Norkhame
ປະເພດຂອງ E-Business ປະເພດຂອງ E-Business
ປະ​ເພດ​ຂອງ E-Business ມັກ​ຈະ​ລວມ​ເອົາ ການ​ພົວພັນ​ທາງ​ທຸລະ​ກິດ ຫຼື ການ​ແລກປ່ຽນຂໍ້ມູນ​ຂ່າວສານ​ທາງ​ທຸລະ​ກິດດ້ວຍກັນເອງ. ມາເບິ່ງຮູບແບບການພົວພັນທາງທຸລະກິດທາງອອນໄລ. ທຸລະ​ກິດ ຫາ ທຸລະ​ກິດ (Business to Business – B2B) : ບັນຈຸ​ເອົາ ຮູບ​ແບບຂອງ​ບັນດາຂະ​ບວນການ​ຕ່າງໆຢ່າງ ອັດຕະ​ໂນ​ມັດ ລະຫວ່າງຄູ່​ຄ້າດ້ວຍ​ກັນ ​ແລະ ​ເຮັດ​ໃຫ້​ມູນ​ຄ່າ​ຄ້າຂາຍ​ສູງ​ຂື້ນ.(B2B)  ສາມາດ​ກວມ​ເອົາ ກິດຈະກຳ​ການ​ຕະຫຼາດ... ປະເພດຂອງ E-Business

ປະ​ເພດ​ຂອງ E-Business ມັກ​ຈະ​ລວມ​ເອົາ ການ​ພົວພັນ​ທາງ​ທຸລະ​ກິດ ຫຼື ການ​ແລກປ່ຽນຂໍ້ມູນ​ຂ່າວສານ​ທາງ​ທຸລະ​ກິດດ້ວຍກັນເອງ. ມາເບິ່ງຮູບແບບການພົວພັນທາງທຸລະກິດທາງອອນໄລ. ທຸລະ​ກິດ ຫາ ທຸລະ​ກິດ (Business to Business – B2B) : ບັນຈຸ​ເອົາ ຮູບ​ແບບຂອງ​ບັນດາຂະ​ບວນການ​ຕ່າງໆຢ່າງ ອັດຕະ​ໂນ​ມັດ ລະຫວ່າງຄູ່​ຄ້າດ້ວຍ​ກັນ ​ແລະ ​ເຮັດ​ໃຫ້​ມູນ​ຄ່າ​ຄ້າຂາຍ​ສູງ​ຂື້ນ.(B2B)  ສາມາດ​ກວມ​ເອົາ ກິດຈະກຳ​ການ​ຕະຫຼາດ ລະຫວ່າງບັນ ດາ​ທຸລະ​ກິດ ​ແລະ ບໍ່​ແມ່ນແຕ່ຈະ​ນັບ​ເອົາ​ຂັ້ນຕອນການ​ຊຳລະ​ ໃນ​ຂັ້ນຕອນ​ສຸດ​ທ້າຍພຽງ​ແຕ່​ຢ່າງ​ດຽວເຊິ​ງ​ເປັນ​ຜົນ​ມາ​ຈາກການ​ຕະຫຼາດ. (B2B) ຍັງສາມາດ​ນຳ​ໃຊ້​ເຂົ້າ​ໃນ​ການຕີ​ລາຄາຍອດ​ການ​ຊື້ຂາຍ ລະຫວ່າງທຸລະ​ກິດ.   ຫຼືເວົ້າອີກຢ່າງໜຶ່ງວ່າ ​ແມ່ນການເຮັດທຸ ລະກິດການຊື້ຂາຍອອນ​ລາຍ  ກັບທຸລະກິດ​ອື່ນໆ. (B2B) ທຸລະ​ກິດ​ຜ່ານ​ທາງ​ເອ​ເລັກ​ໂທຼ ນິກ ​ເນັ້ນທີ່​ການ​ສ້າງສະມັດ​ຕະພາບ​ໃຫ້​ສູງ​ຂື້ນ ແລະ ຕະຫຼາດ​​ກໍ່​ມີ​ຄວາມໂປງ​ໃສ​ຂື້ນ   ເຊິ່ງມັນຈະຊ່ວຍ​ປ່ຽນ​ໂຄງ​ສ້າງຂອງຕ່ອງໂສ້​ ໃນ​ຂົງ​ເຂດ​ອຸດສາຫະກຳ.

ທຸລະ​ກິດ ຫາ ຜູ້​ຊົມ​ໃຊ້ (Business to consumer – B2C) : ​ກວມ​ເອົາ​ກິດຈະກຳ​ຂອງ​ອົງການ​ຈັດຕັ້ງທາງ​ດ້ານ​ການ​ຄ້າຂາຍ ທີ່​ໃຫ້​ບໍລິການແກ່​ຜູ້​ຊົມ​ໃຊ້(ລູກ​ຄ້າ) ໂດຍ​ການສະ ໜອງຜະລິດ​ຕະພັນ ​ແລະ/ຫຼື ການ​ບໍລິການ.2  ຫຼືເວົ້າອີກຢ່າງໜຶ່ງວ່າ ມັນ​ແມ່ນ​ການ​ແລກ ປ່ຽນ ແລະ ການ​ຊື້ຂາຍ ຂໍ້​ມູນ, ຜະລິດ​ຕະພັນ ຫຼື ການ​ບໍລິການ ລະຫວ່າງ ທຸລະ​ກິດ ແລະ  ຜູ້​ຊົມ​ໃຊ້.  (B2C) E-​Business,  ສາມາດ​ຊ່ວຍ  ຫຼຸດຜ່ອນ​ຕົ້ນທຶນ​ການ​ຕັ້ງ ຮ້ານຂາຍ​ເຄື່ອງ,  ຫລຸດ​ຜອນຄ່າຈ້າງ​ພະນັກງານ​ຂາຍ​ເຄື່ອງ, ​ເຊັ່ນ​ດຽວກັນ​ມັນ​ພັດທະນາ ​ລະບົບ​ຕ່ອງ​ໂສ້ການສະໜອງ​ຢ່າງມີ​ປະສິດທິ​ຜົນ.

ຜູ້​ຊົມ​ໃຊ້ ຫາ ຜູ້​ຊົມ​ໃຊ້ (Consumer to Consumer – C2C) : ​ແມ່ນຮູບ​ແບບ​ການ​ໃຫ້​ຄວາມ​ສະດວກ​ສະບາຍ ທາງ​ດ້ານ​ການ​ຄ້າ ທີ່​ຖືກ​ບັນຈຸ​ເຂົ້າ​ເພື່ອບັນທຶກ​ການວັດ​ແທກ ປະຫວັດ​ຂະໜາດ ຮູບ​ແບບຂອງການ​ຊື້ຂາຍ, ຕະຫຼາດຂາຍຍ່ອຍ, ການ​ພົບ​ປະ​ເພື່ອ​ການ​ຊື້ ຂາຍ, ​ເກັບ​ກໍາຍອດການຂາຍ ​ແລະ ອື່ນໆ. ເວົ້າອີກຢ່າງໜຶ່ງ, ຜູ້​ຊົມ​ໃຊ້ ຂາຍ​ໃຫ້​ຜູ້​ຊົມ​ໃຊ້​ອື່ນ​ໂດຍ​ກົງ.

ທຸລະ​ກິດ ຫາ ລັດຖະບານ (Business to government – B2G): ທຸລະ​ກິດທີ່​ອຳນວຍ​ໃຫ້​ມີ​ການ​ ຊື້-ຂາຍ​ ຜ່ານ​ທາງ​ເອ​ເລັກ​ໂທຼນິກ ກັບ​ພາກ​ລັດຖະບານ ເຊິ່ງຂຶ້ນກັບຫຼາກຫຼາຍ ປະ​ເພດ​ທຸລະ​ກິດ ຫຼື ການ​ລາຍ​ງານ ຫຼື ບ່ອນ​ທີ່​ທຸລະ​ກິດ ຂາຍ​ການ​ບໍລິການ ຫຼື ຜະລິດ​ຕະພັນ​ໃຫ້​ແກ່​ລັດຖະບານ. ເວົ້າອິກຢ່າງໜຶ່ງ, ລັດຖະບານ​ຊື້ ຫຼື ສະໜອງ ສິນຄ້າ, ການ​ບໍລິການ ຫຼື ຂ່າວສານໃຫ້​ແກ່ ຫຼື ຈາກ ຫົວໝ່ວຍທຸລະ​ກິດ ຫຼື ແກ່ພົນລະ​ເມືອງ​ຜູ້​ໃດໜຶ່ງ.

ທຸລະ​ກິດ ຫາ ລູກ​ຈ້າງ (B2E) : ການສະໜອງຂ່າວສານ ແລະ ການ​ບໍລິການ  ​ໃຫ້​ແກ່​ລູກ ຈ້າງ​ແບບ​ອອນ​ລາຍ. ຕົວຢ່າງ, ​ໃນ​ກໍ​ລະນີ ຂອງ (B2E)  ຈະມີຊ່ອງ​ທາງ​ໃຫຍ່ເຊື່ອມ​ຕໍ່ ​ເຄື່ອຄ່າຍພາຍ​ໃນ​ຂອງ​ບໍລິສັດ ຫຼື ອົງການ​ຈັດ​ຕັ້ງ ​ເພື່ອ​ຈັດລະບຽບກ່ຽວກັບ​ຂໍ້​ມູນ​ຂອງ​ລູກຈ້າງ, ມັນ​ລວມ​ເອົາ ຂ່າວສານສະ​ເພາະ​ ​ແລະ ສ່ວນ​ຕົວຂອງ​ພະນັກງານ     ​ເຊັ່ນ​ວ່າ : ມີບ່ອນ​ສະ​ແດງ​ຂໍ້​ມູນ​ສ່ວນ​ຕົວ, ຄະ​ແນນ​ການ​ແຂ່ງຂັນ​ກິລາ ​ແລະ ພາບ​ທີ່​ບັນຈຸ​ໃນ​ວີ​ດີ​ໂອ​ທີ່​ມີ​ຄວາມ

Viengsombath Bangonesengdet Editor in chief

ຊ່ວຍສ້າງສັນສິງເປັນປະໂຫຍດແກ່ສັງຄົມ. ມີຄວາມສາມາດທີ່ມາຈາກປະສົບການ ແລະ ການສຶກສາ ຕິດພັນກັບຂົງເຂດ: ຍຸດທະສາດການບໍລິຫານ, ການຕະຫຼາດ, ການວາງແຜນທຸລະກິດ, ການຄ້າ ທາງອອນໄລ, ນະໂຍບາຍບຸກຂະລາກອນ, ປັບປຸງອົງການຈັດຕັ້ງ, ການສ້າງຍີ່ຫໍ້ສິນຄ້າ ແລະ ສອນ ເຕັກນິກການນຳພາ. ທ່ານສາມາດ ໃຊ້ບໍລິການພິເສດ ຫຼື ຕິດຕາມເຕັກນິກຜ່ານທາງເວັບໄຊນີ້.

Copy Protected by Chetan's WP-Copyprotect.