Norkhame
ໃຊ້ເສີມຍອດຂາຍ ໃຊ້ເສີມຍອດຂາຍ
ດຽວນີ້, ແມ່ນແຕ່ທຸລະກິດ ຍູ້ລໍ້ກາເຟ ທີ່ຕ່າງປະເທດ ກະນຳໃຊ້ການ ໂຄສະນາ ແລະ ຮັບການສັ່ງຊື້ຈາກລູກຄ້າໄດ້. ວິສາຫະກິດນີ້, ເຮັດການອົບ, ປຸງແຕ່ງ ແລະ ຫຸ້ມຫ່ໍ ຜະລິດຕະພັນການເຟ. ໂດຍລວມ, ບໍລິສັດ ແລະ ມີລູກຈ້າງ ນັບແຕ່ 2 ຄົນຂື້ນໄປ ກໍ່ນຳໃຊ້ເຕັກນິກການຄ້າທາງອອນໄລ. ອຸປະກອບກະບໍ່ແພງຫຼາຍ. ມີຄອມພີວເຕີ້... ໃຊ້ເສີມຍອດຂາຍ

ດຽວນີ້, ແມ່ນແຕ່ທຸລະກິດ ຍູ້ລໍ້ກາເຟ ທີ່ຕ່າງປະເທດ ກະນຳໃຊ້ການ ໂຄສະນາ ແລະ ຮັບການສັ່ງຊື້ຈາກລູກຄ້າໄດ້. ວິສາຫະກິດນີ້, ເຮັດການອົບ, ປຸງແຕ່ງ ແລະ ຫຸ້ມຫ່ໍ ຜະລິດຕະພັນການເຟ. ໂດຍລວມ, ບໍລິສັດ ແລະ ມີລູກຈ້າງ ນັບແຕ່ 2 ຄົນຂື້ນໄປ ກໍ່ນຳໃຊ້ເຕັກນິກການຄ້າທາງອອນໄລ.

ອຸປະກອບກະບໍ່ແພງຫຼາຍ. ມີຄອມພີວເຕີ້ 1 ໜ່ວຍ, ມືຖື ແລະ ເຊື່ອມຕໍ່ກັບອິນເຕີເນັດ.  ບາງຄົນລົງທຶນສ້າງເວັບໄຊ ແລະ ໃຫ້ລາຍລະອຽດຂອງສິນຄ້າ ທີ່ເຂົາເຈົ້າກຳລັງຂາຍຢູ່ ແລະ ທີ່ໆເຂົາຈະໄປຂາຍ. ພົບວ່າ, ມີຫຼາຍຜົນປະໂຫຍດຈາກ E-Commerce : 

  1. 70% ລູກຄ້າສ່ວນໃຫຍ່ ມັກໃຊ້ໂທລະສັບເພື່ອສັ່ງສິນຄ້າ. ອີເມວ ເປັນເຄື່ອງມືໃນການສ້າງ ຫຼື ເສີມຂະຫາຍສາຍພົວພັນຢ່າງເປັນກັນເອງກັບລູກຄ້າຄົນສຳຄັນ ດ້ວຍການສ້າງ ການພົວພັນທີ່ໄວຂຶ້ນ. ເຊັ່ນ: ແຈ້ງຜະລິດຕະພັນຕົວໃໝ່, ວັນພັກ, ສົ່ງຄຳອວຍພອນ.
  2. ມີການຕິດຕໍ່ທຸລະກິດໃໝ່ໆເຂົ້າມາ ຜ່ານທາງ ເວັບໄຊ ແລະ ອີເມວ.
  3. ສາມາດ​ໂອ້​ລົມ​ກັບ ລູກຄ້າ ​ດ້ວຍ​ການ​ໃຊ້ ໂທລະສັບ​ເຄື່ອນ​ທີ່. ການ​ຕັດສິນ​ໃຈ​ໄວ​ຂຶ້ນ ແລະ ມີລາຄາຖືກ​ລົງ ຍ້ອນ​ຕັດ​ຄ່າ​ການ​ເດີນທາງ​ລົງເພາະເຮົາຮູ້ວ່າຈະເດີນທາງໄປຈຸດໃດໆແດ່ ຜ່ານການສື່ສານ.
  4. ລູກ​ຄ້າກໍ່ສົ່ງ​ຂໍ້ຄວາມ​ໃຫ້​ຄຳ​​ແນະ​ນຳ, ດັດ​ແກ້​ ​ແລະ ການສະ​ແດງ​ພາບ​ຂອງ ຜະລິດ​ຕະພັນ​ທີ່​ບໍ່ຖືກຕ້ອງ ຫຼື ປ່ຽນ​ແທນຮູບພາບ​ອື່ນ​ທີ່​ດີ​ກວ່າ. ສິ່ງນີ້ຊ່ວຍ​ໃຫ້ ປັບປຸງ​ຄຸນ​ນະພາ​ບ ການ​ອອກ​ແບບ​ຜະລິດ​ຕະພັນ.
  5. ລະບົບ​ການ​ບໍລິຫານ​ຂໍ້​ມູນ​ຂ່າວ​ສານ ຈະຮັກສາ​ຈຳນວນ​ລູກ​ຄ້າ ​ແລະ ຄາດ​ຄະ​ເນ ການ​ຊື້ ສີ້ນສ່ວນ​ຜະລິດ​ຕະພັນ. ສິ່ງ​ນີ້ສາມາດ​ຊ່ວຍ​ໃຫ້ເຈົ້າຂອງ ກິດຈະການ ຄາດ​ເດົາ​ປະລິມານ​ການ​ ຊື້ວັດຖຸ​ດິບ ​​ແລະ ​ສີ້ນສ່ວນ ​ໃນ​ປະລິມານ​ທີ່​ເໜາະສົມ ​ເພື່ອ​ເກັບ​ມ້ຽນ​ສຳລັບໃຊ້ເຂົ້າເຮັດການ​ຜະລິດ ​ໃນ​ປະລິມານ​ທີ່​ບໍ່ສູງ​ເກີນກວ່າ​ຄວາມ​ເປັນ​ຈິງ.

ບົດຮຽນທີ່​ຖອດ​ຖອນ​ໄດ້ມີຄື: ກ້ອງດິຈິຕໍ້ມີຄຸນປະໂຫຍດໃນການຖ່າຍຮູບຜະລິດຕະພັນໃໝ່ໆຫຼື ດັດແປງຮູບແບບໃໝ່ໆ ແລະ  ອັດເຂົ້າສູ່ເວັບໄຊໄດ້ໄວຂຶ້ນ. ຮູບພາບເປັນອົງປະກອບອັນສຳຄັນ ສຳລັບການຂາຍໃນເວັບໄຊ. ລາວໄດ້ເຝິກນຳໃຊ້ ຄອມພີິເຕີ້ ແລະ ເຂົາເຈົ້າສາມາດຈັດການໆສື່ສານ  ຜ່ານທາງອີເມວໄດ້ດີ.  

ຂະບວນການນຳ ໃຊ້ E-Commerce  ຫຼາຍຂຶ້ນ. ໄດ້ຍົກລະດັບ ຕົນເອງເຂົ້າສູ່ພື້ນຖານ ຈົນເຮັດໃຫ້ເຂົາ ເຈົ້າສາມາດເຂົ້າໄປສູ່ການນຳໃຊ້(ICT) ຫຼາຍຂຶ້ນໃນພາຍຫລັງ, ແຕ່ການປະຕິບັດດັ່ງກ່າວກໍ່ມີປະສິດທິຜົນ. ບໍລິສັດເຫັນ ເວັບໄຊ ແລະ ຮູບແບບການສື່ສານອື່ນໆ, ສາມາດເຮັດການຊື້ຂາຍທີ່ມີປະສິດທິຜົນ ສຳລັບການຂາຍ ໃນອານາຄົດ.

Viengsombath Bangonesengdet Editor in chief

ຊ່ວຍສ້າງສັນສິງເປັນປະໂຫຍດແກ່ສັງຄົມ. ມີຄວາມສາມາດທີ່ມາຈາກປະສົບການ ແລະ ການສຶກສາ ຕິດພັນກັບຂົງເຂດ: ຍຸດທະສາດການບໍລິຫານ, ການຕະຫຼາດ, ການວາງແຜນທຸລະກິດ, ການຄ້າ ທາງອອນໄລ, ນະໂຍບາຍບຸກຂະລາກອນ, ປັບປຸງອົງການຈັດຕັ້ງ, ການສ້າງຍີ່ຫໍ້ສິນຄ້າ ແລະ ສອນ ເຕັກນິກການນຳພາ. ທ່ານສາມາດ ໃຊ້ບໍລິການພິເສດ ຫຼື ຕິດຕາມເຕັກນິກຜ່ານທາງເວັບໄຊນີ້.

Copy Protected by Chetan's WP-Copyprotect.