Norkhame
ຍັງຢູ່ຍັງດີ ຍັງຢູ່ຍັງດີ
ມີຫຼາຍແຫຼ່ງຂ່າວປອມ ແລະ ການສົງໃສຂອງທາງການສາກົນ ກ່ຽວກັບການເສີຍຊີວິດຂອງ ປະທານປະເທດ ເກົາຫຼີ ເໜື່ອ. ເມື່ອໝໍ່ໆມານີ້, ທ່ານ ຄີມ ຈອງອຸງ ພ້ອມດ້ວຍພັນລະຍາ ໄດ້ອອກມາປະກົດຕົວ ແລະ ສະແດງໃຫ້ສື່ມວນຊົນເຫັນວ່າ ຍັງມີຊີວິດ ແລະ ສຸກກະພາບຍັງດີ ບໍ່ຄືກັບຂ່າວລືກ່ຽວກັບຄິມຈອງອຶນ ກ່ອນໜ້ານີ້. ບັນດາພະນັກງານຂ່າວສານ ທີ່ເກົາຫຼີໃຕ້ຮຽກຮ້ອງໃຫ້ມີຄວາມລະມັດລະວັງ ທ່າມກາງມີລາຍງານວ່າຜູ້ນຳເກົາຫຼີ ເໜືອ... ຍັງຢູ່ຍັງດີ

ມີຫຼາຍແຫຼ່ງຂ່າວປອມ ແລະ ການສົງໃສຂອງທາງການສາກົນ ກ່ຽວກັບການເສີຍຊີວິດຂອງ ປະທານປະເທດ ເກົາຫຼີ ເໜື່ອ. ເມື່ອໝໍ່ໆມານີ້, ທ່ານ ຄີມ ຈອງອຸງ ພ້ອມດ້ວຍພັນລະຍາ ໄດ້ອອກມາປະກົດຕົວ ແລະ ສະແດງໃຫ້ສື່ມວນຊົນເຫັນວ່າ ຍັງມີຊີວິດ ແລະ ສຸກກະພາບຍັງດີ ບໍ່ຄືກັບຂ່າວລືກ່ຽວກັບຄິມຈອງອຶນ ກ່ອນໜ້ານີ້.

ບັນດາພະນັກງານຂ່າວສານ ທີ່ເກົາຫຼີໃຕ້ຮຽກຮ້ອງໃຫ້ມີຄວາມລະມັດລະວັງ ທ່າມກາງມີລາຍງານວ່າຜູ້ນຳເກົາຫຼີ ເໜືອ ທ່ານ ຄິມ ຈ໋ອງ ອິມ ອາດຈະເຈັບປ່ວຍ  ແຕ່ກໍ່ບໍ່ປະກົດເຫັນ ການເຄື່ອນໄຫວຜິດປົກກະຕິຂ້າມຊາຍແດນໃນພາກເໜືອ ທີ່ແຈ້ງມາເປັນທາງການ. ໃນກອງປະຊຸມສະເພາະາຍໃນ ໃນວັນອາທິດ, ລັດຖະມົນຕີກະຊວງ ທ້ອນໂຮມຊາດເກົາຫຼີໃຕ້ ເຊິ່ງຜູ້ທີ່ເບິ່ງແຍງການພົວພັນກັບເກົາຫຼີເໜືອກ່າວວ່າ ທາງການ ສາມາດເວົ້າດ້ວຍຄວາມໝັ້ນ ໃຈວ່າບໍ່ມີຫຍັງເກີດຂື້ນຜິດປົກກະຕິເທື່ອ.

ຂ່າວລື ແລະ ການຄາດເດົາກ່ຽວກັບສຸຂະພາບຂອງຜູ້ ນຳເກົາຫຼີ ເໜືອ ໄດ້ເລີ່ມຕົ້ນຫຼັງຈາກທີ່ລາວບໍ່ໄດ້ ປະກົດຕົວ  ໃນວັນພັກຜ່ອນທີ່ ສ ຄັນຂອງລັດໃນວັນທີ 15 ເດືອນເມສາ. ສື່ມວນຊົນເກົາຫຼີໃຕ້ ໃນອາທິດທີ່ຜ່ານມາລາຍງານວ່າ ທ່ານ ຄິມ ອາດຈະໄດ້ຮັບການຜ່າຕັດຫຼອດເລືອດຫົວໃຈ ຫຼື ເກັບຕົວໃນເຮືອນ ເພື່ອຫຼີກລ່ຽງການ ສຳຜັດກັບເຊື້ອໄວຣັດ ຄວິດ19. ເຖິງຢ່າງໃດກໍ່ຕາມ, ທາງການເກົາຫຼີເໜືອ ໄດ້ສົ່ງສານ ອວຍພອນແກ່ ກຳມະກອນທີ່ສ້າງສະຖານທີ່ທ່ອງທ່ຽວໃນ ເມືອງ ວົນຊັນ, ເຊິ່ງເປັນເຂດທີ່ມີການລາຍງານຂ່າວຂອງສື່ມວນຊົນບາງແຫ່ງຂອງເກົາຫຼີໃຕ້ວ່າ ທ່ານ ຄິມ ອາດຈະພັກເຊົາຢູ່.

ທີ່ປຶກສາດ້ານນະໂຍບາຍການຕ່າງປະເທດຊັ້ນ ນຳ ຂອງປະທານາທິບໍດີເກົາຫຼີ ໄໃຕ້ ກ່າວໃນຄຳເຫັນຕໍ່ສຳນັກຂ່າວຕ່າງໆຂອງສະຫະລັດອາເມລິກາວ່າ. ທາງການເກົາຫຼີໃຕ້ ຍັງຢືນໃນຈຸດທີ່ເຊື່ອວ່າບໍ່ມີຫຍັງເປັນຄືດັ່ງຂ່າວລື່. ໂດຍຢືນຢັນວ່າ ທ່ານ ຄິມ ແມ່ນມີຊີວິດຢູ່ ແລະ ແຂງແຮງດີ. ລາວໄດ້ພັກຢູ່ໃນເຂດ ວົນຊານ ນັບຕັ້ງແຕ່ວັນທີ 13 ເດືອນເມສາ. ໃນປີ 2014 ກໍ່ມີຂ່າວລື່ປະເພດດຽວກັນ. ເມື່ອ ທ່ານ ຄິມ  ໄດ້ຫາຍສາບສູນຈາກສື່ມວນຊົນຂອງລັດເປັນເວລາຫຼາຍກວ່າ ໜຶ່ງ ເດືອນໃນປີ 2014 ແລະ ໂທລະພາບຂອງ ເກົາຫຼີ ເໜືອ ຕໍ່ມາກໍ່ໄດ້ມີການປະກົດຕົວຈົນຮອດປະຈຸບັນ.

ການຢູ່ຫຼືໄປຂອງ ປະທານປະເທດເກົາຫຼີເໜືອ ສຳຄັນຕໍ່ເວທີການເມື່ອງໂລກ. ເນື່ອງຈາກຄົນທີ່ມີອຳນາດໃນການກຳນົດນະໂຍບາຍ ຕໍ່ກອນດ້ານອາວຸດນີວເຄຍ ແມ່ນປະທານປະເທດຄົນນີ້ຄົນດຽວ. ປະຈຸບັນ ຍັງບໍ່ເຫັນທາຍາດຄົນໃດທີ່ຈະສືບຕໍ່ບົດບາດນີ້ ຫຼື ຖ້າມີ ໂລກກະຕ້ອງຈັບຕາເບິ່ງແນວທາງຜູ້ນຳເກົາຫຼີເໜືອຄົນຕໍ່ໄປ. ດ້ວຍອາຍຸພຽງ 36 ປີ, ຫາກລາວມີສຸກກະພາບແຂງແຮງ, ໂລກຍັງຈະຕ້ອງເຫັນຊື່ເກົາຫຼີເໜືອ ໃນເວລທີເຈລະຈາກັບບັນດາປະເທດມະຫາອຳນາດ ໃນການຕໍ່ລອງອາວຸດນິວເຄຼຍ.​

Viengsombath Bangonesengdet Editor in chief

ຊ່ວຍສ້າງສັນສິງເປັນປະໂຫຍດແກ່ສັງຄົມ. ມີຄວາມສາມາດທີ່ມາຈາກປະສົບການ ແລະ ການສຶກສາ ຕິດພັນກັບຂົງເຂດ: ຍຸດທະສາດການບໍລິຫານ, ການຕະຫຼາດ, ການວາງແຜນທຸລະກິດ, ການຄ້າ ທາງອອນໄລ, ນະໂຍບາຍບຸກຂະລາກອນ, ປັບປຸງອົງການຈັດຕັ້ງ, ການສ້າງຍີ່ຫໍ້ສິນຄ້າ ແລະ ສອນ ເຕັກນິກການນຳພາ. ທ່ານສາມາດ ໃຊ້ບໍລິການພິເສດ ຫຼື ຕິດຕາມເຕັກນິກຜ່ານທາງເວັບໄຊນີ້.

Copy Protected by Chetan's WP-Copyprotect.