Norkhame
ບົດຮຽນທີ່ບໍ່ມີສອນ ໃນໂຮງຮຽນ
ການສຶກສາມີຄວາມສຳຄັນ ແຕ່ການສຶກສາລະດັບໃດຈະເຮັດໃຫ້ຄົນປະສົບຜົນສຳເລັດນັ້ນ ເປັນສິ່ງທີ່ ຍັງບໍ່ທັນມີຄຳຕອບ. ແຕ່ມີນັກວິທະຍາສາດ, ນັກຄອມພິວເຕີ, ນັກຂຽນ ທີ່ບໍ່ໄດ້ ຮຽນ ຈົບການສຶກສາລະດັບສູງຂັ້ນປະລິນຍາ ແຕ່ມີຄວາມສາມາດໃນການ ດຳເນີນທຸລະກິດ ອ່ານເພີ່ມ
ໜູ່…ຜູ້ພາສູ່ຄວາມສຳເລັດ
ການເຮັດທຸລະກິດ ຫຼື ກິດຈະກຳໃດໜຶ່ງໃຫ້ສຳເລັດຜົນ, ໜູ່ຜູ້ໃກ້ຊິດມີອິດທິພົນຫຼາຍຕໍ່ກັບຄວາມສຳເລັດ. ການຄັດສັນພະນັກງານເຂົ້າ ບໍລິສັດ ເປັນຫົນທາງໃນການຄັດເລືອກ ແລະ ສ້າງບຸກຄະລາກອນ ທີ່ມີຄວາມ ສາມາດ ເພື່ອສ້າງຄວາມສຳເລັດໃຫ້ແກ່ບໍລິສັດ. ອ່ານເພີ່ມ
ເລືອກຄົນ ເຂົ້າໃນຄະນະນຳບໍລິສັດ
ຜູ້ປະກອບການຕ້ອງໄດ້ລະມັດລະວັງໃນກການຄັດເລືອກຄະນະບໍລິຫານງານ, ເພາະວ່າ ຄະນະດັ່ງກ່າວ ຈະເປັນພາກ ສ່ວນໜຶ່ງຂອງການໃຫ້ທິດທາງທັງໝົດຂອງບໍລິສັດ. ກຸ່ມຄົນດັ່ງກ່າວປະກອບ ດ້ວຍຜູ້ໃຫ້ຄຳແນະນຳ ຫຼື ອຳນວຍການ.  ການເຮັດວຽກຂອງກຸ່ມດັ່ງກ່າວ ຖືໄດ້ວ່າເປັນການ ຕັດສິນການ ຄວາມໜັ້ນຄົວຂອງບໍລິສັດໃນໄລຍະເລີ່ມຕົ້ນ ແລະ ການຂະ ຫຍາຍຕົວໄລຍະຍາວ. ອ່ານເພີ່ມ
ນ້ອຍ ຫຼື ໃຫຍ່ ຄວນສ້າງຍີ່ຫໍ້
ເມື່ອຖາມເບິ່ງຫຼາຍໆຫົວໜ່ວຍທຸລະກິດຂະໜາດນ້ອຍກ່ຽວກັບການສ້າງຍີ່ຫໍ້, ພວກເພີ່ນມັກຄິດວ່າ ຍີ່ຫໍ້ເປັນ ສິ່ງທີ່ຫົວໜ່ວຍທຸລະກິດຂະ ໜາດໃຫຍ່ສາມາດເຮັດໄດ້. ອ່ານເພີ່ມ
ສ້າງຕົນເອງໃຫ້ກາຍເປັນ ຜູ້ນຳທີ່ດີເລີດ
ການກະທຳທີ່ຊ່ວຍໃຫ້ທ່ານພັດທະນາຕົນເອງກາຍເປັນຜູ້ນຳທີ່ດີເລີດ ໃນຂະນະທີ່ຫຼາຍໆຄົນໄດ້ເວົ້າວ່າ ຄຸນລັກສະນະຂອງການເປັນຜູ້ນຳເປັນ ລັກສະນະພິເສດສະເພາະຕົວມີມາແຕ່ເກີດ. ແຕ່ໃນຄວາມເປັນຈິງແລ້ວ ຜູ້ນຳຫຼາຍໆຄົນ ໄດ້ພັດທະນາຕົນເອງເປັນ ເວລາ ຫຼາຍສິບປີ ແລະ ຜ່ານປະສົບການ ຫຼາຍໆຢ່າງ ບໍ່ແມ່ນແຕ່ວ່າຖືກສ້າງມາຕັ້ງແຕ່ເກີດ. ແນ່ນອນ ສະພາບຂອງຄອບຄົວ ອາດມີອິດທິພົນໃນການ ພັດທະ ນາການນຳ ເຊັ່ນ ຄອບຄົວທີ່ມີພໍ່ແມ່ ແລະ ສັງຄົມ ອ້ອມຮອບໄປດ້ວຍ ສະພາບແວດລ້ອມການນຳ, ພຶດຕິກຳຂອງຄົນ ແລະ ແນວຄວາມຄິດ ຈະພັກດັນໃຫ້ພວກເພີ່ນພັດທະນາທັກສະມາຕັ້ງແຕ່ເກີດ. ແຕ່ບໍ່ວ່າຈະເກີດ ໃນສະຖານທີ່ໃດ ການ ເຂົ້າຫາແຫຼ່ງຄວາມຮູ້ ແລະ ຮັບຝັງສິ່ງດີໆ ເພື່ອເປັນບ່ອນອີງໃນການຮຽນຮູ້ ຈະເຮັດໃຫ້ຄົນໃນ ທີ່ສຸດສາມາດ ພັດທະນາຕົນເອງໄດ້. ອ່ານເພີ່ມ
Copy Protected by Chetan's WP-Copyprotect.