Norkhame
ສ້າງທຸລະກິດ ສ້າງທຸລະກິດ
ສຳລັບຄົນທີ່ກຳລັງເຮັດວຽກ ເປັນພະນັກງານ ບໍລິສັດ ຫຼື ອົງການ, ຫາກເມື່ອໃດທ່ານມີແຮງບັນດານໃຈ ໃນການສ້າງທຸລະກິດຕົນເອງ ຕ້ອງໄດ້ຄົ້ນຄິດໃຫ້ຄັກໆ. ການຕັດສິນໃຈດັ່ງກ່າວ ຈະມີຜົນ ສຳຄັນຕໍ່ກັບລາຍຮັບ ແລະ ການດຳເນີນຊີວິດໃນອານາຄົດ ຕໍ່ໄປຂອງຄົນໆນັ້ນ. ທ່ານຈຳເປັນພິຈາລະນາເງື່ອນໄຂ ແລະ ປັດໃຈທີ່ກ່ຽວຂ້ອງຢາກລະອຽດ. ເປັນຕົ້ນ ຄວາມພ້ອມດ້ານການເງິນ, ທັກສະການເຮັດທຸລະກິດ, ໂອກາດທາງດ້ານກົດໝາຍ ແລະ ປັດໃຈການສະໜັບສະໜູນອື່ນໆ ເພື່ອໃຫ້ເຫັນຄວາມ... ສ້າງທຸລະກິດ

ສຳລັບຄົນທີ່ກຳລັງເຮັດວຽກ ເປັນພະນັກງານ ບໍລິສັດ ຫຼື ອົງການ, ຫາກເມື່ອໃດທ່ານມີແຮງບັນດານໃຈ ໃນການສ້າງທຸລະກິດຕົນເອງ ຕ້ອງໄດ້ຄົ້ນຄິດໃຫ້ຄັກໆ.

ການຕັດສິນໃຈດັ່ງກ່າວ ຈະມີຜົນ ສຳຄັນຕໍ່ກັບລາຍຮັບ ແລະ ການດຳເນີນຊີວິດໃນອານາຄົດ ຕໍ່ໄປຂອງຄົນໆນັ້ນ. ທ່ານຈຳເປັນພິຈາລະນາເງື່ອນໄຂ ແລະ ປັດໃຈທີ່ກ່ຽວຂ້ອງຢາກລະອຽດ. ເປັນຕົ້ນ ຄວາມພ້ອມດ້ານການເງິນ, ທັກສະການເຮັດທຸລະກິດ, ໂອກາດທາງດ້ານກົດໝາຍ ແລະ ປັດໃຈການສະໜັບສະໜູນອື່ນໆ ເພື່ອໃຫ້ເຫັນຄວາມ ພ້ອມ ແລະ ສິ່ງທີ່ທ່ານຈະຕ້ອງໄດ້ບຸກບືນ ຫາກເມື່ອໃດຕັດສິນໃຈເຮັດທຸລະກິດຂອງຕົນເອງ.

ກະບໍ່ຢາກໃຫ້ທ່ານມີຄວາມຢ້ານຫຼາຍ ໃນຊ່ວງການປະເມີນຄວາມພ້ອມ. ສິ່ງສຳຄັນທີ່ສຸດ ແມ່ນຄວາມມັກໃນທຸລະ ກິດນັ້ນໆ, ມີຄວາມຮູ້ລະດັບໃດໜຶ່ງ ແລະ ເຫັນໂອກາດ-ສິ່ງທ້າທາຍ ໃນການ ດຳເນີນທຸລະກິດຂອງຕົນເອງ. ສິ່ງສຳ ຄັນທີ່ສຸດ ກໍ່ຄືທ່ານຕ້ອງແນ່ໃຈວ່າ ເມື່ອໃດຕັດສິນໃຈເຮັດແລ້ວ ທ່ານຈະຕ້ອງທຸ້ມເທທີ່ສຸດ ໃນທຸລະກິດນັ້ນໆຢ່າງ ເຕັມທີ່. ການຕັດສິນໃຈເຮັດທຸລະກິດ ຄ້າຍຄືກັບກັບການແຕ່ງງານ. ເມື່ອເຮັດໄປແລ້ວ ບໍ່ມີໃຜຢາກຜິດຫັວງ ກັບການຕັດສິນໃຈນັ້ນໆ. ສະນັ້ນ ຈະຕ້ອງໄດ້ທຸ້ມເທເຕັມທີ່.

ຂໍພຽງທ່ານຮູ້ຈຸດເດັ່ນຕົນເອງ, ທ່ານສາມາດເສີມຂະຫຍາຍທຸລະກິດຂອງຕົນເອງໃຫ້ກ້າວໜ້າໄດ້. ຄົນທີ່ຮູ້ຈຸດແຂງ ຂອງຕົນເອງ ເຂົາຈະຮູ້ຈຸດອ່ອນຕົນເອງໄປພ້ອມໆກັນ. ສະນັ້ນ, ໃນຈຸດອ່ອນ ເຂົາຈະຊອກຫາ ຫົນທາງການຮ່ວມ ມືກັບຄົນອ້ອມຂ້າງ ໃນວົງການເຮັດທຸລະກິດ. ທ່ານຈະຮູ້ວິທີເຂົ້າຫາ ຄົນທີ່ມີຫຼາກຫຼາຍທັກສະ ເພື່ອແລກປ່ຽນ ສິ່ງທີ່ທ່ານຖະໜັດ ແລະ ຊັກຊວນຄົນອື່ນເຂົ້າມາຮ່ວມວຽກງານນຳ.

ເທັກນິກການເຮັດທຸລະກິດ ໄດ້ປ່ຽນໄປ. ນັກທຸລະກິດ ທີ່ວ່າມີອິດສະຫຼະໃນການເຮັດວຽກກວ່າການ ເປັນພະນັກ ງານ ຕ້ອງໄດ້ປັບຕົວໃຫ້ທັນກັບຍຸກ. ເມື່ອໃດບໍ່ສາມາດນຳທັນຍຸກ ເມື່ອນັ້ນທຸລະກິດຂອງທ່ານອາດຫຼ້າຫຼັງ ແລະ ບໍ່ສາມາດແຂ່ງຂັນໄດ້. ການຮຽນຮູ້ປະຈຳວັນ ຈິ່ງເປັນທັກສະຈຳເປັນສຳລັບນັກທຸລະກິດ. ເມື່ອໃດທ່ານບໍ່ພ້ອມ ທີ່ຈະຮຽນຮູ້ ເມື່ອນັ້ນ ທ່ານອາດຕົກຍຸກໄປເລີຍ. ໃນວົງການພົບປະກັບນັກທຸລະກິດ, ເຂົາເຈົ້າຈະມີຫຼາກຫຼາຍ ຄວາມຮູ້ວິຊາການມາແລກປ່ຽນກັນ.

ຄວາມຮູ້ວິຊາການທີ່ຈຳເປັນໃນການເຮັດທຸລະກິດ ມີຫຼາກຫຼາຍ. ເປັນຕົ້ນ ຄວາມສາມາດໃນການໂຄສະນາ, ການສົ່ງເສີມການຂາຍ, ການນຳພາ, ທັກສະການສື່ສານ ແລະ ອື່ນໆ ອີກຫຼາຍ. ທີ່ ເວັບໄຊ໊ www.norkhame.com ໄດ້ເລັ່ງເຫັນຄວາມສຳຄັນຂອງການສ້າງຕັ້ງທຸລະກິດສ່ວນບຸກຄົນ. ນີ້ເປັນໜຶ່ງເປົ້າໝາຍ ຂອງເວັບໄຊ໊. ທ່ານຈະໄດ້ຮັບຊາບ ຫຼາກຫຼາຍທັກສະການເຮັດທຸລະກິດ ໃນຍຸກເສດຖະກິດ ທີ່ມີການນຳໃຊ້ ລະບົບການສື່ສານທາງອອນໄລ ຫຼາຍຂື້ນ ມາເປັນຕົວຊ່ວຍພັກດັນທຸລະກິດ. ໃນເວັບໄຊ໊ ຈະມີຫຼາກຫຼາຍເຕັກນິກ ທີ່ສາມາດນຳໃຊ້ໄດ້ຕົວຈິງ.

 

Viengsombath Bangonesengdet Editor in chief

ຊ່ວຍສ້າງສັນສິງເປັນປະໂຫຍດແກ່ສັງຄົມ. ມີຄວາມສາມາດທີ່ມາຈາກປະສົບການ ແລະ ການສຶກສາ ຕິດພັນກັບຂົງເຂດ: ຍຸດທະສາດການບໍລິຫານ, ການຕະຫຼາດ, ການວາງແຜນທຸລະກິດ, ການຄ້າ ທາງອອນໄລ, ນະໂຍບາຍບຸກຂະລາກອນ, ປັບປຸງອົງການຈັດຕັ້ງ, ການສ້າງຍີ່ຫໍ້ສິນຄ້າ ແລະ ສອນ ເຕັກນິກການນຳພາ. ທ່ານສາມາດ ໃຊ້ບໍລິການພິເສດ ຫຼື ຕິດຕາມເຕັກນິກຜ່ານທາງເວັບໄຊນີ້.

Copy Protected by Chetan's WP-Copyprotect.