Norkhame
ຄືນກ່ອນ ນອນຫຼັບດີບໍ່? ຄືນກ່ອນ ນອນຫຼັບດີບໍ່?
ການນອນຫຼັບດີໃນຕອນເດິກ ຊ່ວຍເຮັດໃຫ້ຮ່າງກາຍໄດ້ຮັບການພັກຜ່ອນເຕັມທີ່. ເຊິ່ງຈະເພີ່ມ ພະລັງໃນວັນຕໍ່ໄປ. ຖ້ານອນບໍ່ຫຼັບນັບເປັນຫຼາຍ ວັນ ຫຼື ທິດຕິດຕໍ່ກັນ ຈະເຮັດໃຫ້ຮ່າງ ກາຍອ່ອນເພຍ ແລະ ພະຍາດຈະແຊກແຊງງ່າຍ. ທ່ານຄວນໃສໃຈກັບເຕັກນິກການນອນຫຼັບ. ຂ້າພະເຈົ້າກໍ່ເປັນໜຶ່ງທີ່ມີປະສົບການນອນບໍ່ຫຼັບເຊັ່ນດຽວກັນ. ເຊັ່ນໃນເວລາມີວຽກຫຼາຍໆ ທີ່ຕ້ອງໄດ້ເຮັດໃຫ້ ທັນກັບເວລາ. ຫຼື ເວລາຜິດ ຖຽງກັບແຟນແລ້ວ ເປັນມື້ທີ່ນອນຫຼັບຍາກທີ່ສຸດ. ຕອນໄປຮຽນທີ່ປະເທດ ໂອດສະຕາລີ ຈົນໄດ້ເຂົ້າໄປຫາ... ຄືນກ່ອນ ນອນຫຼັບດີບໍ່?

ການນອນຫຼັບດີໃນຕອນເດິກ ຊ່ວຍເຮັດໃຫ້ຮ່າງກາຍໄດ້ຮັບການພັກຜ່ອນເຕັມທີ່. ເຊິ່ງຈະເພີ່ມ ພະລັງໃນວັນຕໍ່ໄປ. ຖ້ານອນບໍ່ຫຼັບນັບເປັນຫຼາຍ ວັນ ຫຼື ທິດຕິດຕໍ່ກັນ ຈະເຮັດໃຫ້ຮ່າງ ກາຍອ່ອນເພຍ ແລະ ພະຍາດຈະແຊກແຊງງ່າຍ. ທ່ານຄວນໃສໃຈກັບເຕັກນິກການນອນຫຼັບ.

ຂ້າພະເຈົ້າກໍ່ເປັນໜຶ່ງທີ່ມີປະສົບການນອນບໍ່ຫຼັບເຊັ່ນດຽວກັນ. ເຊັ່ນໃນເວລາມີວຽກຫຼາຍໆ ທີ່ຕ້ອງໄດ້ເຮັດໃຫ້ ທັນກັບເວລາ. ຫຼື ເວລາຜິດ ຖຽງກັບແຟນແລ້ວ ເປັນມື້ທີ່ນອນຫຼັບຍາກທີ່ສຸດ. ຕອນໄປຮຽນທີ່ປະເທດ ໂອດສະຕາລີ ຈົນໄດ້ເຂົ້າໄປຫາ ນັກຈິດຕະສາດ ເພື່ອຊ່ວຍຫຼຸດ ຜ່ອນຄວາມຕຶງຄຽດທີ່ມາຈາກການຮຽນໜັກ ແລະ ໃຫ້ນອນໄດ້ສະດວກຂື້ນ. ເພີ່ນໄດ້ແນະນຳວິທີງ່າຍໆວ່າ:

  1. ນອນເປັນເວລາ

ເຝິກແອບນິດໃສການນອນໃຫ້ຕົງກັບເວລາ ບໍ່ວ່າຈະເປັນວັນພັກປະຈຳທິດກໍ່ຕາມ. ການຕັ້ງໂມງເຂົ້ານອນຈະເຮັດໃຫ້ທ່ານ ຮູ້ສຶກຫິວນອນ ໃນເວລາຮອດໂມງນອນ. ຕອນທຳອິດເຖິງບໍ່ຢາກນອນກໍ່ຕາມ ແຕ່ຖ້າຮອດໂມງນອນແລ້ວ ຕ້ອງໄດ້ເຂົ້າຫາບ່ອນນອນໂລດ.

  1. ເຝິກຫຼຸດຜ່ອນຄວາມຕຶງຄຽດຮ່າງກາຍ ແລະໃຈໃນຍາມນອນ

ການອອກກຳລັງກາຍໜັກໆອາດເຮັດໃຫ້ເລືອດໄຫຼວຽນຫຼາຍຂື້ນ ຈົນເຮັດໃຫ້ນອນບໍ່ຫຼັບ. ແລະ ການກັງວົນກັບເຫດການ ທີ່ເກີດຂື້ນໃນວັນ ນັ້ນໆ ຫຼື ຄວາມຢ້ານຂອງວັນຕໍ່ໄປ ອາດເຮັດໃຫ້ທ່ານນອນບໍ່ໄດ້. ສຳລັບຈິດໃຈແລ້ວ ໃຫ້ເຝິກນັ່ງສະມາທິ ຫຼື ສ້າງການສົນທະນາແບບກັນເອງ ກັບຄົນໃນຄອບຄົວ ຫຼື ຖ້າຫາກຕ້ອງອ່ານປື້ມກໍ່ບໍ່ຄວນອ່ານເລື່ອງຕຶງຄຽດ. ເຊັ່ນ: ການຂ້າຄາດຕະກຳໜູ່.

  1. ບໍ່ຄວນນອນກາງເວັນດົນເກີນຄວນ

ນັກວິໄຈພົບວ່າ ການນອນເວັນປະມານ 10 ຫາ 20 ນາທີ່ຈະຊ່ວຍໃຫ້ເຮັດວຽກໃນຕອນສວຍດີຂື້ນ. ແຕ່ການນອນກາງເວັນເປັນ ຊົວໂມງ ຫຼືຫຼາຍກວ່ານັ້ນ ຈະເຮັດໃຫ້ນອນຕອນຄຳຍາກຂື້ນ.

  1. ອອກກຳລັງກາຍເປັນປະຈຳ

ການອອກກຳລັງກາຍຫຼັງໂມງເຮັດວຽກເປັນການຜ່ອນຄາຍ ແລະ ຫັນແຫຄວາມຕຶງຄຽດການເຮັດວຽກ ໄປສູ່ແນວໃໝ່ ເຊິ່ງຈະຊ່ວຍຫຼຸດ ຜ່ອນ ແລະ ຖ່າຍເທ່ສານພິດອອກຈາກຮ່າງກາຍ ທັງຍັງຈະເຮັດໃຫ້ ກິນເຂົ້າແຊບ ແລະ ນອນຫຼັບດີຂື້ນ.

  1. ສ້າງຫ້ອງນອນໃຫ້ມີບັນຍາກາດການນອນ

ບໍ່ຄວນສາກມືຖື ຫຼື ຄອມພິວເຕີ້ ໄວ້ໃນຫ້ອງນອນ ເພາະແສງຈະເຮັດໃຫ້ທ່ານຕື່ນຂື້ນໄດ້. ຫ້ອງນອນ ຕ້ອງມີກີ່ນ ແລະ ສະອາດ ຫຼີກລ່ຽງ ປື້ມ ຫຼື ເອກະສານທີ່ໜາທືບ ຄືຫ້ອງການ ເພາະຈະເຮັດໃຫ້ມີຄວາມຮູ້ສຶກວ່າເຮັດວຽກຢູ່ ຈົນນອນບໍ່ຫຼັບ. ການຈັດສັນຕຽງກໍ່ຄືກັນ. ຄົນລາວມັກ ບໍ່ໃຫ້ນອນກ້ອງຄື່ບ້ານ ຫຼືນອນ ປີ່ນໜ້າໄປທາງທີ່ບໍ່ມີແສງສີລົບກວນ. ອຸປະກອນການນອນກໍ່ເຊັ່ນດຽວກັນ ຄອນສະອາດ ແລະ ໜັ່ນອານາໄມ ເພາະບໍ່ດັ່ງນັ້ນ ທ່ານອາດຈະເປັນໂລກຈາມ ຈົນນອນບໍ່ຫຼັບກໍ່ໄດ້.

  1. ຫຼີກລ່ຽງສິ່ງໜື່ນເມົາ, ຢາສູບ ແລະ ກາກິນເກີນຂະໜາດໃນຍາມຄຳ

ງານສັງສັນມັກມີຕອນແລງ, ຖ້າບໍ່ສູບຢາ ເວລາເຂົ້າງານກໍ່ຈະມີຄົນສູບຢາ ແລະ ຕອນແລງມັກມີນັດອາຫານຄຳ ສະນັ້ນຈະກິນເຕັມທີ່. ສິ່ງນີ້ ຍາກຫຼາຍ ແຕ່ການດືມຂອງມືນເມົາຫຼາຍເກີນຂະໜາດແທ່ນທີ່ຈະເຮັດໃຫ້ນອນຫຼັບ ແຕ່ສານພິດທີ່ກິນເຂົ້າໄປຈະດູດ ສັບນຳ້ໃນຮ່າງກາຍ ຈົນເຮັດໃຫ້ຂາດນຳ້ ແລະ ຢາກຕື່ນຂື້ນມາກິນນຳ້ ຈົນເຮັດໃຫ້ຮາມນອນໃນຕອນເດິກ. ການກິນອາຫານຫຼາຍກໍ່ຄືກັນ ຈະເຮັດ ໃຫ້ກະເພາະ ຍ່ອຍຍາກຂື້ນ ຈະເຮັດໃຫ້ທ້ອງອືດ ຄວນກິນອາຫານ ສອງຊົວໂມງເປັນຢ່າງຕໍ່າກ່ອນໂມງນອນ. ຖ້າຫິວແມ່ນກິນອາຫານຫວ່າງ ເຊັ່ນໜາກ ໄມ້ແທນ.

  1. ບໍ່ຄວນເຮັດວຽກ ກ່ອນໂມງນອນ ໜຶ່ງຊົວໂມງ

ການເຮັດວຽກຈົນຮອດໂມງນອນ ຈະເຮັດໃຫ້ນອນບໍ່ຫຼັບ ແລະ ເວລາເຂົ້ານອນ ຈະຍັງມີຄວາມຮູ້ສຶກຢາກເຮັດວຽກຢູ່. ສຳລັບຊີວິດນັກຮຽນ ແລ້ວເຮັດຍາກຫຼາຍ ເພາະມີຫຼາຍອັນອ່ານ ແລະ ບົດວິໄຈນ້ອຍສົ່ງອາຈານ. ຈັງໃດກໍ່ຕາມ ເພື່ອເຮັດໃຫ້ການນອນເປັນຜົນ ກ່ອນນອນໜຶ່ງ ຊົວໂມງ ຕ້ອງຢຸດການຄົ້ນຄິດໜັກໆ.

ຖ້າຫາກເຮັດແນວໃດກໍ່ນອນບໍ່ຫຼັບແທ້ໆແລ້ວນັບເປັນຊົ່ວໂມງ ທ່ານກໍ່ຄວນຕື່ນມາເຮັດແນວອື່ນ. “ທ່ານກໍ່ຕ້ອງໄດ້ຕື່ນມາເຮັດ ແນວອື່ນເບົາໆ ຈົນກວ່າຈະຮູ້ສຶກຢາກນອນອີກ. ຫວັງວ່າທ່ານຈະນອນຫຼັບດີຂື້ນພາຍຫຼັງການໃຊ້ເຕັກນິກເຫຼົ່ນນີ້ ຫຼືທ່ານມີວິທີອື່ນແດ່ບໍ່? ນຳມາເລົ່າສູ່ຟັງ ແດ່.

Viengsombath Bangonesengdet Editor in chief

ຊ່ວຍສ້າງສັນສິງເປັນປະໂຫຍດແກ່ສັງຄົມ. ມີຄວາມສາມາດທີ່ມາຈາກປະສົບການ ແລະ ການສຶກສາ ຕິດພັນກັບຂົງເຂດ: ຍຸດທະສາດການບໍລິຫານ, ການຕະຫຼາດ, ການວາງແຜນທຸລະກິດ, ການຄ້າ ທາງອອນໄລ, ນະໂຍບາຍບຸກຂະລາກອນ, ປັບປຸງອົງການຈັດຕັ້ງ, ການສ້າງຍີ່ຫໍ້ສິນຄ້າ ແລະ ສອນ ເຕັກນິກການນຳພາ. ທ່ານສາມາດ ໃຊ້ບໍລິການພິເສດ ຫຼື ຕິດຕາມເຕັກນິກຜ່ານທາງເວັບໄຊນີ້.

Copy Protected by Chetan's WP-Copyprotect.