Norkhame
ເປັນຫຍັງຈິ່ງສ້າງ NorKhame.com? ເປັນຫຍັງຈິ່ງສ້າງ NorKhame.com?
ເວລາຫຼາຍຄົນເຫັນຂ້າພະເຈົ້າສ້າງ NorKhame.com ແລ້ວຫຼາຍຄົນມັກເວົ້າວ່າ “ກະຕ້ອງໄດ້ ເຮັດຫັນແຫຼ້, ພະນັກ ງານລັດ ເງິນເດືອນບໍ່ພໍກິນ”. ຄົນເຫຼົ່ານັ້ນບໍ່ຢັງເຫັນຈິນຕະນາການ, ຄວາມສາມາດ ແລະ ອຸດົມການທີ່ເຫຼືອຂອງ ນໍຄຳ. ແຮງບັນ ດານໃຈໃນການສ້າງທຸລະກິດເພື່ອສັງຄົມ ເປັນອັນໜຶ່ງທີ່ຂ້າພະເຈົ້າຫວັງມາສະເໜີ. ແນ່ນອນ ການເຮັດທຸລະກິດກໍ່ຕ້ອງການລາຍຮັບ ເພື່ອທົດແທນລາຍຈ່າຍ ແລະ ສິ່ງທີ່ລົງທຶນໄປ. ການບໍລິການທີ່ຈະສະໜອງແກ່ທ່ານເປັນສິ່ງທີ່ມີຄຸນນະພາບ ແລະ ຕັ້ງລາຄາຕໍ່າເພື່ອໃຫ້ຫຼາຍໆທ່ານສາມາດເຂົ້າໃຊ້ບໍລິການໄດ້.... ເປັນຫຍັງຈິ່ງສ້າງ NorKhame.com?

ເວລາຫຼາຍຄົນເຫັນຂ້າພະເຈົ້າສ້າງ NorKhame.com ແລ້ວຫຼາຍຄົນມັກເວົ້າວ່າ “ກະຕ້ອງໄດ້ ເຮັດຫັນແຫຼ້, ພະນັກ ງານລັດ ເງິນເດືອນບໍ່ພໍກິນ”. ຄົນເຫຼົ່ານັ້ນບໍ່ຢັງເຫັນຈິນຕະນາການ, ຄວາມສາມາດ ແລະ ອຸດົມການທີ່ເຫຼືອຂອງ ນໍຄຳ.

ແຮງບັນ ດານໃຈໃນການສ້າງທຸລະກິດເພື່ອສັງຄົມ ເປັນອັນໜຶ່ງທີ່ຂ້າພະເຈົ້າຫວັງມາສະເໜີ. ແນ່ນອນ ການເຮັດທຸລະກິດກໍ່ຕ້ອງການລາຍຮັບ ເພື່ອທົດແທນລາຍຈ່າຍ ແລະ ສິ່ງທີ່ລົງທຶນໄປ. ການບໍລິການທີ່ຈະສະໜອງແກ່ທ່ານເປັນສິ່ງທີ່ມີຄຸນນະພາບ ແລະ ຕັ້ງລາຄາຕໍ່າເພື່ອໃຫ້ຫຼາຍໆທ່ານສາມາດເຂົ້າໃຊ້ບໍລິການໄດ້. ທີ່ສຳຄັນ, ຮູບແບບການສະໜອງບໍລິການ ແລະ ຄຳປຶກສາໄດ້ຫັນເປັນທາງສື່ທາງອິນເຕີເນັດທີ່ໃຜໆກໍ່ສາມາດເຂົ້າຫາໄດ້. ແນ່ນອນ ການສ້າງຄວາມຮູ້ ແລະ ແຫຼ່ງສຶກສາໃຫ້ແກ່ບັນດາທ່ານຜ່ານທາງເວັບໄຊ NorKhame.com ກໍ່ບໍ່ໄດ້ກະທົບກັບເວລາການເຮັດວຽກພາກລັດ. ເພາະໄດ້ໃຊ້ເວລາຫຼັງໄມງເຮັດວຽກ. ເນື້ອໃນຈະຕິດພັນກັບຫຼາຍໆຄວາມຮູ້ ແລະ ປະສົບການທີ່ບໍ່ໄດ້ໃຊ້ໝົດເທື່ອໃນພາກລັດ ແລະ ເຊື່ອແນ່ວ່າ ຫຼາຍໆທ່ານເຫັນຜົນງານຜ່ານທາງສືອອນໄລມາແລ້ວ.

ອັນຫຼັກໆແມ່ນການສ້າງຄຸນຄ່າໃດໜຶ່ງໃຫ້ແກ່ສັງຄົມ. ຂ້າພະເຈົ້າເຊື່ອວ່າໃນຕົນເອງມີຫຼາຍຢ່າງສາມາດແບ່ງປັນ ແລະ ການສ້າງສິ່ງນີ້ຂື້ນມາກໍ່ຫວັງວ່າຈະມີອີກຫຼາຍໆຄົນຄິດສ້າງແນວດີໆເຊັ່ນນີ້ຂື້ນມາແຂ່ງຂັນກັນຕື່ມ ຫຼື ຄິດສ້າງແນວແປກໃໝ່. ເຊິ່ງຂ້າພະເຈົ້າຮັບຮູ້ຂັ້ນຕອນການສ້າງ ຫຼື ປະດິດອັນໃດໜຶ່ງນັ້ນ ມີຫຼາຍໆອັນທີ່ຕ້ອງໄດ້ໃຊ້ຫຼາຍໆເຕັກນິກສ້າງສັນເພື່ອສ້າງຄວາມໜ້າສົນໃຈ ແລະ ເປັນປະໂຫຍດໃຫ້ຄົນເຂົ້າມາຕິດຕາມ. ທີ່ແນ່ນອນກໍ່ສັນເສີນທຸກໆວຽກງານບໍ່ວ່າຈະເປັນການບໍລິການ ຫຼື ສິນຄ້າ ທີ່ປະດິດຂື້ນມາ. ສ່ວນຕົວແລ້ວຢາກໃຫ້ມີຫຼາຍໆ.

ຫຼາຍໆຄົນຊວນໄປເຮັດວຽກນຳເຕັມຕົວ ແຕ່ສິ່ງນັ້ນບໍ່ແມ່ນແນວທີ່ຂ້າພະເຈົ້າຫວັງ. ເປົ້າໝາຍທີ່ສຳ ຄັນທີ່ສຸດ ໃນການເຮັດວຽກນີ້ ກໍ່ຄືໃຫ້ບໍລິການປະຊາຊົນທີ່ເປັນເພື່ອນມິດ, ພີ່ນ້ອງ, ອ້າຍເອື້ອຍ ແລະ ອາດແມ່ນລຸງ,ປ້າ, ອາວ ແລະ ອາ. ເວລາໃຫ້ຄຳປຶກສາແກ່ບໍລິສັດໃດໜຶ່ງ ແລ້ວກໍ່ມີຄວາມ ຫວັງສະເໜີວ່າ ຖ້າຫາກໃຫ້ຄຳປຶກສາກັບຄົນ ນັບເປັນ 100 ເປັນ 1000 ຄົນຄົງຈະດີ. ດັ່ງນັ້ນ, ຈິ່ງຫັນຕົວເອງຈາກການໃຫ້ຄຳປຶກສາແກ່ບໍລິສັດ ມາເປັນບຸກຄົນດ້ວຍການສ້າງ NorKhame.com ຂື້ນມາ.

ຂ້າພະເຈົ້າບໍ່ແມ່ນນັກຂຽນ ຫຼື ນັກປະພັນ ແລະ ກະບໍ່ໄດ້ຫວັງເດີນເສັນທາງທີ່ກ່າວມານັ້ນ. ສິ່ງທີ່ຂ້າພະເຈົ້າ ຢາກເປັນກໍ່ຄື: ຄົນສົ່ງຂ່າວສານ, ປະສົບການ, ຄວາມຮູ້ ແລະ ໃນເວລາດຽວກັນຂ້າພະເຈົ້າກໍ່ຢາກເປັນເພື່ອນມິດກັບທຸກໆທ່ານ. ທີ່ແນ່ນອນທີ່ສຸດ, ຂ້າພະເຈົ້າ ບໍ່ສາມາດສ້າງຄຳຕອບ ແລະ ສູດສຳເລັດໃດໆບອກ ໃຫ້ທ່ານປະຕິບັດ. ເພາະຖ້າເຮັດແນວນັ້ນ ກໍ່ບໍ່ຕ່າງກັບການຍົກຕົວເອງ ເປັນຜູ້ປົກຄອງຊີວິດຂອງທ່ານ. ຈຸດປະສົງຂອງຂ້າພະເຈົ້າ ກໍ່ຄືຊ່ວຍທ່ານຄິດ, ຊ່ວຍແກ້ ແລະ ໃຫ້ທ່ານຕັດສິນ ໃຈການເດີນທາງເອງ. ແນ່ນອນຂ້າພະເຈົ້າກໍ່ຫວັງວ່າ ທ່ານຈະເດີນໃນເສັນທາງທີ່ບໍ່ຜິດສິນທຳ, ກົດໝາຍ ແລະ ບຽດບຽນຊີວິດໃຜ. ເພາະວ່າ ສິ່ງດັ່ງກ່າວເຫຼົ່ານັ້ນ ຂ້າພະເຈົ້າບໍ່ສົ່ງເສີມ.

Viengsombath Bangonesengdet Editor in chief

ຊ່ວຍສ້າງສັນສິງເປັນປະໂຫຍດແກ່ສັງຄົມ. ມີຄວາມສາມາດທີ່ມາຈາກປະສົບການ ແລະ ການສຶກສາ ຕິດພັນກັບຂົງເຂດ: ຍຸດທະສາດການບໍລິຫານ, ການຕະຫຼາດ, ການວາງແຜນທຸລະກິດ, ການຄ້າ ທາງອອນໄລ, ນະໂຍບາຍບຸກຂະລາກອນ, ປັບປຸງອົງການຈັດຕັ້ງ, ການສ້າງຍີ່ຫໍ້ສິນຄ້າ ແລະ ສອນ ເຕັກນິກການນຳພາ. ທ່ານສາມາດ ໃຊ້ບໍລິການພິເສດ ຫຼື ຕິດຕາມເຕັກນິກຜ່ານທາງເວັບໄຊນີ້.

Copy Protected by Chetan's WP-Copyprotect.