9
ຮັກສາສະໜອງໃຫ້ປອດໃສໄຮ້ຈາກແນວຄິດອະກຸສົນ ອັນເກີດມາຈາກແນວຄິດ ກັງວົນ, ຢ້ານ, ສົງໃສ, ເສຍໃຈ ໃຫ້ຫຼາຍທີ່ສຸດ. ສະໜອງຂອງທ່ານເປັນສິ່ງທີ່ທ່ານຄຸ້ມຄອງໃນຕົວໄດ້. ຫຼາຍຄົນພັດບໍ່ຄິດແນວນັ້ນ. ການຄັດສັນແນວຄິດມາໃສ່ໃນຊີວິດເຮົາເປັນສິ່ງທີ່ເຮັດໃຫ້ເຮົາສຸກ.
ຮັກສາແນວຄິດໃຫ້ປອດໂປ່ງ. ບໍ່ວ່າຊີວິດຈະດີ ແລະ ສົດໃສຊໍ່າໃດ, ຖ້າແນວຄິດໃນຫົວຂອງທ່ານມືດມິດຢູ່ສະເໝີ ທ່ານກໍ່ຈະບໍ່ພົບຄວາມສຸກ
ແນ່ນອນໃນຊີວິດປະຈຳວັນ, ມັກມີເຫດການໃຫ້ເຮົາຕ້ອງໄດ້ຄິດ. ມັນມີທັງເຫດການບໍ່ດີ. ເຊັ່ນ: ລູກທ່ານອາດເສັງຕົກ, ຜິດກັບແຟນ, ຜົວເມຍບໍ່ເຂົ້າໃຈກັນ. ກັບເຫດການດັ່ງກ່າວ, ຫາກເຮົາມາເກັບໄວ້ໃນແນວຄິດ, ກໍ່ບໍ່ຕ່າງຫຍັງກັບການເກັບເສດຂີ້ເຍື່ອໄວ້ໃນບ້ານ. ມັນມີແຕ່ຈະເນົ່າເໜັນ.
ກົດທີ່ນີ້ສະໜັກເປັນສະມາຊິກ
ຖ້າເປັນສະມາຊິກຕື່ມຂໍ້ມູນໃສ່ລຸ່ມນີ້