Norkhame
ຕ້ອງມີຄວາມເຊື່ອໜັ້ນໃນຕົນເອງ ຕ້ອງມີຄວາມເຊື່ອໜັ້ນໃນຕົນເອງ
ການເຮັດທຸລະກິດມັນແມ່ນການເດີນທາງເຂົ້າໄປສູ່ແຫ່ງມະຫັດສະຈັນ ຫຼື ມັນອາດຈະເປັນການພະຈົນໄພ ໃນດິນ ແດນທີ່ບໍ່ເຄີຍໄປມາກ່ອນ ທີ່ມີຫຼາຍສີສັນໃຫ້ເບິ່ງໃຫ້ຊົມ. ການເຮັດທຸລະກິດ ບໍ່ວ່າຈະຂະໜາດໃດ ເຈົ້າຂອງ ກິດຈະການ ມັກຈະຕ້ອງໄດ້ຄົ້ນຄຶດຕຶກຕອງສະເໜີ. ມີຫຼາຍໆຄັ້ງ ຂ້າພະເຈົ້າກໍ່ມີຄວາມບໍ່ແນ່ໃຈວ່າ ສິ່ງທີ່ກຳ ລັງເຮັດນີ້ ເປັນສິ່ງທີ່ ຖືກແທ້ບໍ່ ຫຼື ເມື່ອເບິ່ງຜົນຂອງການປະຕິບັດກົດລະຍຸດການໂຄສະນາ ໃດໜຶ່ງແລະມັກຈະ ຮູ້ສຶກວ່າມັນບໍ່ເປັນຄືດັ່ງຄິດ. ມັນມີຄວາມສັບສົນ ແລະ ຮູ້ສຶກບໍ່ເປັນສຸກ.... ຕ້ອງມີຄວາມເຊື່ອໜັ້ນໃນຕົນເອງ

ການເຮັດທຸລະກິດມັນແມ່ນການເດີນທາງເຂົ້າໄປສູ່ແຫ່ງມະຫັດສະຈັນ ຫຼື ມັນອາດຈະເປັນການພະຈົນໄພ ໃນດິນ ແດນທີ່ບໍ່ເຄີຍໄປມາກ່ອນ ທີ່ມີຫຼາຍສີສັນໃຫ້ເບິ່ງໃຫ້ຊົມ. ການເຮັດທຸລະກິດ ບໍ່ວ່າຈະຂະໜາດໃດ ເຈົ້າຂອງ ກິດຈະການ ມັກຈະຕ້ອງໄດ້ຄົ້ນຄຶດຕຶກຕອງສະເໜີ. ມີຫຼາຍໆຄັ້ງ ຂ້າພະເຈົ້າກໍ່ມີຄວາມບໍ່ແນ່ໃຈວ່າ ສິ່ງທີ່ກຳ ລັງເຮັດນີ້ ເປັນສິ່ງທີ່ ຖືກແທ້ບໍ່ ຫຼື ເມື່ອເບິ່ງຜົນຂອງການປະຕິບັດກົດລະຍຸດການໂຄສະນາ ໃດໜຶ່ງແລະມັກຈະ ຮູ້ສຶກວ່າມັນບໍ່ເປັນຄືດັ່ງຄິດ. ມັນມີຄວາມສັບສົນ ແລະ ຮູ້ສຶກບໍ່ເປັນສຸກ. ເຊັ່ນດຽວກັນກັບໃນເວລາທີ່ຕັດສິນໃຈໄປໃນບາງເລື່ອງແລ້ວ ຄົນມັກເກີດ ມີຄວາມລັງເລໃຈ. ມັນເປັນເລື່ອງທຳມະດາທີ່ທ່ານຮູ້ສຶກແນວນັ້ນ. ໃນວົງການທຸລະກິດ ຈະມີສິ່ງກະຕຸ້ນ ໃຫ້ມີການຕັດ ສິນໃຈໃນແຕ່ລະວັນຫຼາກຫຼາຍຮູບແບບ. ໃນບາງຄັ້ງ ມັນອາດບໍ່ແມ່ນສິ່ງທີ່ຕ້ອງໄດ້ເຮັດ ແຕ່ກໍ່ ຕ້ອງເຮັດເພື່ອຄວາມ ຢູ່ຫຼອດ. ດັ່ງນັ້ນ ຄຸນລັກສະນະທີ່ສຳຄັນຂອງການເປັນເຈົ້າ ຂອງທຸລະກິດທີ່ປະສົບຜົນສຳ ເລັດກໍ່ຄື ການທົບທວນ ແລະ ປະເມີນສະພາບເຫດການທີ່ອາດນຳພາໄປໃນທາງຜິດໆ. ແນ່ນອນສຳລັບຜູ້ປະກອບການແລ້ວ ການປັບປຸງ ມັນເປັນ ສິ່ງທີ່ຕ້ອງໄດ້ເຮັດສະເໜີ ແຕ່ ຄວາມເຊື່ອໜັ້ນເປັນສິ່ງທີ່ຂາດບໍ່ໄດ້ແທ້ໆ.

ມີເຈົ້າຂອງຖຸລະກິດຫຼາຍຄົນຕັດສິນໃຈເຮັດໃນສິ່ງທີ່ຄົນອື່ນບໍ່ກ້າເຮັດ ເຊິ່ງມັນສະແດງໃຫ້ເຫັນວ່າພວກເພີ່ນຕ້ອງ ມີຄວາມໜັ້ນໃຈສູງ ໃນຕົວເອງ.

ສິ່ງທີ່ບໍ່ແນ່ນອນຈະເກີດຂື້ນສະເໜີຕະຫຼອດໄລຍະການດຳເນີນຊີວິດການງານ. ແຕ່ສິ່ງໜຶ່ງທີ່ຂ້າພະເຈົ້າຮູ້ກໍ່ຄືວ່າຜູ້ ປະກອບການຕ້ອງມີຄວາມເຊື່ອໜັ້ນໃນຕົນເອງ ໂດຍສະເພາະໃນເວລາທີ່ບໍ່ໄດ້ຮັບການສະໜັບສະໜູນ ດ້ານການຈັດ ຕັ້ງປະຕິບັດຈາກຄົນອື່ນໆ. ໃນອີກດ້ານໜຶ່ງກໍ່ຄືວ່າ ຊີວິດນີ້ເປັນຂອງທ່ານ ມັນເປັນຊີວິດທີ່ທ່ານອາ ໃສຢູ່ ແລະ ການໃຫ້ ຄວາມເຊື່ອ ໜັ້ນໃນການສ້າງການຕັດສິນໃຈທີ່ດີເປັນສິ່ງທີ່ທ່ານຕ້ອງໄດ້ມີສິ່ງໆນີໃນຕົວ.

ສິ່ງຕໍ່ໄປນີ້ເປັນຄວາມຮູ້ສຶກພິເສດທີ່ເຮັດໃຫ້ຂ້າພະເຈົ້າສ້າງການຕັດສິນໃຈ ແລະ ຊ່ວຍໃຫ້ມີຄວາມເຊື່ອໜັ້ນໃນ ຕົວເອງ:

1. ເວລາຈະຮັກສາບາດແຜ

ຫຼາຍຄົນອາດຈະຮູ້ຄວາມເວົ້າດັ່ງກ່າວ, ເຊິ່ງວ່າຂ້າພະເຈົ້າເບິ່ງແລ້ວມັນເປັນຈິງ. ເວລາເຮັດໃຫ້ຄົນເຫັນຫົນ ທາງໃນການແກ້ໄຂຄວາມສັບສົນໃນຊີວິດ ບໍ່ວ່າຈະເປັນບາດແຜຮ່າງກາຍ ຫຼື ບັນຫາສ່ວນຕົວໃດໜຶ່ງ. ຂ້າພະ ເຈົ້າເລີ່ມເຫັນ ໄດ້ວ່າຄວາມບໍ່ປະສົບຜົນສຳເລັດປຽບສະເໜືອນກັບເພື່ອນ.

ຖ້າຫາກລົ້ມ ມັນໝາຍວ່າຕ້ອງໄດ້ລຸກເດີນໜ້າຕໍ່ໄປ. ດັ່ງນັ້ນຖ້າຫາກມີຄວາມພະຍາຍາມ ບໍ່ປ່ອຍໃຫ້ມັນມາສ້າງ ຈຸດທໍ້ຖອຍ ແລະ ຮັບຮູ້ວ່າໃນເມື່ອເວລາຜ່ານໄປ ຄວາມເຈັບແສບກໍ່ຈະຜ່ອນບາງ ແລະ ຈົນບໍ່ມີຄວາມເຈັບປວດເລີຍ.

2. ສິ່ງໃດກໍ່ຕາມທີ່ຄາດວ່າ ຈະປະສົບຜົນສຳເລັດ ມັນອາດໃຊ້ ເວລາແດ່

ຄວາມພາກພູມໃຈ ແລະ ສັນລະເສີນເປັນຂອງຄູ່ກັນ. ມັນເປັນສິ່ງດີເລີດ ເຊິ່ງຕ້ອງໄດ້ຮຽນເປັນຄົນອົດທົນ. ເດີນໜ້າ ຕໍ່ໄປ ແລະ ຢ່າເສຍຄວາມຕັ້ງໃຈ ດວ້ຍເຫດຜົນພຽງແຕ່ວ່າມັນຈະໃຊ້ເວລາດົນປານໃດ ໃນການສ້າງ ສິ່ງໃດໜຶ່ງຂື້ນມາ. ບໍ່ມີຄວາມສຳເລັດໃດໄດ້ມາພຽງຂ້າມຄືນ. ທ່ານຈະຕ້ອງໄດ້ຍຶດໜັ້ນໃນອຸດົມ ການເພື່ອຄວາມສຳເລັດ.

3. ສາມາດຊອກທາງອອກໃຫ້ແກ່ທຸກໆຢ່າງ

ຄວາມສາມາດໃນການສັງເກດ ເປັນສິ່ງທີ່ບໍ່ສາມາດສອນກັນໄດ້ງ່າຍໆ. ຄວາມນຶກຄິດພາຍໃນ ທີ່ມີປະສາດສຳ ພັດກັບ ຄວາມຮູ້ສຶກ ຕໍ່ກັບບັນຫາໃດໜຶ່ງ ມັນຈະເຮັດໃຫ້ຄົນເລືອກຫົນທາງດີທີ່ສຸດໃຫ້ແກ່ຕົນເອງ ເຖິງວ່າມັນ ອາດຈະບໍ່ໄດ້ດັ່ງ ໃຈ 100 ເປີເຊັນກໍ່ຕາມ. ແຕ່ກໍ່ມີຫຼາຍໆຄັ້ງທີ່ມັນມີຄວາມໃກ້ຄຽງກັບສິ່ງທີ່ຕັ້ງເປົ້າໄວ້.

ຄວາມເຊື່ອມີພະລັງພັກດັນໃຫ້ຄົນພະຍາຍາມສ້າງສິ່ງໄໝ່ໆຂື້ນມາຕະຫຼອດການດຳລົງຊີວິດໃດໜຶ່ງ. ຖ້າໃຜມີຄວາມ ເຊື່ອແລ້ວ ກໍ່ມັກຈະເຮັດມັນຂື້ນມາໂດຍບໍ່ຕ້ອງມີໃຜອານຸຍາດ ແລະ ກໍ່ບໍ່ຕ້ອງຖ້າໃຫ້ຕົນເອງກາຍເປັນ ຊ່ຽວຊານໃນກໍ ລະນີທີ່ຕ້ອງການເຮັດສິ່ງໃດໜຶ່ງຂື້ນມາ.

4. ບໍ່ມີທາງລັດສູ ຫົນທາງແກ່ງຄວາມສຳເລັດ

ສັງເກດເບິ່ງວ່າ ໄມ້ກົ່ງກໍ່ຍັງມີທິດມຸ້ງໄປທາງໜ້າ ຖ້າຫາກບໍ່ມີທາງສາຍຕົງແລ້ວກໍ່ໝາຍວ່າທຸກຄົນຕ້ອງໄດ້ ເດີນທາງ ອ້ອມເພື່ອເຂົ້າສູ່ເປົ້າໝາຍ.

ການຄົ້ນຫາເປົ້າໝາຍໃນຊີວິດຊ່ວຍໃຫ້ຄົນສືບຕໍ່ມີຄວາມສັດທາໃນຕົວເອງ. ເຊິ່ງມັນຊ່ວຍເປັນແສງນຳທາງ. ໃນເວລາ ທີ່ມີສິ່ງລົບກວນ ຄວາມສັດທາກໍ່ຈະເຕືອນໃຫ້ຮູ້ວ່າສິ່ງໃດສຳຄັນ. ໃນເວລາທີ່ຢູ່ໃນສະຖານນະການ ທີ່ບໍ່ແນ່ນອນດັ່ງທີ່ ຄາດຫວັງ, ຄົນເຫຼົ່ານັ້ນຈະລະລຶກເຖິງເປົ້າໝາຍເພື່ອເປັນແຮງບັນດານໃຈ.

ແລະ ໃນເວລາທີ່ລົ້ມລະລາຍໝົດທຸກຢ່າງ, ກໍ່ຈົງຢຸດ ແລະ ພິຈາລະນາທີ່ຕົນເອງ ແລະ ຮ່ວມພິຈາລະນາກັບ ຄົນທີ່ຄິດ ໃນດ້ານບວກ ຫຼື ອາດຈະອ່ານປື້ມກ່ຽວກັບມູມມອງຊີວິດທີ່ເປັນໃນແງ່ບວກຂອງຄົນໆອື່ນ.

ແຕ່ວ່າທຸກໆສິ່ງມັນຈະເປັນໄປ ອັນເນື່ອງມາຈາກຄວາມພະຍາຍາມຂອງຕົນເອງ. ລອງຄິດເບິ່ງວ່າຕົນກຳລັງເດີນ ເຂົ້າ ໄປດິນແດນມະຫັດສະຈັນ ເຊິ່ງເປັນບ່ອນບໍ່ສາມາຄາດວ່າມີຫຍັງແດ່, ຊີວິດກໍ່ເໜືອນກັນມັນເປັນສິ່ງທ້າທາຍທີ່ຈະເຫັນ ສິ່ງໄໝ່ໆເຂົ້າມາໃຫ້ທ່ານໄດ້ລອງຄົ້ນຄິດ ແລະ ພະຍາຍາມສ້າງມັນຂື້ນມາ. ຫົນທາງຂອງການກາຍເປັນຜູ້ປະກອບ ການ ຈະປະກອບໄປດ້ວຍຄວາມບໍ່ສຳເລັດ ແລະ ສຳເລັດ. ຢ່າໃຫ້ສິ່ງໃດໜຶ່ງຢຸດການ ເດີນທາງເພາະການເຮັດທຸລະ ກິດມັນກໍ່ຄືກັນກັບການແລ່ນທົນໄລຍະໄກ, ບໍ່ແມ່ນແລ່ນເສັງຄວາມໄວໃນໄລຍະສັ້ນໆ. ບາງຄັ້ງກໍ່ຕ້ອງໄດ້ເລັ່ງເພື່ອໃຫ້ ເຂົ້າໃກ້ເສັ້ນທາງ, ບາງຄັ້ງກໍ່ຕ້ອງໄດ້ຄ່ອຍເດີນໄປ…ບໍ່ວ່າຈະຕົກໃນສະຖານະການໃດກໍ່ຕາມ ຈົ່ງຢ່າຢຸດການ ເດີນທາງ ຕາບໃດທີ່ຍັງມີລົມຫາຍໃດ.

 

 

Viengsombath Bangonesengdet Editor in chief

ຊ່ວຍສ້າງສັນສິງເປັນປະໂຫຍດແກ່ສັງຄົມ. ມີຄວາມສາມາດທີ່ມາຈາກປະສົບການ ແລະ ການສຶກສາ ຕິດພັນກັບຂົງເຂດ: ຍຸດທະສາດການບໍລິຫານ, ການຕະຫຼາດ, ການວາງແຜນທຸລະກິດ, ການຄ້າ ທາງອອນໄລ, ນະໂຍບາຍບຸກຂະລາກອນ, ປັບປຸງອົງການຈັດຕັ້ງ, ການສ້າງຍີ່ຫໍ້ສິນຄ້າ ແລະ ສອນ ເຕັກນິກການນຳພາ. ທ່ານສາມາດ ໃຊ້ບໍລິການພິເສດ ຫຼື ຕິດຕາມເຕັກນິກຜ່ານທາງເວັບໄຊນີ້.

Copy Protected by Chetan's WP-Copyprotect.