Norkhame
ຂໍລອງເຮັດອີກຄັ້ງ ຂໍລອງເຮັດອີກຄັ້ງ
ຂອບໃຈສະເໜີທີ່ ທຸກໆຄັ້ງມີຄົນຂໍຄຳປຶກສາ ຫຼື ແນວຄວາມຄິດ ເພາະຂ້າພະເຈົ້າຖືວ່າເຂົາເຈົ້າ ໃຫ້ການໄວ້ວາງໃຈ. ສິ່ງໜຶ່ງທີ່ຫຼາຍໆຄົນມັກມາປຶກສາແມ່ນກ່ຽວກັບບັນຫາສ່ວນຕົວ, ຊີວິດທົ່ວໄປ ຫຼື ຄວາມຮັກ. ແນວໃດກໍ່ຕາມຮູບແບບການປຶກສາ ດັ່ງກ່າວ ຈະບໍ່ເກັບຄ່າບໍລິການ ຖືວ່າເປັນການ ສະແດງທັດສະນະສ່ວນຕົວທີ່ບໍ່ມີຄວາມເປັນມືອາຊີບເມື່ອທຽບໃສ່ກັບຄວາມຮູ້ວິຊາການອື່ນໆທີ່ຮຽນມາ. ຂ້າພະເຈົ້າ ມັກຈະແນະນຳກັບຫຼາຍໆເພື່ອນມິດ ທີ່ລັກເຂົ້າມາຂໍຄຳປຶກສາລັກສະນະແນວນີ້ເຕັມທີ່. ເມື່ອຮັບຮູ້ເລື່ອງເຂົາເຈົ້າແລ້ວ ຈັ່ງແມ່ນໜ້າຕົກໃຈ. ຫຼາຍຄົນ ບໍ່ສາມາດສັງເກດເຫັນເລີຍວ່າເຂົາເຈົ້າແອບແຝງຄວາມເສົ້າໃຈໄວ້ທາງໃນ ແລະ ມີແຕ່ສຽງຫົວອັນເສແຊ້ງໃນສັງຄົມເພາະຢ້ານຄົນຮູ້ວ່າ... ຂໍລອງເຮັດອີກຄັ້ງ

ຂອບໃຈສະເໜີທີ່ ທຸກໆຄັ້ງມີຄົນຂໍຄຳປຶກສາ ຫຼື ແນວຄວາມຄິດ ເພາະຂ້າພະເຈົ້າຖືວ່າເຂົາເຈົ້າ ໃຫ້ການໄວ້ວາງໃຈ. ສິ່ງໜຶ່ງທີ່ຫຼາຍໆຄົນມັກມາປຶກສາແມ່ນກ່ຽວກັບບັນຫາສ່ວນຕົວ, ຊີວິດທົ່ວໄປ ຫຼື ຄວາມຮັກ. ແນວໃດກໍ່ຕາມຮູບແບບການປຶກສາ ດັ່ງກ່າວ ຈະບໍ່ເກັບຄ່າບໍລິການ ຖືວ່າເປັນການ ສະແດງທັດສະນະສ່ວນຕົວທີ່ບໍ່ມີຄວາມເປັນມືອາຊີບເມື່ອທຽບໃສ່ກັບຄວາມຮູ້ວິຊາການອື່ນໆທີ່ຮຽນມາ.

ຂ້າພະເຈົ້າ ມັກຈະແນະນຳກັບຫຼາຍໆເພື່ອນມິດ ທີ່ລັກເຂົ້າມາຂໍຄຳປຶກສາລັກສະນະແນວນີ້ເຕັມທີ່. ເມື່ອຮັບຮູ້ເລື່ອງເຂົາເຈົ້າແລ້ວ ຈັ່ງແມ່ນໜ້າຕົກໃຈ. ຫຼາຍຄົນ ບໍ່ສາມາດສັງເກດເຫັນເລີຍວ່າເຂົາເຈົ້າແອບແຝງຄວາມເສົ້າໃຈໄວ້ທາງໃນ ແລະ ມີແຕ່ສຽງຫົວອັນເສແຊ້ງໃນສັງຄົມເພາະຢ້ານຄົນຮູ້ວ່າ ຕົນເອງມີປັນຫາກັບຊີວິດ ຫຼື ກັບແຝນ. ຕາມການສັງເກດຂອງຂ້າເຈົ້າແລ້ວເຫັນວ່າ ຄົນກຸ່ມດັ່ງກ່າວນັ້ນກຳລັງໝົດຫວັງກັບຊີວິດ, ມີຄວາມກັງວົນ ແລະ ບໍ່ຈັກການຕັດສິນໃຈ. ໃນບົດນີ້ ບໍ່ໄດ້ເອົາຄວາມລັບຂອງເຂົາເຈົ້າມາເປີດເຜີຍ ແຕ່ຈະໃຫ້ຄຳແນະນຳ ຫຼື ແນວຄວາມຄິດຂອງຂ້າພະເຈົ້າ ຕໍ່ກັບສະພາບທີ່ຫຼາຍຄົນມັກພົບພໍ້.

ເມື່ອຫວນກັບຕອນຍັງນ້ອຍ ຫຼາຍໆຄົນແມ່ນຢາກເປັນຜູ້ໃຫຍ່ໄວໆ, ແຕ່ເມື່ອເປັນຜູ້ໃຫຍ່ຫຼາຍຄົນຢາກເປັນເດັກນ້ອຍ ເພາະບໍ່ຕ້ອງໄດ້ຄິດຫຼາຍ ແລະ ປະສົບກັບຫຼາຍບັນຫາທ້າທາຍ ທັງການງານ ແລະ ຊີວິດສ່ວນຕົວ. ບໍ່ມີໃຜດອກຈະຫຼີກລ່ຽງ ຄວາມຜິດຫວັງ, ໝົດຫວັງ, ຄວາມໂດດດ່ຽວ ແລະ ປະເຊີນໜ້າກັບຫຼາຍໆປັນຫາ ເຊິ່ງອາດລວມມີທັງທາງກາຍ ແລະ ໃຈ. ສິ່ງສຳຄັນກໍ່ຄືຄວາມເຂົ້າໃຈໃນການຮັບມື.​

ທຸກໆຄົນຕ່າງມີປະສົບການຜິດຫວັງ ແລະ ຂ້າພະເຈົ້າ ຢາກຈະສະແດງປະສົບການທີ່ໄດ້ພົບມາຕົວຈິງ. ອາດຈະແມ່ນຄຳເນະນຳ ທີ່ທ່ານຕ້ອງໄດ້ຄົ້ນຄິດ ແລະ ນຳໄປໃຊ້ກັບຕົວທ່ານ ແລ້ວສັງເກດວ່າຈະໄດ້ຜົນບໍ່ ເພາະເຊື່ອວ່າ ສິ່ງທີ່ໄດ້ຜົນສຳລັບຕົວຂ້າພະເຈົ້າ ອາດຈະບໍ່ເໜາະກັບຫຼາຍໆທ່ານ.

ຖ້າຊີວິດບໍ່ມີປັນຫາ ກໍ່ບໍ່ຕ່າງຫຍັງກັບຄົນສີ້ນລົມຫາຍໃຈ

ໃນຕົວຈິງ,​ທ່ານອາດຈະຕ້ອງປະເຊີນໜ້າກັບການເຮັດວຽກຢ່າງໜັກໜາສາຫັດ ນັບເປັນພັນໆຊົວໂມງ ແຕ່ອາດບໍ່ມີຄຳສັນເສີນ ຫຼື ຄຳວ່າຂອບໃຈຈາກເພື່ອນຮ່ວມງານເລີຍ ແຕ່ເປັນສິ່ງທີ່ທ່ານຕ້ອງໄດ້ຍຶດໜັ້ນ ແລະ ປະຕິບັດໜ້າທີ່ທຸກໆວັນ. ສິ່ງໜື່ງທີ່ຂ້າພະເຈົ້າ ມັກຈະປະຕິບັດໃນເວລາປະເຊີນໜ້າກັບເຫດການທີ່ບໍ່ຄາດຝັນ ກໍ່ຄືສະແດງຄວາມຂອບໃຈ ກັບທຸກໆສິ່ງທີ່ເກີດຂື້ນ ແລະ ກໍ່ເຂົ້າໃຈວ່າຊີວິດ ຈະມີຫຼາຍໆຕອນທີ່ງົດງາມເຂົ້າມາຫາສະເໜີ.

ທີ່ແນ່ນອນ, ທ່ານຈະພົບຄົນທີ່ບໍ່ຫວັງດີກັບການກະທຳຂອງທ່ານ. ເຂົາເຈົ້າອາດຈະສ້າງຄວາມເຊື່ອມເສຍໃຫ້ແກ່ຊື່ສຽງ ແລະ ຊີວິດ. ບໍ່ວ່າທ່ານຈະເຮັດດີແນວໃດ ກໍ່ບໍ່ສາມາດປ່ຽນການປະພຶດຂອງຄົນເຫຼົ່ານັ້ນ.

ເຮົາອາດຈະບໍ່ມີຄວາມສາມາດຄວບຄຸມຫຼືປ່ຽນການກະທຳຂອງຄົນກຸ່ມເຫຼົ່ານີ້ໄດ້ ແຕ່ທ່ານສາມາດຮຽນຮູ້ ທີ່ຈະຮັບມືກັບເຂົາເຈົ້າ ແລະ ຮຽນຮູ້ໃນການເລືອກຄົບຄົນທີ່ມີຄວາມກະລຸນາທີ່ຄ້າຍໆຄືທ່ານ, ຜູ້ທີ່ໃສ່ໃຈກ່ຽວກັບຕົວທ່ານ, ຄົນທີ່ເຮັດໃຫ້ຮູ້ສຶກດີໆກັບການເປັນຕົວຂອງຕົນເອງ. ຖ້າຫາກພົບກັບຄົນເຫຼົ່ານີ້ແລ້ວ ຈົ່ງໃກ້ຊິດຕິດແທດ, ໃຫ້ຄວາມເປັນພິເສດ, ໃຊ້ເວລາກັບເຂົາເຈົ້າ, ໃຫ້ຄວາມກະລຸນາ ແລະ ຮັກຄວາມເປັນເພື່ອນມິດ.

ຈະມີຫຼາຍໆຄັ້ງທີ່ທ່ານຕ້ອງພົບພໍ້ກັບຄວາມຜິດຫວັງ ກັບສິ່ງທີ່ຕັ້ງເປົ້າໄວ້. ຊີວິດອາດບໍ່ເປັນດັ່ງທີ່ທ່ານຕ້ອງການ. ແລະ ສິ່ງນີ້ເປັນສິ່ງທີ່ທ່ານຈະຕ້ອງໄດ້ຮຽນຮູ້ໃນການຮັບມື. ແທນທີ່ຈະປ່ອຍໃຫ້ສະຖານະການບໍ່ດີດຶງທ່ານລົງສູ່ຄວາມລົ້ມແຫຼວ, ທ່ານຕ້ອງໄດ້ເດີນໜ້າ, ຮັບຮູ້ຄວາມຜິດຫວັງ, ຮຽນຮູ້ຫາສາເຫດ ແລະ ພັກດັນສູ່ຫົນທາງຄວາມສຳເລັດ ບໍ່ວ່າຈະມີຄວາມຫຸ້ຍງຍາກຫຼາຍເທົ່າໃດ. ຕ້ອງໄດ້ຮຽນຮູ້ຫັນປ່ຽນຂໍ້ເສຍປຽບ ເປັນສິ່ງໄດ້ປຽບແລະສິ່ງນີ້ເອງທີ່ຈະເຮັດໃຫ້ຊີວິດຂອງທ່ານອກຈາກຄວາມວຸ້ນວາຍ.

ທີ່ແນ່ນອນ ທ່ານຈະຕ້ອງອົກຫັກຈາກຄວາມຮັກ ແລະ ຖືກປະຕິເສດຈາກຄົນທີ່ທ່ານຮັກສຸດໃຈ. ຫວັງວ່າທ່ານຈະບໍ່ພົບກັບສິ່ງນີ້ຫຼາຍເທົ່າໃດ ແຕ່ມັນຈະເກີດຂື້ນກັບຊີວິດຊ່ວງໃດໜຶ່ງ. ທີ່ແນ່ນອນຂ້າພະເຈົ້າຫວັງວ່າ ທ່ານຈະຜ່ານຜ່າຄວາມຫຸ້ຍງຍາກ ແລະ ເດີນທາງຕາມຊີວິດຕ້ອງການ. ຈົ່ງປ່ອຍໃຫ້ຄວາມເຈັບປວດ ເປັນສິ່ງພັກດັນ ເພື່ອສິ່ງທີ່ດີຂື້ນໃນຊີວິດ ແລະ ເມື່ອຊ່ວງເວລານັ້ນຜ່ານໄປ ເມື່ອຫວນກັບແລ້ວຈະເຫັນວ່າ ທ່ານ ມີຄວາມເຂັ້ມແຂງຫຼາຍຂື້ນຢ່າງທີ່ບໍ່ເຄີຍຄິດມາກ່ອນ.

ແຕ່ຢ່າຈົບຊີວິດກັບຄວາມຜິດຫວັງ

ຈົ່ງເປີດຫາສິ່ງໄໝ່ໆສະເໜີ. ຖ້າປຽບຊີວິດຄືການເດີນທາງແລ້ວ ແນ່ນອນບໍ່ມີໃຜຢາກຕົກໃນຄວາມເຈັບປວດ ຫຼື ທົນທຸກ…ແຕ່ຈົ່ງຢ່າຢຸດທີ່ຄວາມລົ້ມເຫຼວ ທ່ານຕ້ອງໄດ້ສ້າງສິ່ງໄໝ່ໆ, ຫາປະສົບການໄໝ່ໆ, ຢ່າປິດຕົນເອງກັບສິ່ງດີໆທີ່ຈະເຂົ້າມາຫາ ເຊັ່ນ: ຄົນໄໝ່ໆ.

ທ່ານອາດຈະອົກຫັກ 10 ຄັ້ງ, ແຕ່ຄັ້ງທີ່ 11 ອາດຈະເປັນຄົນພ້ອມທີ່ຈະໃຊ້ຊີວິດຮ່ວມກັນແບບຜາສຸກ. ຖ້າຫາກຢຸດທີ່ການອົກຫັກຄັ້ງທີ່ 10 ແລ້ວ, ກໍ່ຈະບໍ່ໄດ້ພົບໃຜອີກເລີຍ ແລະ ທີ່ແນ່ນອນຈະບໍ່ພົບຄົນທີ່ອາດຈະສ້າງ ຄວາມສຸກທີ່ສຸດໃຫ້ແກ່ຊີວິດຂອງທ່ານ.

ໃນສະຖານທີ່ເຮັດວຽກ, ທ່ານອາດຈະພົບກັບຄົນທີ່ດູຖູກ, ຕົບຕີ ຫຼື ທຳຮ້າຍຕ່າງໆນາໆ. ບໍ່ວ່າຈະພົບຄົນຊົວຫຼາຍປານໃດ ກໍ່ຕ້ອງໄດ້ຊອກຫາເພື່ອນແທ້. ຖ້າຫາກບໍ່ພົບກັບຄົນໄໝ່ແລ້ວ, ທ່ານກໍ່ຈະບໍ່ພົບກັບເພື່ອນໄໝ່ໆ, ແລະ ທີ່ແນ່ນອນກໍ່ຈະເສຍໂອກາດໃນການພົບເພື່ອນມິດສະຫາຍທີ່ພ້ອມຈະໃຫ້ການຊ່ວຍເຫຼືອໃນຍາມຍາກ ຫຼື ເສຍໂອກາດໃນການສ້າງສັນສິ່ງດີໆໃນຊ່ວງການມີຊີວິດ.

ທ່ານອາດລົ້ມຫຼາຍຄັ້ງໃນຊີວິດ ແຕ່ຖ້າຫາກປະປ່ອຍໃຫ້ເຫດການຢຸດການເດີນທາງຂອງທ່ານແລ້ວ, ທ່ານຈະເສຍໂອກາດໃນການສ້າງສັນສິ່ງທີ່ເຮັດໃຫ້ຊີວິດຂອງທ່ານກ້າວສູ່ຈຸດໄຜຝັນ. ຈົ່ງຈຳໄວ້ວ່າ, ຄວາມຜິດພາດເປັນການສ້າງໂອກາດສູ່ຄວາມສຳເລັດ ແລະ ບໍ່ມີສິ່ງໃດຢຸດທ່ານໄດ້ ນອກຈາກການຕັດສິນໃຈຢຸດການເດີນທາງຂອງທ່ານເອງ.

ຊີວິດບໍ່ແມ່ນການຊິງດີຊິງເດັ່ນ

ທ່ານຈະພົບກັບຄົນທີ່ມັກແຂ່ງກັບທ່ານສະເໜີ, ບໍ່ວ່າຈະຢູ່ໂຮງຮຽນ, ມະຫາວິທະຍາໄລ, ຫຼື ທີ່ເຮັດວຽກ. ເຂົາເຈົ້າອາດແຂ່ງຊື້ລົດທີ່ງາມໆກວ່າ, ສ້າງບ້ານໃຫຍ່ກວ່າ, ໃຊ້ສິ່ງແພງໆ. ສຳລັບຄົນເຫຼົ່ານັ້ນ ເຂົາເຈົ້າເຫັນ ວ່າຊີວິດຄືການແຂ່ງຂັນ – ຄວາມສຸກຂອງເຂົາເຈົ້າຄືການສ້າງໃຫ້ຕົນເອງເໜືອຄົນອື່ນ ເພື່ອວ່າຕົນເອງ ຈະໄດ້ມີຄວາມສຸກ.

ຄວາມລັບຂອງການດຳລົງຊີວິດມີບ່ອນວ່າ: ຊີວິດບໍ່ແມ່ນການແຂ່ງຂັນ ແຕ່ຊີວິດຄືການເດີນທາງ. ຖ້າຫາກໃຊ້ຊີວິດເພື່ອພະຍາຍາມສ້າງໃຫ້ຄົນອື່ນສັນເສີນງຶດງໍ້, ຂົມຄົນອື່ນ, ແລ້ວທ່ານກຳລັງໃຊ້ຊີວິດແບບສູນເປົ່າ. ທ່ານຕ້ອງໄດ້ຮຽນຮູ້ຄວາມມ່ວນຊື່ນຈາກການເດີນທາງ. ສ້າງການເດີນທາງເຕັມໄປດ້ວຍຄວາມສຸກ, ເຕັມໄປດ້ວຍການຮຽນຮູ້ສິ່ງໄໝ່ໆ, ຊອກວິທີແກ້ໄຂປັບປຸງຕົນເອງສະເໜີ ແລະ ຈົ່ງບູຊາຄວາມຮັກ.

ບໍ່ຕ້ອງເສຍເວລາໄປກັງວົນກ່ຽວກັບການມີລົດງາມກວ່າຄົນອື່ນ, ຫຼື ບ້ານ ຫຼື ວັດຖຸທີ່ຄົນອື່ນໆມີ ຫຼື ຫາວຽກທີ່ມີແຕ່ຄ່າຕອບແທນວັດຖຸສູງໆ. ສິ່ງດັ່ງກ່າວນັ້ນເປັນວັດຖຸທີ່ ບໍ່ສາມາດສ້າງໃຫ້ທ່ານມີຄວາມສຸກທີ່ແທ້ຈິງໄດ້. ແນ່ນອນທ່ານຕ້ອງການວັດຖຸໃນການດຳລົງຊີວິດ ແຕ່ຈົງໃຊ້ສິ່ງຂອງໃຫ້ພຽງພໍກັບຄວາມຕ້ອງການຕົວຈິງ. ໃນທີ່ສຸດກໍ່ຮູ້ຈັກຄຳວ່າພໍ ແລະ ນຳໃຊ້ເວລາໃນການເຮັດວຽກທີ່ທ່ານມັກເພື່ອສ້າງສັນສິ່ງໄໝ່ໆແກ່ສັງຄົມ.

ຊອກຫາແຮງປາດຖະໜາທີ່ແທ້ຈິງ ແລະ ຕັ້ງໃຈສ້າງສັນສິ່ງນັ້ນໆຂື້ນມາ. ຢ່າເຮັດວຽກທີ່ມີຜົນຕອບແທນແຕ່ເງິນ. ແລະ ຢ່າເສຍເວລາເຮັດໃນສິ່ງທີ່ທ່ານບໍ່ມັກ.

ຖືເອົາຄວາມ ຮັກ ເປັນກົດເກນຂອງຊີວິດ

ຖ້າຫາກຕ້ອງມີຊີວິດເພື່ອສິ່ງດຽວແລ້ວ ໃຫ້ທ່ານມີຊີວິດເພື່ອ “ຮັກ”. ຝັງແລ້ວອາດຈະເປັນເລື່ອງຕະຫຼົກ. ແຕ່ວ່າບໍ່ມີກົດໃດດີກວ່າ ກົດຂອງຄວາມ “ຮັກ”

ຫຼາຍຄົນອາດມີກົດເກນການດຳລົງຊີວິດ ດ້ວຍການສ້າງຄວາມປະສົບຜົນສຳເລັດໃນໜ້າທີ່. ຊີວິດຂອງເຂົາເຈົ້າ ຈະເຕັມໄປດ້ວຍຄວາມກົດດັນ, ບໍ່ເປັນສຸກ ແລະ ຮູ້ສຶກດ້ອຍ.

ບາງຄົນອາດຖືການມີຊີວິດ ຄືການເອົາຊະນະຄົນອື່ນ (ເອົາປຽບ) ໂດຍຖືເອົາຄວາມຕ້ອງການຂອງຕົນເອງ ເໜືອຄົນອື່ນໆ. ຊີວິດຂອງເຂົາເຈົ້າຈະມີແຕ່ຄົນປ້ອຍດ່າ ແລະ ໃນທີ່ສຸດກໍ່ເຕັມໄປດ້ວຍຄວາມອັບປະໂຫຍດໃນສັງຄົມ ແລ້ວຄວາມສຸກຈະຫາໄດ້ແນວໃດ. ຖ້າທ່ານໃຊ້ຊີວິດທຳລາຍຄວາມສຸກຄົນອື່ນ ມື້ໜຶ່ງທ່ານກໍ່ຈະຕົກໃນສະຖານະການແນວນັ້ນ.

ຈົ່ງໃຊ້ຊີວິດຂອງທ່ານດ້ວຍກົດເກນຂອງຄວາມວ່າ “ຮັກ”. ຮັກແຝນ, ຮັກລູກ, ຮັກພໍ່ແມ່, ຮັກໜູ່ເພື່ອນ, ແລ້ວຮັກໃຫ້ໝົດໃຈ. ສະໜອງສິ່ງທີ່ເຂົາເຈົ້າຕ້ອງການ, ສະແດງຄວາມອ່ອນໂຍນ ຫຼື ບໍ່ສ້າງສິ່ງອັບປະໂຫຍດ. ໃຫ້ເປີດຈິດວິນຍານຫາຄົນເຫຼົ່ານັ້ນ. ໃຫ້ທ່ານມີແຕ່ຮັກ.

ຮັກແຝນຍັງບໍ່ພໍ, ຍັງຕ້ອງໄດ້ຮັກເພື່ອນບ້ານ, ຮັກເພື່ອນຮ່ວມງານ, ຮັກຄົນແປກໜ້າ, ຮັກອ້າຍ ແລະ ນ້ອງ ແລະ ຮັກໃນຄວາມເປັນມະນຸດນຳກັນ. ຮັກໃນການໃຫ້ຮອຍຍີ້ມກັບຄົນທີ່ພົບ, ເວົ້າສິ່ງທີ່ມ່ວນຫູ, ແລະ ຊ່ວຍເຫຼືອ.

ໃຫ້ເປີດໃຈກ້ວາງອອກອີກ, ໃຫ້ທ່ານຮັກຮອດສັດຕູ (ແຕ່ບໍ່ແມ່ນຮ່ວມເຮັດຊົ່ວ). ເຖິງວ່າລາວຈະເຮັດແນວບໍ່ດີໃສຊົ່ວຊ້າຊຳໃດ, ລັກໂລບສິ່ງຂອງຈາກທ່ານຫຼາຍປານໃດ, ຈົ່ງໃຫ້ຮັກລາວເຊັ່ນດຽວກັນ. ຖ້າເຮັດໄດ້ແນວນັ້ນ ຊີວິດທ່ານຈະມີແຕ່ຄົນທີ່ທ່ານຮັກແລະມີຄວາມເພື່ອແຜ່.

ສິ່ງສຳຄັນທີ່ສຸດ ໃຫ້ຮັກຕົນເອງກ່ອນອື່ນໝົດ. ບໍ່ວ່າຄົນຈະວ່າທ່ານຊົ່ວຊ້າຫຼາຍປານໃດ, ທ່ານກໍ່ບໍ່ຄວນເປັນໃນສິ່ງທີ່ຄົນອື່ນເວົ້າ. ເຊັ່ນ ວ່າ: ເຂົາເຈົ້າອາດວ່າເຈົ້າຂີ້ລ້າຍ, ໂງ່, ບໍ່ເປັນຕາໜ້າຮັກ ແລະ ຕ່າງໆນ່າໆ….ທ່ານຕ້ອງຄິດວ່າທ່ານເປັນມະນຸດຄົນໜຶ່ງທີ່ງົດງາມ, ມີຄວາມສຸກ ແລະ ມີຄວາມຮັກໃຫ້ກັບໝົດທຸກຄົນ… ນີ້ເປັນສິ່ງທີ່ຈະເຮັດໃຫ້ທ່ານເຫັນຄຸນຄ່າຂອງຕົນເອງ ແລະ ສົມຄວນທີ່ຈະຮັກສາຄວາມດີນີ້ໄວ້.

ທ່ານຕ້ອງຖືຄຳຕຳນິເປັນໂອກາດໃນການຊອກຫົນທາງໃນການປັບປຸງຕົນເອງໃຫ້ດີຂື້ນ.

ທ້າຍສຸດນີ້ ຈົ່ງຮູ້ໄວ້ວ່າ ການມີຊິວດຂອງທ່ານ ເປັນການເລີ່ມຕົ້ນທີ່ພິດສະດານ, ພິເສດ, ເຕັມໄປດ້ວຍຄວາມຢ້ານກົວ, ກັງວົນ, ຊີວິດເປັນການເດີນທາງທີ່ງົດງາມ ແລະ ຂົມຂື່ນບາງຄັ້ງຄ່າວ ແລະ ຂ້າພະເຈົ້າຢາກຈະຢູ່ຄຽງຂ້າງບັນດາທ່ານສະເໜີຖ້າຫາກ ເຮັດໄດ້.​

ຂໍໃຫ້ມ່ວນກັບການເດີນທາງ.

Viengsombath Bangonesengdet Editor in chief

ຊ່ວຍສ້າງສັນສິງເປັນປະໂຫຍດແກ່ສັງຄົມ. ມີຄວາມສາມາດທີ່ມາຈາກປະສົບການ ແລະ ການສຶກສາ ຕິດພັນກັບຂົງເຂດ: ຍຸດທະສາດການບໍລິຫານ, ການຕະຫຼາດ, ການວາງແຜນທຸລະກິດ, ການຄ້າ ທາງອອນໄລ, ນະໂຍບາຍບຸກຂະລາກອນ, ປັບປຸງອົງການຈັດຕັ້ງ, ການສ້າງຍີ່ຫໍ້ສິນຄ້າ ແລະ ສອນ ເຕັກນິກການນຳພາ. ທ່ານສາມາດ ໃຊ້ບໍລິການພິເສດ ຫຼື ຕິດຕາມເຕັກນິກຜ່ານທາງເວັບໄຊນີ້.

Copy Protected by Chetan's WP-Copyprotect.