Norkhame
ຮູ້ຢ່ອນຈິດ
ຄວາມຕືງຄຽດ ເປັນພຶດຕິກໍາທີ່ທໍາລາຍສຸກກະພາບຈິດ, ສຸກກະພາບກາຍ ແລະ ການເຮັດວຽກໄດ້. ສະຖານະການແບບໃດ? ເຫດການແບບໃດ? ບັນຫາປະເພດໃດ? ຫຼືການຕັດສິນໃຈແບບໃດ ທີ່ເຮັດໃຫ້ເກີດຄວາມຄຽດ ຈົນເຖິງຈຸດໜຶ່ງ ແລະ ໃນສະຖານະການໃດ ທີ່ເຈົ້າຮູ້ສຶກວ່າ ມີຄວາມຄຽດຈົນຕ້ອງເພິ່ງຢາ ເພື່ອຫຼຸດຄວາມຄຽດ ຫຼື ເພິ່ງສິ່ງເສບຕິດ. ອ່ານເພີ່ມ
ທ່ານມີ “ທັກສະ”
“ທັກສະ” ເປັນຕົວກໍານົດພື້ນຖານ ດ້ານວິຊາການໃຫ້ແກ່ການ ສຶກສາຫາຄວາມຮູ້. ມັນໄດ້ມາຈາກປະສົບການເຮັດວຽກຕົວຈິງ. ຫມາຍຄວາມວ່າແນວໃດ? ຫມາຍຄວາມວ່າບໍ່ວ່າຈະເປັນກິດຈະກໍາໃດໆ ຄົນທີ່ສະຫລາດຈະຕ້ອງສະຫລະເວລາມາຍຸດຄິດແລ້ວຈັດລະບົບຄວາມຮູ້ທີ່ສະສົມມາເປັນຂັ້ນຕອນ ແລ້ວນຳໃຊ້ໃນວຽກງານຕົວຈິງ. ອ່ານເພີ່ມ
ລົບດ້ານມືດ
ມີບົດວິໄຈໃນແວດວົງອຸດສາຫະກໍາ ໄດ້ເຮັດການວິໄຈຢ່າງເຈາະເລິກເຖິງ “ດ້ານມືດ” ຂອງຜູ້ບໍລິຫານ ຫຼື ຜູ້ນໍາທີ່ຈະເປັນຕົວທໍາລາຍອາຊີບຂອງພວກເຂົາ. ລວມທັງອາດຈະສ້າງຜົນກະທົບໃນທາງດ້ານລົບໃຫ້ກັບອົງກອນອີກດ້ວຍ. ອ່ານເພີ່ມ
ເບິ່ງໃກ…ໄປໃຫ້ເຖິງ
ບັນຫາຈຶ່ງມີຢູ່ວ່າ ແລ້ວເຮົາຮູ້ຫຍັງແດ່ກ່ຽວກັບການເປັນຜູ້ນໍາ ຫຼື ຜູ້ບໍລິຫານ? ຄໍາຕອບຈຶ່ງຢູ່ທີ່ວ່າເຮົາໃຫ້ຄໍານິຍາມຂອງຄໍາວ່າຜູ້ນໍາ  ຫຼື ຜູ້ບໍລິຫານໄວ້ແນວໃດ? ຊຶ່ງນັບວ່າເປັນປະເດັນທີ່ບໍ່ຈະແຈ້ງອີກປະເດັນໜຶ່ງ. ທັກສະໃດທີ່ຕັດ ສິນຄວາມເປັນຜູ້ນຳ? ອ່ານເພີ່ມ
ຄາດຫວັງການຄ້າອອນໄລ
ການ​ຊື້ ແລະ ການ​ຂາຍ​ ທາງອອນໄລ ​​​ປະກອບ​ມີ​ສອງ​ພາກ​ສ່ວນ​ ຫຼື ຫຼາຍກວ່າ​ນັ້ນ​ເຂົ້າມາ​ມີ​ສ່ວນຮ່ວມ​ໃນ​ການ​ຊື້ຂາຍ. ແຕ່​ລະພາກສ່ວນ, ມີ​​ບົດບາດ ແລະ ມີ​ກົດ​ເກນ​ຂອງ​ຕົນ​ເອງ. ເວລາມີບັນຫາ, ຫຼາຍຝ່າຍ​ຕ້ອງການຮ່ວມມືກັນ​ຊອກ​ຫາ ທາງ​ແກ້ໄຂບັນຫາຮ່ວມກັນ ເພື່ອອຳນວຍຄວາມສະດວກ ໃນການຄ້າ. ອ່ານເພີ່ມ
ເບິ່ງຈາກຂ້າງໃນ
ຄຳເວົ້າທີ່ວ່າ: ຢາກໄປເຖິງເປົ້າໝາຍ ຕ້ອງເລີ່ມຈາກຈຸດຈົບ. ໝາຍວ່າ: ໃຫ້ເອົາເປົ້າໝາຍມາເປັນຈຸດເລີ່ມຕົ້ນໃນການສ້າງແຜນງານ, ຈັດຕັ້ງ, ປະເມິນຜົນ ແລະ ກວດສອບແກ້ໄຂ. ການເບິ່ງທີ່ຈຸດທຸລະກິດເຮົາກຳລັງຈະເດີນໄປ, ເປັນການສ້າງຈິນຕະນາການ ໃນການເຮັດວຽກ, ແຮງບັນດານໃຈ, ແລະ ເຮັດໃຫ້ເຮົາສາມາດຄົ້ນຄິດວິທີໃນການເຮັດວຽກແບບໃໝ່ເພື່ອເຮັດໃຫ້ທຸລະກິດສາມາດແຂ່ງຂັນໄດ້. ອ່ານເພີ່ມ
ຂ້ອຍມາຕາມຝັນ
ທຸກໆບັນຫາເປັນໂອກາດໃນການຮຽນຮູ້. ທ່ານຈະໄດ້ພົບວ່າທ່ານເຂັ້ມແຂງ ແລະ ມີຄວາມສາມາດຫຼາຍຂື້ນໃນຍາມທີ່ທ່ານຜ່ານຜ່າມາໄດ້. ທີ່ແນ່ນອນແຮງບັນດານໃຈພາຍຕົວ ແລະ ຄົນອ້ອມຂ້າງມີອິດທິພົນຫຼາຍໃນຄວາມສຳເລັດ. ອ່ານເພີ່ມ
ຮຽນຮູ້ຈາກຜູ້ນຳໃນອະດີດ
ເພື່ອສ້າງຄວາມເຂົ້າໃຈຢ່າງເລິກເຊິ່ງວ່າ ການນຳບັນຈຸ ອົງປະກອບສຳຄັນແນວໃດແດ່? ຈຳເປັນຕ້ອງໄດ້ ວິໃຈເບິ່ງຄົນ ທີ່ມີປະສົບການການ ນຳພາມາກ່ອນ. ເຊິ່ງບັນຈຸທັງກຸ່ມທີ່ສ້າງຕົນເອງຈາກແຕ່ລະຈຸດ ແລະ ຄຸນລັກສະນະພື້ນຖານ ຂອງການນຳທີ່ແຕ່ລະຄົນມີໃນຕົວ. ອ່ານເພີ່ມ
ເລືອກຄົນ ເຂົ້າໃນຄະນະນຳບໍລິສັດ
ຜູ້ປະກອບການຕ້ອງໄດ້ລະມັດລະວັງໃນກການຄັດເລືອກຄະນະບໍລິຫານງານ, ເພາະວ່າ ຄະນະດັ່ງກ່າວ ຈະເປັນພາກ ສ່ວນໜຶ່ງຂອງການໃຫ້ທິດທາງທັງໝົດຂອງບໍລິສັດ. ກຸ່ມຄົນດັ່ງກ່າວປະກອບ ດ້ວຍຜູ້ໃຫ້ຄຳແນະນຳ ຫຼື ອຳນວຍການ.  ການເຮັດວຽກຂອງກຸ່ມດັ່ງກ່າວ ຖືໄດ້ວ່າເປັນການ ຕັດສິນການ ຄວາມໜັ້ນຄົວຂອງບໍລິສັດໃນໄລຍະເລີ່ມຕົ້ນ ແລະ ການຂະ ຫຍາຍຕົວໄລຍະຍາວ. ອ່ານເພີ່ມ
ວິທີຫາຄະນະບໍລິຫານບໍລິສັດ
ຈະຫາຄະນະບໍລິຫານງານທີ່ມີຄວາມສາດໄດ້ຈາກໃສ ຜູ້ປະກອບການຫຼາຍຄົນ ມັກຕົກໃນສະຖານນະການທີ່ວ່າ: ທຸກໆຢ່າງເຮັດເອງໝົດ, ບໍ່ວ່າຈະເປັນວຽກນ້ອຍ ຫາສິ່ງ ສຳຄັນທີ່ສຸດ ແມ່ນຫຍັງກໍ່ເຮັດເອງໝົດ ແລະ ກໍ່ເປັນທັງຜູ້ຖືຫຸ້ນພຽງຜູ້ດຽວ.​  ກໍ່ແມ່ນຕົນເອງທີ່ເປັນສະມາຊິກ ຄະນະບໍລິ ຫານງານພຽງຜູ້ດຽວ ແລະຕົນເອງກໍ່ເປັນທັງຜູ້ບໍລິຫານງານທັງໝົດ.​ ອ່ານເພີ່ມ
Copy Protected by Chetan's WP-Copyprotect.