Norkhame
ສາຍພົວພັນເກີດຂື້ນຢ່າງວ່ອງໄວ ສາຍພົວພັນເກີດຂື້ນຢ່າງວ່ອງໄວ
ສາຍພົວພັນໃໝ່ມັກເກີດຂື້ນຢ່າງທີ່ທ່ານບໍ່ສາມາດຕັ້ງຕົວ. ອັນເອີ້ນວ່າຕາບອດ. ທັງຄູ່ຈະບໍ່ທັນເຫັນຈຸດດ້ອຍຂອງຄົນອື່ນ ໂດຍທີ່ສະແດງອອກແຕ່ຈຸດດີໃຫ້ແກ່ຄູ່ຮັກໄດ້ເຫັນ. ການຮັບຮູ້ຈຸດດີຂອງຄູ່ຮັກ ເປັນການເປີດສາກສາຍພົວພັນທີ່ດີ ແຕ່ມັນຍັງບໍ່ທັນແມ່ນຕົວຕົນທີ່ແທ້ຈິງຂອງຄົນທີ່ທ່ານພົບ. ສະຫຼຸບກໍ່ຄື ຍັງບໍ່ທັນໄດ້ຮູ້ທາດແທ້ຂອງເຂົາເຈົ້າເທື່ອ. ທ່ານຈະມີຄວາມຫຼົງໃນຕົວຂອງເຂົາເຈົ້າ ໂດຍບໍ່ມີເຫດຜົນ. ເຊິ່ງບໍ່ວ່າຈະເຮັດຫຍັງເຂົາກໍ່ເບິ່ງເປັນຕາໜ້າຮັກ ແລະ ເປັນຕາແພງໄປໝົດ. ສາຍສຳພັນໃນຕອນນີ້ມີລັກສະນະ ວ່ອງໄວ, ໜັກແໜ້ນ, ມີຄວາມຕ້ອງການຈັບຕ້ອງຮ່າງກາຍ ແລະ ມີຄວາມຫືງຫວງສູງ, ໂດຍທີ່ຈະບໍ່ເບິ່ງຄົນອື່ນໆຂ້າງເລີຍ. ໝາຍວ່າເຂົາຄືທີ່ສຸດຂອງມະນຸດທີ່ທ່ານເຄີຍພົບມາ. ຄວາມດືງດູດຢ່າງຮູນແຮງດັ່ງກ່າວລະຫວ່າງບາວສາວເປັນສິ່ງລວງຕາ... ສາຍພົວພັນເກີດຂື້ນຢ່າງວ່ອງໄວ

ສາຍພົວພັນໃໝ່ມັກເກີດຂື້ນຢ່າງທີ່ທ່ານບໍ່ສາມາດຕັ້ງຕົວ. ອັນເອີ້ນວ່າຕາບອດ. ທັງຄູ່ຈະບໍ່ທັນເຫັນຈຸດດ້ອຍຂອງຄົນອື່ນ ໂດຍທີ່ສະແດງອອກແຕ່ຈຸດດີໃຫ້ແກ່ຄູ່ຮັກໄດ້ເຫັນ. [signinlocker id=”3227″]ການຮັບຮູ້ຈຸດດີຂອງຄູ່ຮັກ ເປັນການເປີດສາກສາຍພົວພັນທີ່ດີ ແຕ່ມັນຍັງບໍ່ທັນແມ່ນຕົວຕົນທີ່ແທ້ຈິງຂອງຄົນທີ່ທ່ານພົບ. ສະຫຼຸບກໍ່ຄື ຍັງບໍ່ທັນໄດ້ຮູ້ທາດແທ້ຂອງເຂົາເຈົ້າເທື່ອ. ທ່ານຈະມີຄວາມຫຼົງໃນຕົວຂອງເຂົາເຈົ້າ ໂດຍບໍ່ມີເຫດຜົນ. ເຊິ່ງບໍ່ວ່າຈະເຮັດຫຍັງເຂົາກໍ່ເບິ່ງເປັນຕາໜ້າຮັກ ແລະ ເປັນຕາແພງໄປໝົດ. ສາຍສຳພັນໃນຕອນນີ້ມີລັກສະນະ ວ່ອງໄວ, ໜັກແໜ້ນ, ມີຄວາມຕ້ອງການຈັບຕ້ອງຮ່າງກາຍ ແລະ ມີຄວາມຫືງຫວງສູງ, ໂດຍທີ່ຈະບໍ່ເບິ່ງຄົນອື່ນໆຂ້າງເລີຍ. ໝາຍວ່າເຂົາຄືທີ່ສຸດຂອງມະນຸດທີ່ທ່ານເຄີຍພົບມາ. ຄວາມດືງດູດຢ່າງຮູນແຮງດັ່ງກ່າວລະຫວ່າງບາວສາວເປັນສິ່ງລວງຕາ ແລະ ເຊິ່ງຕ່າງຄົນຕ່າງມະໂນພາບແນວດີໆຂອງກັນແລະກັນ. ເຊິ່ງຫຼາຍໆຄົນມັກເອີ້ນສະຖານະການຕອນນີ້ວ່າ: ຕົກຫຼຸມຮັກ. ລະດັບການຕົກຮັກຢ່າງຮຸນແຮງບໍ່ໄດ້ເປັນແນວດີ ແຖມຍັງປິດໂອກາດການພັດທະນາສາຍພົວພັນທີ່ໜັກແໜ້ນ, ຄວາມໄວ້ໃຈ, ຄວາມນັບຖື ແລະ ການຮັກ​ຕົນ​ເອງ. ທັງ​ສອງ​ຕ່າງ​ສັບສົນ​ກັບ​ພາບ​ລວງ​ຕາ​ທີ່​ປະກົດ​ຂື້ນພາຍ​ນອກ. ຫຼາຍຄູ່​ຕົກ​ໃນ​ກໍລະນີ​ລະ​ເມີ​ເພີ້ຟັນ​ສິ່ງ​ທີ່​ຄົນ​ຮັກ​ຕົນ​ເອງ​ເປັນ. ​ເຮັດ​ໃຫ້​ຊີວິດ​ທີ່ໜ້າ​ເບື່ອ​ກັບ​ມາ​ມ່ວນ​ຊື່​ນອີກ​ຄັ້ງ.

ປະສົບ​ການ​ຂອງ​ສາວ​ນ້ອຍ​ຄົນໜຶ້່ງ​ໄດ້​ເວົ້າວ່າ: ຄົນ​ຮັກ​ໃໝ່​ເຮັດ​ໃຫ້​ລາວ​ມີ​ພຶດຕິ​ກຳ​ປ່ຽນ​ໄປ. ກາຍ​ເປັນ​ຄົນ​ທີ່​ເອົາ​ໃຈ​ໃສ່​ແຕ່ງ​ຕົວ​ໃຫ້​ດູ​ດີ​ຂື້ນກວ່າ​ທີ່​ເປັນ, ທຽບ​ໃສ່​ຄົນ​ເກົ່າ​​ແມ່ນ​ບໍ່​ໄດ້​ເຮັດ​ຫຍັງ​ພິ​ເສດ​ເພື່ອ​​ໃຫ້​ເຂົາທ່ານມາ​ມັກຫຼາຍຂື້ນ. ນີ້ອາດ​ເປັນສາ​ເຫດໜຶ່ງ​ເຮັດ​ໃຫ້​ບໍ່ສາມາດ​ເຂົ້າ​ໃຈຄວາມ​ຮູ້ສຶກ​ຂອງ​ຄົນ​ອີກ​ຝ່າຍໜຶ່ງ ຈົນ​ເປັນ​ການ​ສ້າງ​ຄວາມ​ຫ່າງ​ເຫີ​ນ.

ທ່ານ​ຄິດ​ວ່າ​ສາມາດ​ປ່ຽນຄົນ​ໄດ້

ຫຼາຍຄົນອາດ​ຄິດ​ວ່າ ສາມາດ​ປ່ຽນຄົນ​ທີ່​ຮັກ​ທ່ານ​ໄດ້ ​ແລະ ສ້າງ​ໃຫ້​ເຂົາກາ​ຍ​ເປັນ​ຄົນ​ທີ່​ທ່ານ​ຕ້ອງການຈະ​ຮັກ ຫຼື ຄິດ​ວ່າຄວາມ​ຮັກ​ຈະ​ປ່ຽນ​ແປງ​ເຂົາ​ເຈົ້າ. ໜ້າ​ເສົ້າຫຼາຍ, ສິ່ງ​ນີ້ມີ​ໂອກາດ​ເປັນ​ໄປ​ໄດ້​ຍາກ​ຫຼາຍ. ສິ່ງ​ທີ່​ສາມາດ​ເກີດ​ຂື້ນ​ໄດ້​ກໍ່ຕໍ່​ເມື່ອ​ຄົນ​ຮັກ​ເກີດ​ຄວາມ​ຕ້ອງການ​ປ່ຽນ​ແປງ​ຕົນ​ເອງ. ຄົນ​ທີ່​ມັກ​ນອກ​ໃຈກໍ່ຈະ​ນອກ​ໃຈ, ຄົນ​ຕິດ​​ເກ​ມ​ເຂົາຈະ​ຫຼີ້ນເກ​ມ, ຄົນ​ມັກ​ໄປ​ກັບໝູ່​ເຂົາກໍ່​ຈະ​ໄປ​ກັຍໜູ່. ພຶດຕິ​ກຳ​ດັ່ງກ່າວ​ຈະ​ປ່ຽນກໍ່​ຕໍ່​ເມື່ອ​ພວກ​ເຂົາ​ເຈົາຕ້ອງການ​ປ່ຽນ​ແປງ​ຕົນ​ເອງ. ຄົນ​ຮັກ​ມີ ສ່າ​ວສຳຄັນ​ຫຼາຍ​ໃນ​ການ​ພັກ​ດັນ, ສະໜັບສະໜູນ ​ແລະ ​ຢູ່​ຄ່ຽງຂ້າງ​​ເຂົາ​ເຈົ້າຕ້ອງການ​ປ່ຽນ​ແປງ​ໄປ​ໃນ​ທາງ​ທີ່​ດີ​ຂື້ນ, ​ໃຫ້​ຄຳ​ແນະນຳ, ​ແລະ ພາວະນາຊ່ວຍເຂົາເຈົ້າ. ຫາກທ່ານຄິດວ່າມີແຕ່ຄວາມຮັກທີ່ທ່ານມອບໃຫ້ແລ້ວ ເຂົາເຈະຍອມປ່ຽນແປງ, ສິ່ງນີ້ອາດຜິດພາດ. ​ເມື່ອ​ໃດ​ທ່ານ​ເຂົ້າ​ໃຈ​ພຶດຕິ​ກຳ​ຂອງ​ຄົນ​ຮັກ, ທ່ານ​ຕ້ອງ​ຍອມຮັບ​ພຶດຕິ​ກຳ​ບໍ່ດີ​ດັ່ງກ່າວ ​ແລະ ບໍ່ລົດ​ລະ​ທີ່​ຈະ​ຢູ່​ຄ່ຽງຂ້າງ​ເພື່ອ​ປ່ຽນ​ແປງ​ສິ່ງ​ທີ່​ອາດ​ຈະ​ບໍ່​ເກີດ​ຂື້ນ.

ປະສົບ​ການ​ຂອງ​ເດັກ​ຍິງ​ທີ່​ບໍ່​ແມ່​ບໍ່​ໃສ່​ໃຈ

​ຕົວຢ່າງ​ປະສົບ​ການ​ຂອງ​ໄວ​ເດັກ​ສາວ​ນ້ອຍຄົນໜຶ່ງ ທີ່​ພົບ​ປັນຫາ​ຕ້ອງການ​ຄວາມ​ຮັກຫຼາຍ. ​ເນື່ອງ​ຈາກ​ໄວ​ເດັກ​ພໍ່​ແມ່​ບໍ່​ໄດ້​ໃຫ້​ຄວາມ​ອົບ​ອຸ່ນ​ຫຼາຍ. ​ເວລາ​ໃຫຍ່​ມາ ຈິ່ງ​ເຮັດ​ໃຫ້​ລາວ​ຕ້ອງການ​ໃຜ​ຈັກ​ຄົນໜຶ່ງມາ​ໃສ່​ໃຈ ​ໂດຍ​ໃນ​ຊ່ວງ​ໄວ​ເດັກ ລາວ​ຈະ​ມີ​ຈິນຕະນາການ​ກ່ຽວກັບ​ຄົນ​ໃກ້ຊິດ​ຈັກ​ຄົນໜຶ່ງ ຜູ້​ທີ່​ມາ​ຊ່ວຍ​ເຫຼືອ ​ແລະ ​ໃຫ້​ຄວາມ​ອາທອນ,​ໃຫ້​ຄວາມ​ຮັກ ​ແລະ ​ເຮັດ​​ໃຫ້​ລາວ​ຮູ້ສຶກມີ​ສາຍ​ພົວພັນ​ກັບ​ໃຜ​ຄົນ​ໃດໜຶ່ງ ​ແລະ ​ໃນ​ທີ່​ສຸດ ກໍ່ມັກ​ຈະ​ເປັນ​ຄົນ​ທີ່​ມັກ​ຊອກ​ຫາ​ໃຜ​ຈັກ​ຄົນໜຶ່ງ​ເຮັດ​ໃຫ້​ຄົນ​ເຂົ້າມາ​ກາຍ​​ເປັນ​ບຸກຄົນ​ພິ​ເສດ ທີ່​ເຮັດ​ໃຫ້​ເຂົາ​ເຈົ້າມີ​ຄວາມສຸກ ​ໂດຍ​ລືມ​ໄປ​ວ່າ​ຕົນ​ເອງ​ກໍ່​ເປັນ​ສ່ວນໜຶ່ງຂອງ​ການ​ສ້າງ​ຄວາມສຸກ.[/signinlocker]

Viengsombath Bangonesengdet Editor in chief

ຊ່ວຍສ້າງສັນສິງເປັນປະໂຫຍດແກ່ສັງຄົມ. ມີຄວາມສາມາດທີ່ມາຈາກປະສົບການ ແລະ ການສຶກສາ ຕິດພັນກັບຂົງເຂດ: ຍຸດທະສາດການບໍລິຫານ, ການຕະຫຼາດ, ການວາງແຜນທຸລະກິດ, ການຄ້າ ທາງອອນໄລ, ນະໂຍບາຍບຸກຂະລາກອນ, ປັບປຸງອົງການຈັດຕັ້ງ, ການສ້າງຍີ່ຫໍ້ສິນຄ້າ ແລະ ສອນ ເຕັກນິກການນຳພາ. ທ່ານສາມາດ ໃຊ້ບໍລິການພິເສດ ຫຼື ຕິດຕາມເຕັກນິກຜ່ານທາງເວັບໄຊນີ້.

Copy Protected by Chetan's WP-Copyprotect.