Norkhame
ເຫັນໃຈອ້າຍແດ່ ເຫັນໃຈອ້າຍແດ່
ໃນນາມທັດສະນະສ່ວນຕົວແລ້ວບໍ່ໄດ້ເຂົ້າຂ້າງຝ່າຍໃດ ແລະ ກໍ່ບໍ່ໄດ້ໃສ່ຮ້າຍໃຜ ແຕ່ການໃຫ້ຂໍ້ຄິດຂອງຂ້າພະເຈົ້າເນັ້ນທີ່ ການສ້າງສັງຄົມແບບເປັນສຸກ. ມີຫຼາຍໆຂໍ້ຄວາມໃນສອງທິດຜ່ານມາ ຜູ້ຊາຍຫຼາຍຄົນທີ່ເປັນຄົນຮູ້ຈັກມັກເຂົ້າມາລົມ ຫຼື ຂຽນມາຫາທາງສື່ອອນໄລວ່າ: ເປັນຫຍັງ ຄືສົ່ງເສີມແຕ່ແມ່ຍິງແທ້? ເຊັ່ນຫົວຂໍ້: ເຫັນໃຈນາງ. ເມື່ອຕົ້ນອາທິດກໍ່ຂຽນ ຄ່າຂອງຊາຍ ແຕ່ຍັງມີຜູ້ຊາຍຫຼາຍຄົນຕໍ່ວ່າ ເບິ່ງແຕ່ດ້ານດຽວ. ໃນ ຕົວຈິງບໍ່ແມ່ນແນວນັ້ນ. ຫົວຂໍ້ນີ້ບໍ່ໄດ້ເປັນການແກ້ຕົວ ແຕ່ຮີບຝ້າວຂຽນຂື້ນມາເພື່ອເປັນປາກສຽງໃຫ້ແກ່ເພດຊາຍເຊັ່ນດຽວກັນ. ທີ່ຈິງແລ້ວມີຫົວຂໍ້ອື່ນຈະເວົ້າໃນອາທິດນີ້ ແຕ່ກໍ່ເອົາ ຫົວຂໍ້:... ເຫັນໃຈອ້າຍແດ່

ໃນນາມທັດສະນະສ່ວນຕົວແລ້ວບໍ່ໄດ້ເຂົ້າຂ້າງຝ່າຍໃດ ແລະ ກໍ່ບໍ່ໄດ້ໃສ່ຮ້າຍໃຜ ແຕ່ການໃຫ້ຂໍ້ຄິດຂອງຂ້າພະເຈົ້າເນັ້ນທີ່ ການສ້າງສັງຄົມແບບເປັນສຸກ. ມີຫຼາຍໆຂໍ້ຄວາມໃນສອງທິດຜ່ານມາ ຜູ້ຊາຍຫຼາຍຄົນທີ່ເປັນຄົນຮູ້ຈັກມັກເຂົ້າມາລົມ ຫຼື ຂຽນມາຫາທາງສື່ອອນໄລວ່າ: ເປັນຫຍັງ ຄືສົ່ງເສີມແຕ່ແມ່ຍິງແທ້? ເຊັ່ນຫົວຂໍ້: ເຫັນໃຈນາງ. ເມື່ອຕົ້ນອາທິດກໍ່ຂຽນ ຄ່າຂອງຊາຍ ແຕ່ຍັງມີຜູ້ຊາຍຫຼາຍຄົນຕໍ່ວ່າ ເບິ່ງແຕ່ດ້ານດຽວ.

ໃນ ຕົວຈິງບໍ່ແມ່ນແນວນັ້ນ. ຫົວຂໍ້ນີ້ບໍ່ໄດ້ເປັນການແກ້ຕົວ ແຕ່ຮີບຝ້າວຂຽນຂື້ນມາເພື່ອເປັນປາກສຽງໃຫ້ແກ່ເພດຊາຍເຊັ່ນດຽວກັນ. ທີ່ຈິງແລ້ວມີຫົວຂໍ້ອື່ນຈະເວົ້າໃນອາທິດນີ້ ແຕ່ກໍ່ເອົາ ຫົວຂໍ້: ເຂົ້າໃຈອ້າຍແດ່ ເພື່ອໃຫ້ຄົນໃນສັງຄົມເຫັນໃຈຜູ້ຊາຍຫຼາຍຂື້ນ ແລະເພື່ອຮັກສາແຝນໆທີ່ເປັນເພດຊາຍໄວ້. ເນື້ອໃນກໍ່ເນັ້ນໃຫ້ເພດຍິງເຂົ້າໃຈຜູ້ຊາຍແດ່.

ຜູ້ຊາຍອາດຈະສະແດງລັກສະນະຂອງ ຄວາມເຂັ້ມແຂງ, ຄວາມພູມໃຈ ແລະ ກໍ່ຈະສະແດງຄວາມບໍ່ກັງວົນຫຍັງໝົດ ອອກມາໃຫ້ເຫັນພໍເທົ່າໃດ. ຫຼາຍໆຄົນກາຍເປັນຄົນເບິ່ງຄືວ່າແຂງກະດ້າງໄປເລີຍ. ທີ່ຈິງແລ້ວ ຜູ້ຊາຍກໍ່ມີຄວາມຢ້ານ, ກັງວົນ ແລະ ກໍ່ຮູ້ສຶກຜິດຫວັງຫຼາຍໆອັນບໍ່ຕ່າງຫຍັງກັບເພດຍິງ. ເບິ່ງໃນແງ່ໜຶ່ງວ່າເປັນຫຍັງ ສິ່ງມືນເມົາຈິ່ງໄດ້ຂາຍດີ ແລະ ໂດຍສະເພາະວັນຍຸດ ຈະມີການດື່ມເປັນພິເສດ. ໃນວົງດັ່ງກ່າວ ມັກຈະມີແຕ່ຜູ້ຊາຍ ແລະ ຈະເລົ່າບັນຫາເຂົາເຈົ້າໃຫ້ຝັງ ຫຼາຍໆຢ່າງ. ຫຼາຍຄົນມີປັນຫາກັບແຝນ, ກັບຄອບຄົວ ຫຼື ວຽກງານຫຼາຍ ຈົນຫາທາງແກ້ບໍ່ຕົກເລີຍຕ້ອງຈົກເງິນຊື້ເບຽຍເພື່ອແກ້ຄວາມທຸກ. ຫຼາຍໆຊາຍນໍ້າຕາຕົກກາງວົງເຫຼົ້າ ເວລາເຂົາເຈົ້າເວົ້າບັນຫາ. ເຫັນໃຈເຂົາເຈົ້າຄືກັນ. ຄວາມກັງວົນ, ຄວາມຢ້ານ ຫຼື ສິ່ງທີ່ຜູ້ຊາຍມັກ ເປັນທຸກນຳແມ່ນບັນຫາຕິດພັນກັບ:

  1. ລາຍຮັບທີ່ພຽງພໍ

ນີ້ ເປັນສິ່ງກັງວົນຈົນຊົ່ວຊີວິດຂອງຜູ້ຊາຍລາວເຮົາ. ລອງເບິ່ງ, ນັບແຕ່ໂສດ, ຜູ້ຊາຍຈະກັງວົນເລື່ອງການສ້າງຄອບຄົວໂລດ. ນັບແຕ່ຊວນສາວອອກທ່ຽວເພື່ອທຳຄວາມຮູ້ຈັກ ກໍ່ຕ້ອງມີເງິນແດ່ຕິດຕົວ ເພື່ອວ່າແມ່ຍິງຈະຊີ້ເອົານັ້ນ ເອົານີ້. ຜູ້ຊາຍຫຼາຍໆຄົນມັກເວົ້າວ່າ: ແມ່ຍັງບໍ່ໄດ້ຊື້ໃຫ້ຫຼາຍປານນີ້ເທື່ອ ແຕ່ກັບຍິງສາວໃນຝັນແລ້ວຍອມຈົກຖົງ ຫຼື ຕິດໜີ້ ເພື່ອຊີ້ເຄື່ອງເອົາໃຈສາວໆ. ແນ່ນອນຄ່າດອງເປັນສິ່ງທີ່ຕິດຕາມມາ ແລະ ອີກຫຼາຍອັນທີ່ຕ້ອງໃຊ້ເງິນ.

ສຳລັບຜູ້ເປັນພໍ່ ຄັນວ່າຮັ່ງກໍ່ໄຄແດ່, ຖ້າເພີ່ນກໍ່ມີຄວາມລຳບາກການເງິນແລ້ວ, ຈະກັງວົນໃນການຊ່ວຍລູກຊາຍຫຼື ລູກສາວສ້າງຄອບຄົວ. ເຮັດແນວໃດຈະຊ່ວຍດອງ ຫຼື ສົ່ງໃຫ້ຮຽນສູງໆ. ສິ່ງນີ້ກັງວົນບໍ່ຈົບ. ສຳລັບພະນັກງານລັດແລ້ວ ຍິງເປັນເລື່ອງໜ້າອັດສະຈັນຫຼາຍສຳລັບຜູ້ຊາຍ ເພາະຕ້ອງໄດ້ເກັບເງິນບໍ່ແມ່ນຫຼີ້ນໃນການແຕ່ງດອງ. ໜູ່ຄົນໜຶ່ງຍອມອົດບໍ່ກິນເຂົ້າສວຍ ແລະ ງົດການຊຸມແຊວ ເພື່ອໃຫ້ໄດ້ເງິນພໍແຕ່ງດອງ. ນອກນັ້ນຍັງລ້ຽງໜູພັນຊີ້ນຂາຍອີກ. ໜ້າສັນເສີນ.

  1. ບໍ່ມີຄົນເຂົ້າໃຈ

ເມື່ອ ແຕ່ງດອງໄປແລ້ວ, ແທນທີ່ຈະມີຄວາມໃກ້ຊິດຫຼາຍຂື້ນ. ຜູ້ຊາຍຫຼາຍຄົນຕ້ອງໄດ້ຫ່າງໄກຈາກຄອບຄົວເພື່ອໄປສ້າງຖານະ ຫຼື ຫາເງິນມາຈຸນເຈືອຄອບຄົວ. ຄັນບໍ່ເຮັດກໍ່ບໍ່ໄດ້ເພາະອາດຈະບໍ່ມີວັດຖຸທີ່ພຽງພໍມາລ້ຽງຄອບຄົວ. ແນ່ນອນ ຄວາມໃກ້ຊິດທາງຮ່າງກາຍນັ້ນ ເຮັດໃຫ້ຕົນເອງກັບໄປເປັນໂສດອີກຄັ້ງໃນຕ່າງແດນ, ຕ່າງຫຼັງຄາເຮືອນ. ມີຫຼາຍໆຄົນໄດ້ ຕັ້ງໜ້າເຮັດວຽກ ແລະ ເກັບອົດອອມເງິນທຸກໆກີບ ມາສ້າງຄອບຄົວ ເຖິງວ່ຈະມີປະກົດການຫຼໍ່ແຫຼມຫຼາຍໆຢ່າງ ທີ່ຈະເຮັດໃຫ້ ຜົວລື່ມລູກ ລື່ມເມຽຍ. ທ່ານຊາຍໃດເຮັດໄດ້ລະແມ່ນຈະເລີນ ເພາະຈະບໍ່ມີການຫົ່ວໄຫຼ່ດ້ານລາຍຮັບ. ແຕ່ເຂົາເຈົ້າຕ້ອງ ອົດທົນກັບບັນຫາໂດດດ່ຽວບໍ່ແມ່ນງ່າຍ. ປັນຫາໜຶ່ງທີ່ຕາມມາ ກໍ່ຄືລູກໆບໍ່ເຂົ້າໃຈ ພຶດຕິກຳ ຫຼື ນິດໃສພໍ່ຫຼາຍປານໃດ. ບໍ່ຮູ້ຍາມຮ້າຍ ຫຼື ດີເປັນແນວໃດ ທໍ່ກັນກັບຜູ້ເປັນເມຍ. ແນ່ນອນ ຫຼາຍໆຄອບຄົວ ຜູ້ຊາຍນ້ອຍໃຈຫຼາຍທີ່ລູກບໍ່ຢາກລົມກັບພໍ່ຫຼາຍປານໃດເມື່ອທຽບກັບແມ່.

  1. ຢ້ານປະຕິເສດ

ສຳລັບ ຊາຍໂສດແລ້ວ ເຂົາເຈົ້າມີຄວາມຢ້ານຫຼາຍ. ໂດຍສະເພາະຕອນຍັງເປັນບ່າວທີ່ຈະຕ້ອງໄດ້ນັດຜູ້ສາວອອກໄປຫຼີ້ນ. ເຂົາເຈົ້າ ຈະກັງວົນເລື່ອງການຍອມຮັບຂອງຜູ້ຍິງຄືກັນ. ເຊັ່ນ: ຮູບຮ່າງ, ການແຕ່ງຕົວ, ແລະ ຖານະຄອບຄົວ ວ່າຍິງຈະຮັບໄດ້ບໍ່ ຖ້າຫາກລາວຮູ້ວ່າ ພໍ່ແມ່ບໍ່ເປັນເສດຖີ, ຫຼື ລາວຈະຮັບໄດ້ບໍ່ຖ້າຫາກຜູ້ຊາຍເປັນຄົນສະຫຼາດໜ້ອຍທີ່ສຸດໃນຊັ້ນຮຽນ ຫຼື ມີພຶດຕິກຳບໍ່ດີທາງສັງຄົມມາກ່ອນ. ສິ່ງເຫຼົ່ານີ້ ສ້າງໃຫ້ຊາຍຫຼາຍຄົນ ມີປະກົດການ: ຮັກບໍ່ກ້າບອກ. ແລະ ຈະປ່ອຍໃຫ້ຊາຍຄົນອື່ນ ທີ່ຕົນເອງຄິດວ່າເຂົາເຈົ້າດີກວ່າຍາດເອົາໄປກິນ. ແຕ່ຕົວຈິງມີບ່ອນວ່າ: ຊາຍຫຼາຍໆຄົນທີ່ເຂົາເຈົ້າຄິດວ່າດີກວ່າ ແລະ ຍອມໃຫ້ໄປໃຊ້ຊີວິດນຳນັ້ນ ກັບບໍ່ດີເທົ່າທີ່ຄິດ. ເຫັນຫຼາຍຄູ່ທີ່ບໍ່ທັນເອົາຕອນເປັນໜຸ່ມ ແຕ່ກັບມາເອົາກັນຕອນເຖົ້າແກ່ ແລະ ເປັນສຸກກໍ່ມີຫຼາຍໃດ. ຫວັງວ່າສິ່ງນີ້ຈະບໍ່ເກີດກັບຂ້າພະເຈົ້າ ແລະ ອີກຊາຍຫຼາຍໆຄົນ.

ເມື່ອທ່ານ ເຫັນບາງຈຸດ ທີ່ສະເໜີມາຂ້າງເທິງນີ້ແລ້ວ, ສຳລັບສາວໂສດກໍ່ລະວັງແດ່ເດີສຳລັບການສ້າງສາຍພົວພັນກັບຜູ້ຊາຍ. ແນ່ນອນ ມີຜູ້ຊາຍຫຼາຍໆຄົນທີ່ມີລາຍຮັບໃກ້ໆຄຽງກັບທ່ານຍິງ.  ດັ່ງນັ້ນ ໃຫ້ທ່ານຍິງຄວນເປີດໃຈພິຈາລະນາລົດຄ່າດອງ ແລະ ຮຽກຮ້ອງວັດຖຸທີ່ບໍ່ຈຳເປັນຈາກຝ່າຍຊາຍແດ່ເດີ. ຄວາມສຳຄັນຂອງການມີຄູ່ຄອງອາດເປັນການຮ່ວມກັນເຮັດ-ຮ່ວມກັນສ້າງ ແລະ ເມື່ອມີຄົນຈິງໃຈ ຢາກເຂົ້າມາສ້າງສາຮ່ວມກັບທ່ານແລ້ວ ເຖິງວ່າຈະບໍ່ເປັນຄືໃນຝັນກໍ່ໃຫ້ທ່ານເປີດໃຈ ພິຈາລະນາທ່ານຊາຍຄົນໆນັ້ນຕາມທາງຄວນແດ່ເດີ ທ່ານຍິງເອີຍ!

Viengsombath Bangonesengdet Editor in chief

ຊ່ວຍສ້າງສັນສິງເປັນປະໂຫຍດແກ່ສັງຄົມ. ມີຄວາມສາມາດທີ່ມາຈາກປະສົບການ ແລະ ການສຶກສາ ຕິດພັນກັບຂົງເຂດ: ຍຸດທະສາດການບໍລິຫານ, ການຕະຫຼາດ, ການວາງແຜນທຸລະກິດ, ການຄ້າ ທາງອອນໄລ, ນະໂຍບາຍບຸກຂະລາກອນ, ປັບປຸງອົງການຈັດຕັ້ງ, ການສ້າງຍີ່ຫໍ້ສິນຄ້າ ແລະ ສອນ ເຕັກນິກການນຳພາ. ທ່ານສາມາດ ໃຊ້ບໍລິການພິເສດ ຫຼື ຕິດຕາມເຕັກນິກຜ່ານທາງເວັບໄຊນີ້.

Copy Protected by Chetan's WP-Copyprotect.