Norkhame
ປ່ຽນຢ້ານເປັນແຮງພັກດັນ ປ່ຽນຢ້ານເປັນແຮງພັກດັນ
ຄວາມຢ້ານເປັນຈິດສຳນຶກທີ່ບັນທອນຄວາມສາມາດຂອງມະນຸດ ໃນການດຳລົງຊີວິດ. ມີຫຼາຍໆຄົນເຮັດວຽກງານ ຫຼື ມີຊີວິດກັບຄວາມຢ້ານ. ສົມມຸດວ່າ ຄົນບໍ່ມີຄວາມຢ້ານໃນຊີວິດປະຈຳວັນແລ້ວ, ຄົນເຮົາກໍ່ຈະເຮັດວຽກງານ ແລະ ດຳລົງຊີວິດໃນດ້ານບວກ ຫຼາຍຂື້ນ. ກິດຈະກຳທີ່ເຮັດກໍ່ຈະເຕັມໄປດ້ວຍຄວາມມ່ວນຊື່ນ ແທ່ນທີ່ຈະເປັນໄປດ້ວຍຄວາມຢ້ານ. ສິ່ງທຳອິດທີ່ຕ້ອງໄດ້ເຂົ້າໃຈກໍ່ຄື ຮັບຮູ້ຄວາມຢ້ານຂອງທ່ານວ່າແມ່ນຫຍັງ? ແລ້ວຕ້ອງປະເຊີນໜ້າກັບຄວາມຢ້ານ, ແລະເອົາຊະນະຄວາມຢ້ານຕ່າງໆໃຫ້ໄດ້. ແລ້ວສ້າງພະລັງໃນການພັກດັນ ແນວຄວາມຄິດຂອງຄວາມຢ້ານທີ່ທ່ານມີ? ຄວາມຢ້ານຂອງຄົນມີຫຼວງຫຼາຍ ໃນເວລາທີ່ກຳລັງປະເຊີນໜ້າກັບສິ່ງໃດໜຶ່ງ, ຫຼື ເຮັດວຽກງານທີ່ສັບສົນ. ຄົນມັກຈະເກີດມີຄວາມຢ້ານ... ປ່ຽນຢ້ານເປັນແຮງພັກດັນ

ຄວາມຢ້ານເປັນຈິດສຳນຶກທີ່ບັນທອນຄວາມສາມາດຂອງມະນຸດ ໃນການດຳລົງຊີວິດ. ມີຫຼາຍໆຄົນເຮັດວຽກງານ ຫຼື ມີຊີວິດກັບຄວາມຢ້ານ.

ສົມມຸດວ່າ ຄົນບໍ່ມີຄວາມຢ້ານໃນຊີວິດປະຈຳວັນແລ້ວ, ຄົນເຮົາກໍ່ຈະເຮັດວຽກງານ ແລະ ດຳລົງຊີວິດໃນດ້ານບວກ ຫຼາຍຂື້ນ. ກິດຈະກຳທີ່ເຮັດກໍ່ຈະເຕັມໄປດ້ວຍຄວາມມ່ວນຊື່ນ ແທ່ນທີ່ຈະເປັນໄປດ້ວຍຄວາມຢ້ານ.

ສິ່ງທຳອິດທີ່ຕ້ອງໄດ້ເຂົ້າໃຈກໍ່ຄື ຮັບຮູ້ຄວາມຢ້ານຂອງທ່ານວ່າແມ່ນຫຍັງ? ແລ້ວຕ້ອງປະເຊີນໜ້າກັບຄວາມຢ້ານ, ແລະເອົາຊະນະຄວາມຢ້ານຕ່າງໆໃຫ້ໄດ້. ແລ້ວສ້າງພະລັງໃນການພັກດັນ ແນວຄວາມຄິດຂອງຄວາມຢ້ານທີ່ທ່ານມີ?

ຄວາມຢ້ານຂອງຄົນມີຫຼວງຫຼາຍ ໃນເວລາທີ່ກຳລັງປະເຊີນໜ້າກັບສິ່ງໃດໜຶ່ງ, ຫຼື ເຮັດວຽກງານທີ່ສັບສົນ. ຄົນມັກຈະເກີດມີຄວາມຢ້ານ ເຊັ່ນ: ຢ້ານບໍ່ສຳເລັດ, ຢ້ານເຮັດບໍ່ໄດ້, ຢ້ານເສຍໜ້າ, ຢ້ານຄົນອື່ນເຫັນວ່າບໍ່ເກັ່ງ. ສິ່ງດັ່ງກ່າວນັ້ນ ຍັງບໍ່ທັນໄດ້ເກີດຂື້ນ ແຕ່ມັນເປັນພຽງຄວາມຄິດ.

ເມື່ອທ່ານເຫັນຄວາມຢ້ານດັ່ງກ່າວແລ້ວ, ສິ່ງທີ່ຕ້ອງໄດ້ເຮັດກໍ່ຄື ສຶກສາເບິ່ງວ່າ: ສິ່ງໃດທີ່ຕົນເອງມີຄວາມສາມາດໃນການປະຕິບັດວຽກງານ ແລະ ມີຫຍັງແດ່ທີ່ຍັງບໍ່ທັນໄດ້ຮູ້ຈັກ, ມີໃຜແດ່ສາມາດຖາມໄດ້ ແລະ ມີອັນໃດແດ່ທີ່ຕົນເອງຈະຕ້ອງໄດ້ເຝິກຝົນຕື່ມອີກ.  ຖ້າຫາກທ່ານປະຕິເສດ ວຽກງານທີ່ຄິດວ່າຕົນເອງເຮັດບໍ່ໄດ້ ກໍ່ຈະເປັນການຢຸດສະຫງັດຄວາມກ້າວໜ້າຫາຄວາມຮູ້ແບບໃໝ່ໆ ແລະ ການຮຽນຮູ້ຈາກຄົນທີ່ມີຄວາມຮູ້ໃນຂະແໜງດັ່ງກ່າວ.

ຄົນທີ່ປະເຊີນໜ້າກັບສິ່ງທີ່ຕົນເອງຢ້ານ ເປັນການບໍ່ປະປ່ອຍໃຫ້ຄວາມຢ້ານນັ້ນມາຄຸ້ມຄອງຊີວິດຂອງເຂົາເຈົ້າ. ແລະ ເປັນການປ່ອຍຕົນເອງເຂົ້າໄປເຮັດກັບວຽກງານທີ່ຕົນເອງເຄີຍຄິດວ່າຫຸ້ຍງຍາກ ຈະເປັນການສ້າງຄວາມໜັ້ນໃຈ ແລະ ເອົາຊະນະຄວາມຢ້ານໃນທີ່ສຸດ.

ຫຼາຍໆຄົນອາດມີຄວາມຢ້ານທີ່ແຕກຕ່າງກັນ. ເຊັ່ນ: ຢ້ານເວົ້າໃນເວທີສາທາລະນະ, ຢ້ານເວົ້າພາສາອັງກິດຜິດ, ຢ້ານຕ່າງໆນາໆ. ບໍ່ວ່າຈະແນວໃດກໍ່ຕາມ. ຖ້າຫາກມີການສຶກສາຄວາມຢ້ານທີ່ເຮົາມີແທ້ນັ້ນແມ່ນຫຍັງແລ້ວ, ທ່ານສາມາດເຂົ້າໄປເຮັດສິ່ງທີ່ທ່ານຢ້ານໄດ້ ແລະ ຮຽນຮູ້ຈັກການຕອບໂຈດຂອງຄວາມຢ້ານຕ່າງໆ. ແລ້ວທ່ານຈະຮູ້ວ່າ ຄວາມຢ້ານທີ່ເກີດຂື້ນນັ້ນເປັນພຽງຄວາມຄິດ ແລະ ຈະຜ່ານໄປຊື່ໆ.

ເຮົາຄວນເຮັດໃນສິ່ງທີ່ຢ້ານ ແລະ ຫາປະສົບການຈາກສິ່ງທີ່ທ່ານຄິດຢ້ານ. ຢ່າງໜຶ່ງຈະເປັນການເຮັດໃຫ້ເຮົາຮູ້ສິ່ງທີ່ເຮົາເຮັດ ແລະ ສ້າງຄວາມໜັ້ນໃຈວ່າສິ່ງທີ່ຄິດຢ້ານໄວ້ກ່ອນນັ້ນ ບໍ່ໄດ້ເປັນຄວາມຈິງເລີຍ.

ໃນເມື່ອທ່ານບໍ່ມີຄວາມຢ້ານແລ້ວ, ນັ້ນກໍ່ໝາຍວ່າ ທ່ານສາມາດເຮັດວຽກງານໃດກໍ່ໄດ້ທີ່ທ່ານຕ້ອງການ. ແລ້ວທ່ານຈະຊອກຫາແຮງປາດຖະໜາທີ່ແທ້ຈິງໄດ້ແນວໃດ.

Viengsombath Bangonesengdet Editor in chief

ຊ່ວຍສ້າງສັນສິງເປັນປະໂຫຍດແກ່ສັງຄົມ. ມີຄວາມສາມາດທີ່ມາຈາກປະສົບການ ແລະ ການສຶກສາ ຕິດພັນກັບຂົງເຂດ: ຍຸດທະສາດການບໍລິຫານ, ການຕະຫຼາດ, ການວາງແຜນທຸລະກິດ, ການຄ້າ ທາງອອນໄລ, ນະໂຍບາຍບຸກຂະລາກອນ, ປັບປຸງອົງການຈັດຕັ້ງ, ການສ້າງຍີ່ຫໍ້ສິນຄ້າ ແລະ ສອນ ເຕັກນິກການນຳພາ. ທ່ານສາມາດ ໃຊ້ບໍລິການພິເສດ ຫຼື ຕິດຕາມເຕັກນິກຜ່ານທາງເວັບໄຊນີ້.

Copy Protected by Chetan's WP-Copyprotect.