Norkhame
ຫັນທຸລະກິດເຂົ້າສູ່ອິນເຕີເນັດ ຫັນທຸລະກິດເຂົ້າສູ່ອິນເຕີເນັດ
ຄວາມສຳເລັດຂອງການນຳທຸລະກິດເຂົ້າສູ່ອິນເຕີເນັດນັ້ນ, ຄວາມໃສໃຈຂອງການນຳຂັ້ນເທິງເປັນສິ່ງຕັດສິນຄວາມສຳເລັດ. ຖ້າຫາກ ການນຳຂອງບໍລິສັດມີຄວາມຕັ້ງໃຈຫັນປ່ຽນທຸລະກິດສູ່ຍຸກທັນສະໄໝເພື່ອສົ່ງເສີມຄວາມຮັ່ງມີໃຫ້ບໍລິສັດ. ໃນເມື່ອການນຳຕັ້ງໃຈຫັນປ່ຽນທຸລະກິດ, ຄວາມ​ສຳ​ເລັດ​ໃນ​ການ​ລິ​ເລີ້ມ E-​Business ກໍ່ເກືອບວ່າເກີນ 50% ແລ້ວ. ສິ່ງທີ່ຕ້ອງໄດ້ໃສ່ໃຈ ຄື: ສ້າງ ແລະ ຈັດຕັ້ງ​ແຜນການ​ພັດທະນາ​ແຜນ​ຍຸດ​ທະ​ສາດ. ການ​ດັດ​ແປງ​ຍຸດ​ທະ​ສາດ​ E​-Business ທີ່​ປະສົບຜົນ​ສຳ​ເລັດ ​ເລີ້ມຈາກ​ແນວທາງ​ຈາກ​ຂັ້ນສູງ​​ ນັບແຕ່​ຂັ້ນຜູ້​ບໍລິຫານ​ງານ​ຂັ້ນສູງ​ ​ແລະ ຜູ້​ບໍລິຫານ​ງານ​ຂັ້ນອາວຸ​ໂສ ຕ້ອງ​​ໃສ່ໃຈຢ່າງ​ຈິງ​ຈັງ. ທິດທາງ​ດັ່ງກ່າວ​ນັ້ນ... ຫັນທຸລະກິດເຂົ້າສູ່ອິນເຕີເນັດ

ຄວາມສຳເລັດຂອງການນຳທຸລະກິດເຂົ້າສູ່ອິນເຕີເນັດນັ້ນ, ຄວາມໃສໃຈຂອງການນຳຂັ້ນເທິງເປັນສິ່ງຕັດສິນຄວາມສຳເລັດ. ຖ້າຫາກ ການນຳຂອງບໍລິສັດມີຄວາມຕັ້ງໃຈຫັນປ່ຽນທຸລະກິດສູ່ຍຸກທັນສະໄໝເພື່ອສົ່ງເສີມຄວາມຮັ່ງມີໃຫ້ບໍລິສັດ. ໃນເມື່ອການນຳຕັ້ງໃຈຫັນປ່ຽນທຸລະກິດ, ຄວາມ​ສຳ​ເລັດ​ໃນ​ການ​ລິ​ເລີ້ມ E-​Business ກໍ່ເກືອບວ່າເກີນ 50% ແລ້ວ. ສິ່ງທີ່ຕ້ອງໄດ້ໃສ່ໃຈ ຄື: ສ້າງ ແລະ ຈັດຕັ້ງ​ແຜນການ​ພັດທະນາ​ແຜນ​ຍຸດ​ທະ​ສາດ.

ການ​ດັດ​ແປງ​ຍຸດ​ທະ​ສາດ​ E​-Business ທີ່​ປະສົບຜົນ​ສຳ​ເລັດ ​ເລີ້ມຈາກ​ແນວທາງ​ຈາກ​ຂັ້ນສູງ​​ ນັບແຕ່​ຂັ້ນຜູ້​ບໍລິຫານ​ງານ​ຂັ້ນສູງ​ ​ແລະ ຜູ້​ບໍລິຫານ​ງານ​ຂັ້ນອາວຸ​ໂສ ຕ້ອງ​​ໃສ່ໃຈຢ່າງ​ຈິງ​ຈັງ. ທິດທາງ​ດັ່ງກ່າວ​ນັ້ນ ຕ້ອງ​ມີ​ການ​ພົວພັນ​ກັນ​ກັບ​ທຸກໆ ພາກສ່ວນ ແລະ ອົງການ​ຈັດຕັ້ງ​ໃນ​ວົງ​ກ້ວາງ ​ເຊັ່ນ: ​ໃນ​ເວລາ​ພົບ​ປະພິ​ເສດ​ຕ່າງໆ ແລະ ຫຼັກສູດການ​ເຝິກອົບຮົມ ຫຼື ການ​ສຶກສາທົ່ວໆໄປຂອງພະນັກງານບໍລິສັດທຸກໆລະດັບ. ການ​ທົບ​ທວນຄືນ​ ເປົ້າໝາຍ ຢ່າງ​ເປັນ​ປະຈຳ ຕ້ອງ​ຈັດ​ສັນ​ຢ່າງ​ເປັນ​ລະບົບ, ສືບຕໍ່ພົວພັນ​ກັບ​ທຸກໆພາກສ່ວນ ​ທີ່​ກ່ຽວຂ້ອງ​ໃນ​ອົງການ​ຈັດຕັ້ງ ແລະ ຄູ່​ຄ້າ​ຕ່າງໆ. ຍິ່ງ​ໄປ​ກວ່ານັ້ນ, ​ແນວທາງ ​ແລະ ຈຸດປະສົງ. ຕ້ອງ​ມີ​ການກວດ​ສອບ​ເບິ່ງແຜນຍຸດທະສາດ ​ເປັນ​ປະຈຳ​ເພື່ອ​ໃຫ້​ສາມາດ​ດຳ​ເນີນ​ການ​ແຂ່ງຂັນ​ທີ່ມີ​ປະສິດ ທິ​​ຜົນ​ໄດ້. ຍຸດ​ທະ​ສາດ E-Business ທີ່​ປະສົບ​ຜົນ​ສຳ​ເລັດ​ຈະ​ມີ​ລັກສະນະ​ດັ່ງນີ້ :

1.ສ້າງຍຸດທະສາດຕິດພັນຫັບຫຼາຍໆພາກສ່ວນ

ຍຸດທະສາດບໍ່ສາມາດແຍກອອກຈາກ ຮູບແບບການດຳເນີນທຸລະກິດ. ຈຸດປະສົງນຳໃຊ້ຍຸດທະສາດເຂົ້າຫັນປ່ຽນທຸລະກິດ ຕ້ອງໄປພ້ອມໆກັບຄວາມຕ້ອງການຂອງທຸລະ​ກິດ​ ໃນແຕ່ລະວັນ. ເຊັ່ນ: ຕ້ອງມີການສ້າງຄວາມຮັບຮູ້ ກ່ຽວກັບຂ່າວສານ ຂອງ​ຜະລິດ​ຕະພັນ ແລະ ການບໍລິການ​ຂອງອົງການ​ຈັດຕັ້ງຂອງ​ທ່ານ​ເອງຜ່ານທາງອອນໄລ. ຕ້ອງ​ທົບ​ທວນ​ຢ່າງ​ເປັນ​ປະ ຈຳ​ວ່າຍຸ​ດທະ​ສາດ​ຂອງ​ອົງການ​ຈັດຕັ້ງ ຈະພັກດັນການຂະຫຍາຍຕົວຂອງ​ຕະຫຼາດ ທີ່​ອາດ​ຈະ​ມີ​ການ​ປ່ຽນ​ແປງ​ໄວໄດ້ແນວ ໃດ? ຕ້ອງ​ມີ​ການດຳເນີນງານຢ່າງສະໝໍ່າສະ​ເໝີ ແລະ ທິມງານປະສານ​ກັບ​ການ​ນຳ​ຂອງ​ກຸ່ມພາຍໃນບໍລິສັດ ​ເພື່ອຮັບ ປະກັນການຈັດຕັ້ງປະຕິບັດ​ທີ່​​ເປັນ​ຜົນ.

2. ປະຕິກິລິຍາ​ຄວາມຮັບຮູ້ຂອງ ທຸກໆພາກສ່ວນ ​

ປະຕິກິລິຍາ​ຂອງ​ອົງການ​ຈັດຕັ້ງ ກັບ​ບັນດາ​ກຸ່ມ​​ຕ່າງໆ ທີ່ກຳລັງປະຕິບັດ ຍຸດທະສາດ E-Business ມີຄວາມສຳຄັນ. ທ່ານຄວນສັງເກດ ເບິ່ງຮູບແບບພຶດຕິກຳການປ່ຽນແປງຂອງພະນັກງານຢ່າງຈິງຈັງ. ເນື່ອງຈາກບັນດາ​​ພະນັກງານທີ່ ກ່ຽວຂ້ອງ ມີ​ຄວາມ​ສຳຄັນ ແລະ ມີ​ບົດບາດ​​ສຳຄັນ​ໃນ​ການ​ດຳ​ເນີນວຽກ​ງານຂອງ E-​Business. ສາຍ​ພົວພັນ​ດັ່ງກ່າວ ​ແລະ ກຸ່ມ​ຄົນ​ເຫຼົ່ານັ້ນ ເປັນ​ຜູ້​ກຳນົດ​ຄຸນ​ລັກ​ສະ​ນະ​ຂອງ E-​Business ເຊັ່ນ​ດຽວກັນ​ກັບ​ເຄື່ອຄ່າ​ຍ ​ທີ່​ນ້ອຍໆ, ຈະ​ເຮັດ​ໃຫ້​ອົງການ​ຈັດຕັ້ງມີ​ຄວາມ​ສະດວກ​ສະບາຍ​ຫຼາຍຂຶ້ນ ຈົນ​ສາມາດ​ປ່ຽນ​ແປງ​ບູລິ​ມະ​ສິດຂອງ​ວຽກ​ງານ ​ແລະ ຍົກບົດບາດຂອງ​ອົງ​ການ​ຈັດຕັ້ງຕົນ​ເອງ​ຂຶ້ນ.   ນີ້​ແມ່ນ ເນື້ອ​ແທ້​ຂອງ​ທຸລະ​ກິດ​ແບບ​ດັ່ງ​ເດີມ ​ເຊິ່ງສະ​ແດງ​ລັກສະນະ ກາ​ນປະສານ​ງານ​ຂອງຫຼາກຫຼາຍບົດບາດ, ​ໄລຍະ​ເວລາ​ການສະໜອງ ​ແລະ ຮູບ​ແບບ​ການ​ຈຳໜ່າຍ ທີ່​ໃຊ້​ແຮງງານ​ຄົນ.

  1. ລະບົບ​ຂ່າວສານ ແລະ ​ໂຄງຮ່າງພື້ນຖານ​ດ້ານ​ເຕັກ​ໂນ​ໂລ​ຢີ່

E​-Business     ສະໜອງຂະ​ບວນການ​ບໍລິການ ເພື່ອ​ປັບປຸງ, ​ ເສີມ​ຂະຫຍາຍ,   ​ແລກປ່ຽນ ​ແລະ ສ້າງ​ສາຍ​ສຳພັນກັບ​ບັນດາ​ຜູ້​ທີ່​ເປັນ​ຫຸ້ນສ່ວນ​ຄົນ​ສຳຄັນ. ສິ່ງນີ້ຮຽກ​ຮ້ອງ​​ໃຫ້​ມີ​ການ​ນຳ​ໃຊ້ E-Mail, ​ເວັບ​ໄຊ, ສື່ສານທາງ​ໂທລະພາບ, ອຸປະກອນ​ທາງ​ມື​ຖື ຫຼື ເຕັກ​ໂນ​ໂລ​ຢີ່​ລຸ້ນ​​ໃໝ່ ເພື່ອ​ສະ​ນັບ​ສະໜູນ ການ​ບໍລິຫານ​ທຸລະ​ກິດ ​ ​ເພື່ອການ​ລິ​ເລີມ​ສິ່ງ​ໃໝ່ ​ໃນປະຈຸ​ບັນ ​ແລະ ອານາ​ຄົດ.

  1. ວັດທະນະ​ທຳ

ວັດທະນະ​ທຳ​ກໍ່ສຳຄັນ​ເຊັ່ນ​ດຽວກັນ ເພາະ​ມັນ​ກ່ຽວພັນ​ເຖິງ ຄະນະ​ນຳ​ຂອງ​ອົງການ​ຈັດຕັ້ງ​ໃດໜຶ່ງ ຕ້ອງ​ໄດ້​ໃສ່ໃຈ​ພິຈາລະນາ ​ແລະ ນຳ ພາ. ຕາມ​ທຳ​ມະ​ດາ​ແລ້ວ, ​ແຕ່​ລະ​ອົງການ ໄດ້​ພັດທະນາ​ແບບ​ແຜນ​ວິທີ​ເຮັດວຽກຂອງ​ຕົນ​ເອງ ຫຼື ​ເອີ້ນວ່າ ຂະ​ບວນການ​ເຮັດວຽກ ​ແລະ ບັນທຶກ​ເປັນຕົວ​ແບບຂອງ​ການ​ດຳ​ເນີນງານ ເຊິ່ງລວມ​ມີກິດຈະກຳ ​ແລະ ກຳລັງ​ພົນ ຕ້ອງ​ຈັດ​ໃຫ້​ຖືກ​ຕາມ​ພາລະ​ບົດບາດ​ຂອງ​ໃຜ​ມັນ. ຖ້າວ່າ ອົງການ​ຈັດຕັ້ງ ຕ້ອງການ​ເພີ່ມ​ສະມັດ​ຕະພາບ ​ໃນ​ການ​ເຮັດວຽກ ​ໂດຍ​ຕ້ອງການ​ໃຫ້ E-​Business​   ເຂົ້າມາ​ປ່ຽນ​ແປງ, ມັນຈຳ​ເປັນ​ຕ້ອງດັດ​ແກ້​ວິທີ​ ທີ່​ເຮັດມາ​ແຕ່ເກົ່າ ​ແລະ ປ່ຽນຂະ​ບວນການ​ຕ່າງໆ.

ການ​ປ່ຽນ​ແປງ​ຂະ​ບວນການ​ດັ່ງທີ່ກ່າວມາ​ນີ້ ຈະ​ເຮັດ​ໃຫ​້ໄດ້ຮັບຜົນ​ໃນ​ວົງ​ກວ້າງ​ສຳລັບ​ວັດທະນະ​ທຳ​ທີ່​ມີ​ຢູ່ ໃນ​ປະຈຸ​ບັນຂອງບໍລິສັດທ່ານ, ​ເຊັ່ນ​ວ່າ: ກົດ​ລະບຽບ, ຄວາມ​ເຊື່ອ, ຫຼັກ​ການ ​ແລະ ພຶດຕິກຳ​ທີ່​ມີ​ຕໍ່ ສິ່ງ​ທີ່​ບໍລິສັດ ​ແລະ ອົງການ​ຈັດຕັ້ງ​ໄດ້​ເຄີຍ​ປະຕິບັດ​ມາ. ໂດຍ​ສະ​ເພາະ ການ​ນຳສະ​ເໜີ ຮູບ​ແບບ​ການ​ນຳ​ໃຊ້ E-​Business ເພື່ອ​ບັນລຸ​ ຈຸດປະສົງ, ​ເສີມ​ສ້າງ​ຄວາມ​ຫຼາກຫຼາຍຂອງ​ຂ່າວສານ. ໃນ​ຂະນະ​ດຽວກັນ​​ກໍ່​ເພີ່ມ​ໂອກາດ​ໃຫ້​ທຸລະ​ກິດ​ຂອງ​ທ່ານ​ອອກ​ສູ່​ສາຍຕາມະຫາຊົນ ແລະ ພັກ​ດັນ​ໃຫ້​ການ​ຄ້າ​ມີ​ການ​ໂຕ້​ຕອບ​​ແລກ​ປ່ຽນ​ນຳ​ກັນ​ຫລາຍ​ຂຶ້ນ​. ​ເຊິ່ງຈະ​ເປັນ​ຜົນໂດຍ​ກົງໃຫ້​ແກ່ຄົນ ແລະ ກົດ​ເກນການເຮັດວຽກຕ່າງໆ​ຈະມີ​ການ​ປັບປຸງ​ໄວ​ຂຶ້ນ.

Viengsombath Bangonesengdet Editor in chief

ຊ່ວຍສ້າງສັນສິງເປັນປະໂຫຍດແກ່ສັງຄົມ. ມີຄວາມສາມາດທີ່ມາຈາກປະສົບການ ແລະ ການສຶກສາ ຕິດພັນກັບຂົງເຂດ: ຍຸດທະສາດການບໍລິຫານ, ການຕະຫຼາດ, ການວາງແຜນທຸລະກິດ, ການຄ້າ ທາງອອນໄລ, ນະໂຍບາຍບຸກຂະລາກອນ, ປັບປຸງອົງການຈັດຕັ້ງ, ການສ້າງຍີ່ຫໍ້ສິນຄ້າ ແລະ ສອນ ເຕັກນິກການນຳພາ. ທ່ານສາມາດ ໃຊ້ບໍລິການພິເສດ ຫຼື ຕິດຕາມເຕັກນິກຜ່ານທາງເວັບໄຊນີ້.

Copy Protected by Chetan's WP-Copyprotect.