Norkhame
ອີກມູມຂອງຊີວິດ
ມຸ​ມ​ ແລະ​ ລະ​ບຽງ​ອົງ​ສາ​​ອຽງ​ ຂອງຕຶກ ຊື່ “ປີຊາ ທາວເວີ້ – Pisa Tower” ໃນປະເທດ ອິຕາລີ້, ກາຍເປັນສິ່ງກໍ່ສ້າງ ທີ່ຫຼາຍໆຄົນຢາກເຫັນ. ຊີ​ວິດ​ຂອງ​ເຮົາ​ບໍ່ຍາກ​ເກີນ​ໄປ​ທີ່​ຈະ​ສ້າງ​ມູມມອງ ແລະ ​ລະ​ບຽງ​ທີ່​ດີ​ໃຫ້​ກັບ​ຕົວ​ເອງ. ເຊິ່ງ​ເປັນ​ການ​ປັບ​ອົງ​ສາ​ຂອງ​ຊີ​ວິດ​ຈິດ​ໃຈ​ໃຫ້​ມີ​ຫລຽມ​ ທີ່​ເຮັດໃຫ້​ເບິ່ງຄືວ່າສັບ​ສົນ ອາດ​ເປັນ​ຄວາມ​ອ່ຽງ​ເຊິ່ງ​ອາດ​ເບິ່ງ​ແຕກ​ຕ່າງ​ຈາກວິ​ທີ່​ຄິດ​ທົ່ວ​ໄປ. ​ແຕ່​ກໍ່ເປັນ​ຄວາມ​ອຽງ​ທີ່​ມີ​ຄວາມ​ອີ່ມ​ເອີບ​ໃຈ​ ໃນ​ຄວາມ​ຖືກ​ຕ້ອງ​ແຝງ​ຢູ່​ສະ​ເຫມີ. ອ່ານເພີ່ມ
ສ້າງພອນສະຫວັນ
ພອນສະຫັວນ ເປັນສິ່ງທີ່ມີມາຈາກມື້ເກີດ. ຖ້າພັດທະນາປະຈຳ, ສິ່ງນັ້ນກໍ່ສມາດກາຍເປັນຈຸດແຂງໄດ້. ພອນສະແຫວງ ແມ່ນການອອກແຮງສຶກສາ, ເຮັດຕົວຈິງ ແລະ ພັດທະສາສີມື. ສອງຢ່າງນີ້ຕ້ອງໄປພອ້ມໆກັນ. ອ່ານເພີ່ມ
ເບິ່ງຈາກຕົນເອງ
ໄດ້ແນະນຳການຄົ້ນຫາຈຸດເດັ່ນ ແລະ ດັດແກ້ຈຸດອ່ອນ. ເຮັດໃຫ້ເຮົາຈິ່ງຈະຮູ້ວ່າມີທັກສະເດັ່ນໄດ້ແນວໃດ? ທ່ານຕ້ອງໃຊ້ຫຍັງໃນການສ້າງຊີວິດຂຶ້ນມາຈາກຈຸດແຂງຂອງຕົນເອງ? ເວລານໍາມາປະຕິບັດມັນຂ້ອນຂ້າງຍາກ. ເພາະການສ້າງຊີວິດຂຶ້ນມາຈາກຈຸດແຂງນັ້ນເປັນວຽກທີ່ທ້າທາຍສະຢູ່ເໝີ. ອ່ານເພີ່ມ
ປັນຫາພາສ້າງບາລະມີ
ຫາກ​ເຝິກ​ເບິ່ງ​ບັນ​ຫາ​ເພື່ອ​ເປັນ​ການ​ສ້າງ​ບາ​ລະ​ມີ​ໃຫ້​ແກ່​ຕົວ​ເອງ​ຢູ່​ຕະ​ຫລອດ​ ຈາກ​ສິ່ງ​ທີ່​ເຄີຍ​ຄິດ​ວ່າ​ເປັນ​ຄວາມ​ຊົ່ວ​ຮ້າຍ. ໃຫ້ເປີດໃຈ​​ຍ່ອມ​ໃຫ້​ເຮົາ​ໄດ້​ຮຽນ​ຮູ້​ທີ່​ຈະ​ແຂງ​ແກ່ນ​ຂຶ້ນ. ​ພ້ອມກັນ​ກັບ​ຊ່ວຍ​ກະ​ຕຸ້ນ​ໃຫ້​ເຮົາ​ໄດ້​ມີ​ໂອ​ກາດ​ຄົ້​ນ​​ຫາສິ່ງ​ທີ່​ຍິ່ງ​ໃຫ່​ຍ​ສະ​ເຫມີ. ອ່ານເພີ່ມ
ສ້າງຈາກຈຸດເດັ່ນ
ຊີວິດທີ່ເຂັ້ມແຂງນັ້ນເປັນແນວໃດ? ເມື່ອເຮົາປະສົບຜົນສຳເລັດໃນຊີວິດດ້ວຍການໃຊ້ຈຸດແຂງຂອງຕົວເອງແລ້ວ ຊີວິດຂອງເຮົາຈະເປັນແນວໃດແດ່? ລອງມາເບິ່ງຕົວຢ່າງຊີວິດຂອງຄົນທີ່ເຮັດເຊັ່ນນັ້ນໄດ້. ອ່ານເພີ່ມ
ອັນວ່າ “ຮັກ”
“ເມື່ອໃດມີຮັກ, ເຮົາຈະມັກເສຍການຄຸ້ມຄອງຈິດໃຈ, ເສຍການເປັນຕົນຕົນເອງ. ພາຍຫຼັງຮູ້ວ່າ ສິ່ງດັ່ງກ່າວເປັນ ຄວາມຫຼົງທາງກາຍຊົ່ວວູບ” ອ່ານເພີ່ມ
ຍາມຍາກ
“ເມື່ອໃດຊີວິດຕົກໃນຍາມມືດມິດ, ນັ້ນເປັນການເຝິກໃຫ້ທ່ານຊອກຮຽນຮູ້ຫົນທາງອອກສູ່ແສງສະຫວ່າງ. ຈົ່ງຢ່າປະປ່ອຍການຮຽນຮູ້ນັ້ນ” ອ່ານເພີ່ມ
ສິ່ງຂອງມີຄ່າ
“ສິ່ງທີ່ມີຄ່າ ແລະ ສໍາຄັນ ແມ່ນມູນຄ່າທີ່ພວກເຮົາໄດ້ສ້າງຕັ້ງຂື້ນໃນຊ່ວງການມີຊີວິດຂອງພວກເຮົາ, ໂດຍບໍ່ບຽດບຽນຄວາມສຸກຄົນອື່ນ, ເຮັດໃຫ້ຊີວິດຄົນດີຂື້ນ, ມີຄວາມສຸກ ແລະ ສ້າງການເຕີບໃຫຍ່ຂະຫຍາຍຕົວຈາກການສ້າງສັນຂອງເຮົາ.” ອ່ານເພີ່ມ
ຄົ້ນຫາຕົນເອງ
ການຮູ້ຈັກຕົ້ນເອງ ຄື ຮູ້​ຈັກ​ວິ​ທີ່​ທີ່​ຈະ​ຮັກ ​ແລະ ​ເຂົ້າ​ໃຈ​ຕົວ​ເອງ, ຮູ້​ຂໍ້​ດີ, ຂໍ້​ດ້ອຍ, ຈຸດ​ຢືນ​ ແລະ​ ຄຸນ​ຄ່າ​ຂອງ​ຕົວ​ເອງ. ລັກສະນະດັ່ງກ່າວ, ບໍ່ໄດ້ເຮັດໃຫ້ຄົນເຮົາກາຍເປັນຄົນທະນົງຕົວ ເມື່ອໃດເຫັນຈຸດດີຂອງຕົນເອງເໜືອຄົນອື່ນໆ. ຮູບແບບການເຂົ້າໃຈຕົນເອງ ເປັນທິດທາງໃຫ້ເຮົາໄດ້ ຮູ້ຈັກເລືອກຄົບຄົນ, ໃຫ້ເວລາ ແລະ ສ້າງສາຍພົວພັນນຳກັນ. ອ່ານເພີ່ມ
ໃຫ້ເວລາແກ່ຄົນມີຄ່າ
ຖ້າທ່ານບໍ່ຮູ້ວ່າໃຜຄືຄົນສຳຄັນ, ທ່ານກໍ່ຈະເສຍເວລາກັບຄົນທີ່ບໍ່ສຳຄັນ.ຈົ່ງ​ຮູ້​ວ່າ​ໃຜ​ຄື​ຄົນ​ທີ່​ມີ​ຄ່າ​ທີ່​ສຸດ ແລະ ຫາ​ເວ​ລາ​ຢູ່​ກັບ​ພວກ​ເຂົ​າ​ຢ່າງ​ເຕັມ​ທີ່. ທຸກໆຄົນມີເວລາ 24 ຊົ່ວໂມງຊຳກັນ. ເມື່ອໃດທ່ານໃຊ້ກັບຄົນທີ່ບໍ່ເຫັນຄ່າຂອງທ່ານ, ເມື່ອນັ້ນທ່ານເສຍເວລາໂດຍບໍ່ມີປະໂຫຍດ. ເຊັ່ນດຽວກັນກັບການເຮັດໜ້າທີ່. ເມື່ອທ່ານຮູ້ອັນໃດເປັນວຽກງານສຳ ຄັນສຳຄັນ, ທ່ານຈະຍອມທຸ້ມເທໃນການສ້າງສິ່ງນັ້ນໃຫ້ເກີດຂື້ນມາໄດ້. ອ່ານເພີ່ມ
Copy Protected by Chetan's WP-Copyprotect.