Norkhame
ທ່ານມີ “ທັກສະ”
“ທັກສະ” ເປັນຕົວກໍານົດພື້ນຖານ ດ້ານວິຊາການໃຫ້ແກ່ການ ສຶກສາຫາຄວາມຮູ້. ມັນໄດ້ມາຈາກປະສົບການເຮັດວຽກຕົວຈິງ. ຫມາຍຄວາມວ່າແນວໃດ? ຫມາຍຄວາມວ່າບໍ່ວ່າຈະເປັນກິດຈະກໍາໃດໆ ຄົນທີ່ສະຫລາດຈະຕ້ອງສະຫລະເວລາມາຍຸດຄິດແລ້ວຈັດລະບົບຄວາມຮູ້ທີ່ສະສົມມາເປັນຂັ້ນຕອນ ແລ້ວນຳໃຊ້ໃນວຽກງານຕົວຈິງ. ອ່ານເພີ່ມ
ຄົ້ນສິງລີ້ລັບ
ທ່ານອາດຕະລືງ, ຫາກໄດ້ຍິນຄົນເລົ່າປະສົບການເຮັດວຽກໃນອາດີດ. ອາດມີຄຳຖາມວ່າ: ເຂົາເກັ່ງແບບນີ້ສະເຫມີເລີຍຫວາ? ເຮັດໄດ້ແນວໃດ? ເຂົາເຮັດໄດ້ຍ້ອນມີພອນສະຫວັນ? ທ່ານເຄີຍເຂົ້າຮ່ວມສຳມະນາ ແລະ ພົບປະກັບບັນຍາຍ ຜູ້ເລົ່າປະສົບການ ຫຼື ສອນທັກສະໃດໜຶ່ງບໍ່? ໃນຊີວິດຈິງ, ບໍ່ແມ່ນຈະໄດ້ຮັບຟັງ ຫາກຍັງເປັນຊີວິດການເປັນຢູ່ຂອງ ຜູ້ບໍລິຫານຈໍານວນຫນຶ່ງ ທີ່ປະສົບຜົນສຳເລັດ ແລະ ມີຊື່ສຽງໜ້າເຫຼື້ອມໃສຈົນບໍ່ຫນ້າເຊື່ອ ວ່າສິ່ງທີ່ເຂົາເຈົ້າຜ່ານຜ່າເຂົ້າມານັ້ນ ສາມາດແກ້ໄຂໄດ້ແນວໃດ? ເຄີຍເຂົ້າໄປຮ່ວມການສຳມະນາຂອງນັກຮົົບເກົ່າ ໃຫ້ກຽດມາບັນຍາຍ ການຕໍ່ສູ້, ໄດ້ຟັງແລ້ວ ເປັນຕາໜ້າປະທັບໃຈ. ຫລັງຈາກການບັນຍາຍ ຂ້າພະເຈົ້າມີຄໍາຖາມໃຫມ່ແທນວ່າ “ເຂົາເກັ່ງແບບນີ້ສະເຫມີເລີຍຫວາ?” ພາຍໃຕ້ເວລາສັ້ນໆພຽງຫນຶ່ງຊົ່ວໂມງ, ອາດີດ ນາພົນ ສະແດງໃຫ້ເຫັນວ່າເຂົາມີພອນສະຫວັນພິເສດໃນການເປັນຜູ້ເວົ້າໃນທີ່ສາທາລະນະ, ລາວດຶງເຮົາເຂົ້າໄປເບິ່ງການເມືອງໃນຫ້ອງ ທີມີນັກສຳມະນາກອນມາຮັບຟັງ. ລາວພາເຮົາໄປສູ່ເຫດການການຕໍ່ສູ້ອັນດຸເດືອດ. ປະກາດນະໂຍບາຍ ເປເຣສຕອຍກ້າ ດ້ວຍການແຈ້ງ “ວ່າທ່ານນາຍພົນຕ້ອງໄປຫາສັດຕູລາຍໃຫມ່ແລ້ວລະ” ລາວວາດພາບໃຫ້ເຮົາເຫັນສະພາບການ ໂຈມຕີທາງອາກາດຮອບທໍາອິດໃນຍຸກ ຕໍ່ສູ້ປົດປ່ອຍຊາດ, ສະພາບການເຄັ່ງຕືງຂອງການນຳ ໃນການຊີ້ນຳ ໃນເວລາອັນຂ້ຽວຂາດ. ລາວເວົ້າແບບເປັນກັນເອງ, ບໍ່ແມ່ນສູດສໍາເລັດທີ່ທ່ອງຈໍາແບບນັກການເມືອງ ບໍ່ແມ່ນເວົ້າຍາກໆ,... ອ່ານເພີ່ມ
ລົບດ້ານມືດ
ມີບົດວິໄຈໃນແວດວົງອຸດສາຫະກໍາ ໄດ້ເຮັດການວິໄຈຢ່າງເຈາະເລິກເຖິງ “ດ້ານມືດ” ຂອງຜູ້ບໍລິຫານ ຫຼື ຜູ້ນໍາທີ່ຈະເປັນຕົວທໍາລາຍອາຊີບຂອງພວກເຂົາ. ລວມທັງອາດຈະສ້າງຜົນກະທົບໃນທາງດ້ານລົບໃຫ້ກັບອົງກອນອີກດ້ວຍ. ອ່ານເພີ່ມ
ເບິ່ງໃກ…ໄປໃຫ້ເຖິງ
ບັນຫາຈຶ່ງມີຢູ່ວ່າ ແລ້ວເຮົາຮູ້ຫຍັງແດ່ກ່ຽວກັບການເປັນຜູ້ນໍາ ຫຼື ຜູ້ບໍລິຫານ? ຄໍາຕອບຈຶ່ງຢູ່ທີ່ວ່າເຮົາໃຫ້ຄໍານິຍາມຂອງຄໍາວ່າຜູ້ນໍາ  ຫຼື ຜູ້ບໍລິຫານໄວ້ແນວໃດ? ຊຶ່ງນັບວ່າເປັນປະເດັນທີ່ບໍ່ຈະແຈ້ງອີກປະເດັນໜຶ່ງ. ທັກສະໃດທີ່ຕັດ ສິນຄວາມເປັນຜູ້ນຳ? ອ່ານເພີ່ມ
ຍິ່ງນ້ອຍຍິ່ງຈຳເປັນ
ຍິ່ງນ້ອຍເທົ່າໃດ, ການຄ້າທາງ E-Business/E-Commerce  ຍິ່ງມີຄວາມສຳຄັນ ແກ່ທຸລະກິດ. ​ກວ່າ 95% ບໍລິສັດ,  ຈັດເປັນປະເພດ ຂະໜາດນ້ອຍ ແລະ ກາງ (SMEs). ສະ​ແດງ​ວ່າ (SMEs) ມີ​ຄວາມ​ສຳຄັນ​ຕໍ່ກັບ​ເສດຖະກິດ ​ແລະ ການ​ຈ້າງ​ງານ, ການ​ເພີ່ມ​ການ​ແຂ່ງຂັນ​ໂດຍ​ການ​ພັດທະນາ E-Business  ເປັນ​ສິ່ງ​ທີ່​ຈຳ​ເປັນ. ອ່ານເພີ່ມ
ຮູບແບບການຄ້າທາງອອນໄລ
ຮູບແບບຂອງ E-​Business ໄດ້ຖືກກຳນົດ ແລະ ຈັດປະເພດດ້ວຍຫຼາກຫຼາຍວິທີ. ໃນການ ຈັດຕັ້ງປະຕິບັດ, ທຸລະກິດສາມາດປະສົມປະສານກັບຫຼາຍຮູບແບບທີ່ແຕກຕ່າງກັນ ຕາມຍຸດທະສາດທຸລະກິດຂອງທ່ານ. ອ່ານເພີ່ມ
ເບິ່ງຈາກຕົນເອງ
ໄດ້ແນະນຳການຄົ້ນຫາຈຸດເດັ່ນ ແລະ ດັດແກ້ຈຸດອ່ອນ. ເຮັດໃຫ້ເຮົາຈິ່ງຈະຮູ້ວ່າມີທັກສະເດັ່ນໄດ້ແນວໃດ? ທ່ານຕ້ອງໃຊ້ຫຍັງໃນການສ້າງຊີວິດຂຶ້ນມາຈາກຈຸດແຂງຂອງຕົນເອງ? ເວລານໍາມາປະຕິບັດມັນຂ້ອນຂ້າງຍາກ. ເພາະການສ້າງຊີວິດຂຶ້ນມາຈາກຈຸດແຂງນັ້ນເປັນວຽກທີ່ທ້າທາຍສະຢູ່ເໝີ. ອ່ານເພີ່ມ
ຕົວກຳນົດຈຸດແຂງ
ເພື່ອຄວາມຊັດເຈນ ເຮົາກໍານົດໃຫ້ພິຖີພິຖັນກວ່າເດີມວ່າ “ຈຸດແຂງ” ຫມາຍເຖິງຫຍັງ? ຄໍາວ່າຈຸດແຂງທີ່ເຮົາຈະໃຊ້ໃນນີ້ຂ້ອນຂ້າງຈະສະເພາະເຈາະຈົງ ໂດຍໝາຍເຖິງ “ການປະຕິບັດກິດຈະກໍາຢ່າງໃດຢ່າງໜຶ່ງໄດ້ເກືອບຈະສົມບູນແບບຢ່າງສະໝໍາສະເໝີ”. ອ່ານເພີ່ມ
ແບ່ງປັນຄວາມສຳເລັດ
ຈຸດເລີ່ມຕົ້ນຂອງການມອບໝາຍວຽກ ປຽບໄດ້ຄືກັນກັບການເລີ່ມຕົ້ນຂອງການບໍລິຫານທີ່ປະສົບຜົນສໍາເລັດ. ທັ້ງໝົດກໍ່ຄື ໃຫ້ເຮົາໃຊ້ເວລາຄິດເລື່ອງວຽກກ່ອນທີ່ຈະເຮັດສິ່ງອື່ນ. ຄິດໃຫ້ລະອຽດ. ຄິດໃຫ້ເຫັນພາບລວມວ່າວຽກທີ່ຕ້ອງເຮັດແມ່ນຫຍັງ ແລະ ສິ່ງເຫຼົ່ານັ້ນເຮົາຕ້ອງເຮັດເອງ ຫຼື ໃຫ້ຄົນອື່ນເຮັດ. ອ່ານເພີ່ມ
ເຮັດວຽກໃຫ້ປອດໄພ
ການບັນລຸຄວາມສົມດຸນໃນການເຮັດວຽກ – ຈະມີຄວາມສຳຄັນຕໍ່ວຽກຂອງທ່ານຫຼາຍກວ່າທີ່ຄິດ. ອີງຕາມການຄົ້ນຄ້ວາໃໝ່, ຜົນກະທົບການເຮັດວຽກເກີນອັດຕາຊົ່ວໂມງກຳນົດ, ເຮັດໃຫ້ເກີດຄວາມສ່ຽງເຈັບເປັນ. ອ່ານເພີ່ມ
Copy Protected by Chetan's WP-Copyprotect.