Norkhame
ສ້າງແຜນ ກ້າວສູ່ຄວາມສຳເລັດ
ຫຼາຍຄົນກາຍເປັນນັກຝັນກາງວັນ ເນື່ອງຈາກວ່າຕ້ອງການໄດ້ສິ່ງທີ່ໃຝຝັນ ແຕ່ການປະຕິບັດພັດບໍ່ສະໜອງ ກັບສິ່ງທີ່ ມຸ້ງຫວັງ. ອາດເປັນຍ້ອນວ່າພວກເພີ່ນ ບໍ່ຢາກຜິດຫວັງ ກໍ່ເລີຍເຮັດແຕ່ສິ່ງທີ່ທຳມະດາໆ ເຊິ່ງມັນເຮັດ ໃຫ້ບໍ່ສາມາດ ເດີນຫາສິ່ງທີ່ຕ້ອງການ. ອ່ານເພີ່ມ
ປັບປຸງແຜນການຕະຫຼາດ ໃຫ້ດີຂື້ນ
ການສ້າງທຸລະກິດຂອງເກີດຂື້ນຍ້ອນຄວາມຕັ້ງໃຈອັນແຮງກ້າຂອງທານເອງ ຫຼື ກຸ່ມຄົນໃດໜຶ່ງທີ່ ຫວັງສ້າງ ຜົນປະໂຫຍດໃຫ້ແກ່ສັງຄົມ. ຫຼາຍບໍລິສັດມີປັນຫາທາງດ້ານການຕະຫຼາດ ໂດຍສະເພາະ ໃນຕອນຕົ້ນຂອງ ການສ້າງທຸລະກິດ. ເນື່ອງຈາກວ່າໃນຕອນຕົ້ນຂອງການດຳເນີນທຸລະກິດຈະມີ ຫຼາຍໆສິ່ງທີ່ທ່ານຕ້ອງໄດ້ ເຮັດໃນເວລາອັນສັ້ນ. ການເຂົ້າຫາລູກຄ້າເປົ້າໝາຍ ແລະ ສ້າງການຂາຍ ມັກພົບກັບຄວາມຫຸ້ຍງຍາກ.  ອ່ານເພີ່ມ
ຕັ້ງຊື່ຍີ່ຫໍ້ສິນຄ້າ ໃຫ້ຄົນຈື່ງ່າຍ
ນັກຈິດຕະວິທະຍາໄດ້ຄົ້ນພົບວ່າ ໃນຂະບວນການສ້າງຄວາມຊົງຈຳຂອງມະນຸດ ໄດ້ແບ່ງອອກເປັນ ສາມພາກສ່ວນຄື: (1) ການແກະລະຫັດ,​ (2) ເກັບກຳ, ແລະ (3) ຮຽກກັບຄືນ. ເວົ້າສະເພາະແລ້ວ ຄົນມີການແກະລັດຫັດຄວາມໝາຍ ໃນສີ່-ຫ້າຮູບແບບ. ອ່ານເພີ່ມ
ວິທີການ ໂຄສະນາຍີ່ຫໍ້ສິນຄ້າໄໝ່
ສຳລັບບໍລິສັດທີ່ກຳລັງຈະ ສ້າງການໂຄສະນາຍີ່ຫໍ້ໄໝ່ ທ່ານຄວນໃສ່ໃຈການສື່ສານຍີຫໍ້ສິນຄ້າ ໃນເວລາ ເປີດຕົວສິນຄ້າ: ສິ່ງສຳຄັນທີ່ສຸດ ທີ່ຈະເຮັດໃຫ້ຍີ່ຫໍ້ປະສົບຜົນສຳເລັດ ໃນຍຸກປະຈຸບັນ ແມ່ນຂື້ນກັບການ ເນັ້ນໜັກສິ່ງທີ່ເປັນພື້ນ ຖານທີ່ສຸດຂອງສິນຄ້າຍີ່ຫໍ້ນັ້ນໆ. ເຊິ່ງຄວນເນັ້ນໃສ່ ເຕັກນິກໂຄສະນາຍີຫໍ້ສິນຄ້າ ໃນສາມຂົງເຂັດຄື: ການສ້າງພາບພົດທາງດ້ານເຕັກນິກ,  ການສະ ໜອງຂໍ້ມູນຂອງສິນຄ້າ ແລະ ທີ່ຈະ ບອກສາເຫດຂອງການປະກົດມີຂອງຍີ່ຫໍ້ສິນຄ້າ. ສຳລັບ ການເລີ່ມຕົ້ນໂຄສະນາຍີ່ຫໍ້ ຫຼື ເປີດຕົວສິນຄ້າໄໝ່ ສິ່ງສຳຄັນທີ່ຕ້ອງໄດ້ເຮັດ ໃນການສ້າງແຜນ ໂຄສະນາກໍ່ຄື: ຕ້ອງໄດ້ມີການຄົ້ນຄ້ວາ, ເຮັດໃຫ້ມັນງ່າຍດາຍ ແລະ ປະຕິບັດສີ່ຫຼັກການ ດັ່ງນີ້: ອ່ານເພີ່ມ
Copy Protected by Chetan's WP-Copyprotect.