Norkhame
ກະບອງ​ຍອດ​ເພັດ
​​​ຄວາມ​ຮັກ​​ເຮັດ​ໃຫ້​ຄົນ​ຕາບອດ. ​ໄດ້​ຍິນ​ຄຳນີ້ມາ​ນັບ​ບໍ່ຖ້ວນ. ນິຍາມ​ຂອງ​ຄວາມຮັກ​ນັ້ນມີຫຼາຍ ​ແລະ ສາ​ເຫດ​ຂອງ​ການ​ຕົກ​ຫຼຸມຮັບ​ກໍ່ມີຫຼາຍໆນັກວິ​ໄຈ​ໄດ້​ເຮັດ​ມາ. ຈຸດ​ເລີ່​ມຕົ້ນຂອງ​ຄວາມ​ຮັກ​ສອງ​ຄົນ ໜ້າຈະ​ແມ່ນ​ຕອນ​ແຕ່ງດອງ. ອ່ານເພີ່ມ
ຮູ້ຈັກຄວາມເຈັບປວດ
“ໃຫ້ທຸກໆມື້ເປັນໂອກາດຂອງການຮຽນຮູ້, ແກ້ໄຂ ແລະ ຫາປະສົບການ. ຖ້າເຈີ້ແນວບໍ່ຫວັງ ກໍ່ບໍ່ໝາຍວ່າໂຊກ ຮ້າຍຕະຫຼອດໄປ ຫຼື ຖ້າພົບແນວດີກໍ່ບໍ່ໝາຍວ່າໂຊກດີຕະຫຼອດໄປ. ຊີວິດມັນກໍ່ເປັນແນວນີ້ແຫຼ້, ຊີວິດມັນປຽບ ກັບການເດີນທາງ” ອ່ານເພີ່ມ
ສູ່ຈຸດສຸດຍອດ
ແນ່ນອນ ການລົ້ມລະລາຍ ເປັນສິ່ງທີ່ນັກທຸລະກິດ ບໍ່ຢາກພົບພໍ່. ໃຜໆກໍ່ຕ່າງທີ່ຢາກຈະໄດ້ກຳໄລ ກັບ ສິ່ງທີ່ຕົນເອງສ້າງຂື້ນມາ. ການສ້າງທຸລະກິດໃຫ້ມີກຳໄລທາງດ້ານການເງິນ ຫຼື ສ້າງຜົນກຳ ໄລໃຫ້ແກ່ສັງຄົມໄດ້ຢ່າງມີປະສິດທິພາບ.  ອ່ານເພີ່ມ
ຮັກພໍ່ຫຼາຍໆ ແຕ່ຍັງໜ້ອຍກວ່າແມ່
ສິ່ງໜຶ່ງທີ່ຂ້າພະເຈົ້າໄດ້ສຶກສາຈາກປື້ມ ແມ່ ແລະ ເດັກ ຫົວໜຶ່ງ ທີ່ເວົ້າກ່ຽວກັບການກິນແລະ ເບິ່ງແຍງຮ່າງ ການຂອງແມ່ແລະເດັກໃນ ຕອນຖືພານັ້ນ ເຮັດໃຫ້ແມ່ມີໂອກາດສ້າງສາຍພົວພັນ ແລະ ສະແດງຄວາມຮັກ ແບບຕົວຕໍ່ຕົວໄດ້ດີກວ່າພໍ່. ອ່ານເພີ່ມ
ຄຸນ “ພໍ່”
ຕາມທຳມະຊາດແລ້ວ, ຍິງ ແລະ ຊາຍສາມາດ ໃຫ້ກຳເນີດຊີວິດໃໝ່ໄດ້ເລີ່ມແຕ່ຕອນອາຍຸ 13 ປີ. ເວົ້າໄດ້ວ່າໃຜໆກໍ່ເປັນພໍ່ໄດ້ແຕ່ອາຍຸຍັງນ້ອຍ ແຕ່ຄວາມເປັນພໍ່ຄົນນັ້ນຕ້ອງໄດ້ເຝິກຝົນ. ຂ້າພະເຈົ້າເປັນຄົນໜຶ່ງຕິດຕາມ ແລະ ພະຍາຍາມດັດຕົນເອງ ຈາກຊີວິດໂສດໃຫ້ກາຍເປັນພໍ່ທີ່ດີໄດ້. ອ່ານເພີ່ມ
ການງານ ແລະ ຊີວິດສ່ວນຕົວ
ຄວາມສົມດູນເປັນສິ່ງທີ່ບໍ່ມີກົດເກນກຳນົດ.​ບາງຄັ້ງຄົນກໍ່ຫາຈຸດທີ່ເອີ້ນວ່າສົມດູນ ກັບຊີວິດໄດ້ ຍາກໂດຍສະເພາະຄວາມ ສົມດູນລະຫວ່າງການເຮັດວຽກ ກັບຊີວິດຄອບຄົວ. ບາງຄັ້ງຫຼາຍໆ ຄົນອາດໃຊ້ເວລາກັບການເຮັດວຽກເພື່ອຜົນກຳໄລທາງ ການເງິນ ແລະ ຄວາມກ້າວໜ້າທາງ ໜ້າທີ່ຕຳແໜ່ງ ຈົນລື່ມໃຫ້ເວລາກັບຊີວິດ ສ່ວນຕົວ ແລະ ຄອບຄົວ. ອ່ານເພີ່ມ
ຊີວິດທີ່ສົມບູນແບບ
“ບໍ່ເບິ່ງໃນສິ່ງທີ່ຕົນເອງຂາດ, ເບິ່ງໃນສິ່ງທີ່ທ່ານມີ ເພາະມັນຈະເຮັດໃຫ້ທ່ານ ຮູ້ວ່າຕົນເອງບໍ່ໄດ້ດ້ອຍກ່ວາ ໃຜ. ທຸກໆຄົນ ມີແນວດີ ທ່ານຕ້ອງເບິ່ງຈຸດນັ້ນໃຫ້ອອກແລ້ວ ນຳໃຊ້ທັກສະໃນການສ້າງໃຫ້ກາຍເປັນຈຸດເດັ່ນ” ໃຜແນ່ບໍ່ເຄີຍປຽບທຽບຕົນເອງໃສ່ກັບຄົນອື່ນ. ໃນເວລາທີ່ເຫັນຄົນອື່ນ ມັນເປັນການເບິ່ງສະພາບພາຍນອກ ຂອງຄົນແລ້ວ ກໍ່ຕົວເອງກໍ່ຄິດ ໃນໃຈວ່າ ລາວສູງກວ່າ, ດຳກວ່າ ຫຼື ຕ່າງໆນາໆ ຫຼື ນັກທຸລະກິດ ກໍ່ຈະມັກເບິ່ງ ທີ່ວ່າບໍລິສັດໃຫຍ່ກວ່າຕ່າງ ໆນາໆເຊັ່ນດຽວກັນ. ໃນຊີວິດປະຈຳວັນຄວາມຄິດປຽບທຽບຕ່າງມີຂື້ນພາຍໃນໃຈ ໃນເວລາທີ່ ເຫັນ ຄົນອື່ນກຳລັງເຄື່ອນ ໃຫວໃນກິດຈະກຳໃດໜຶ່ງ ແລະ ບາງຄັ້ງອາດຈະຄິດວ່າຕົນໜ້າຈະເຮັດ ຄືກັບກຸ່ມຄົນນັ້ນ ຫຼື ດີກວ່າ. ອ່ານເພີ່ມ
ຢ່າປະປ່ອຍເວລາ
ແຕ່ລະຄົນຕ່າງມີຄວາມຈຳກັດດ້ານເວລາ. ທຸກຄົນມີເວລາ 24 ຊົວໂມງຕໍ່ມື້. ຍ້ອນເວລາມີຈຳກັດ ມັນຈິ່ງເປັນສິ່ງທີ່ ຕ້ອງໄດ້ ຄິດວ່າຈະໃຊ້ເວລາແນວໃດໃຫ້ເປັນປະໂຫຍດທີ່ສຸດ. ສຳນຶກພາບເບິ່ງວ່າ, ຖ້າຫາກທ່ານຈະມີເວລາ ພຽງແຕ່ ເດືອນດຽວ ໃນການດຳລົງຊີວິດ ທ່ານຈະໃຊ້ເວລາແນວໃດ? ອ່ານເພີ່ມ
ເປັນສຸກ ແລ້ວເຮັດວຽກດີຂື້ນ
ຄວາມສຸກ ແລະ ສະມັດຕະພາບການຜະລິດ (ຄວາມສາມາດໃນການເຮັດວຽກ) ມີການພົວພັນກັນໄດ້ແນວໃດ? ຖ້າ ຫາກທ່ານຕ້ອງການຍົກລະດັບຄວາມສາມາດໃນການເຮັດວຽກ, ໃນແຕ່ລະວັນ ຄວນຮັກສາແນວຄວາມຄິດຂອງທ່ານ ໃຫ້ເປັນສຸກ. ອ່ານເພີ່ມ
ເຮັດແນວໃດຈິ່ງຈະເປັນເລີດ?
“ຄວາມເປັນເລີດຈະບໍ່ເກີດຂື້ນໄດ້ ຖ້າຫາກຍັງມີຄວາມກັງວົນ ແລະ ຖ້າຫາກຍັງມີຄວາມສັບສົນວຸ້ນວາຍ ໃນຊີວິດການ ເປັນຢູ່. ຄວາມດີເລີດມັນຕິດພັນກັບການສ້າງສິ່ງດີໆ ທີ່ແຕກຕ່າງຂື້ນມາໃນໂລກ ມັນຈະເກີດ ຂື້ນມາບໍ່ໄດ້ຫາກປ່ອຍໃຫ້ອາລົມຮ້າຍມາຄວບຄຸມ” ສະນັ້ນ ຖ້າຫາກທ່ານຕ້ອງການເປັນເລີດ ຄວນຖາມຕົນເອງວ່າ ທ່ານຈະສ້າງຫຍັງທີ່ມີຄວາມແຕກຕ່າງ ໃຫ້ແກ່ຊີວິດ ອື່ນໆໃນສັງຄົມ. ໃຫ້ທ່ານທົບທວນເບິ່ງໜ້າວຽກທີ່ທ່ານກຳລັງເຮັດຢູ່, ເຊິ່ງອາດຈະກຳລັງເປັນການ ສ້າງສິ່ງແຕກຕ່າງຂື້ນມາຢູ່ ແລ້ວ-ແລ້ວທ່ານຈະຫັນກັບເຂົ້າມາຫາຕົວເອງ ເພື່ອເຮັດໜ້າທີ່ວຽກງານນັ້ນໃຫ້ໄດ້ດີ ຄືແນວໃດ? ຫຼື ຄວນພິຈາລະນາ ສ້າງໂຄງການໃດໜຶ່ງຕິດຕາມໄປນຳ ແລະ ໃຊ້ເວລາໃນການເຮັດມັນຂື້ນມາ ພ້ອມໆກັບໜ້າວຽກອື່ນ. ອ່ານເພີ່ມ
Copy Protected by Chetan's WP-Copyprotect.