນທີ່ມີຄວາມສຳຄັນທີ່ສຸດໃນການທຳລາຍວົງຈອນການຕິດເຊື້ອ. ຖ້າເຮົາບໍ່ຮ່ວມກັນໃນ 21 ວັນນີ້, ພວກເຮົາຈະບໍ່ສາມາດກຳຈັດການ ການລະບາດໄດ້, ຜົນເສຍຄື: ຫຼາຍໆຄອບຄົວກໍ່ຈະຖືກທຳລາຍຕະຫຼອດໄປ”. ໃນລະດັບປະເທດກໍ່ຈະ ແມ່ນ ເຮັດໃຫ້ເສດຖະກິດອ່ອນແອ ຖ້າຂາດປະຊາກອນທີ່ເປັນແຮງງານໄປ.

Viengsombath Bangonesengdet Editor in chief

ຊ່ວຍສ້າງສັນສິງເປັນປະໂຫຍດແກ່ສັງຄົມ. ມີຄວາມສາມາດທີ່ມາຈາກປະສົບການ ແລະ ການສຶກສາ ຕິດພັນກັບຂົງເຂດ: ຍຸດທະສາດການບໍລິຫານ, ການຕະຫຼາດ, ການວາງແຜນທຸລະກິດ, ການຄ້າ ທາງອອນໄລ, ນະໂຍບາຍບຸກຂະລາກອນ, ປັບປຸງອົງການຈັດຕັ້ງ, ການສ້າງຍີ່ຫໍ້ສິນຄ້າ ແລະ ສອນ ເຕັກນິກການນຳພາ. ທ່ານສາມາດ ໃຊ້ບໍລິການພິເສດ ຫຼື ຕິດຕາມເຕັກນິກຜ່ານທາງເວັບໄຊນີ້.

Copy Protected by Chetan's WP-Copyprotect.