Norkhame
ໃຊ້ສື່ສັງຄົມ ອອນໄລ ໃນທຸລະກິດຂອງທ່ານ ໃຊ້ສື່ສັງຄົມ ອອນໄລ ໃນທຸລະກິດຂອງທ່ານ
ໃນປະຈຸບັນໃຜໆກໍ່ສາມາດ ສ້າງເວັບໄຊ ແລະ ເລີ່ມການເຮັດທຸລະກິດ ທາງອອນໄລໄດ້ຢ່າງງ່າຍ ດ່າຍ. ມີຫຼາຍໆຄົນສາ ມາດສ້າງສິ່ງດັ່ງກ່າວ ໄດ້ພາຍໃນໄລຍະເວລາພຽງຊົວໂມງ ຫຼື ໜ້ອຍ ກວ່ານັ້ນ. ກ່ອນຜູ້ບໍລິໂພກຈະຊື້ ສິນຄ້າ ຫຼື ການບໍລິການຈາກຫົວໜ່ວຍທຸລະກິດ ໃດໜຶ່ງ ສິ່ງທີ່ກະຕຸ້ນການ ຕັດສິນໃຈແມ່ນການ ເບິ່ງຕົວຢ່າງ ຫຼື ຮູບແບບການໃຊ້ງານ ຈາກຜະລິດຕະພັນ ແລະ... ໃຊ້ສື່ສັງຄົມ ອອນໄລ ໃນທຸລະກິດຂອງທ່ານ

ໃນປະຈຸບັນໃຜໆກໍ່ສາມາດ ສ້າງເວັບໄຊ ແລະ ເລີ່ມການເຮັດທຸລະກິດ ທາງອອນໄລໄດ້ຢ່າງງ່າຍ ດ່າຍ. ມີຫຼາຍໆຄົນສາ ມາດສ້າງສິ່ງດັ່ງກ່າວ ໄດ້ພາຍໃນໄລຍະເວລາພຽງຊົວໂມງ ຫຼື ໜ້ອຍ ກວ່ານັ້ນ.

ກ່ອນຜູ້ບໍລິໂພກຈະຊື້ ສິນຄ້າ ຫຼື ການບໍລິການຈາກຫົວໜ່ວຍທຸລະກິດ ໃດໜຶ່ງ ສິ່ງທີ່ກະຕຸ້ນການ ຕັດສິນໃຈແມ່ນການ ເບິ່ງຕົວຢ່າງ ຫຼື ຮູບແບບການໃຊ້ງານ ຈາກຜະລິດຕະພັນ ແລະ ການບໍລິ ການ. ມີຫຼາຍທຸລະກິດ ໄດ້ນຳໃຊ້ເຕັກນິກ ວິທີຂາຍທີ່ເປັນລັກສະນະສະເພາະຕົວຜ່ານທາງ ອອນ ໄລ ເພື່ອເປັນການສະແດງໃຫ້ເຫັນຢ່າງຊັດເຈນວ່າ ບໍລິສັດມີສິນຄ້າຫຍັງ, ມີການບໍ່ລິການ ແບບ ໃດ ແລະ ມີຄວາມແຕກຕ່າງຈາກຫົວໜ່ວຍ ທຸລະກິດອື່ນ ແນວໃດ. ທາງອອນໄລ ທ່ານສາມາດ ເປີດໂອກາດ ໃຫ້ຜູ້ຊົມໃຊ້ໄດ້ລອງມີປະສົບການ ຫຼື ຈິດສຳນຶກ ໃນການຊົມໃຊ້ສິນຄ້າຂອງທ່ານ ກ່ອນມີການຊື້ ແລະ ສ້າງການກັບມາຊື້ອີກ.

ໂຊກດີທີ່ວ່າ ທາງສື່ອອນໄລ ທ່ານສາມາດມີໂອກາດ ໃນການສະແດງໜ້າທີ່ ແລະ ຄຸນປະໂຫຍດ ຂອງສິນຄ້າ ແລະ ການບໍລິການ ໄດ້ຫຼາກຫຼາຍຮູບແບບ. ດ້ວຍວິທີ່ຜ່ານທາງ ເຄື່ອງມືສືສານ ທາງສັງຄົມຜ່ານອອນໄລ ທີ່ຈະກ່າວຕໍ່ໄປນີ້ ເປັນສິ່ງທີ່ຜູ້ປະກອບການສາມາດ ການໂຄສະນາທຸ ລະກິດໄດ້ດີ.

1. ປະກອບຄຳເຫັນຜ່ານທາງ Facebook

ຖ້າຫາກທຸລະກິດຂອງທ່ານ ໄດ້ສ້າງໜ້າໂຄສະນາຜ່ານທາງ Facebook, ທ່ານ ຈະສາມາດ ກວດສອບເບິ່ງ ຫົວຂໍ້ທີ່ທ່ານລົງໂຄສະນາ ວ່າມີການຕອບຮັບແບບໃດຈາກຄົນອື່ນ ແລະ ລູກຄ້າ ຄົນອື່ນໆ.

ຄຳເຫັນດ້ານບວກແກ່ທຸລະກິດທີ່ປະກົດຂື້ນ ໃນໜ້າ Facebook ຂອງບໍລິສັດທ່ານ ສາມາດນຳ ເຂົ້າມາໃນ ເວັບໄຊທຸລະກິດ. ເນື່ອງຈາກວ່າມັນເປັນຄຳເຫັນທີ່ມີການເປີດເຜີຍທາງສາທາລະນະ ທີ່ຄົນໄດ້ ສະແດງອອກມາ. ທ່ານສາມາດນຳຄວາມເຫັນດັ່ງກ່າວລົງໂຄສະນາທາງເວັບໄຊ.

ທ່າສາມາດນຳຮູບພາບລົງໂຄສະນາ ໂດຍການຕື່ມຂໍ້ຄວາມ ທີ່ສ້າງມະໂນພາບໃນເວລາລົງໂຄ ສະນາຜ່ານທາງສື່ຕ່າງໆ.

ໃນເມື່ອທ່ານຕ້ອງການໃຫ້ລູກຄ້າມີຄຳເຫັນ ສະແດງອອກທາງສິງທີ່ທ່ານນຳລົງໂຄສະນາ ກ່ຽວ ກັບສິນຄ້າ ແລະ ການບໍລິກາານຂອງບໍລິສັດ, ໃຫ້ທ່ານຮ້ອງຂໍໃຫ້ຄົນອື່ນມີຄຳເຫັນໂດຍກົງ ດ້ວຍ ການຕັ້ງຄຳຖາມ ຜ່ານ ທາງໜ້າ Facebook ວ່າບັນດາທ່ານຄິດແນວໃດກັບສິນຄ້າຕົວນີ້? ບັນ ດາຄຳເຫັນຜ່ານທາງ ຫົວຂໍ້ກ່ຽວກັບຜະລິດຕະພັນ ຂອງທ່ານ ຈະເປັນການສ້າງການສົນທະນາ ແລະ ຮັບຮູ້ຄວາມຕ້ອງການຂອງລູກຄ້າໃນເວລາດຽວກັນ.

2. ທະວິດເຕີ້

ຂໍ້ດີອັນໜຶ່ງຂອງ Tweeter ແມ່ນມີການເຜີຍແຜ່ຂໍ້ມູນສັ້ນໆ ແຕ່ມີຄວາມຖີ່ຂະໜາດ ໃຫຍ່ເປັນ ປະຈຳອອກທາງສື່. ດັ່ງນັ້ນ ຖ້າຫາກທ່ານ ກວດສອບເບິງການປະລິມານການກ່າວເຖິງ ຂອງ ຊື່ບໍລິສັດປະກົດຕົວຂື້ນ ທາງສື່ອອນໄລແລ້ວ ທ່ານຈະເຫັນວ່າມັນມີປະລິມານຄວາມຖີ່ສູງ.

ທ່ານຕ້ອງໃຫ້ມີຄວາມແນ່ໃຈວ່າ ຊື່ຂອງບໍລິສັດ ໄດ້ຮັບການກ່າວເຖິງ ທຸກໆຄັ້ງ ທີ່ທາງບໍລິສັດສົ່ງ ຂໍ້ຄວາມ ຜ່ານທາງ Tweeter ແລະ ທ່ານກໍ່ສາມາດຮ້ອງຂໍໃຫ້ຜູ້ທີ່ສົນທະນາກ່ຽວກັບບໍລິສັດ ບັນຈຸຊື່ບໍລິສັດ ໃນຂໍ້ຄວາມທຸກໆຄັ້ງ. ແລະກໍ່ເຮັດເຊັ່ນດຽວກັນກັບ Facebook ຄືທ່ານສາມາດ ເຊື່ອມຕໍ່ການສົນທະນາເຂົ້າໃນເວັບໄຊບໍລິສັດ. ແນ່ນອນຄົນທີ່ເປັນລູກຄ້າທີ່ກ່າວເຖິງ ສາມາດ ກວດສອບບັນຊີ ແລະ ທີ່ມາຂອງຄົນທີ່ມີຄວາມເຫັນໄດ້. ສິ່ງນີ້ມັນເປັນການສ້າງຄວາມໜ້າເຊື່ອ ຖື ແລະ ຄວາມໜັ້ນໃຈໃຫ້ແກ່ລູກຄ້າທີ່ຍັງບໍ່ທັນມີປະ ສົບການໃນການນຳໃຊ້ສິນຄ້າ ແລະ ການ ບໍລິການເທື່ອ. ມັນເປັນການສ້າງຄວາມເຊື່ອໜັ້ນ, ການຮັບຮູ້ ແລະ ການຕັດສິນໃຈຊື້ໃນຕໍ່ໜ້າ.

3. ເຜີຍແຜ່ຮູບພາບ ຜ່ານທາງ ອິນສຕຼາກຼາມ

Instagram ເປັນການໂຄສະນາຮູບພາບຂອງສິນຄ້າ ແລະ ມັນເປັນການສ້າງພາບພົດ ທີ່ດີໃຫ້ ແກ່ທຸລະກິດ. ຮູບພາບທຸລະກິດ ໄດ້ສ້າງມະໂນພາບ ໃນການໃຊ້ງານທີ່ແຈ້ງຂື້ນ. ແຕ່ໜ້າເສຍ ດາຍ Instagram ບໍ່ມີເຄື່ອງມືໃນການຄົ້ນຫາ ຜ່ານທາງສື່ຕ່າງໆ ທີ່ສາມາດ ກ່າວເຖິງທຸລະ ກິດຂອງທ່ານ. ເພື່ອເຮັດໃຫ້ Instagram ສາມາດຄົ້ນຫາໄດ້, ທ່ານຄວນເຊື່ອມຕໍ່ກັບເຄື່ອງ ຄົ້ນຫາ Twitter ເພື່ອໃຫ້ສາມາດຄົ້ນຫາຫົວຂໍ້ທີ່ ນຳມາລົງໂຄສະນາໄດ້ຜ່ານທາງ Instagram ໄດ້ງ່າຍຂື້ນ.

ໃນເວລາລົງໂຄສະນາທາງ Instagram ໃຫ້ທ່ານຂໍໃຫ້ບັນດາລູກຄ້າ ແຈ້ງຕໍ່ໃຫ້ກັບບັນດາສະ ມາ ຊິກອື່ນໆ ທີ່ຢູ່ໃນເຄື່ອຄ່າຍຂອງຕົນເອງ. ຍິງມີຫຼາຍຄົນນຳອອກສູ່ສື່ໃນເຄືອຄ່າຍຂອງຕົນເອງ ຫຼາຍປານໃດ ກໍ່ຈະເຮັດ ໃຫ້ມີການຄົ້ນຫາໄດ້ງ່າຍຂື້ນ.

4. ການໂຄສະນາຜ່ານທາງ ມີເດຍ

Vine ຫຼື Youtube.com ເປັນສື່ໂຄສະນາທີ່ດີອັນດັບຕົ້ນໆ ໃນການລົງໂຄສະນາທຸລະກິດ ແບບ ສັ້ນໆ ແລະ ມີເນື້ອໃນກະທັດຮັດ. ການສ້າງເຄື່ອງມື ເພື່ອໃຫ້ສາມາດຄົ້ນຫາ ວີດີໂອຜ່ານທາງ ອອນໄລ ຈະເປັນການສ້າງການອ້າງອີງທີ່ມີຄວາມໜ້າເຊື່ອຖືໃຫ້ແກ່ລູກຄ້າ. ແລ້ວເຊືອມຕໍ່ວີດີ ໂອເຂົ້າຫາເວັບໄຊ.

ຂໍ້ຄວາມສຳຄັນໃນວີດີໂອ ທ່ານຄວນແນະນຳ ໃຫ້ຄົນເຂົ້າເບິ່ງ ນຳອອກເຜີຍແຜ່ຜ່ານສື່ອື່ນໆໃນ ເຄື່ອຄ່າຍຂອງຄົນເຂົ້າເບິ່ງ.

5. ການເຊື່ອມຕໍ່ກັບ ລິງອິນ Linkedin

ໜ້າເສຍດາຍ Linkedin ບໍ່ສາມາດເປັນຈຸດທີ່ສະແດງສິນຄ້າ ແລະ ການບໍລິການ ຂອງບໍລິ ສັດ. ແຕ່ວ່າ ທ່ານສາມາດ ນຳໃຊ້ Linkedin ເປັນບ່ອນທີ່ຂໍຄຳແນະນຳ ແລະ ສະແດງຄວາມ ເຫັນ ທາງດ້ານວິຊາການ ທີ່ມີຄວາມຊຳນານງານ ໃນການແນະ ນຳສິນຄ້າ ຜ່ານທາງບັນຊີ ຂອງກຸ່ມຄົນທີ່ເປັນມືອາຊີບສະເພາະດ້ານ.

ໂດຍການໂຄສະນາຜ່ານທາງສື່ຕ່າງໆ ທາງອອນໄລທີ່ກ່າວມາຂ້າງເທິງນັ້ນ ແລະ ພະຍາຍາມ ໃຫ້ລູກຄ້າແຈ້ງ ຕໍ່ຜ່ານເຄື່ອຄ່າຍ ຂອງຕົນເອງ ມັນຈະກະຈາຍເຄື່ອຄ່າຍ ຂອງລູກຄ້າອອກສູ່ວົງ ກວ້າງ. ມັນເປັນການ ສ້າງພາບພົດທີ່ໜ້າເຊື່ອຖື ໃຫ້ແກ່ລູກຄ້າຄົນອື່ນໄດ້. ສິ່ງນີ້ມັນເປັນ ລາງ ວັນພິເສດເພີ່ມເຕີ່ມ ເພາະວ່າການຕະຫຼາດຜ່ານປາກຕໍ່ປາກ ກ່ຽວກັບທຸລະກິດຂອງທ່ານ ຈະໄດ້ຮັບການຕີລາຄາໃນດ້ານບວກ ແລະ ຂະຫຍາຍອອກໃນວົງກ້ວາງຂື້ນ.

 

Viengsombath Bangonesengdet Editor in chief

ຊ່ວຍສ້າງສັນສິງເປັນປະໂຫຍດແກ່ສັງຄົມ. ມີຄວາມສາມາດທີ່ມາຈາກປະສົບການ ແລະ ການສຶກສາ ຕິດພັນກັບຂົງເຂດ: ຍຸດທະສາດການບໍລິຫານ, ການຕະຫຼາດ, ການວາງແຜນທຸລະກິດ, ການຄ້າ ທາງອອນໄລ, ນະໂຍບາຍບຸກຂະລາກອນ, ປັບປຸງອົງການຈັດຕັ້ງ, ການສ້າງຍີ່ຫໍ້ສິນຄ້າ ແລະ ສອນ ເຕັກນິກການນຳພາ. ທ່ານສາມາດ ໃຊ້ບໍລິການພິເສດ ຫຼື ຕິດຕາມເຕັກນິກຜ່ານທາງເວັບໄຊນີ້.

Copy Protected by Chetan's WP-Copyprotect.