Norkhame
ຄຸ້ມຄອງສິ່ງມີຄ່າ ຄຸ້ມຄອງສິ່ງມີຄ່າ
ຊັບພະຍາກອນ ອັນໃດຈະມີຄຸນຄ່າຫຼາຍ ເທົ່າຊັບພະຍາຍກອນມະນຸດທີ່ມີຄວາມສາມາດສຳເລັດວຽກງານ ແລະ ໄວ້ວາງໃຈໄດ້. ບຸກຄົນເຫຼົ່ານີ້ມີຄ່າຫຼາຍກວ່າຄອມພິວເຕີ, ຫ້ອງການ, ຫຼື ມູນຄ່າການລົງທຶນຂອງບໍລິສັດ. ຜູ້ຈັດການທີ່ເກັ່ງ ຄືຄົນທີ່ສາມາດດຶງສັກກາຍະພາບສູງສຸດຈາກຄົນທີ່ພວກເຂົາບໍລິຫານອອກມາໄດ້. ໃນຖານະທີ່ເປັນຜູ້ຈັດການ ວຽກຂອງຜູ້ຈັດການກໍ່ຄື: ເຮັດໃຫ້ບໍລິສັດໄດ້ຮັບຜົນກໍາໄລກັບຄືນມາຫຼາຍທີ່ສຸດຈາກການລົງທຶນດ້ານຊັບພະຍາກອນມະນຸດຂອງບໍລິສັດ. ສິ່ງທີ່ຕ້ອງຄຳນຶງຄືການ ເອົາຜົນກຳໄລຈາກບຸກຂະລາກອນ. ຜູ້ຈັດການ ຕ້ອງມີຄວາມສາມາດຫັນງົບປະມານທີ່ຈ່າຍເປັນເງິນເດືອນ ແລະ ສະຫວັດດີການແກ່ພະນັກງານ ມາສ້າງ ກິດຈະກຳທາງທຸລະກິດ ທີ່ສົ່ງຜົນໃຫ້ມີກຳໄລທາງດ້ານການເງິນ. ຮູບແບບ... ຄຸ້ມຄອງສິ່ງມີຄ່າ

ຊັບພະຍາກອນ ອັນໃດຈະມີຄຸນຄ່າຫຼາຍ ເທົ່າຊັບພະຍາຍກອນມະນຸດທີ່ມີຄວາມສາມາດສຳເລັດວຽກງານ ແລະ ໄວ້ວາງໃຈໄດ້. ບຸກຄົນເຫຼົ່ານີ້ມີຄ່າຫຼາຍກວ່າຄອມພິວເຕີ, ຫ້ອງການ, ຫຼື ມູນຄ່າການລົງທຶນຂອງບໍລິສັດ. ຜູ້ຈັດການທີ່ເກັ່ງ ຄືຄົນທີ່ສາມາດດຶງສັກກາຍະພາບສູງສຸດຈາກຄົນທີ່ພວກເຂົາບໍລິຫານອອກມາໄດ້.

ໃນຖານະທີ່ເປັນຜູ້ຈັດການ ວຽກຂອງຜູ້ຈັດການກໍ່ຄື: ເຮັດໃຫ້ບໍລິສັດໄດ້ຮັບຜົນກໍາໄລກັບຄືນມາຫຼາຍທີ່ສຸດຈາກການລົງທຶນດ້ານຊັບພະຍາກອນມະນຸດຂອງບໍລິສັດ. ສິ່ງທີ່ຕ້ອງຄຳນຶງຄືການ ເອົາຜົນກຳໄລຈາກບຸກຂະລາກອນ. ຜູ້ຈັດການ ຕ້ອງມີຄວາມສາມາດຫັນງົບປະມານທີ່ຈ່າຍເປັນເງິນເດືອນ ແລະ ສະຫວັດດີການແກ່ພະນັກງານ ມາສ້າງ ກິດຈະກຳທາງທຸລະກິດ ທີ່ສົ່ງຜົນໃຫ້ມີກຳໄລທາງດ້ານການເງິນ. ຮູບແບບ ການມອບໝາຍວຽກເປັນວິທີໜຶ່ງທີ່ຈະເຮັດໃຫ້ເຮົາໄດ້ຮັບຜົນຕອບແທນກັບຄືນມາຫຼາຍທີ່ສຸດ. ໂດຍທ່ານຕ້ອງໄດ້ຕັ້ງຄຳຖາມວ່າ: ເຮົາໄດ້ຮັບຜົນຕອບແທນກັບຄືນມາຫຼາຍສຸດບໍ່ ຈາກການທີ່ເຮົາຕ້ອງເສຍຄ່າໃຊ້ຈ່າຍຈ້າງຄົນເຫຼົ່ານັ້ນໄປ?

ການດຶງທັກສະທາງດ້ານມັນສະໜອງ ແລະ ແຮງທາງກາຍ ຂອງພະນັກງານແຕ່ລະຄົນອອກມາທຸ້ມເທໃສ່ ວຽກງານ ຫຼາຍເທົ່າໃດ, ຍິ່ງຈະເພີ່ມໂອກາດ ຄວາມສຳເລັດ. ຈາກການວິໄຈອົງກອນ, ປົກກະຕິ,  ຄົນທົ່ວໄປເຮັດວຽກ ດ້ວຍຄວາມສາມາດຂອງຕົວເອງພຽງ 50-60 ເປີເຊັນ. ໝາຍວ່າ ບຸກຄະລາກອນໃນອົງກອນທົ່ວໄປບໍ່ໄດ້ໃຊ້ຄວາມສາມາດອີກເຄິ່ງໜຶ່ງຂອງຕົນເອງເທື່ອ. ໝາຍວ່າ, ຜູ້ນຳອົງກອນຕ້ອງນຳໃຊ້ ຮູບແບບການເພີ່ມຂີດຄວາມສາມາດ ຂອງບຸກຄະລາກອນ ແລະ ຊຸກຍູ້ໃຫ້ບຸກຄະລາກອນເຮົາເກັ່ງຂຶ້ນ.

ໜ້າທີ່ຫຼັກ ແລະ ສຳຄັນຫຼາຍ ຂອງຜູ້ຈັດການຄື ການສ້າງໃຫ້ ບຸກຄະລາກອນຂອງເຮົາເກັ່ງຂຶ້ນ. ເມື່ອທ່ານໄດ້ ຮັບຄວາມໄວ້ວາງໃຈ ໃຫ້ເບິ່ງແຍງສິ່ງທີ່ມີຄຸນຄ່າທີ່ສຸດໃນອົງກອນ, ນັ້ນຄື “ຄົນ”. ອຸປະກອນທີ່ທ່ານລົງທຶນໄປ ເປັນຕົ້ນ ຄອມພີວເຕີ້, ຈັກກົບປີ້, ແລະ ເຄື່ອງໃຊ້ຫ້ອງການ ຈະຫຼຸດຄຸນຄ່າລົງທຸກໆວັນ. ເພື່ອເຮັດໃຫ້ອົງການມີ ຄຸນຄ່າສູງຂື້ນ, ຈຳເປັນຕ້ອງເພີ່ມຂີດຄວາມສາມາດ ດ້ານວິຊາການອັນຈຳເປັນໃນໜ້າທີ່ວຽກງານ. ຄົນທີ່ມີຄວາມ ສາມາດສູງ, ເຂົາຈະສ້າງຄຸນຄ່າໄດ້ດີຂື້ນ. ເປັນຕົ້ນ: ຄົນເຮັດວຽກຕິດຕໍ່ກັບຕ່າງປະເທດ, ຖ້າມີຄວາມສາມາດດ້ານພາ ສາຕ່າງປະເທດ ເຂົາຈະເຮັດວຽກປະສານ ງານໄດ້ດີກວ່າຄົນທີ່ບໍ່ຈັກພາສາຕ່າງປະເທດ. ອຸປະກອນຮັບໃຊ້, ເປັນຕົ້ນຄອມພີວເຕີ້, ຫ້ອງການທີ່ສະດວກສະບາຍ, ແລະ ສິ່ງອຳນວຍຄວາມສະດວກ ມີສ່ວນຊ່ວຍໃຫ້ວຽກງານ ມີປະສິດທິຜົນ. ຫາກຄົນ ບໍ່ສາມາດເພີ່ມຂີດຄວາມສາມາດຂອງຕົນເອງ, ເຄື່ອງດັ່ງກ່າວກໍ່ໄຮ້ປະໂຫຍດ.

ການມອບໝາຍວຽກ, ເປັນການໃຫ້ໂອກາດພັດທະນາສີມື. ການສຶກສາຊ່ວຍໃຫ້ພະນັກງານມີຄວາມຮູ້ພື້ນຖານ ທາງດ້ານທິດສະດີ. ວຽກງານປະຈຳວັນ ຈະມີສິ່ງທ້າທາຍ ແລະ ເຮັດໃຫ້ເຂົາເຈົ້າຄົ້ນຄິດ ໂດຍນຳໃຊ້ສິ່ງທີ່ຮຽນມາ ແລະ ສະຖານະການທີ່ກຳລັງດຳເນີນຢູ່.  ສິ່ງທີ່ພະນັກງານພົບພໍ້ໃນການເຮັດວຽກຕົວຈິງ ຈະເຮັດໃຫ້ເຂົາ ເຈົ້າຊອກ ທາງແກ້ ແລະ ເພີ່ມຂີດຄວາມສາມາດໃນການເຮັດວຽກຫຼາຍຂື້ນ. ຕາມປະສົບການເຮັດວຽກຕົວ ຈິງຂອງຂ້າພະເຈົ້າ, ເປັນຕົ້ນ ວຽກງານ ສື່ສັງຄົມອອນໄລ, ບໍ່ແມ່ນສິ່ງທີ່ຮຽນມາ. ທັກສະພື້ນຖານຊ່ວຍເຮັດໃຫ້ຂ້າພະເຈົ້າເຮັດວຽກ ນີ້ໄດ້ ມີປະສິດທິຜົນ. ເປັນຕົ້ນກ່ຽວກັບວຽກງານການໂຄສະນາ, ການສ້າງເນື້ອໃນ ແລະ ການປະຊາສຳພັນ. ການມອບ ໝາຍວຽກ, ເປັນການສ້າງໃຫ້ຄົນໄດ້ນຳໃຊ້ຄວາມຮູ້, ສ້າງປະສົບການ, ໜູນໃຊ້ພອນສະຫວັນ ໃນການສະແຫວງ ຫາຜົນງານທີ່ປະສິດທິພາບ.

ການມອບໝາຍວຽກ ເປັນການທ້ອນໂຮມເອົາປະສົບການຈາກຄົນອ້ອມຂ້າງ. ສ້າງສາຍສຳພັນ ແລະ ຄວາມສັດທາ. ເປັນໂອກາດໃຫ້ທີມງານ ໄດ້ຮ່ວມກັນເຮັດວຽກ ຕາມທັກສະ ແລະ ຄວາມສົນໃຈທີ່ຕົນເອງຮັບຜິດຊອບ. ຂະບວນການເຮັດວຽກຮ່ວມກັນ, ຈະສ້າງຄວາມໄວ້ວາງໃຈຮ່ວມກັນ ແລະ ແນ່ນອນສ້າງຄວາມສຳເລັດຮ່ວມກັນ. ການຄຸ້ມຄອງຄົນເພື່ອໃຫ້ສ້າງສິ່ງທີ່ມີຄຸນຄ່າ ທ່ານຈຳເປັນຕ້ອງໄດ້ເຂົ້າໃຈ ຫຼາກຫຼາຍທັກສະໃນການບໍລິຫານບຸກຄົນ.

Viengsombath Bangonesengdet Editor in chief

ຊ່ວຍສ້າງສັນສິງເປັນປະໂຫຍດແກ່ສັງຄົມ. ມີຄວາມສາມາດທີ່ມາຈາກປະສົບການ ແລະ ການສຶກສາ ຕິດພັນກັບຂົງເຂດ: ຍຸດທະສາດການບໍລິຫານ, ການຕະຫຼາດ, ການວາງແຜນທຸລະກິດ, ການຄ້າ ທາງອອນໄລ, ນະໂຍບາຍບຸກຂະລາກອນ, ປັບປຸງອົງການຈັດຕັ້ງ, ການສ້າງຍີ່ຫໍ້ສິນຄ້າ ແລະ ສອນ ເຕັກນິກການນຳພາ. ທ່ານສາມາດ ໃຊ້ບໍລິການພິເສດ ຫຼື ຕິດຕາມເຕັກນິກຜ່ານທາງເວັບໄຊນີ້.

Copy Protected by Chetan's WP-Copyprotect.