Norkhame
ອ້າຍ​ “ຊານ​ຕ້າ” ຜູ້​ໃຫ້
ຄົນ​ລາວ​ເຮົາ​ສາມາດ​ເຂົ້າ​ໄດ້​ທຸກໆວັດ​ຖະນະ​ທຳ ​ແລະ ສົນ​ໃຈການ​ປະຕິບັດ​ສາດສະໜາຂອງຫຼາຍໆປະ​ເທດ ຕາບ​ໃດ​ທີ່​ບໍ່ມີ​ການບຽດບຽນ. ​ໃນ​ເທດສະການ “ຄີ​ດສມາດສ” ​ເປັນ​​ການສະຫຼອງຂອງ​ ຄົນ​ທີ່​ຖື​ສາດສະໜາຄີ​ດສ, ​ແລະ ​ແນ່ນອນ ​ເດັກນ້ອຍ​ລາວ​ກໍ່ມ່ວນ​ກັບ​ເທດສະການ​ດັ່ງກ່າວຫຼາຍ ເພາະເຂົາເຈົ້າຈະໄດ້ຂອງຂັວນ ແລະ ພັກຜ່ອນ. ອ່ານເພີ່ມ
ຊີວິດບໍ່ມີຂອບເຂດ
ເບິ່ງນັກກິລາລາ ສຳລັບຄົນພິການ ແລ້ວມີແຮ່ງບັນດານໃຈຫຼາຍ. ເພາະເຫັນເຂົາເຈົ້າໄດ້ສະແດງ ຄວາມສາມາດໃນກິລາຕ່າງໆ ເຖິງວ່າຈະມີຮ່າງກາຍບໍ່ສົມບູນແບບ. ອ່ານເພີ່ມ
ງົດສ້າງບາບ
ຜ່ານຊີວິດມາພໍສົມຄວນ. ເຖິງຈະຍັງບໍ່ທັນໄດ້ພົບພໍ້ທຸກໆປະສົບການ ແຕ່ໜັ້ນໃຈຢ່າງແນ່ນອນ ແລະ ລະດົມໃຫ້ຄົນລຸ້ນໄໝ່ ກໍ່ຄືທຸກໆໄວໄດ້ຮັບຮູ້ວ່າ “ເຮັດດີຈັກວັນໜຶ່ງຕ້ອງໄດ້ດີ”. ມີຄົນບາງກຸ່ມມັກເວົ້າຄ້ານກັບຄຳເວົ້ານີ້ດ້ວຍຄຳເວົ້າວ່າ “ເຮັດດີໄດ້ດີມີຢູ່ໃສ, ເຮັດຊົ່ວໄດ້ດີມີຫຼາຍ”. ອ່ານເພີ່ມ
ຂອງຝາກຈາກຍີ່ປຸນ
ນັບແຕ່ລົງຍົນ ເປັນຊ່ວງເວລາທີ່ເມື່ອຍຫຼາຍ ຍ້ອນການເດີນທາງທີ່ໃຊ້ເວລານັບສິບຊົວໂມງ ແຕ່ບໍ່ຢາກພັບສາຍຕາເພາະຢ້ານຈະພາດໂອກາດເຫັນຄວາມງົດງາມ, ມີລະບຽບ ແລະ ຫົນທາງການຮຽນຮູ້ສິ່ງຕ່າງໆຈາກສັງຄົມຄົນຍີ່ປຸ່ນ ທີ່ຖືວ່າຈະເລີນທີ່ສຸດໃນຍຸກປະຈຸບັນ. ອ່ານເພີ່ມ
ຄ່າຂອງຊາຍ
ທ່ານ​ຄຸ້ນກັບ​ເພັງ​ນີ້ບໍ່? “…ທັງ​ໃຫຍ່ ທັງ​ຍາວ ທັງ​ຂາວ​ ທັງ​ເທ້ ​ໂອ້​ຍຈັ່ງ​ແມ່ນ​ເດ ຈັ່ງ​ແມ່ນ​ເດ່​ຖືກ​ໃຈ…” ປີ​​​​ ໃໝ່ ລາວ 2015 ​ເປັນ​ຊ່ວ​ງ​ເວລາ​ທີ່​ຂ້າພະ​ເຈົ້າ ຂຸ້ນຂ້ຽວກັບ​ການ​ຂຽນ ​ແລະ ສະ​ສາງວຽກຄ້າງ​ຫຼາຍອັນ. ​​ແຕ່ສຽຍສະມາທິ ແລະ ໃຈຮ້າຍຍ້ອນເພັງນີ້ຫຼາຍ.  ອ່ານເພີ່ມ
ຫຼົງທາງ
ມີມື້ໜຶ່ງໄດ້ຫຼົງເຂົ້າງານຈັດຂື້ນໂດຍປະເທດເກົາຫຼີໃຕ້. ບັດເຊິນ ບອກລາຍລະອຽດຂອງງານ ຈັດພົບປະທຸລະກິດ ລາວ-ເກົາຫຼີໃຕ້ ຂື້ນທີ່ໂຮງແຮມແຫ່ງໜຶ່ງ. ແຕ່ຍ້ອນຊື່ໂຮງແຮມຄ້າຍຄືກັນ ຈິ່ງຫຼົງເຂົ້າງານປະເທດດຽວກັນຈັດຂື້ນຄົນລະບອນ. ຮູ້ສຶກຕົວກໍ່ຕອນກາງງານ. ອ່ານເພີ່ມ
ເຫັນໃຈນາງ
ໃນແຕ່ລະວັນ ແມ່ຍິງຈະໃສໃຈໃນຮູບຮ່າງ ແລະ ການແຕ່ງຕົວຂອງຕົນເອງ ນັບແຕ່ປາຍຜົນ ຈົນຮອດປາຍເລັບ. ໃນຕົວຈິງແລ້ວ ເຂົາເຈົ້າຫຼາຍຄົນບໍ່ມີເວລາຈະແຕ່ງເພດໃຫ້ງາມໄດ້ຕະຫຼອດ ເພາະອາດຢາກເຮັດສິ່ງອື່ນໆຫຼາຍກວ່າ. ອ່ານເພີ່ມ
“ຄູບາ” ນອກເຄື່ອງແບບ
ສົມທຽບກັບຮູບແບບການດຳລົງຊີວິດຕາມຄຳສັ່ງສອນຂອງພະພຸດທະເຈົ້າແລ້ວ, ຖ້າຫາກນຳມາ ໃຊ້ໃນອົງການຈັດຕັ້ງ ໜ້າຈະມີຜົນເຮັດໃຫ້ອົງກອນມີການພັດທະນາໃນທາງທີ່ດີຂື້ນ. ຢ່າງໜຶ່ງ, ການເປັນຊາວພຸດນັ້ນ ບໍ່ພຽງແຕ່ເຂົ້າວັດເພື່ອປະຕິບັດປະເພນີທາງສາດສະໜາ ແຕ່ການເປັນຊາວພຸດທີ່ແທ້ຈິງນັ້ນ ຂື້ນກັບການຮຽນຮູ້ຫຼັກການການານດຳລົງຊີວິດແບບພະພຸດທະເຈົ້າ ນັນກໍ່ຄືການມີສິນ-ທຳ. ອ່ານເພີ່ມ
6,9 ລ້ານຝັນ
ນັບເປັນເວລາຫຼາຍຮ້ອຍປີ, ອິດສະຫຼະພາບເປັນສິ່ງທີ່ຄົນລາວທັງຊາດຕ້ອງການ. ຄົນທີ່ເປັນກຳລັງແຮງຂອງຊາດບໍ່ວ່າຈະເປັນຍິງຫຼືຊາຍ ຕ່າງກໍ່ຕ້ອງໄດ້ອອກໄປສູ່ສະໜາມຮົບ ໂດຍບໍ່ຮູ້ວ່າຈະມີວັນກັບໄດ້ເມື່ອໃດ? ການຕໍ່ສູ້ເສຍສະຫຼະໄດ້ຈາລຶກໄວ້ໃນປະຫວັດສາດ. ອ່ານເພີ່ມ
ຄົນລາວ = ຄົນຈິງໃຈ
ເຈົ້າມາແຕ່ໃສ? ເປັນຄຳຖາມທີຂ້າພະເຈົ້າມັກຖືກຖາມເວລາ ທີ່ເດີນທາງໄປຕ່າງປະເທດ. ແລະ ມີຫຼາຍຄັ້ງ ທີ່ຄົນລາວເອງມັກຖາມຂ້າພະເຈົ້າ ໃນຂະນະທີ່ເຮັດວຽກໃນລາວ. ຄຳຖາມດັ່ງກ່າວເຮັດໃຫ້ຕົນເອງ ເກີດມີຂໍ້ສົງໃສວ່າ: ການທີ່ເຮົາຫົວດຳ ແລະ ເຮັດວຽກໃນລາວ ກໍ່ບໍ່ໄດ້ໜາຍວ່າຫຼາຍຄົນຈະເບິ່ງເປັນຄົນລາວໝົດ. ອ່ານເພີ່ມ
Copy Protected by Chetan's WP-Copyprotect.