Norkhame
ຄິດກ່ອນເຮັດ ຄິດກ່ອນເຮັດ
ກ່ອນຈະຕັດສິນໃຈເຮັດທຸລະກິດ, ທ່ານຕ້ອງໄດ້ຄົ້ນຄິດໃຫ້ຖີ່ຖ້ວນ. ການເບິ່ງປັດໃຈຕ່າງໆ ບໍ່ໄດ້ໝາຍວ່າສ້າງເຮັດ ໃຫ້ຕົນເອງເກີດມີຄວາມຢ້ານກັບສິ່ທີ່ທ່ານຍັງບໍ່ພ້ອມ. ຮູບແບບການຕີລາຄາຄວາມພ້ອມ ແລະ ເງື່ອນໄຂການ ເຮັດທຸລະກິດ ເປັນບາດກ້າວໃຫ້ທ່ານ ເຫັນຈຸດແຂງ ແລະ ຈຸດອ່ອນທີ່ຕ້ອງໄດ້ຮັບມື. ການປະເມີຄວາມພ້ອມພາຍໃນຕົວເອງ ເປັນສິ່ງຈຳເປັນຫຼາຍທີ່ສຸດ. ຫຼາຍກວ່າປັດໃຈທາງນອກ. ສິ່ງທີ່ທ່ານຕ້ອງໄດ້ເບິ່ງມີຄື: ຄວາມຕັ້ງໃຈ- ຄວາມເດັດດ່ຽວ ໃນການເຮັດທຸລະກິດນັ້ນໆ ເປັນປັດໃຈ ຫຼັກທີ່ເຮັດໃຫ້ທຸລະກິດສຳເລັດ. ເພາະທ່ານຈະເຕັມໃຈເຮັດຢ່າງສຸດໃຈ, ສຸມທັງແຮງກາຍ... ຄິດກ່ອນເຮັດ

ກ່ອນຈະຕັດສິນໃຈເຮັດທຸລະກິດ, ທ່ານຕ້ອງໄດ້ຄົ້ນຄິດໃຫ້ຖີ່ຖ້ວນ. ການເບິ່ງປັດໃຈຕ່າງໆ ບໍ່ໄດ້ໝາຍວ່າສ້າງເຮັດ ໃຫ້ຕົນເອງເກີດມີຄວາມຢ້ານກັບສິ່ທີ່ທ່ານຍັງບໍ່ພ້ອມ. ຮູບແບບການຕີລາຄາຄວາມພ້ອມ ແລະ ເງື່ອນໄຂການ ເຮັດທຸລະກິດ ເປັນບາດກ້າວໃຫ້ທ່ານ ເຫັນຈຸດແຂງ ແລະ ຈຸດອ່ອນທີ່ຕ້ອງໄດ້ຮັບມື.

ການປະເມີຄວາມພ້ອມພາຍໃນຕົວເອງ ເປັນສິ່ງຈຳເປັນຫຼາຍທີ່ສຸດ. ຫຼາຍກວ່າປັດໃຈທາງນອກ. ສິ່ງທີ່ທ່ານຕ້ອງໄດ້ເບິ່ງມີຄື:

  1. ຄວາມຕັ້ງໃຈ- ຄວາມເດັດດ່ຽວ ໃນການເຮັດທຸລະກິດນັ້ນໆ ເປັນປັດໃຈ ຫຼັກທີ່ເຮັດໃຫ້ທຸລະກິດສຳເລັດ. ເພາະທ່ານຈະເຕັມໃຈເຮັດຢ່າງສຸດໃຈ, ສຸມທັງແຮງກາຍ ແລະ ສະຕິປັນຍາ ໃນການຄົ້ນຄິດ.
  2. ແຮງຈູງໃຈ – ໃຫ້ຄົນຫາວ່າເປັນຫຍັງຕົນເອງຕ້ອງເຮັດທຸລະກິດນີ້. ໃຫ້ເຫັນແຮງຈູງໃຈຫຼາຍກວ່າຜົນກຳໄລ. ລອງນັ່ງຄິດເບິ່ງ ປັດໃຈແຮງຈູງໃຈທີ່ບໍ່ແມ່ນການເງີນໃຫ້ຫຼາຍທີ່ສຸດ. ເວລາທີ່ທ່ານມີບັນຫາ ແມ່ນໃຫ້ຄິດຫາແຮງບັນດານໃຈເຫຼົ່ານັ້ນ.
  3. ຄວາມຊື່ສັດ – ຢ່າໄດ້ຄິດວ່າການເຮັດທຸລະກິດ ແມ່ນການຕົ້ມຕົວະຄົນເພື່ອໃຫ້ໄດ້ເງິນມາ. ທ່ານສາມາດ ຕົ້ມຄົນ ໄດ້ບໍ່ຫຼາຍຄັ້ງ. ເມື່ອຄົນຮູ້ທາດແທ້, ຄົນຈະບໍ່ຫຼົງເຊື່ອທ່ານອີກ. ທ່ານຈະຕ້ອງເສຍຊື່ສຽງ ແລະ ສາຍສຳພັນກັບຄົນໃນສັງຄົມ ຈົນເຮັດໃຫ້ທ່ານບໍ່ສາມາດເຮັດທຸລະກິດອື່ນໆໄດ້. ໃຜລະຈະມັກ ໃຫ້ຄົນມາ ຕົວະ, ແລະ ໃຜລະ ຈະໃຫ້ຄົນຕົວະຊໍ້າໆອີກ?
  4. ຄວາມສ່ຽງ – ທຸກໆທຸລະກິດຈະມີຄວາມສ່ຽງແຕກຕ່າງກັນ. ການຮັບຮູ້ຄວາມສ່ຽງ ບໍ່ແມ່ນໃຫ້ທ່ານຕ້ອງ ຢ້ານ ແລະ ເຊົາເຮັດທຸລະກິດນັ້ນ. ເມື່ອເຫັນຄວາມສ່ຽງຫຼາຍເທົ່າໃດ, ທ່ານກໍ່ຈະໄດ້ເບິ່ງວິທີໃນການບໍລິ ຫານຄວາມສ່ຽງ ແລະ ສ້າງແຜນງານຫຼຸດຜ່ອນຄວາມສ່ຽງເຫຼົ່ານັ້ນ. ໃນບາງທຸລະກິດ, ເຖິງຈະມັກຫຼາຍປານໃດກໍ່ຕາມ, ຫຼື ມີແຮງບັນດານໃຈສູງຫຼາຍ ຫາກທ່ານເຫັນຄວາມສ່ຽງສູງ ແລະ ບໍ່ສາມາດແກ້ໄຂມັນໄດ້ດ້ວຍຕົນເອງ ຫຼື ຄົນອ້ອມຂ້າງ, ທ່ານຄວນພິຈາລະນາວ່າຈະເຮັດດີບໍ່? ເປັນຕົ້ນ ການຄ້າຂາຍພືດກະສິກຳ. ຫາກປັດໃຈລາຄາບໍ່ຄົງຕົວ, ປະຊາຊົນ ບໍ່ສົນໃຈປູກພືດຊະນິດນັ້ນໆ, ຈະເຮັດໃຫ້ການເກັບຊື້ຜົນຜະລິດຢາກຫຼາຍ.
  5. ເປັນຜູ້ນຳ – ພາວະການເປັນຜູ້ນຳສຳຄັນຫຼາຍ. ທຸກໆການຕັດສິນໃຈຂື້ນກັບທ່ານ. ການເອົາຊະນະ ຄວາມສ່ຽງ, ການກະຕຸ້ນທີມງານ ແລະ ການສ້າງທີມ ເປັນຕົ້ນ. ທັກສະເຫຼົ່ານີ້ ເປັນທັກສະທີ່ທ່າຈະຕ້ອງໄດ້ເຝິກ.
  6. ມະນຸດສຳພັນ – ການເຮັດທຸລະກິດທ່ານຕ້ອງໄດ້ຮ່ວມມືກັບຫຼາຍໆພາກສ່ວນ. ທັກສະໃນການ ເວົ້າຈາກັບພະນັກງານຕົນເອງ, ຫົວໜ້າອົງການຕ່າງໆ, ແລະ ສຳຄັນສຸດແມ່ນກຫບລູກຄ້າຕົນເອງ ເປັນສິ່ງທີ່ສຳຄັນຫຼາຍ. ຫາກເວົ້າຈາ ບໍ່ດີ, ຄົນອາດບໍ່ສັດທາ ແລະ ໃຫ້ຄວາມນັບຖື.
  7. ຄວາມຄິດສ້າງສັນ – ບໍ່ມີທຸລະກິດໃດຖືກອອກແບບໃຫ້ສຳເລັດ. ທ່ານອາດຮຽນຮູ້ໄດ້ຈາກຫຼາຍ ໆປະສົບການ. ການເຮັດຕົວຈິງ ທ່ານຈະພົບຫຼາຍໆບັນຫາ. ຮູບແບບການແກ້ໄຂແບບສ້າງສັນ ຈະເປັນຕົວພັກດັນສູ່ຄວາມສຳເລັດ.
  8. ຄວາມຮູ້ກ່ຽວກັບທຸລະກິດທີ່ເຮັດ – ຫຼາຍຄົນເຫັນປັດໃຈການເງິນເປັນຫຼັກ ເລີຍລືມໄປວ່າ ຕົນເອງຖະໜັດວຽກນັ້ນ. ເມື່ອເຮັດຕົວຈິງໄປ ກະເລີຍບໍ່ສາມາດພັດທະນາທັກສະ ແລະ ແກ້ໄຂບັນຫາທີ່ເກີດຂື້ນສະເພາະໜ້າ. ຈຳເປັນຫຼາຍ ທ່ານຕ້ອງມີທັກສະໃດໜຶ່ງ ຫຼື ຕ້ອງໄດ້ຮຽນຮູ້ພໍສົມຄວນ ຈາກຕົວຈິງ.

ກ່ອນຈະເຫັນຕົວຕົນເອງທີ່ແທ້ຈິງ, ເຮົາຕ້ອງເປີດໃຈໃຫ້ຫຼາຍທີ່ສຸດ. ເພື່ອໃຫ້ສາມາດຕອບຄຳຖາມທີ່ຍົກຂື້ນມາ ຂ້າງເທິງນັ້ນໄດ້. ສິ່ງທີ່ຍົກມາຂ້າງເທິງ, ປັດໃຈການບໍລິຫານຄວາມສ່ຽງສຳຄັນຫຼາຍ. ຫາກທ່ານບໍ່ສາມາດແກ້ ໄຂບັນຫາທີ່ຈະເກີດຂື້ນ ດ້ວຍວິທີສ້າງສັນ ທ່ານກໍ່ຈະບໍ່ສາມາດນຳພາທຸລະກິດ ສູ່ຄວາມສຳເລັດໄດ້.

Viengsombath Bangonesengdet Editor in chief

ຊ່ວຍສ້າງສັນສິງເປັນປະໂຫຍດແກ່ສັງຄົມ. ມີຄວາມສາມາດທີ່ມາຈາກປະສົບການ ແລະ ການສຶກສາ ຕິດພັນກັບຂົງເຂດ: ຍຸດທະສາດການບໍລິຫານ, ການຕະຫຼາດ, ການວາງແຜນທຸລະກິດ, ການຄ້າ ທາງອອນໄລ, ນະໂຍບາຍບຸກຂະລາກອນ, ປັບປຸງອົງການຈັດຕັ້ງ, ການສ້າງຍີ່ຫໍ້ສິນຄ້າ ແລະ ສອນ ເຕັກນິກການນຳພາ. ທ່ານສາມາດ ໃຊ້ບໍລິການພິເສດ ຫຼື ຕິດຕາມເຕັກນິກຜ່ານທາງເວັບໄຊນີ້.

Copy Protected by Chetan's WP-Copyprotect.