Norkhame
ເນັດປ່ຽນຈິດ
ຜູ້ປົກຄອງເດັກ ມັກຄດວ່າ: ອິນເຕີເນັດປ່ຽນຄວາມຕ້ອງການຂອງເຮົາໄປໃນທິດທາງໃດ? ໂດຍສະເພາະພຶດຕິກຳຂອງລູກໆເຂົາເຈົ້າ. ອິນເຕີເນັດຄືກ່ອງຂອງຫຼິ້ນທີ່ຊ່ວຍເຕີມເຕັມຄວາມຕ້ອງການ ໃນຍາມພໍ່ແມ່ບໍ່ມີເວລາໃສ່ໃຈລູກໆ. ອ່ານເພີ່ມ
ສຸກ…ເພາະວາງໃຈ
ຫາກ​ປ່ອຍ​ໄປ​ໃນ​ຈັງ​ຫວະ​ທີ່​ຄວນ​ປ່ອຍ, ກະເປັນການ​ຈາກ​ລາ​ຂອງ​ສິ່ງ​ນັ້ນໆ​. ຈະ​ບໍ່​ນຳ​ພາ​ໃຫ້​ໃຈ​ຮູ້​ສຶກວ່າ​ເສຍ​ດາຍ​ ເພາະ​ມັນ​ເປັນ​ເຫດ​ຜົນ​ຂອງ​ປັນ​ຍາ​ທີ່ບອກວ່າ​ຄວນ​ປ່ອຍ​ມັນ​ໄປ. ​ແຕ່​ຫາກ​ບໍ່​ຮູ້​ວ່າ​ຢັບ​ຢັ້ງ​ໄວ້​ເພື່ອ​ຫ​ຍັງ ​ການ​ຄອບ​ຄອງ​ສິ່ງ​ທີ່​ບໍ່​ຮູ້​ຈັກ​ປ່ອຍ​ໃຫ້​ມັນ​ຜ່ານ​​ໄປຈາກຊີວິດ ​ກໍ​ຈະ​ເປັນ​ສິ່ງ​ທີ່​ກັບ​ມາ​​ທຳຮ້າຍ​ຕົວ​ເຮົາ​ໃຫ້​ເຈັບ​ຊ້ຳ​ໄດ້​ໃນ​ພາຍ​ຫລັງ. ອ່ານເພີ່ມ
ອີກມູມຂອງຊີວິດ
ມຸ​ມ​ ແລະ​ ລະ​ບຽງ​ອົງ​ສາ​​ອຽງ​ ຂອງຕຶກ ຊື່ “ປີຊາ ທາວເວີ້ – Pisa Tower” ໃນປະເທດ ອິຕາລີ້, ກາຍເປັນສິ່ງກໍ່ສ້າງ ທີ່ຫຼາຍໆຄົນຢາກເຫັນ. ຊີ​ວິດ​ຂອງ​ເຮົາ​ບໍ່ຍາກ​ເກີນ​ໄປ​ທີ່​ຈະ​ສ້າງ​ມູມມອງ ແລະ ​ລະ​ບຽງ​ທີ່​ດີ​ໃຫ້​ກັບ​ຕົວ​ເອງ. ເຊິ່ງ​ເປັນ​ການ​ປັບ​ອົງ​ສາ​ຂອງ​ຊີ​ວິດ​ຈິດ​ໃຈ​ໃຫ້​ມີ​ຫລຽມ​ ທີ່​ເຮັດໃຫ້​ເບິ່ງຄືວ່າສັບ​ສົນ ອາດ​ເປັນ​ຄວາມ​ອ່ຽງ​ເຊິ່ງ​ອາດ​ເບິ່ງ​ແຕກ​ຕ່າງ​ຈາກວິ​ທີ່​ຄິດ​ທົ່ວ​ໄປ. ​ແຕ່​ກໍ່ເປັນ​ຄວາມ​ອຽງ​ທີ່​ມີ​ຄວາມ​ອີ່ມ​ເອີບ​ໃຈ​ ໃນ​ຄວາມ​ຖືກ​ຕ້ອງ​ແຝງ​ຢູ່​ສະ​ເຫມີ. ອ່ານເພີ່ມ
ປັບຈຸດອ່ອນ
ຜູ້ບໍລິຫານລະດັບສູງຂອງອົງກອນ ຫຼື ບໍລິສັດ ມີບົດບາດສຳຄັນຫຼາຍກັບຄວາມສຳເລັດ. ເນື່ອງຈາກອຳນາດຕັດສິນແມ່ນຂື້ນກັບເຂົາເຈົ້າ. ເປັນຕົ້ນ ການຄັດສັນພະນັກງານ, ການຈັດງົບ, ຮັບຮອງແຜນປະຕິດບັດ ແລະ ການດຳເນີນວິໃສທັດ ໃຫ້ກາຍເປັນຈິງ. ອ່ານເພີ່ມ
ຮັກຕົນເອງແລ້ວໄດ້ຫຍັງ?
ໃນສັງຄົມທົ່ວໆໄປ, ມັກເຫັນຄົນຄ່ອຍຊອກຫາຄົນໆໃດໜຶ່ງມາຮັກ. ເລື່ອງອົກຫັກ ຫຼື ການໄປຮັກຄົນອື່ນ ແລ້ວເຂົາບໍ່ ຮັກເຮົາ ມັກພົບເຫັນໃນຊີວິດຫຼາຍ. ການມີຄົນອື່ນຮັກກະດີ,​ ໝາຍວ່າ ທ່ານອາດໄດ້ຮັບການໃສ່ໃຈເປັນພິເສດ; ມີຄົນຄິດຫາ ແລະ ໃຫ້ການຊ່ວຍເຫຼືອແກ່ທ່ານ, ຕ່າງໆນາໆ. ອ່ານເພີ່ມ
ຄວາມ​ຮັກ​ໃນ​ຜ້າ​ເຫຼືອງ
​ໃນ​ຊີວິດ​ມະນຸດ​ຄົນ​ເຮົາ, ຄວາມ​ຮັກ​ເປັນສິ່ງ​ສຳຄັນ​ຫຼາຍ. ​ຄ້າຍໆກັບ​ວ່າ​ເປັນ​ຈິດ​ວິນ​ຍານ​ອັນໜຶ່ງທີ່​ຄົນ​ເຮົາ​ຕ່າງ​ຊອກ​ຫາ. ຫາກ​ເມື່ອ​ເວົ້າ​ເຖິງ​ຮັກ​​ລະຫວ່າງ​ບາວ-ສາວ, ສາຍ​ພົວພັນ​ທາງ​ກາຍ​ເປັນ​ສິ່ງ​ທີ່​ຫຼີກລ່ຽງ​ໄດ້​ຍາກ. ອ່ານເພີ່ມ
ເຈີ້ກັນເທິງສະຫວັນ
ໃນງານສົບແຕ່ລະຄັ້ງເປັນການເຕືອນວ່າ ເວລາແຕ່ລະຄົນນັ້ນຈຳກັດ. ມີພົບກໍ່ຕ້ອງມີຈາກ. ການຈາກໄປອາດຈະບໍ່ແມ່ນການສີ້ນສຸດ ແຕ່ເປັນການປ່ຽນມິຕິໄປສູ່ອີດມິຕິໜຶ່ງ. ຄຳພາວະນາໃຫ້ເຖິງສຸກຂະຕິ ແລະ ສະຫວັນເປັນຄວາມປາດຖະໜາດີທີ່ສຸດທ້າຍທີ່ມີໃຫ້ກັນແລະກັນໃນວັນແຫ່ງການສູນເສຍ. ອ່ານເພີ່ມ
ຄຸນປະໂຫຍດຂອງ ທອງຄຳດຳ
ຄົ້ນພົບ “ທອງຄຳດຳ” ໃນ ລາວ ແລະ ຄຸນປະໂຫຍດຕ້ານພະຍາດ. ຄຸນປະໂຫຍດຂອງ ຄຳດຳ ມີຫຼາຍ. ຄົນມັກໄດ້ຍິນຄຳ ເຫຼືອງ, ຄຳຂາວ ແຕ່ມີໜ້ອຍຄົນຈະຮູ້ຈັກຄຳດຳ ແລະ ຄຸນປະໂຫຍດຂອງມັນ. ໃນຫຼາຍໆປະເທດ ເພີ່ນ ຮ້ອງ “ກາເຟ” ວ່າເປັນ “ທອງຄຳດຳ”. ອ່ານເພີ່ມ
ຊີວິດທີ່ສົມບູນແບບ
“ບໍ່ເບິ່ງໃນສິ່ງທີ່ຕົນເອງຂາດ, ເບິ່ງໃນສິ່ງທີ່ທ່ານມີ ເພາະມັນຈະເຮັດໃຫ້ທ່ານ ຮູ້ວ່າຕົນເອງບໍ່ໄດ້ດ້ອຍກ່ວາ ໃຜ. ທຸກໆຄົນ ມີແນວດີ ທ່ານຕ້ອງເບິ່ງຈຸດນັ້ນໃຫ້ອອກແລ້ວ ນຳໃຊ້ທັກສະໃນການສ້າງໃຫ້ກາຍເປັນຈຸດເດັ່ນ” ໃຜແນ່ບໍ່ເຄີຍປຽບທຽບຕົນເອງໃສ່ກັບຄົນອື່ນ. ໃນເວລາທີ່ເຫັນຄົນອື່ນ ມັນເປັນການເບິ່ງສະພາບພາຍນອກ ຂອງຄົນແລ້ວ ກໍ່ຕົວເອງກໍ່ຄິດ ໃນໃຈວ່າ ລາວສູງກວ່າ, ດຳກວ່າ ຫຼື ຕ່າງໆນາໆ ຫຼື ນັກທຸລະກິດ ກໍ່ຈະມັກເບິ່ງ ທີ່ວ່າບໍລິສັດໃຫຍ່ກວ່າຕ່າງ ໆນາໆເຊັ່ນດຽວກັນ. ໃນຊີວິດປະຈຳວັນຄວາມຄິດປຽບທຽບຕ່າງມີຂື້ນພາຍໃນໃຈ ໃນເວລາທີ່ ເຫັນ ຄົນອື່ນກຳລັງເຄື່ອນ ໃຫວໃນກິດຈະກຳໃດໜຶ່ງ ແລະ ບາງຄັ້ງອາດຈະຄິດວ່າຕົນໜ້າຈະເຮັດ ຄືກັບກຸ່ມຄົນນັ້ນ ຫຼື ດີກວ່າ. ອ່ານເພີ່ມ
ເປັນສຸກ ແລ້ວເຮັດວຽກດີຂື້ນ
ຄວາມສຸກ ແລະ ສະມັດຕະພາບການຜະລິດ (ຄວາມສາມາດໃນການເຮັດວຽກ) ມີການພົວພັນກັນໄດ້ແນວໃດ? ຖ້າ ຫາກທ່ານຕ້ອງການຍົກລະດັບຄວາມສາມາດໃນການເຮັດວຽກ, ໃນແຕ່ລະວັນ ຄວນຮັກສາແນວຄວາມຄິດຂອງທ່ານ ໃຫ້ເປັນສຸກ. ອ່ານເພີ່ມ
Copy Protected by Chetan's WP-Copyprotect.