Norkhame
ຟັງຈິດໃຕ້ສຳນຶກ
ຫຼາຍຄົນທີ່ປະສົບຜົນສຳເລັດຕ່າງພາກັນເວົ້າວ່າ: ສິ່ງໃດທີ່ທ່ານຄິດຢາກເຮັດ ແມ່ນເປັນໜ້າທີ່ທີ່ໄດ້ຮັບການ ມອບ ໝາຍ ມາໃຫ້ປະຕິບັດ ໃນຊ່ວງການມີຊີວິດ. ຖ້າຕັ້ງໃຈເຮັດ,  ຖອດຖອນບົດຮຽນ ແລະ ໜັ່ນປ່ຽນແປງຍຸດທະວິທີ, ວັນໜຶ່ງ ທ່ານຈະສຳເລັດ. ອ່ານເພີ່ມ
ຮັກຕົນເອງແລ້ວໄດ້ຫຍັງ?
ໃນສັງຄົມທົ່ວໆໄປ, ມັກເຫັນຄົນຄ່ອຍຊອກຫາຄົນໆໃດໜຶ່ງມາຮັກ. ເລື່ອງອົກຫັກ ຫຼື ການໄປຮັກຄົນອື່ນ ແລ້ວເຂົາບໍ່ ຮັກເຮົາ ມັກພົບເຫັນໃນຊີວິດຫຼາຍ. ການມີຄົນອື່ນຮັກກະດີ,​ ໝາຍວ່າ ທ່ານອາດໄດ້ຮັບການໃສ່ໃຈເປັນພິເສດ; ມີຄົນຄິດຫາ ແລະ ໃຫ້ການຊ່ວຍເຫຼືອແກ່ທ່ານ, ຕ່າງໆນາໆ. ອ່ານເພີ່ມ
ວິທີຄົ້ນຫາຕົນເອງ
ເຮົາມັກຄົ້ນຫາຄວາມຮູ້ສຶກຄົນອື່ນ. ເປັນຫວ່ງຢ້ານເຂົາເຈົ້າຄິດແນວໃດກັບເຮົາ, ມັກ ຫຼືບໍ່ມັກ, ແລະ ຄິດຈະເຮັດແນວໃດໃຫ້ເຂົາເຈົ້າມັກ. ລອງມາເບິ່ງຕົນເອງເບິ່ງ. ເຮົາເປັນຄົນແນວໃດແທ້ໆ. ເພື່ອໃຫ້ຮູ້​ຈັກ​ກັບ​ຕົວ​ເອງ​,​ ທ່ານລອງຕັ້ງຄຳ​ຖາມ​ ຖາມ ແລະ ຫາ​ຄຳ​ຕອບ​ແກ່ທຸກໆຂໍ້ລຸ່ມນີ້ເບິ່ງວ່າ:​ ອ່ານເພີ່ມ
ໃຫ້ເວລາແກ່ຄົນມີຄ່າ
ຖ້າທ່ານບໍ່ຮູ້ວ່າໃຜຄືຄົນສຳຄັນ, ທ່ານກໍ່ຈະເສຍເວລາກັບຄົນທີ່ບໍ່ສຳຄັນ.ຈົ່ງ​ຮູ້​ວ່າ​ໃຜ​ຄື​ຄົນ​ທີ່​ມີ​ຄ່າ​ທີ່​ສຸດ ແລະ ຫາ​ເວ​ລາ​ຢູ່​ກັບ​ພວກ​ເຂົ​າ​ຢ່າງ​ເຕັມ​ທີ່. ທຸກໆຄົນມີເວລາ 24 ຊົ່ວໂມງຊຳກັນ. ເມື່ອໃດທ່ານໃຊ້ກັບຄົນທີ່ບໍ່ເຫັນຄ່າຂອງທ່ານ, ເມື່ອນັ້ນທ່ານເສຍເວລາໂດຍບໍ່ມີປະໂຫຍດ. ເຊັ່ນດຽວກັນກັບການເຮັດໜ້າທີ່. ເມື່ອທ່ານຮູ້ອັນໃດເປັນວຽກງານສຳ ຄັນສຳຄັນ, ທ່ານຈະຍອມທຸ້ມເທໃນການສ້າງສິ່ງນັ້ນໃຫ້ເກີດຂື້ນມາໄດ້. ອ່ານເພີ່ມ
ເຫັນຕົນເອງສຳຄັນ
ກ້າ​ພໍ​ຫລື​ຍັງ​ທີ່​ຈະ​ເລືອກ​ຊີວິດ​ຕາມ​ທີ່​​ທ່ານຕ້ອງ​ການ. ມັນ​ບໍ່​ໄດ້​ເປັນ​ການ​ເຫັນ​ແກ່​ຕົວ​ທີ່​ເຈົ້າ​ຈະ​ຮັກ​ຕົວ​ເອງ​ໃຫ້​ຫລາຍ​ຂຶ້ນ ເບິ່ງແຍງຕົວ​ເອງ​ໃຫ້​ດີກວ່າ​ທີ່​ເຄີຍ​ເປັນ ແລະ ​ຖືເອົາການເຮັດ​ໃຫ້​ຕົນເອງມີຄວາມ​ສຸກ​ ​ເປັນ​ເລື່ອງ​ທີ່​ສຳ​ຄັນ​ທີ່​ສຸດ ໃນຊີວິດປະຈຳວັນ. ການເຮັດແນວນັ້ນ, ບໍ່ໄດ້ໝາຍວ່າຕ້ອງໄປບຽດບຽນຄົນອື່ນໃຫ້ເປັນທຸກ. ອ່ານເພີ່ມ
Copy Protected by Chetan's WP-Copyprotect.