Norkhame
ສິ່ງຂອງມີຄ່າ ສິ່ງຂອງມີຄ່າ
“ສິ່ງທີ່ມີຄ່າ ແລະ ສໍາຄັນ ແມ່ນມູນຄ່າທີ່ພວກເຮົາໄດ້ສ້າງຕັ້ງຂື້ນໃນຊ່ວງການມີຊີວິດຂອງພວກເຮົາ, ໂດຍບໍ່ບຽດບຽນຄວາມສຸກຄົນອື່ນ, ເຮັດໃຫ້ຊີວິດຄົນດີຂື້ນ, ມີຄວາມສຸກ ແລະ ສ້າງການເຕີບໃຫຍ່ຂະຫຍາຍຕົວຈາກການສ້າງສັນຂອງເຮົາ.” ພວກເຮົາຕີຄຸນຄ່າຈາກເຄື່ອງຂອງທີ່ມີ. ໃນການຄອບຄອງສິງຂອງ ໝາຍວ່າຊີວິດໄດ້ຮັບຄວາມສະດວກສະ ບາຍຫຼາຍຂື້ນ. ຖ້າເຮົາມີລົດ, ກະບໍ່ຈຳເປັນຕ້ອງຍາງ, ຖ້າມີເສື້ອກັນຝົນ ເຮົາກະບໍ່ຕ້ອງປ່ຽກຍາມຝົນ, ມີໄຟຟ້າໃຊ້ ກະບໍ່ຕ້ອງໃຕ້ທຽນຍາມມືດ, ແລະ ອື່ນ. ໃນຊີວິດ, ໃຫ້ພວກເຮົາຕ່າງມີກນແຂ່ງຂັນ ເພື່ອໃຫ້ໄດ້ມາສິ່ງຂອງ.... ສິ່ງຂອງມີຄ່າ

ສິ່ງທີ່ມີຄ່າ ແລະ ສໍາຄັນ ແມ່ນມູນຄ່າທີ່ພວກເຮົາໄດ້ສ້າງຕັ້ງຂື້ນໃນຊ່ວງການມີຊີວິດຂອງພວກເຮົາ, ໂດຍບໍ່ບຽດບຽນຄວາມສຸກຄົນອື່ນ, ເຮັດໃຫ້ຊີວິດຄົນດີຂື້ນ, ມີຄວາມສຸກ ແລະ ສ້າງການເຕີບໃຫຍ່ຂະຫຍາຍຕົວຈາກການສ້າງສັນຂອງເຮົາ.”

ພວກເຮົາຕີຄຸນຄ່າຈາກເຄື່ອງຂອງທີ່ມີ. ໃນການຄອບຄອງສິງຂອງ ໝາຍວ່າຊີວິດໄດ້ຮັບຄວາມສະດວກສະ ບາຍຫຼາຍຂື້ນ. ຖ້າເຮົາມີລົດ, ກະບໍ່ຈຳເປັນຕ້ອງຍາງ, ຖ້າມີເສື້ອກັນຝົນ ເຮົາກະບໍ່ຕ້ອງປ່ຽກຍາມຝົນ, ມີໄຟຟ້າໃຊ້ ກະບໍ່ຕ້ອງໃຕ້ທຽນຍາມມືດ, ແລະ ອື່ນ.

ໃນຊີວິດ, ໃຫ້ພວກເຮົາຕ່າງມີກນແຂ່ງຂັນ ເພື່ອໃຫ້ໄດ້ມາສິ່ງຂອງ. ພຽງເພາະຈະໄດ້ສະດວກສະບາຍ ໃນການດຳລົງຊີວິດ. ຫຼາຍຄັ້ງພວກເຮົາມີຄວາມຮູ້ສຶກວ່າ ການຫາມາໄດ້ສິ່ງຂອງ ມັນເປັນສິ່ງທີ່ເຮັດໃຫ້ຄົນເຮົາມີຄວາມຄວາມຮູ້ສຶກເປັນສຸກ. ແຕ່ລະວັນ,ພວກເຮົາຈະອົດທົນອອກເຫືອເທແຮງໃຫ້ ໄດ້ມາສິ່ງທີ່ຢາກໄດ້ ເພື່ອເຮັດໃຫ້ຊີວິດເຮົາ, ຊີວິດຄົນຮັກ, ພີ່ນ້ອງ ສະດວກສະບາຍ ແລະ ເອີ້ນວ່າ “ເປັນສຸກ”

ຄວາມພະຍາຍາມຫາສິ່ງຂອງ, ຫາກມີຫຼາຍ, ອາດເຮັດໃຫ້ເຮົາລື່ມເບິ່ງປະຈຸບັນວ່າມີຫຍັງແດ່ ທີ່ເຮັດໃຫ້ເຮົາເປັນສຸກໄດ້. ບໍ່ຕ້ອງເບິ່ງຫຍັງຫຼາຍ, ທຸກໆວັນຕື່ນຂື້ນມາ ເຮົາຮູ້ສຶກ, ເຮົາຫາຍໃຈ, ເຮົາຍາງໄດ້, ກິນໄດ້, ອອກກຳລັງກາຍ. ສິ່ງພື້ນຖານເຫຼົ່ານີ້ທີ່ເຮົາມີ ໜ້າຈະເປັນປັດໃຈໃຫ້ເຮົາ ສາມາດ ເປັນສຸກໄດ້ ເຖິງວ່າ ຈະຍັງບໍ່ທັນໄດ້ໃນສິ່ງທີ່ເຮົາບໍ່ມີ.

ເຮົາຄວນຂອບໃຈສິ່ງດີໆດັ່ງກ່າວກ່ອນອອກເຮືອນແຕ່ລະວັນ. ແລ້ວເຮັດວຽກ ເພື່ອຕາມຄວາມສາມາດ ແລະ ການມອບໝາຍ, ສ້າງສາຍສໍາພັນທີ່ຖືກຕ້ອງກັບເພື່ອນມິດ, ບໍ່ສ້າງຜົນກະທົບດ້ານລົບແກ່ສັງຄົມ. ຖ້າໃຊ້ຊີວິດແນວ ນັ້ນເປັນປະຈຳ, ພວກເຮົາຈະກາຍເປັນບຸກຄົນສ້າງສິ່ງສຳຄັນຂື້ນໃນສັງຄົມ ແລະ ແລ້ວພວກເຮົາຈະກາຍເປັນຄົນສໍາຄັນ.

ບໍ່ວ່າການເຮັດວຽກນັ້ນ ຈະມີຄວາມລໍາບາກຫລາຍປານໃດ. ຫາກທ່ານເຫັນຄວາມສຳຄັນຕົນເອງ ຕໍ່ກັບການ ສ້າງສັນ, ທ່ານຈະພະຍາຍາມບຸກບືນ, ແລະ ແຂ່ງຂັນການຜະລິດສິ່ງທີ່ດີເລີດແກ່ຕົນເອງ ແລະ ສັງຄົມ.

Viengsombath Bangonesengdet Editor in chief

ຊ່ວຍສ້າງສັນສິງເປັນປະໂຫຍດແກ່ສັງຄົມ. ມີຄວາມສາມາດທີ່ມາຈາກປະສົບການ ແລະ ການສຶກສາ ຕິດພັນກັບຂົງເຂດ: ຍຸດທະສາດການບໍລິຫານ, ການຕະຫຼາດ, ການວາງແຜນທຸລະກິດ, ການຄ້າ ທາງອອນໄລ, ນະໂຍບາຍບຸກຂະລາກອນ, ປັບປຸງອົງການຈັດຕັ້ງ, ການສ້າງຍີ່ຫໍ້ສິນຄ້າ ແລະ ສອນ ເຕັກນິກການນຳພາ. ທ່ານສາມາດ ໃຊ້ບໍລິການພິເສດ ຫຼື ຕິດຕາມເຕັກນິກຜ່ານທາງເວັບໄຊນີ້.

Copy Protected by Chetan's WP-Copyprotect.