Norkhame
ຕ້ອງຄ້າທາງອອນໄລ? ຕ້ອງຄ້າທາງອອນໄລ?
ແທນທີ່ຈະຍາງໄປຊື້ເຄື່ອງໃຊ້ ໃນຂະນະທີ່ທ່ານອາດຄາວຽກງານອື່ນໆ. ເປັນຕົ້ນເບິ່ງແຍງລູກ, ກຳລັງເຮັດວຽກດ່ວນ, ກຳລັງເດີນທາງ. ການພົບເຫັນສິນຄ້າທາງມືຖື ແລະ ຄອມພີວເຕີ້ ໃນປະຈຸບັນ, ທ່ານສາມາດສອບຖາມ ແລະ ສັ່ງຊື້ໄດ້. ປະຫຍັດເວລາ ແລະ ການເດີນທາງ. ນອກນັ້ນຍັງມີເຫດຜົນອື່ນໆອີກ.ຜູ້ຊື້ສາມາດເລື່ອກ ແລະ ປຽບທຽບລາຄາສິນຄ້າໄດ້ງ່າຍຂື້ນ. ການຊື້ຂາຍທາງອອນໄລ ເຮັດໃຫ້ຜູ້ຊົມໃຊ້ມີຫຼາຍຫົນທາງ ໃນການຄັດສັນ. ​ເຈົ້າສາມາດ ​ຊື້​ໄດ້​ໃນ​ຫຼາຍໆບ່ອນ ແລະ... ຕ້ອງຄ້າທາງອອນໄລ?

ແທນທີ່ຈະຍາງໄປຊື້ເຄື່ອງໃຊ້ ໃນຂະນະທີ່ທ່ານອາດຄາວຽກງານອື່ນໆ. ເປັນຕົ້ນເບິ່ງແຍງລູກ, ກຳລັງເຮັດວຽກດ່ວນ, ກຳລັງເດີນທາງ. ການພົບເຫັນສິນຄ້າທາງມືຖື ແລະ ຄອມພີວເຕີ້ ໃນປະຈຸບັນ, ທ່ານສາມາດສອບຖາມ ແລະ ສັ່ງຊື້ໄດ້. ປະຫຍັດເວລາ ແລະ ການເດີນທາງ.

ນອກນັ້ນຍັງມີເຫດຜົນອື່ນໆອີກ.ຜູ້ຊື້ສາມາດເລື່ອກ ແລະ ປຽບທຽບລາຄາສິນຄ້າໄດ້ງ່າຍຂື້ນ. ການຊື້ຂາຍທາງອອນໄລ ເຮັດໃຫ້ຜູ້ຊົມໃຊ້ມີຫຼາຍຫົນທາງ ໃນການຄັດສັນ. ​ເຈົ້າສາມາດ ​ຊື້​ໄດ້​ໃນ​ຫຼາຍໆບ່ອນ ແລະ ສາມາດ​ປຽບທຽບລາຄາ​​ໄດ້​ດ້ວຍ​ຕົນເອງ ຜ່ານທາງເວັບໄຊ໊ ຫຼື ສື່ໂຄສະນາຂອງບໍລິສັດນັ້ນໆ,

  1. ​ເຮັດ​ໃຫ້​ສາມາດ ສົ່ງ​ຜະລິດ​ຕະພັນ ແລະ ການ​ບໍລິການ​ໄດ້​ໄວ​ຂື້ນ, ​ໂດຍ​ສະ​ເພາະ ຜະລິດ​ຕະພັນ​ໃນຮູບ​ແບບ ດິຈິຕ໋ (digitized products) ເປັນຕົ້ນ ຄ່າເຂົ້າເປັນສະມາຊິກທາງອອນໄລ, ປື້ມ (eBook), ຊອບແວ່,
  2. ລູກ​ຄ້າສາມາດ​ໄດ້ຮັບຂໍ້​ມູນ​ທີ່​ກ່ຽວຂ້ອງ​ກັບ​ຜະລິດ​ຕະພັນ​ໄດ້​ຢ່າງ​ລະອຽດ ພາຍ​ໃນ​ໄລ ຍະ​ເວລາ​ອັນສັ້ນ, ແທນ​ທີ່​ຈະ​ເປັນ​ມື້ ຫຼື ເປັນ​ອາທິດ. ເພາະເຂົາເຈົ້າສາມາດສົ່ງຂໍ້ຄວາມຫາຜູ້ຂາຍໄດ້ໂດຍກົງ,
  3. ເຮັດ​ໃຫ້ລູກ​ຄ້າສາມາດພົວພັນ​ກັບລູກ​ຄ້າຄົນອື່ນ ໃນກຸ່ມ​ຄົນຜ່ານທາງ​ເອ​ເລັກ​ໂທຼນິກ   ​ເພື່ອແລກປ່ຽນ​ແນວ​ຄວາມ​ຄິດ ​ແລະ ປະ​ຊົບ​ປະການການໃຊ້ເຄື່ອງ ແລະ ການບໍລິການຕ່າງໆ,
  4. ​ກໍ່ໃຫ້ເກີດມີ ການ​ແຂ່ງ​ຂັນຍາດລູກຄ້າ ຫຼາຍຂື້ນ ເຊິ່ງ​ເປັນ​ຜົນ​ໃຫ້​ມີ​ການຫຼຸດ ລາຄາ​ຕາມ​ມາ. ນີ້ເປັນຜົນດີແກ່ລູກຄ້າ.

​ໃນ​ຂະນະ​ດຽວກັນ, ກໍ່ມີ​ເລ່ກົນທີ່​ແອບ​​ແຝງ ​ໃນ​ໂລກຂອງ​ອິນ​ເຕີ​ເນັດ​. ດັ່ງນັ້ນ, ຍັງ​ມີ​ຄົນ​ຈຳນວນ​ຫຼວງຫຼາຍຫຼີກລ້ຽງການ​ຊື້​ເຄື່ອງ​ຜ່ານ​ທາງ​ອິນ​ເຕີ​ເນັດ ດ້ວຍ​ເຫດຜົນ​ດັ່ງ​ຕໍ່​ໄປ​ນີ້:

  1. ຄວາມ​ປອດ​ໄພ ​ແລະ ຄວາມ​ເປັນ​ສ່ວນ​ຕົວ – ຍາກ​ທີ່ຈະ​ລະດົມ​ໃຫ້​ຜູ້​ຊົມ​ໃຊ້ໃຫ້​ເຊື່ອ​ວ່າ ການ​ຊຳລະ​ ​ແລະ ຄວາມ​ເປັນ​ສ່ວນ​ຕົວມີ​ຄວາມ​ປອດ​ໄພພຽງພໍບໍ່? ຈະໄດ້ເຄື່ອງຄືໃນພາຍຫຼືບໍ່? ແລະ ບາງອັນຊື້ແລ້ວກະສົ່ງຄືນບໍ່ໄດ້, ບໍ່ມີຮັບປະກັນ, ບໍ່ເຫັນເຄື່ອງຕົວຈິງ, ດັ່ງນັ້ນ ຈິ່ງລູກຄ້າຈິ່ງມັກຖືກຕົ້ມງ່າຍ.
  2. ຜູ້​ຊົມ​ໃຊ້ ຂາດ​ຄວາມ​ໄວ້​ວາງ​ໃຈ. ໂດຍສະເພາະການສັ່ງຊື້ຄັ້ງທຳອິດ. ບໍ່ຮູ້ຈັກໜ້າຂອງ​ຜູ້​ຂາຍເປັນແນວໃດ?
  3. ປ່ຽນຮູບ​ແບບ ຈາກຮ້ານຂາຍ​ຕົວ​ຈິງທີ່​ສຳ​ພັດ​ໄດ້ ມາ​ເປັນຮ້ານທີ່ພຽງ​ແຕ່​ເຫັນ​ດ້ວຍ​ຕາ​ເປົ່າ, ຢູ່​ໃກ້​ຕົວກັບຜູ້ຊື້ ແລະ ອາດ​ເປັນ​ສິ່ງ​ທີ່​ຍາກທີ່​ຈະ​ສ້າງ​ຄວາມ​ເຊື່ອ​ຖື
  4. ບໍ່ໍສາມາດ​ຈັບບາຍ ​ແລະ ຂາ​ດຄວາມຮູ້ສຶກຜ່ານ​ທາງ​ອອນ​ໄລ
  5. ຍັງ​ມີ​ບັນຫາ​ທາງ​ກົດໝາຍທີ່​ບໍ່ທັນ​ໄດ້​ແກ້​ໄຂ ເປັນຕົ້ນ ການຮັບປະກັນວ່າ: ສິ່ງທີ່ສັ່ງຊື້ໃນຮູບພາບແມ່ນ ອັນດຽວກັນບໍ່? ບາງຄັ້ງຮູບງາມ ແຕ່ຕົວຈິງພັດບໍ່ແມ່ນແນວນັ້ນ.
  6. ການ​ຊຳລະຜ່ານ​ທາງ​ເອ​ເລັກ​ໂທຼນິກ ຍັງ​ບໍ່ທັນ​ໄດ້​ຖືກ​ນຳ​ໃຊ້ ໃນ​ຫຼາຍໆປະ​ເທດ

ໃນປະຈຸບັນ, ສຳລັບ ປະເທດພັດທະນາ ກໍ່ໄດ້ຫຼຸດຄວາມສ່ຽງການຊື້ຂາຍລົງທັງໃນກຸ່ມຜູ້ຊື້-ຂາຍ, ປັບປຸງລະບົບການຮັບເງິນທັນສະໃໝ, ປອດໄພ, ແລະ ມີການປັບປຸງກົດໝາຍ ປົກປ້ອງຜູ້ຊື້-ຂາຍຢູ່ປະຈຳ. ຍ້ອນແນວນີ້, ຈິ່ງເຮັດໃຫ້ຄົນໃນຫຼາຍໆປະເທດເລືອກຊື້-ຂາຍ ອອນໄລຫຼາຍຂື້ນ. ມີທ່າວ່າຈະເພີ່ມຂື້ນປະຈຳ.

Viengsombath Bangonesengdet Editor in chief

ຊ່ວຍສ້າງສັນສິງເປັນປະໂຫຍດແກ່ສັງຄົມ. ມີຄວາມສາມາດທີ່ມາຈາກປະສົບການ ແລະ ການສຶກສາ ຕິດພັນກັບຂົງເຂດ: ຍຸດທະສາດການບໍລິຫານ, ການຕະຫຼາດ, ການວາງແຜນທຸລະກິດ, ການຄ້າ ທາງອອນໄລ, ນະໂຍບາຍບຸກຂະລາກອນ, ປັບປຸງອົງການຈັດຕັ້ງ, ການສ້າງຍີ່ຫໍ້ສິນຄ້າ ແລະ ສອນ ເຕັກນິກການນຳພາ. ທ່ານສາມາດ ໃຊ້ບໍລິການພິເສດ ຫຼື ຕິດຕາມເຕັກນິກຜ່ານທາງເວັບໄຊນີ້.

Copy Protected by Chetan's WP-Copyprotect.