Norkhame
ສູ່ຈຸດສຸດຍອດ
ແນ່ນອນ ການລົ້ມລະລາຍ ເປັນສິ່ງທີ່ນັກທຸລະກິດ ບໍ່ຢາກພົບພໍ່. ໃຜໆກໍ່ຕ່າງທີ່ຢາກຈະໄດ້ກຳໄລ ກັບ ສິ່ງທີ່ຕົນເອງສ້າງຂື້ນມາ. ການສ້າງທຸລະກິດໃຫ້ມີກຳໄລທາງດ້ານການເງິນ ຫຼື ສ້າງຜົນກຳ ໄລໃຫ້ແກ່ສັງຄົມໄດ້ຢ່າງມີປະສິດທິພາບ.  ອ່ານເພີ່ມ
ຄ່າຂອງເງິນ, ຄົນ ແລະ ງານ
ໃຜແດ່ວ່າເງິນບໍ່ສຳຄັນ. ຂ້າພະເຈົ້າ ເປັນຄົນໜຶ່ງທີ່ເຫັນວ່າເງິນມີຄວາມສຳຄັນຫຼາຍກັບການດຳລົງຊີວິດ. ຄົນຕ້ອງ ການເງິນເພື່ອຊື້ການ ບໍລິການ ແລະ ສິນຄ້າເພື່ອນຳໃຊ້ເຂົ້າໃນ ການດຳລົງຊີວິດ.​ ອ່ານເພີ່ມ
ຈົ່ງຢ່າຢຸດບໍລິການແກ່ສັງຄົມ
ທ່ານເຄີຍມີຄວາມຄິດບໍ່ວ່າ ຄວາມໝາຍຂອງການມີຊີວິດ ແມ່ນຫຍັງ? ໃນປະສົບການຂອງຂ້າພະເຈົ້າ, ຄວາມໝາຍ ຂອງການມີຊີວິດ ຄືການໄດ້ຢູ່ເພື່ອຮັບໃຊ້ ຫຼື ໃຫ້ບໍລິການແກ່ຕົນເອງ, ຄົນໃກ້ຕົວ ແລະ ສັງຄົມ. ອ່ານເພີ່ມ
ເຮັດວຽກຢ່າງກະຕືລືລົ້ນ ຫຼັງຈາກພັກຍາວ
“ການບໍ່ຈົດຈໍ່ກັບເປົ້າໝາຍ ຈະເຮັດໃຫ້ຄົນຂາດແຮງບັນດານໃຈ ໃນການສ້າງສັນວຽກງານດີໆປະຈຳວັນ. ການພັກໄລຍະຍາວ ເປັນໂອກາດເຮັດໃຫ້ຄົນລືມເປົ້າໝາຍການເຮັດວຽກ,​ເປົ້າໝາຍທຸລະກິດ ຫຼື ແຮງບັນດານໃຈ. ຈະເຮັດແນວໃດໃຫ້ ມີຄວາມກະຕືລືລົ້ນເຮັດວຽກ ພາຍຫຼັງການພັກຍາວ” ອ່ານເພີ່ມ
ເຮັດແນວໃດຈິ່ງຈະເປັນເລີດ?
“ຄວາມເປັນເລີດຈະບໍ່ເກີດຂື້ນໄດ້ ຖ້າຫາກຍັງມີຄວາມກັງວົນ ແລະ ຖ້າຫາກຍັງມີຄວາມສັບສົນວຸ້ນວາຍ ໃນຊີວິດການ ເປັນຢູ່. ຄວາມດີເລີດມັນຕິດພັນກັບການສ້າງສິ່ງດີໆ ທີ່ແຕກຕ່າງຂື້ນມາໃນໂລກ ມັນຈະເກີດ ຂື້ນມາບໍ່ໄດ້ຫາກປ່ອຍໃຫ້ອາລົມຮ້າຍມາຄວບຄຸມ” ສະນັ້ນ ຖ້າຫາກທ່ານຕ້ອງການເປັນເລີດ ຄວນຖາມຕົນເອງວ່າ ທ່ານຈະສ້າງຫຍັງທີ່ມີຄວາມແຕກຕ່າງ ໃຫ້ແກ່ຊີວິດ ອື່ນໆໃນສັງຄົມ. ໃຫ້ທ່ານທົບທວນເບິ່ງໜ້າວຽກທີ່ທ່ານກຳລັງເຮັດຢູ່, ເຊິ່ງອາດຈະກຳລັງເປັນການ ສ້າງສິ່ງແຕກຕ່າງຂື້ນມາຢູ່ ແລ້ວ-ແລ້ວທ່ານຈະຫັນກັບເຂົ້າມາຫາຕົວເອງ ເພື່ອເຮັດໜ້າທີ່ວຽກງານນັ້ນໃຫ້ໄດ້ດີ ຄືແນວໃດ? ຫຼື ຄວນພິຈາລະນາ ສ້າງໂຄງການໃດໜຶ່ງຕິດຕາມໄປນຳ ແລະ ໃຊ້ເວລາໃນການເຮັດມັນຂື້ນມາ ພ້ອມໆກັບໜ້າວຽກອື່ນ. ອ່ານເພີ່ມ
ໃນຍາມຮູ້ສຶກໂດດດຽວ
ສຳລັບຫຼາຍໆທ່ານການເຮັດທຸລະກິດ ເປັນການເຂົ້າໄປຢູ່ໃນມ່ວນຊົນ ເປັນຈຳນວນຫຼວງຫຼາຍ. ຄວາມຮູ້ສຶກໂດດດ່ຽວ ມັນບໍ່ໄດ້ເກີດຂື້ນກັບ ການໃຊ້ເວລາຢູ່ຄົນດຽວ ແຕ່ມັນເປັນຊ່ວງທີ່ບາງຄັ້ງ ອາດບໍ່ມີໃຜສະໜັບສະໜູນ ຫຼື ເຂົ້າໃຈແນວທາງທຸລະກິດ ທີ່ຕົນເອງຕ້ອງການ ຫຼື ຊອກຫາ ຫົນ ທາງຮ່ວມງານກັນ ໃນວິກິດໃດໆໜຶ່ງ. ອ່ານເພີ່ມ
ສ້າງຄວາມກ້າ ໃນການເຮັດທຸລະກິດ
ຂາດເງິນທຶນ, ຂາດທັກສະພິເສດ ຫຼື ຂາດຄົນຮູ້ຈັກ? ມັນເປັນພຽງຄວາມຢ້ານໃນການ ລົງມື ເຮັດທຸລະກິດ. ໃນເວລາສ້າງຕັ້ງທຸລະກິດໄໝ່ ຫຼາຍໆຄົນຈະຮັບຮູ້ວ່າ ມັນມີຄວາມສ່ຽງຫຼາຍທີ່ ຈະລົ້ມລະລາຍ ແລະ ມີຫຼາຍອັນຍັງຂາດເຂີນໂດຍສະເພາະເງິນທຶນ. ຈະສຳເລັດຫຼື ບໍ່ແນ່ນອນ ການເງິນກໍ່ເປັນປັດໃຈ ແຕ່ສິ່ງທີ່ຕັດສິນ ແມ່ນຄວາມຕັ້ງໃຈຫຼາຍເທົ່າໃດທີ່ຈະຜ່ານຜ່າ. ອ່ານເພີ່ມ
Copy Protected by Chetan's WP-Copyprotect.