Norkhame
ເຮັດວຽກໃຫ້ປອດໄພ ເຮັດວຽກໃຫ້ປອດໄພ
ການບັນລຸຄວາມສົມດຸນໃນການເຮັດວຽກ – ຈະມີຄວາມສຳຄັນຕໍ່ວຽກຂອງທ່ານຫຼາຍກວ່າທີ່ຄິດ. ອີງຕາມການຄົ້ນຄ້ວາໃໝ່, ຜົນກະທົບການເຮັດວຽກເກີນອັດຕາຊົ່ວໂມງກຳນົດ, ເຮັດໃຫ້ເກີດຄວາມສ່ຽງເຈັບເປັນ. ຂໍ້ມູນດັ່ງກ່າວ ເຮັດເປັນການເປີດເຜີຍຄວາມຈິງ ໃຫ້ແກ່ອົງການຈັດຕັ້ງ ແລະ ບຸກຄົນທີ່ເຮັດວຽກເກີນເວລາ. ໃນຄວາມໝາຍຂອງການເຮັດວຽກ ເກີນ 8 ຊົ່ວໂມງຕໍ່ວັນ ບາງທີ່ບໍ່ແມ່ນຍ້ອນນະໂຍບາຍຂອງອົງກອນ ຫາກມັນແມ່ນຍ້ອນຄວາມຕ້ອງການຂອງບຸກຄົນ. ເປັນຕົ້ນຄົນທີ່ມີຫຼາກຫຼາຍຄວາມສົນໃຈ, ມີຫຼາຍບໍລິສັດ, ແລະ ຕ້ອງການອາຊີບສ້າງລາຍຮັບເພີ່ມ. ແບບແຜນຄຸນນະພາບຂອງຊີວິດ ການເຮັດວຽກ, ເປັນມາດຖານ... ເຮັດວຽກໃຫ້ປອດໄພ

ການບັນລຸຄວາມສົມດຸນໃນການເຮັດວຽກ – ຈະມີຄວາມສຳຄັນຕໍ່ວຽກຂອງທ່ານຫຼາຍກວ່າທີ່ຄິດ. ອີງຕາມການຄົ້ນຄ້ວາໃໝ່, ຜົນກະທົບການເຮັດວຽກເກີນອັດຕາຊົ່ວໂມງກຳນົດ, ເຮັດໃຫ້ເກີດຄວາມສ່ຽງເຈັບເປັນ.

ຂໍ້ມູນດັ່ງກ່າວ ເຮັດເປັນການເປີດເຜີຍຄວາມຈິງ ໃຫ້ແກ່ອົງການຈັດຕັ້ງ ແລະ ບຸກຄົນທີ່ເຮັດວຽກເກີນເວລາ. ໃນຄວາມໝາຍຂອງການເຮັດວຽກ ເກີນ 8 ຊົ່ວໂມງຕໍ່ວັນ ບາງທີ່ບໍ່ແມ່ນຍ້ອນນະໂຍບາຍຂອງອົງກອນ ຫາກມັນແມ່ນຍ້ອນຄວາມຕ້ອງການຂອງບຸກຄົນ. ເປັນຕົ້ນຄົນທີ່ມີຫຼາກຫຼາຍຄວາມສົນໃຈ, ມີຫຼາຍບໍລິສັດ, ແລະ ຕ້ອງການອາຊີບສ້າງລາຍຮັບເພີ່ມ.

ແບບແຜນຄຸນນະພາບຂອງຊີວິດ ການເຮັດວຽກ, ເປັນມາດຖານ ດ້ານຄວາມປອດໄພ ແລະ ສຸຂະພາບແຮງງານ. ມີຫຼາຍບົດວິໄຈເປີດເຜີຍວ່າ: ຫຼາຍຄົນທີ່ເຮັດວຽກເກີນໂມງ ປະມານ 37 ເປີເຊັນ ມັກເກີດມີອຸບັດຕິເຫດໃນໜ້າທີ່, ຫຼື ສ່ຽງຕໍ່ການເຈັບເປັນ.

ຄົນເຮົາໂດຍລວມຄົນຄິດວ່າ “ພວກເຮົາເຮັດວຽກແມ່ນສ່ວນໜຶ່ງ ແລະ ຄອບຄົວກໍ່ເປັນອີກສ່ວນໜຶ່ງທີ່ແຕກຕ່າງ, ແຕ່ດຽວນີ້ມີການຮັບຮູ້ວ່າຄວາມສົມດຸນໃນຊີວິດການເຮັດວຽກມີຜົນຕໍ່ການປະຕິບັດ ແລະ ມີອິດທິພົນແກ່ການເຮັດ ວຽກຫຼາຍ. ຂ້າພະເຈົ້າກະມີປະສົບການຈາກການເຮັດວຽກເກີນເວລາເຊັ່ນດຽວກັນ. ຜົນໄດ້ຮັບຈາກການບາດເຈັບ ແມ່ນທີ່ແຂນ. ເພາະນັ່ງຂຽນຕິດຕໍ່ກັນເປັນເວລາຫຼາຍໆຊົ່ວໂມງ. ຍ້ອນຄວາມເພີ່ນຈາກການເຮັດວຽກ, ຈົນເຮັດໃຫ້  ລື່ມຄວາມເມື່ອຍລ້າ, ມີຄວາມຈົດຈໍ່ຕໍ່ກັບໜ້າທີ່ ແລະ ຄວາມກົດດັນ.

ສຳລັບອາຊີບໃຊ້ແຮງງານເປັນຫຼັກ, ຍິ່ງມີຄວາມສ່ຽງຈາກການບາດເຈັບທາງຮ່າງກາຍ. ເປັນຕົ້ນການກໍ່ສ້າງ. ຫາກເຫງົານອນ ກໍ່ອາດພາດໄດ້ຮັບອຸບັດຕິເຫດ. ສ່ວນພະນັກງານຫ້ອງແອ, ການນັ່ງໃນທີ່ຫ້ອງການດົນໆ ກໍ່ອາດເຮັດໃຫ້ເກີດຄວາມກົດດັນ, ໄດ້ຮັບອາກາດທີ່ບໍ່ຖ່າຍເທ ແລະ ສ່ຽງຕໍ່ການເປັນໂລກພູມແພ້.

ຜົນການວິໄຈສຸກກະພາບຄົນງານໄດ້ສົ່ງ ຂໍ້ຄວາມຕໍ່ນາຍຈ້າງວ່າ: ປັດໃຈຄວາມສ່ຽງດ້ານສຸກກະພາບໃນການ ໃຊ້ແຮງງານ ຈຳເປັນຕ້ອງໄດ້ທົບທວນ. ໃນບັນດາປະເທດພັດທະນາ, ບັນຫາດັ່ງກ່າວໄດ້ຖືກຍົກຂື້ນມາເປັນ ທີ່ຖົກຖຽງກັນ. ເພື່ອເປັນການປົກປ້ອງສຸກກະພາບຄົນງານ ທີ່ຈະສົ່ງຜົນກະທົບແກ່ຜົນການເຮັດວຽກຄືກັນ.

ຫາກພະນັກງານຂາດການປະຈຳ ກໍ່ຈະເຮັດໃຫ້ວຽກຢຸດສະຫງັກ ແລະ ຕ້ອງໄດ້ຈ່າຍຄ່າປີ່ນປົວບາງສ່ວນ. ເປັນການສີ້ນເປືອງ. ເມື່ອໃດການເຈັບປວຍ ເກີດມາຈາກຮູບແບບການຈ້າງງານ, ບັນດາອົງກອນ ຕ້ອງໄດ້ທົບທວນ ເລື່ອງບັນຫາຄວາມປອດໄພ ໃນການປະຕິບັດໜ້າທີ່.

ພະຍາດ, ຄວາມເຈັບເປັນ, ແລະ ອຸບັດຕິເຫດຕ່າງໆ ທີ່ສາມາດກັ້ນໄດ້ ຈະເຮັດໃຫ້ອົງກອນມີຄົນເຂັ້ມແຂງ, ມີຫົວ ຄິດປະດິດສ້າງ, ຄົ້ນຄິດວ່ອງໄວ ແລະ ນັ້ນໝາຍວ່າທ່ານກຳລັງເຮັດວຽກກັບຄົນທີ່ເຂັ້ມແຂງ ພ້ອມທີ່ຈະສານເປົ້າ ໝາຍຂອງອົງກອນໃຫ້ເປັນຈິງ.

Viengsombath Bangonesengdet Editor in chief

ຊ່ວຍສ້າງສັນສິງເປັນປະໂຫຍດແກ່ສັງຄົມ. ມີຄວາມສາມາດທີ່ມາຈາກປະສົບການ ແລະ ການສຶກສາ ຕິດພັນກັບຂົງເຂດ: ຍຸດທະສາດການບໍລິຫານ, ການຕະຫຼາດ, ການວາງແຜນທຸລະກິດ, ການຄ້າ ທາງອອນໄລ, ນະໂຍບາຍບຸກຂະລາກອນ, ປັບປຸງອົງການຈັດຕັ້ງ, ການສ້າງຍີ່ຫໍ້ສິນຄ້າ ແລະ ສອນ ເຕັກນິກການນຳພາ. ທ່ານສາມາດ ໃຊ້ບໍລິການພິເສດ ຫຼື ຕິດຕາມເຕັກນິກຜ່ານທາງເວັບໄຊນີ້.

Copy Protected by Chetan's WP-Copyprotect.