Norkhame
ຈຳໃຈຢູ່ ຈຳໃຈຢູ່
ຈະເຮັດແນວໃດຖ້າຕ້ອງໄດ້ຢູ່ກັບຄົນບໍ່ຖືກກັນ? ໂຄວິດ19, ເຮັດໃຫ້ລັດຖະບານຕ້ອງໃຊ້ມາດຕະການສັ່ງໃຫ້ຄົນຢູ່ ເຮືອນ. ຜົວເມຍທີ່ພະຍາຍາມບໍ່ເຫັນໜ້າກັນໃນແຕ່ລະວັນຕ້ອງມາເບິ່ງໜ້າກັນທຸກໆວັນ ແລະ ມີເລື່ອງຂັດກັນສະເໜີ. ທຸກໆວັນ ແມ່ຍິງເຫຼົ່ານີ້ຈະຮູ້ສຶກຕົວ ກັບຜົວທີ່ນອນໂກນທາງຂ້າງນາງ. ບາງຄົນກັບມາພ້ອມສະພາບເມົາເຫຼົ້າ. ການລະບາດຂອງພະຍາດ ໂຄວິດ ເຮັດໃຫ້ລະບົບຂົນສົ່ງສາທາ ຖືກຈຳກັດ. ຍິ່ງຢູ່ນຳກັນແທ່ນທີ່ຈະເຂົ້າໃຈ, ພັດຍິ່ງມີ ຄວາມລຳບາກໃຈ. ມີການລາຍງານຈາກຫຼາຍໆປະເທດວ່າມີການທຳຮ້າຍ ຮ່າງກາຍອັນເນື່ອງມາຈາກນະໂຍບາຍ ກັກຕົວກັບທີ່. ຈະອອກໄປນອກ, ກໍ່ເປັນການຂັດລະບຽບ ອາດສ່ຽງຖືກໂທດ... ຈຳໃຈຢູ່

ຈະເຮັດແນວໃດຖ້າຕ້ອງໄດ້ຢູ່ກັບຄົນບໍ່ຖືກກັນ? ໂຄວິດ19, ເຮັດໃຫ້ລັດຖະບານຕ້ອງໃຊ້ມາດຕະການສັ່ງໃຫ້ຄົນຢູ່ ເຮືອນ. ຜົວເມຍທີ່ພະຍາຍາມບໍ່ເຫັນໜ້າກັນໃນແຕ່ລະວັນຕ້ອງມາເບິ່ງໜ້າກັນທຸກໆວັນ ແລະ ມີເລື່ອງຂັດກັນສະເໜີ.

ທຸກໆວັນ ແມ່ຍິງເຫຼົ່ານີ້ຈະຮູ້ສຶກຕົວ ກັບຜົວທີ່ນອນໂກນທາງຂ້າງນາງ. ບາງຄົນກັບມາພ້ອມສະພາບເມົາເຫຼົ້າ. ການລະບາດຂອງພະຍາດ ໂຄວິດ ເຮັດໃຫ້ລະບົບຂົນສົ່ງສາທາ ຖືກຈຳກັດ. ຍິ່ງຢູ່ນຳກັນແທ່ນທີ່ຈະເຂົ້າໃຈ, ພັດຍິ່ງມີ ຄວາມລຳບາກໃຈ. ມີການລາຍງານຈາກຫຼາຍໆປະເທດວ່າມີການທຳຮ້າຍ ຮ່າງກາຍອັນເນື່ອງມາຈາກນະໂຍບາຍ ກັກຕົວກັບທີ່.

ຈະອອກໄປນອກ, ກໍ່ເປັນການຂັດລະບຽບ ອາດສ່ຽງຖືກໂທດ ແລະ ຕິດພະຍາດ. ຢູ່ໃນເຮືອນພັດຕ້ອງເຈີ້ຄົນທີ່ບໍ່ ຖືກກັນ ແລະ ມີຄວາມສ່ຽງໃນການຖືກທຳຮ້າຍ. ເປັນທີ່ຕົ້ນທີ່ອັງກິດ, ມີການໂທຫາ ສາຍດ່ວນ ລາຍງານການລ່ວງ ລະເມີດຮ່າງກາຍ ຈົນເຮັດໃຫ້ສະຖິຕິ ລະດັບຊາດໄດ້ເພີ່ມຂຶ້ນ 65% ໃນທ້າຍອາທິດນີ້. ອີງຕາມຄະນະ ກຳ ມະການລ່ວງລະເມີດພາຍໃນປະເທດ ອັງກິດ ແລະ ເວວ.

ໃນຂະນະດຽວກັນ, ອົງການສະຫະປະຊາຊາດໄດ້ເຕືອນວ່າ ແມ່ຍິງໃນບັນດາປະເທດທີ່ທຸກຍາກ ແລະ ເຮືອນນ້ອຍມີແນວໂນ້ມທີ່ຈະມີວິທີການລາຍງານການລ່ວງລະເມີດ. ແມ່ຍິງຫຼາຍລ້ານຄົນກຳລັງຖືກຂັງຢູ່ກັບຜູ້ຊາຍທີ່ພວກເຂົາເວົ້າວ່າໄດ້ຂົ່ມເຫັງພວກເຂົາ.

ບໍ່ແມ່ນເຮືອນຈະເປັນແຫຼ່ງຄວາມສຸກສະເໜີໄປ. ສຳລັບຄົນເຮັດວຽກທີ່ປະເທດພັດທະນາ, ຈຳເປັນຕ້ອງກັບ ໄປຢູ່ເຮືອນ ເພາະບໍ່ມີຄ່າເຊົ່າຫ້ອງ. ຄາດວ່າການກັກຕົວຈະແກ່ຍາວປະມານ 2-3 ເດືອນ ແລະ ມັນຍາວນານ ຫຼາຍສຳລັບຄົນບໍ່ຖືກກັນ. ບາງຄົນທີ່ໜີອອກມາແຕ່ບ້ານ ເພາະຖືກທຳຮ້າຍຮ່າງກາຍ ກໍ່ຕ້ອງກັບໄປເຈີ້ຜູ້ປົກຄອງ ທີ່ຄອຍທຸບຕີ ແຕ່ນ້ອຍໆ. ການອອກຈາກບ້ານສຳລັບຄົນເຫຼົ່ານັ້ນປຽບກັບການຂື້ນສະຫວັນ. ສະພາບໂຄວິດ ໄດ້ນຳພາຊີວິດເຂົາເຈົ້າເຂົາໝໍ້ນາຮົກອີກຄັ້ງ. ການກັກຕົວໂດຍບໍ່ມີງານທຳ, ເບິ່ງໂທລະພາບ, ຢູ່ໃນຄອມພີວເຕີ້ຂອງລາວໃນຫ້ອງຮັບແຂກ, ໃຊ້ອິນເຕີເນັດທັງວັນ ອາດກໍ່ໃຫ້ເກີດຜົນເສຍຕໍ່ສຸກກະພາບຈິດ.

ໃນຂະນະທີ່ມີການກັກຕົວ, ຫຼາຍໆອາຊີບກະມີການພັກງານໄປນຳ. ແຕ່ສຳລັບຄົນເຮັດວຽກເພື່ອແມ່ຍິງ ແມ່ນໄດ້ ອອກເຮັດວຽກຄືເກົ່າປົກກະຕິ. ເຂົາເຈົ້າຕ້ອງລະວັງການຕິດພະຍາດ ໂດຍມີການສວມໃສ່ຊຸດ ອອກລະດົມ ໃຫ້ການຊ່ວຍເຫຼືອດ້ານຈິດໃຈແມ່ຍິງ. ສິ່ງນີ້ຈຳເປັນຕ້ອງມີ ແລະ ຈຳເປັນຕ້ອງໄດ້ຮັບການສະໜັບສະໜູນຈາກລັດຖະບານໂລກຢ່າງຮີບດ່ວນ ໃນການສະໜອງອຸປະກອນ ຊ່ວງການອອກໃຫ້ຄຳປຶກສາແກ່ແມ່ຍິງ.

ປັດຫາພະຍາດລະບາດໂຄວິດ ມັນແຊກຊືມເຂົ້າທຸກໆຊີວິດ. ເຮົາເຫັນເສດຖະກິດຖືກກະທົບ ຈົນອາດເຮັດໃຫ້ ທຸລະກິດລົ້ມລະລາຍຫຼາຍຫົວໜ່ວຍ. ໃນສະພາບດ້ານຈິດໃຈ, ປະຊາກອນຫຼາຍລ້ານຄົນກໍ່ກຳລັງປະເຊີນໜ້າກັບ ພະຍາດໂຣກຈິດທີ່ຕ້ອງເກັບຕົວກັບທີ່ ແລະ ບໍ່ມີທາງອອກໄປໃສມາໃສໄດ້ຕາມຕ້ອງການຄືແຕ່ເກົ່າ. ສຳລັບຄົນບໍ່ ຖືກກັນ, ມັນຍິ່ງເຮັດໃຫ້ເຂົາເຈົ້າເຂົ້າໃກ້ຄົນທີ່ສ່ຽງຕໍ່ການຖືກທຳຮ້າຍຫຼາຍທີ່ສຸດ.

Viengsombath Bangonesengdet Editor in chief

ຊ່ວຍສ້າງສັນສິງເປັນປະໂຫຍດແກ່ສັງຄົມ. ມີຄວາມສາມາດທີ່ມາຈາກປະສົບການ ແລະ ການສຶກສາ ຕິດພັນກັບຂົງເຂດ: ຍຸດທະສາດການບໍລິຫານ, ການຕະຫຼາດ, ການວາງແຜນທຸລະກິດ, ການຄ້າ ທາງອອນໄລ, ນະໂຍບາຍບຸກຂະລາກອນ, ປັບປຸງອົງການຈັດຕັ້ງ, ການສ້າງຍີ່ຫໍ້ສິນຄ້າ ແລະ ສອນ ເຕັກນິກການນຳພາ. ທ່ານສາມາດ ໃຊ້ບໍລິການພິເສດ ຫຼື ຕິດຕາມເຕັກນິກຜ່ານທາງເວັບໄຊນີ້.

Copy Protected by Chetan's WP-Copyprotect.